ຜັນຂະຫຍາຍນະໂຍບາຍກ່ຽວກັບປະກັນສຸຂະພາບເປັນຢ່າງດີເພື່ອຮັບປະກັນ ຊີວິດສັງຄົມ

(vovworld)-ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະພາບ​​​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍປະຕິບັດຈາກ​ລັດຖະບານ​ຫວຽດນາມ ​ໃນ​ເກືອ​ບ 20 ປີຜ່ານມາ. ບັນດາ​ຜົນງານ​ທີ່ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13​ ​ໃນ​ທ້າຍອາທິດ​ຜ່ານ​ມາ​ ​ໃນຫລາຍ​​ແງ່​ມູ​ມ, ພິ​ເສດ ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະ​ພາບ ​ໄດ້​ກາຍ​ເປັນ​ເສົາຄຳ້​ຂອງ​ການ​ຮັບປະກັນ​ຊີວິດ​ສັງຄົມ.​​ໃນ​ໄລຍະຈະ​ມາ​ເຖິງ, ຫວຽດນາມ ຈະ​ສືບ​ຕໍ່​ມີ​ບັນດາ​ການ​ປະຕິ​ຮູບ​ເພື່ອ​ໃຫ້​ນະ​ໂຍບາຍ​ຮັບປະກັນ​ສຸຂະພາບ​ຮັບ​ປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ກວ່າ​ອີກ, ປະກອບສ່ວນ​ປະຕິບັດ​ສິດທິ​ມະນຸດ​ເປັນ​ຢ່າງ​ດີກ​ວ່າ.

ຜັນຂະຫຍາຍນະໂຍບາຍກ່ຽວກັບປະກັນສຸຂະພາບເປັນຢ່າງດີເພື່ອຮັບປະກັນ ຊີວິດສັງຄົມ - ảnh 1
ແຕ່​ປີ 2009-2012, ອັດຕາ​ພົນລະ​ເມືອງ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ເພີ່ມ​ຂຶ້ນ​ຕື່ມ​ອີກ 8,6%
photo:internet

        ຜ່ານ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ພຶດຕິ​ກຳ​ຕົວ​ຈິງ​​ໃນເກືອບ 20 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະພາບ ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ທັດສະນະ​ນະ​ໂຍບາຍ​ອັນ​ຖືກ​ຕ້ອງ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ທົ່ວ​ປວງ​ຊົນ. ຈາກ​ສິ່ງ​ທີ່​ດີ​ເລີດ, ມະນຸດສະທຳຂອງ​ນະ​ໂຍບາຍດັ່ງກ່າວ, ໃນ​ໄລຍະ ພຽງ​ 4 ປີ ​ຄືແຕ່​ປີ 2009-2012, ອັດຕາ​ພົນລະ​ເມືອງ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ເພີ່ມ​ຂຶ້ນ​ຕື່ມ​ອີກ 8,6%. ຈຳນວນ​ງົບປະມານ​ແຫ່ງ​ລັດ​ຫນູນ​ຊ່ວຍ​​​ເພີ່ມ​​ຈາກ 4.537 ຕື້​ດົ່ງ ​ໃນ​ປີ 2009 ຂຶ້ນ​ເຖິງ 16.937 ຕື້​ດົງ​ໃນ​ປີ 2012.

        ນະ​ໂຍບາຍ​ເສົາ​ຄຳ້​ຂອງ​ການ​ຮັບປະກັນ​ຊີວິດ​ສັງຄົມ

        ກອງ​ທຶນ​ປະກັນ​ສຸຂະພາບ​ຈາກ​ສະພາບ​ລາຍ​ຈ່າຍ​ເກີນ​ດຸນ​ໃນ​ປີ 2009 ​ແມ່ນ 3.000 ຕື້​ດົງ, ຮອດ​ປີ 2012 ​ໄດ້​ມີ​ຈຳນວນ​ເງິນຢ່າງ​ພຽງພໍ​ເພື່ອລາຍ​ຈ່າຍ​ກໍ​ຄື​​ແຮ​ໄວ້​ໃຫ້​ແກ່​ວຽກ​ງານ​ນີ້​​​ເກືອບ 13.000 ຕື້​ດົງ. ພິ​ເສດ ອັດຕາ​​ພົນລະ​ເມືອງ​ເຂົ້າ​ຮ່ວມ​ປະກັນ​ສຸຂະ​ພາບ ບັນລຸ​ປະມານ 70%, ​ເປັນ​ຂີດ​ໝາຍ​ແຫ່ງຜົນສຳ​ເລັດທີ່ສຳຄັນ​ໃນ​ວຽກ​ງານ​​ເບິ່ງ​ແຍ​ດູ​ແລ​ສຸຂະ​ພາບ​​ໃຫ້​ແກ່ປະຊາຊົນ, ກ້າວ​ໄປ​ເຖິງ​ທົ່ວ​ປວງ​ຊົນ​ໄດ້​ຊົມ​ໃຊ້​ບໍລິການ​ປະກັນ​ສຸຂະພາບ. ທ່ານ ຫງວຽນ​ວັນ​ຕຽນ, ຮອງ​ຫົວຫນ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົ​ມຂອງ​ສະພາ​ແຫ່ງ​ຊາດ​ຕີ​ລາຄາ​ວ່າ:

