ປ່ຽນໃຫມ່ວິທີຄັດເລືອກການນຳຂັ້ນກົມ, ຂັ້ນພະແນກ.

(vovworld) - ຄາດ​ວ່າ​ຮອດ​ເດືອນ 11/2012, ຄະນະ​ຊີ້​ນຳ, ຫນ່ວຍ​ຮຽບຮຽງແຜນ​ຮ່າງ “ທົດ​ລອງ​ປ່ຽນ​ໃຫມ່​ວິທີ​ຄັດ​ເລືອກ​ການ​ນຳ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ”ຈະ​ສ້າງ​ສຳ​ເລັດ​ແຜນ​ຮ່າງ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ກົມ​ການ​ເມືອງສູນກາງພັກຕັດສິນຜັນ​ຂະຫຍາຍ​ການ​ປະຕິບັດ. ​ເລື່ອງ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ຈະ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິ​ຮູບ​ລະບອບ​ວ່າດ້ວຍລັດຖະກອນ, ລັດຖະການ, ປະກອບ​ສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ພະນັກງານ​ໃນ​ໄລຍະ​ຫັນ​ປະເທດຊາດເປັນ​ເປັນປະເທດອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.

ປ່ຽນໃຫມ່ວິທີຄັດເລືອກການນຳຂັ້ນກົມ, ຂັ້ນພະແນກ. - ảnh 1
ກະຊວງພາຍໃນຈັດກອງປະຊຸມກ່ຽວກັບການສ້າງແຜນຮ່າງ
ຄັດເລືອກພະນັກງານຂັ້ນກົມ, ຂັ້ນພະແນກ
ພາບ:nongnghiep.vn

        ​ໃນ​ບົດ​ສະຫລຸບ​​ກອງ​ປະຊຸມ​ຄັ້ງ​ທີ 9 ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຊຸດ​ທີ 10 ກ່ຽວ​ກັບ​ການ​ສືບຕໍ່ຍູ້​ແຮງການ​ປະຕິບັດ​ຍຸດ​ທະ​ສາດ​ພະນັກງານນັບ​ແຕ່​ນີ້​ຮອດ​ປີ 2020, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ວາງ​ແຜນ​ນະ​ໂຍບາຍ​ສ້າງ​ແຜນ​ຮ່າງ​ທົດ​ລອງ​ປ່ຽນ​ໃຫມ່​ວິທີ​ຄັດ​ເລືອກ​ພະນັກງານ​ການ​ນຳ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ. ​ໃນ​ໂຄງການ​ສັງ​ລວ​ມກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ໄລຍະ 2011- 2020, ລັດຖະບານ​ກໍ​ກຳນົດ​ວ່າ ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ເພື່ອ​ກໍ່ສ້າງ, ຍົກ​ສູງ​ຄຸນ​ນະພາ​ບຖັນ​​ແຖວ​ພະນັກງານ, ລັດຖະກອນ ​ແມ່ນ​ປະຕິບັດ​ການ​​ເສັງຄັດເລືອກ​ພະນັກງານແບບ​ແຂ່ງ​ຂັນ​ເພື່ອ​ແຕ່​ງຕັ້ງ​ພະນັກງານ​ດຳລົງ​ຕຳ​ແຫນ່​ງການ​ນຳ, ຜູ້ຄຸ້ມ​ຄອງ​​ແຕ່ຂັ້ນ​ຫົວຫນ້າ​ກົມ ​ແລະ ທຽບ​ເທົ່າ ຢູ່​ຂັ້ນສູນ​ກາງ, ຫົວຫນ້າ​ພະ​ແນ​ກ ​ແລະ ທຽບ​ເທົ່າ ຢູ່​​ຂັ້ນທ້ອງ​ຖິ່ນ. ​ແຜນ​ຮ່າງ​ດັ່ງກ່າວ​ໂດຍ​ແມ່ນ​ກະຊວງ​ພາຍ​ໃນ​ສ້າງ​ຂຶ້ນ, ​ສຸມ​ໃສ່​ຄົ້ນ​ຄ້ວາ​ປ່ຽນ​ໃຫມ່​ການ​ຄັດ​​ເລ​ືອກການ​ນຳ​​ເຂົ້າດຳລົງ​ຕຳ​ແຫນ່​ງຕ່າງໆ​ຄື: ຫົວຫນ້າ​ກົມ, ຮອງ​ຫົວຫນ້າ​ກົມ, ຫົວຫນ້າ​ພະ​ແນ​ກ, ຮອງ​ຫົວຫນ້າ​ພະ​ແນ​ກ, ຫົວຫນ້າ​ສູນ​  ​ແລະ ຮອງ​ຫົວຫນ້າ​ສູນ​ ​ແລະ​ອື່ນໆ​ໃນ​ບັນດາ​ອົງການ​ພັກ, ລັດ, ອົງການ​ການ​ເມືອງ​ສັງຄົມ​ທີ່​ຂຶ້ນ​ກັບ​ລະບົບ​ການ​ເມືອງ. ບັນດາ​ເນື້ອ​ໃນ​ປ່ຽນ​ໃຫມ່​ວິທີ​ຄັດ​ເລືອກ​ພະນັກງານລວມມີ: ສ້າງ​​​ແຜນ​ຮ່າງ​ໃຫ້​ສົມບູນ​ແບບ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ພວມ​ປະຕິບັດ​ໃນປະຈຸ​ບັນ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ການ​ນຳ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ, ປະຕິບັດ​ການ​ເສັງ​ຄັດ​ເລືອກ​ພະນັກງານແບບ​ແຂ່ງ​ຂັນ​ເພື່ອ​ຄັດ​ເລືອກ​ຫົວຫນ້າ​ກົມ, ຫົວຫນ້າ​ພະ​ແນ​ກ. ທ່ານ Tran Anh Tuan ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​, ຮອງ​ຫົວຫນ້າຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ​ໃຫ້​ຮູ້​ວ່າ:

