ປ່ຽນໃໝ່ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ

ປ່ຽນໃໝ່ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ໋​ຈ້ອງ ພົບ​ປະ​ກັນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ໄຕ​ໂຮ່, ຮ່າ​ໂນ້ຍ
(ພາບ: TTXVN)

(vovworld) - ວັນ​ທີ 20/10, ກອງ​ປະ​ຊຸມ​ສ​ະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 14 ຈະ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້, ກ່ອນນັ້ນ, ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຄັ້ງ​ຕ່າງໆ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ບັນ​ດາ​ການ​ພົບ​ປະ​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ບັນ​ຍາ​ກາດປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ, ບໍ່​ຈຳ​ກັດ​ຫົວ​ຂໍ້​ການ​ປຶກ​ສາ​ຫາ​ລື, ເປີດ​ກ້​ວາງ​ພາກ​ສ່ວນ​ຜູ້​ເຂົ້າ​ຮ່ວມ. ທີ່​ບັນ​ດາ​ການ​ພົບ​ປະ, ​ໄດ້​ບັນ​ດາ​ ສ​ສ​ຊ​ ຮັບ​ເອົາ, ​ອະ​ທິ​ບາຍ​ບັນ​ດາ​ຂໍ້​ສະ​ເໜີ​​ສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ ແລະ ຈະ​ສົ່ງ​ເຖິງ​ສະ​ພາ​ແຫ່ງ​ຊາດ​ຊຸດນີ້.

        ຕາມ​ກົດ​ໝາຍ​ແລ້ວ, ສ​ສ​ຊ ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ເຈດ​ຈຳ​ນົງ, ຄວາ​ມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ເປັນບ່ອນ​ທີ່​ໄດ້​ເລືອກ​ຕົນເອງ, ຕ້ອງ​ມີກ​ານ​ພົວ​ພັນ​ຢ່າງ​ແໜ​້ນ​ແຟ້ນ​ກັບ​ ຜູ້​ມີ​ສິດ​ເລືອກ​ຕັ້ງ, ສ່ອງ​ແສງ​ບັນ​ດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເຖິງ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ອົງ​ການ​ລັດ​ທີ່​ກ່ຽ​ວ​ຂ້ອງ​ຢ່າ​ງ​ຖືກ​ຕ້ອງ. ດັ່ງ​ນັ້ນ, ສ​ສ​ຊ ຕ້ອງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈຶ່ງ​ມີ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ຕົນ. ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ​້​ມີ​ສິດ​ເລືອກ​ຕັ້ງ​ຂອງ ສ​ສ​ຊ ໄດ້​ຮັບ​ການ​ດຳ​ເນີນ​ດ້ວຍຫຼາຍ​ຮູບ​ແບບ​ຄື: ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ, ພົບ​ປະກັບ​ສ່ວນ​ບຸກ​ຄົນ ແລະ ກຸ່ມຜູ້​ມີ​ສິດ​ເລືອກ​ຕັ້ງ.

ເປ​ີດ​ກ້​ວາງ​ເປົ້າ​ໝາຍຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ສ​ສ​ຊ

        ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງເກືອບ​ທັງ​ໝົດ​ຂອງ​ຄະ​ນະ ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ຄັ້ງ​ນີ້​ລ້ວນ​ແຕ່​ໄດ້ຮັບ​ການ​ຈັດ​ຕັ້ງ​​ຢູ່​ຂັ້ນ​ຕາ​ແສງ, ເທດ​ສະ​ບານ ແທນ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ສຳ​ນັກ​ງານ​ຂອງ​ເມືອງ​ຄື​ໄລ​ຍະ​ກ່ອນນີ້. ດັ່ງ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ ເຂົ້າ​ຮ່ວມ​ບັນ​ດາ​ການ​ພົບ​ປະ​ໄດ້​ຮ​ັບ​ການ​ເປີດ​ກ້ວາງ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຈຳ​ນວນຫຼາຍ. ສະ​ເລ່ຍ, ​ການ​ພົບ​ປະ​​ແຕ່​ລະ​ຄັ້ງ ​ມີຜູ້​ມີ​ສິດ​ເລືອກ​ຕັ້ງປະ​ມານ 200 ຄົນ, ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ເຂົ້າ​ຮ່ວມ ແລະ ​ປະ​ກອບ​ຄຳ​ເຫັນຫຼາຍ​ຢ່າງ. ຄຽງ​ຂ້າງ​ບັນ​ດາ​ບັນ​ຫາ​ມະ​ຫາ​ພາກ​ຂອງ​ປະ​ເທດ​ຊາດ​ຄື: ວຽກ​ງານ​ສ້າງ​ກົດ​ໝາຍ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມແບບ​ຍືນ​ຍົງ, ພັດ​ທະ​ນາ​ເສດ​ຖະ​ກິດ, ຫຼາຍ​ບັນ​ຫາກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິ​ດ​ຂອງ​ປະ​ຊາ​ຊົນ​​ໃນ​ທ້ອງ​ຖິ່ນ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ, ​ແລະຍົກ​​ຄຳ​ເຫັນ​ຄື: ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ວຽກ​ງານ​ພະ​ນັກ​ງານ, ການ​ປັບ​ໃໝ​ລົງ​ໂທດ​ຕໍ່​ກໍ​ລະ​ນີລະ​ເມີດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ການກໍ່​ສ້າງ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ບັນ​ດາ​ເຂດ​ກະ​ເສດ​ສຸມ, ​​ແນະ​ນຳ​ອາ​ຊີບ ແລະ ​ບຳ​ລຸງ​ສ້າງວິ​ຊາ​ຊີບ​ໃຫ້​ຜູ້​ອອກ​ແຮງ​ງານ​ເຂດ​ຊົນ​ນະ​ບົດ.