        “​ໃນ​ເກືອບ 20 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສຸຂະພາບ​ຂອງ​ຫວຽດນາມ, ພິ​ເສດ​ໃນ 4 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ນີ້. ​ໃນ​ສະພາບ​ທີ່ ປະຊາຊົນ​ຫວຽດນາມ ຍັງ​ປະສົບ​ກັບ​ຄວາມທຸກ​ຍາກ, ລາຍ​ຮັບ​ສະ​ເລ່ຍປະມານ 1.700 USD ​ແຕ່​ ຫວຽດນາມ ບັນລຸ​ໄດ້​ອັດຕາ​ສ່ວນ 70% ຈຳນວນ​ພົນລະ​ເມືອງ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ. ມີ​ອີກ​ສິ່ງ​ຫນຶ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ລັດ​ ​ຮັບປະກັນ​ຊີວິດ​ສັງຄົມ​ໃນ​ການ​ຊ່ວຍ​ເຫລືອ​ໃຫ້​ປະຊາຊົນທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເດັກນ້ອຍ​ມີ​ອາຍຸ​ຕຳ່​ກວ່າ 6 ປີ, ຜູ້​ເຖົ້າ​ຜູ້​ແກ່, ບັນດາ​ເປົ້າ​ໝາຍ​ອຸປະ​ກະ​ລະ​ສັງຄົມ ມີ​ປະກັນ​ສຸຂະພາບ ດ້ວຍ​ການ​ຫນູນ​ຊ່ວຍ​ເກືອບ 100%. ນີ້​ແມ່ນ​ນະ​ໂຍບາຍ​ໃຫຍ່.”

        ສືບ​ຕໍ່​ປັບປຸງ​ໃນ 3 ດ້ານ​ຄື: ການ​ຄຸ້ມ​ຄອງ, ຊັບພະຍາກອນ​ມະນຸດ ​ແລະ ນ​ະ​ໂຍບາຍ

        ດ້ວຍ​ຜົນງານທີ່​ຕັ້ງຫນ້າ​ດັ່ງກ່າວ, ບັນຫາ​ວາງ​ອອກ​​ໃນປະຈຸ​ບັນ ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນະ​ໂຍບາຍ​ປະກັນ​ສຸຂະພາບ​​ດີກ​ວ່າ​. ສິ່ງ​ດັ່ງກ່າວຄວນ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ​ຢູ່​ທັງ​ຂອດ​ຄຸ້ມ​ຄອງ, ຈັດ​ຕັ້ງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ປະ​ກັນ​ສຸຂະພາບ ​ແລະ ນ​ະ​ໂຍບາຍ.

        ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ການ​ຄຸ້ມ​ຄອງ​ບັນດາ​ໂຮງໝໍ,  ທ່ານ ຫງວຽນ​ວັນ​ຕຽນ, ຮອງ​ຫົວຫນ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ສະ​ເຫ​ນີ:

        “ຫນຶ່ງ​ໃນ​ບັນດາ​ບັນຫາ​ນັ້ນ​ແມ່ນ ຕ້ອງ​ແຍກ ​ບັນດາ​​​ເຂດບໍລິການ​ ອອກ​ຈາກ​ເຂດ​ກວດ​ພະຍາດ​ໃຫ້​ຄົນ​ເຈັບ​​ໃຊ້ບັດ​ປະກັນ​ສຸ​ຂະ​ພາບ.​ ທີ​ສອງ ​ແມ່ນ​ຮັບປະກັນ​ຄວາມ​ໂປ່​ງ​ໃສ​ໃນ​ບັນດາ​ໂຮງໝໍ​ຂອງ​ລັດ, ບໍ່​ມີ​ການ​ປົນ​​ເປ​ລະຫວ່າງ​ພາ​ກລັດ ​ແລະ ​ເອກະ​ຊົນ, ນຳ​ໃຊ້​ຫລື​ສະ​ແຫວ​ງຫາການ​ນຳ​ໃຊ​້ຊັບ​ສິນ​ຂອງ​ລັດ. ພວກ​ເຮົາ​ຄວນ​ຈັດ​ຕັ້ງ​ບັນດາ​ເຂດ​ບໍລິການ​ຕ່າງຫາກ, ​ການໄລ່​ລຽງຕ່າງຫາກ, ຊັບພະຍາກອນ​ມະນຸດຕ່າງຫາກ. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ, ລັດ​ຕ້ອງ​ຈັດ​​ແບ່ງແຫ​ລ່ງທຶນ​ກູ້​ຢືມ​ໃຫ້​ແກ່​ບັນດາ​ໂຮງໝໍ​ເພື່ອ​ໃຫ້​ເຂົາ​ເຈົ້າ​ລົງທຶນ​ກໍ່ສ້າງ​ບັນດາ​ເຂດ​ບໍລິການ​ຕ່າງຫາກ.”

        ກ່ຽວ​ກັບ​ການສັບ​ຊ້ອນ​ແຫ​ລ່ງຊັບພະຍາກອນ​ມະນຸດ, ທ່ານ ຫງວຽນ​ວັນ​ຕຽນສະ​ເຫ​ນີວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ຈັດ​ຕັ້ງ​ກວດກາ​ປະກັນ​ສຸຂະພາບ​ເອກະລາດ​ແມ່ນ​ສຳຄັນ​ທີ່​ສຸດ. ປີ 2008, ​​ເມື່ອ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ, ມີ​ຫລາຍ​ຄຳ​ເຫັນ​ສະ​ເຫ​ນີພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​​ຖັນ​ແຖວ​ພະນັກງານ​ກວດກາ. ກ່ອນ​ອື່ນ​ ພວກ​ເຮົາ​ຄວນ​ເພີ່​ມທະວີ​ຄຸນ​ນະພາ​ບ, ຈຳນວນ​ຖັນ​ແຖວ​ກວດກາ, ປະຈຸ​ບັນ ມີ​ພາລະ​ກອນພຽງ​ແຕ່ 2000 ຄົນ​ເທົ່າ​ນັ້ນ. ນອກນັ້ນ ຍັງ​ມີ​ອີກ​ບັນຫາ​ຫນຶ່ງ, ນັ້ນ​ແມ່ນ ກະຊວງສາທາລະນະສຸກ ຕ້ອງເຮັດແນວໃດຮັບປະກັນຄວາມຍຸຕິທຳ ລະຫວ່າງ​ປະກັນ​ສຸຂະ​ພາບ ​ແລະ ກວດ​ພະຍາດ​ທຳ​ມະ​ດາ.”

        ກ່ຽວ​ກັບ​ນະ​ໂຍບາຍ​ກົດໝາຍທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ສະພາ​ແຫ່ງ​ຊາດ​ກໍ​ຈະ​ປັບປຸງ​ບາງ​ຂໍ້​ກຳນົດຂອງ​ກົດໝາຍ​ກວ່າ​ດ້ວຍ​ປະກັນ​ສຸຂະພາບ. ລັດຖະບານ ຫາ​ກໍ່​ຍື່ນ​ສະ​ເຫ​ນີສະພາ​ແຫ່ງ​ຊາດ​ເປັນ​ເອກະ​ພາບ​ລາຄາ​ບໍລິການ​ສາທາລະນະ​ສຸກ​ຢູ່​ບັນດາ​ໂຮງໝໍ.

        ພາຍຫລັງ​ເກືອບ 20 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະ​ພາບ ​ແລະ ​ເກືອບ 4 ປີ​ທີ່​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ​ມີ​ຜົນປະກາດ​ໃຊ້, ຫວຽດນາມ ພວມ​ສ້າງ​ນະ​ໂຍບາຍ​, ວິທີ​ຈັດ​ຕັ້ງ​ໃຫ້​ສົມບູນ​ແບບ​ເທື່ອ​ລະ​ກ້າວ ເພື່ອ​ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ​​ທີ່ເຂົ້າ​ຮ່ວມ​ປະກັນ​ສຸຂະພາບໃຫ້​ດີກ​ວ່າ ນັ້ນ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາປະກົດ​ການທີ່​ລະອຽດ​ຂອງ​ການ​ຮັບປະກັນ​ສິດທິ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