ຜັນຂະຫຍາຍການເຄື່ອນໄຫວ ການຕ່າງປະເທດຫຼາຍຝ່າຍ ໃນໄລຍະໃໝ່


(vovworld) ວັນ​ທີ 12/8, ​ເປັນ​ເທື່ອ​ທຳ​ອິດ​ທີ່​ຫວຽດນາມ​ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ກອງ​ປະຊຸມ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຍົກ​ລະດັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ​ຂຶ້ນ​ຕື່ມ, ​ເພີ່ມ​ທະວີ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ສາກົນ ​ແລະ ພາກ​ພື້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ທີ່​ຢາກ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ໃນ​ສະພາບ​ການໂລກປະຈຸ​ບັນ.

ຜັນຂະຫຍາຍການເຄື່ອນໄຫວ ການຕ່າງປະເທດຫຼາຍຝ່າຍ ໃນໄລຍະໃໝ່ - ảnh 1


ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ກ່າວປາໄສໃນ​ກອງ​ປະຊຸມ

(ພາບ: dantri.com.vn)

        ກອງ​ປະຊຸມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ແລະ ນັກຮຽນ​ຮູ້​ສາກົນ​ເກືອບ 200 ທ່ານ, ​ໃນ​ນັ້ນ​ມີ​ຜູ້ອຳນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ (WTO) Pascal Lamy, ອະດີດ​ຮອງ​ເລຂາທິການ​ໃຫຍ່ ສປຊ Jayantha Dhanapala,… ພ້ອມ​ນັ້ນ, ການ​ມີໜ້າ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໃນ​ວາລະ​ໄຂ​ກອງ​ປະຊຸມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ຫວຽດນາມ ກໍ່​ຄື​ສາກົນ​ສຳລັບ​ເຫດການ​ນີ້.

        ບົດຮຽນ​ຈາກການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ

        ​ໄລຍະ​ຜ່ານ​ມາ, ​ໂດຍ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ແຮງ, ຫວຽດນາມ ​ໄດ້​ຫັນ​ຈາກ​ການ​ເຂົ້າ​ຮ່ວມ​ເຫດການ​ຕ່າງໆ​ໄປ​ສູ່​​ໄລຍະເປັນ​ເຈົ້າ​ການ, ຕັ້ງໜ້າ​ສະ​ເໜີ​ຂໍ້​ລິ​ເລີ່​ມ ​ແລະ ປະກອບສ່ວນ​ຢ່າງ​ແທ້​ຈິງ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ໃນ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ, ການ​ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ​ໂລກ. ຢູ່​ພາກ​ພື້ນ, ຫວຽດນາມ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ປະ​ເທດ​ສະມາ​ຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ຍູ້​ແຮງ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ: ປັບປຸງ​ຄວາມ​ສາມັກຄີ ​ແລະ ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ. ຢູ່​ໂລກ, ຫວຽດນາມ ​ຕົກລົງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ, ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນສະພາ​ສິດທິ​ມະນຸດ ສປຊ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ສຸດ, ​ ​ໄດ້​ຮັບ​ເລືອກ​ເປັນ​ປະທານສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປາລະ​ມະນູ​ສາກົນ (IAEA) ​ແລະ ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຮັບ​ເລືອກ​ເຂົ້າ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຂອງ​ສົນທິສັນຍາ 1972 ກ່ຽວ​ກັບ​ມໍລະດົກ​ໂລກ​ຂອງ​ອົງການ UNESCO, ອັນ​ໄດ້​ຍົກ​ອິດ​ທິພົນ​ຊື່​ສຽງ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ​ ຢູ່​ໃນ​ໂລກ​ຂຶ້ນ.

​        ເດືອນ 3 ປີ​ນີ້, ຜູ້ອຳນວຍການ​ອົງການ​ພັດທະນາ ສປຊ ທ່ານ​ນາງ Helen Clark, ທັງ​ເປັນ​ປະທານ​ກຸ່ມ​ບັນດາ​ປະ​ເທດ​ພັດທະນາ​ຂອງ ສປຊ ​ເລືອກ​ຫວຽດນາມ​ແມ່ນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ບັນດາ​ຫົວໜ້າ​ຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໝັ້ນຄົງນັ້ນ ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ. ຢູ່​ທີ່​ນີ້ ທ່ານ​ນາງ Helen Clark ​ໄດ້​ເນັ້ນ​ໜັກ​ວ່າ:

        “ບົດ​ລາຍ​ງານ​ພັດທະນາ​ມະນຸດ​ປີ 2013 ຂອງ UNDP, ດ້ວຍ​ຫົວ​ຂໍ້​ວ່າ​ “ການ​ຟື້ນ​ຕົວ​ຢູ່​ທາງທິດ​ໃຕ້: ຄວາມ​ກ້າວໜ້າ​ຂອງ​ມະນຸດ​ໃນ​ໂລກ​ຫຼາຍ​ຮູບ​ຫຼາຍ​ແບບ​ໄດ້​ຮັບ​ຮູ້​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຂະຫຍັນ​ຂັນ​ເຂື່ອນ ​ແລະ ປະສົບ​ຜົນສຳ​ເລັດ ດ້ວຍ​ຄວາມ​ກ້າວໜ້າ​​ໃນ​ການ​ການ​ພັດທະນາ​ມະນຸດ. ຜົນງານ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ຂອງ​ຫວຽດນາມ​ໄດ້​ປະກອບສ່ວນ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາຍ​ຄົນ.

        ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ ສປຊ ​ເລ​ຮ່ວາຍ​ຈຸ​ງ ​ແລ້ວ, ບັນດາ​ຜົນງານ​ໃນ​ການ​ປະຕິບັດ​ຄາດໝາຍ​ສະຫັດ​ສະວັດຂອງ ສປຊ, ຫຼື​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ໃນ​ວິວັດ​ການ​ປະຕິ​ຮູບ ສປຊ ​ໄລຍະ​ຜ່ານ​ມາ​ນັ້ນ, ​ໄດ້​​ເຮັດ​ໃຫ້​ສຽງ​ເວົ້າ​ຂອງ​ຫວຽດນາມ​ໃນ​ບັນດາ​ບັນຫາ​ໃຫຍ່​ຂອງ​ໂລກ​ມີ​ຄວາມ​ສຳຄັນ​ກວ່າ:

        “ສປຊ ພວມ​ດຳ​ເນີນ 3 ຂະ​ບວນການ​ພ້ອມ​ກັນ. ທີ​ໜຶ່ງ​ແມ່ນ, ສຳ​ຫຼວດກວດກາ​ວີ​ວັດ​ການ​ປະຕິບັດ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ເຖິງ​ປີ 2015. ຈະ​ມີກ​ອງປະຊຸມ​ຂັ້ນ​ສູງ​ທີ່​ວາງ​ອອກ​ລາຍການ​ພັດທະນາ​ສະຫັດ​ສະ​ວັດ​ໃໝ່. ທີ​ສອງ​ແມ່ນ: ສ້າງ​ບັນດາ​ຄາດໝາຍ​ເພື່ອ​ພັດທະນາ​ຢ່າງ​ໝັ້ນຄົງ. ທີ​ສາມ​ແມ່ນ, ສ້າງ​ລາຍການ​ພັດທະນາ​ຫຼັງ​ປີ 2015. ທັງ​ສາມ​ຂົງ​ເຂດ​ດັ່ງກ່າວ​ຫວຽດນາມ ​ລ້ວນ​ແຕ່​ມີ​ທ່າ​ແຮງ. ​ແລະ ສປຊ ​ໄດ້​ຕີ​ລາຄາ​ສູງ, ​ແລະ ຫວັງ​ວ່າ​ພວກ​ເຮົາ​ຈະ​ແບ່ງປັນ​ບົດຮຽນນຳ​ກັນ“.

        ສ້າງ​ວິ​ໄສ​ທັດ​ໄລຍະ​ຍາວ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ

        ບໍ່​ພຽງ​ແຕ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ: ​ໃນ​ວິ​ໄສ​ທັດ​ໄລຍະ​ຍາວ, ຫວຽດນາມ​ ກໍ່​ໄດ້​ສ້າງ​ແຜນ​ສັງ​ລວມ​ໃຫ້​ແກ່​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ APEC ປີ 2017, ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າກຳ​ມະ​ກາ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ອາຍຸ​ການ 2020-2021 ​ເທື່ອ​ລະ​ກ້າວ. ທີ່​ກອງ​ປະຊຸມ​ຂອງ​ຂະ​ແໜງ​ການ​ທູດ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ, ຊີ້​ແຈ້ງວ່າ:

        “ຕ້ອງ​ຄົ້ນ​ຄິດ​ວິທີ, ມາດ​ຕະການ​ເພື່ອ​ເສີມ​ຂະຫຍາຍ​ທີ່​ຕັ້ງ​ໃນ​ປະຈຸ​ບັນ​ກໍ່​ຄື​ບັນດາ​ກົນ​ໄກ, ​ເວທີ​ປາ​ໄສ​ຮັບ​ໃຊ້​ບັນດາ​ຄາດໝາຍ​ຄວາມ​ໝັ້ນຄົງ, ການ​ພັດທະນາ​ປະ​ເທດ​ຊາດໃຫ້​ດີກ​ວ່າ. ບໍ່​ພຽງ​ແຕ່​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ກໍ່ສ້າງ​ບັນດາ​ຂອບ​ເຂດ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຫວຽດນາມ​ ມີ​ຜົນ​ປະ​ໂຫຍ​ດອີກ​ດ້ວຍ, ຜ່ານ​ນັ້ນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ“.

        ​ດ້ວຍ​ເລື່ອງ​ເປັນ​ເຈົ້າ​ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້, ​ແນ່ນອນ​ວ່າ​ຫວຽດ ນາມ ​ຈະ​ມີ​ບົດຮຽນ​ຕື່ມ​ອີກເພື່ອ​ວາງ​ແຜນກຳນົດ ​ແລະ ຜັນຂະຫຍາຍ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ​ເພີ່ມ​ທະວີ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ສາກົນ ​ແລະ ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ 5-10 ປີຈະ​ມາ​ເຖິງ, ​ເມື່ອ​ຫວຽດນາມ​ ຮັບ​ໜ້າ​ທີ່​ສຳຄັນ​ຫຼາຍ​ຢ່າງ​ຂອງ​ສາກົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