ຮັບ​ເອົາ​ຄວາມ​ເຫັນ​ປະ​ກອບຫຼາຍ​ທີ່​ສຸດ​ແລະອະ​ພິ​ປາຍ​ຢ່າງ​ລະ​ອຽດ

        ສິ່ງ​ທີ່​ໜ້າ​​ຮັບ​ຮູ້​ຜ່ານ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ນີ້​ແມ່ນ​​​ບັນ​ດາສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດແລະ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຮາກ​ຖານ​​ໄດ້ຮັບ​ຮອງ​ ແລະ ຕອບ​ຄຳ​ຖາມ, ບັນ​ດາ​ຄຳ​ເຫັນ​ສ່ອງ​ແສງ, ຂໍ້​ສະ​ເໜີ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ທ້ອງ​ຖິ່ນ​ທັນ​ທີ​ທີ່​ການ​ພົບ​ປະ​ຄື: ວຽກ​ງານ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ວິ​ວັດ​ທະ​ນາ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ວຽກ​ງານ​ພະ​ນັກ​ງານ. ບັນ​ດາ​ຄຳ​ຕອບ​ທີ່​ຈະ​ແຈ້ງ​ຂອງສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດຢູ່​ການ​ພົບ​ປະ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ ໄດ້​ຮັບ​ການ​ຮັບ​ຮູ້, ຕີ​ລາ​ຄາ​ສູງ. ທ່ານ ເງາະ​ຢູຍ​ຫຽນ, ຮອງ​ຫົວ​ໜ້າ​ຄະ​ນະ​ສະ​ເພາະ​ກິດສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ເພື່ອ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ, ຄະ​ນະສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ ຮ່າ​ໂນ້ຍ ສະ​ເໜີ​ຕໍ່​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຈັດ​ແບ່ງ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ແລະ ພະ​ແນກ, ຂະ​ແໜງ​​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ, ແນວ​ໂຮມ​ປະ​ເທດ​ຊາ​ດ​ທຸກ​ຂັ້ນ​ຕ້ອງ​ເຊື້ອ​ເຊີນ​ພາກ​ສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ຄະ​ນະສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນກໍ່​ໄດ້​ຈັດ​ຕັ້ງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາມ​ຫົວ​ເລື່ອງ​ສະ​ເພາະຕາມ​ຮ່າງ​ລາຍການ, ​ເນື້ອ​ໃນ​ກອງ​ປະຊຸມ. ນີ້​ແມ່ນ​ວິທີ​ເຮັດ​ໃໝ່ ​ເພື່ອ​ແນ​ໃສ່​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ທີ່​ໃກ້​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ​ເພື່ອ​ກຳ​ເອົາ​ພຶ​ດຕິ​ກຳ​ຕົວ​ຈິງ, ຈາກ​ນັ້ນ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ເຫັນ​ເພື່ອ​ກໍ່ສ້າງ​ກົດໝາຍ​ໃຫ້​ໃກ້ຊິດຕິດ​ແທດ​ກັບ​ການ​ດຳລົງ​ຊີວິດ.

ທ່ານ ​ໂດ​ຢູຍ​ເທື່ອ​ງ, ອະດີດ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນອກຈາກ​ເລື່ອງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ອນ ​ແລະ ຫຼັງ​ກອງ​ປະຊຸມ​ຕາມ​ຫົວໜ່ວຍ​ເລືອກ​ຕັ້ງ​ເປັນ​ຕົ້ນ​​ແລ້ວ, ​ການ​ພົບ​ປະ​ຕາມ​ຂໍ້ສະ​ເໜີ​ແນະ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ການ​ພົບ​ປະ​ຕາມ​ຫົວ​ເລື່ອງ​ສະ​ເພາະ, ການ​ພົບ​ປະ​ຢູ່​ນອກ​ຫົວໜ່ວຍ​ເລືອກ​ຕັ້ງ, ການ​ພົບ​ປະ​ຕາມ​ເປົ້າ​ໝາຍ​ນັ້ນ ແມ່ນ​ບັນດາສັນຍາ​ທີ່​ຕັ້ງໜ້າ