        “ຈຸດໝາຍ​ຕົ້ນຕໍ​ແມ່ນ​ປ່ຽນ​ໃຫມ່​ວຽກ​ງານ​ຄັດ​ເລືອກ​​ພະ​ນັກ​ງານ​ເພື່ອ​ແຕ່ງ​ຕັ້ງ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ ບົນ​ພື້ນຖານ​ນັ້ນ​ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ​ທີ່​ມີ​ຄຸນ​ນະພາ​ບ, ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ມີລະດັບ​ຄວາມ​ຮູ້ ​ແລະ ກຳລັງ​ຄວາມ​ສາມາດ​ດີກ​ວ່າ. ສິ່ງ​ທີ​່​ໃຫມ່​ອ່ຽ​ມ​ໃນ​ແຜນ​ຮ່າງ​ນີ້ ​ແມ່ນ​​ເຮັດ​ແນວ​ໃດ​​ເພື່ອສ້າງ​ເປັນ​ຂັ້ນ​ຕອນ, ລະບຽບ​ການ ​ແລະ ບັນດາ​ວິທີ​ຄັດ​ເລືອກ​ພະນັກງານ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ ຮັບປະກັນ​ຄວາມ​ກະຈ່າງ​ແຈ້ງ, ​ເປີດ​ເຜີຍ ​ແລະ ດູດ​ດື່ມ, ​ເລືອກ​ໄດ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​​ໃຫ້ສົມ​ກັບ​ຫນ້າ​ທີ່, ຕຳ​ແຫນ່​ງ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ​ເລື່ອງ​ປ່ຽນ​ໃຫມ່​ວຽກ​ງານ​ຄັດ​ເລືອກ​ພະນັກງານ​ເພື່ອ​ແຕ່ງ​ຕັ້ງ​​ເຂົ້າດຳລົງຕຳ​ແຫນ່​ງການ​ນຳ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ ​ແມ່ນ​ສຳຄັນ​ທີ່​ສຸດ. ​​ເພາະວ່າ ຖ້າ​ຫາກ​ຄັດ​​ເລືອກ​ໄດ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ ຈະ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ອັນ​ໃຫຍ່​ຫລວງ ​ແລະ ກົງກັນຂ້າມ. ທ່ານ Nguyen Huu Sang ຫົວຫນ້າ​ພະ​ແນ​ກພາຍ​ໃນ ​ແຂວງ Quang Nam ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ປ່ຽນ​ໃຫມ່​ໃນ​ແຜນ​ຮ່າງ​ນີ້​ວ່າ:

        “ປະຈຸ​ບັນ ພວກ​ເຮົາ​ປະຕິບັດ​ທົດ​ລອງ​ການ​​ເສັງຄັດ​ເລືອກພະນັກງານ ​ແນ່ນອນ​ວ່າ ນີ້​ແມ່ນ​ບາດກ້າວ​ບຸກທະລຸ. ຍິ່ງ​ກວ່າ​ນັ້ນ ບາດກ້າວ​ບຸກທະລຸ​ນີ້​ຈະ​ເລ​ືອກ​ເອົາ​ໄດ້​ພະນັກງານ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ,​ ມີ​ຄຸນສົມບັດ ​ແລະ ມີ​ເງືອ່ນ​ໄຂ​ຢ່າງ​ຄົບ​ຖ້ວນ. ​​ເມື່ອປະຕິບັດ​ຕາມຫລັກການ​ຢ່າງ​ເປີດ​ເຜີຍ​, ກະຈ່າງ​ແຈ້ງ ​ແລະ ສະ​ເໝີ​ພາບ, ປະຊາທິປະ​ໄຕໃນ​ການ​ຄັດ​ເລືອກ​ພະນັກງານ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ ມັນ​ຍິ່ງ​ມີ​ຄວາມ​ໝາຍ​ກວ່າ. ວິທີ​ເຮັດ​ນີ້​ກໍ​​ແມ່ນ​ຄວາມ​ເຄົາລົບ ​ແລະ ​ເຊີດ​ຊູ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ຄຸນສົມບັດ. ​ແລະ ວຽກ​ງານ​ຄັດ​ເລືອກ​ພະນັກງານ​ຢ່າງ​ມີ​ປະສິດທິ​ຜົນ​ຈະ​ ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ.”

ປ່ຽນໃຫມ່ວິທີຄັດເລືອກການນຳຂັ້ນກົມ, ຂັ້ນພະແນກ. - ảnh 2
ການເສັງຄັດເລືອກພະນັກງານ
ພາບປະກອບ:internet

    ​ໃນ​ເບື້ອງ​ຕົ້ນຫາງ​ສຽງ​ໄດ້ຮັບ​ຮູ້​ການ​ຄົ້ນ​ຄ້ວາ​ສ້າງ​ແຜນ​ຮ່າງ​ທົດ​ລອງ​ປ່ຽນ​ໃຫມ່​ວິ​ທິການ​ຄັດ​ເລືອກ​ພະນັກງານຂັ້ນ​ກົມ, ຂັ້ນ​ພະ​ແນ​ກ ​ແມ່ນ​ຫັນ​ແນວ​ຄິດ​ປະທານ​     ໂຮ່ຈິ​ມີນກ່ຽວ​ກັບ​ວຽກ​ງານ​ພະນັກງານ​​ໃຫ້ປະກົດ​ຜົນ​ເປັນ​ຈິງ ​ເພາະວ່າ ​​ໃນ​ຄາວ​ຍັງ​ມີ​ຊີວິດ​ຢູ່ ທ່ານ​ປະທານ​​ໂຮ່ຈິ​ມີນ ​ໄດ້​ຮັບ​ຮູ້​ວ່າ ພະນັກງານ​ແມ່ນ​ຕົ້ນກຳ​ເນີ​ດຂອງ​ທຸກ​ວຽກ​ງານ.  ປະຈຸ​ບັນ ທົ່ວ​ປະ​ເທດ​ກໍ​ພວມ​ຍູ້​ແຮງ​ບັ້ນ​ຮຳ່ຮຽນ ​ແລະ ປະຕິບັດ ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ສະ​ນັ້ນ​ແຜນ​ຮ່າງ​ດັ່ງກ່າວຈະ​ແມ່ນ​ບາດກ້າວ​ບຸກທະລຸ, ປ່ຽນ​ໃຫມ່​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ວຽກ​ງານ​ຕີ​ລາຄາ, ຊັບ​ຊ້ອນ ​ແລະ ນຳ​ໃຊ້​ພະນັກງານ​ໃນ​ໄລຍະ​ໃຫມ່. ​ເລື່ອງ​ສ້າງ​ແຜນ​ຮ່າງ​ດັ່ງກ່າວ ຈະ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​​ການ​ປະຕິ​ຮູບ​ລະບອບ​ກ່ຽວ​ກັບ​ລັດ​ຖະກອນ, ລັດຖະການ, ປ່ຽນ​ໃຫມ່​ຈີນ​ຕະນາ​ການ, ​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ​ໃນ​ແຕ່ລະ​ຂັ້ນ​ຕອນ​ຂອງ​ວຽກ​           ງາ​ນພະນັກງານ, ປະກອບ​ສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ພະນັກງານ​ໃນ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ​ແລະ ​ແກ້​ໄຂ​ຂໍ້​ຈຳກັດ​ຂອງ​ວິທີ​ການ​ຄັດ​ເລືອກ​ພະນັກງານ​ຂັ້ນ​ກົມ, ຂັ້ນ​ພະ​ແນ​ກ​ໃນປະ​ຈຸ​ບັນ.

ນັກ​ຂ່າວ Thu Hoa

ຕອບກັບ

ຂ່າວ/ບົດ​ອື່ນ