​ເລື່ອງ​ສະຫຼຸບ​ເພື່ອ​ຍົກ​ສູງ​ຄຸນນະພາ​ບການ​ເຄື່ອນ​ໄຫວພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແມ່ນ​ບັນຫາ​ສຳຄັນ​ເພື່ອ​ໃຫ້​ໃກ້ຊິດຕິດ​ແທດ​ກັບ​ສະພາບຕົວ​ຈິງ, ຫຼີກ​ເວັ້ນລັກສະນະ​​ເປັນຮູບ​ການ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ. ນີ້​ແມ່ນ​ພື້ນຖານ​ເພື່ອ​ເພີ່ມ​ເຕີມ​ເອກະສານ​ນິຕິ​ກຳ​ທີ່​ມີ​ຄຸນຄ່າ​ຍາວ​ນານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ

​ໃນ​ຂະນະ​ນັ້ນ, ຕາມ​ທ່ານ ບູ່​ຍງວຽນ​ສູ໋ຍ, ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ມະຕິ​ລະຫວ່າງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເພື່ອ​ໃຫ້ສະມາຊິກ​ສະພາ​ແຫ່ງ​ຊາດ​​ຮັບ​ຟັງ​ຄວາມ​ເຫັນ, ຂໍ້​ສະ​ເໜີ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໄດ້ຫຼາຍ.

“ຕ້ອງ​ມີ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄື​ກ່ອນທີ່​ຈັດ​ກອງ​ປະ​ຊຸມ, ​ພາຍຫຼັງ​ກອງ​ປະ​ຊຸມ, ພົບ​ປະ​ຕາມ​ຂົງ​ເຂດ, ຫົວ​ເລື່ອງ​ສະ​ເພາະ ແລະ ຕາມ​ກຸ່ມ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພົບ​ປະ​ຢູ່​ບ່ອນ​ພັກ​ພາອາ​ໄສ, ​ບ່ອນ​ປະ​ຕິ​ບັດ​ງານ​ແມ່​ນ​ຕ້ອງ​​ວາງ​ອອກ​ສຳ​ລັບ​ຜູ້​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ເມື່ອເຮັດໄດ້​ຄື​ແນວນັ້ນ, ​ແມ່ນ​ສາ​ມາດ​ຈັດ​ຕັ້ງ​ການພົບ​ປະ​​ຢູ່ຫຼາຍ​ບ່ອນ, ລົງ​ບໍ​ລິ​ເວນ​​ຫຼາຍ​ແຫ່ງກວ່າ​ເພື່ອ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ໃນ​ທ​ົ່ວປະ​ເທດ​ໄດ້​ຫຼາຍກວ່າ”.

        ​ການສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ຖືກ​ກົດ​ໝາຍ​ກຳ​ນົດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່​ນ​ຄວາມ​​ຮຽກ​ຮ້ອງຕ້ອງ​ການ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ກຳ​ແໜ້ນ​ໄດ້​ສະ​ພາບ​ຕົວ​ຈິງ​ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາ​​ເຈດ​ຈຳ​ນົງ​ຕົວ​ຈິງຂອງ​ປະ​ຊາ​ຊົນ, ເຮັດ​ຫຼ້ອນ​ໜ້າ​ທີ່​​ເປັນ​​ຕົວ​ແທນ​ໃຫ້​​ທັດ​ສະນ​ະ, ເຈ​ດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.​ ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊ່ອງ​ຂໍ້​ມູນ​ສຳ​ຄັນ​ທີ່​ຂາດບໍ່​ໄດ້​ໃນ​ວິ​ວັດ​​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ປະ​ຕິ​ບັດ​ໜ້າ​ທີ່.

        ດ້ວຍ​ບັນ​ດາ​ການ​ປ່ຽນ​​ແປງໃໝ່​ໃນ​ການ​ເຄື່​ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ໄລ​ຍະ​ຜ່ານ​ມາ, ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈະ​​ສ່ອງ​ແ​ສງ​ຄຳ​ເຫັນ​ຂອງ​ຜ​ູ້​ມີ​ສິດ​ເລືອກ​ຕັ້ງ​ເຖິງ​ບັນ​ດາ​ອົງ​ການ​ທີ່​​ກ່ຽວ​ຂ້ອງ​ຢ່າງ​ທັນ​ການ ກ​ໍ​ຄື​​ສ່ອງ​ແ​ສງ​ໃນບັນ​ດາ​ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊາດ. ສິ່ງດັ່ງ​ກ່າວ​ໄດ້​​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພ​າ​ແຫ່ງ​ຊາດ, ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ​້​ຈິງ.

ຂ່າວ/ບົດ​ອື່ນ