ພັກ​ແມ່​ນ​ແກ່​ນສານ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) -ນັບແຕ່ວັນສ້າງຕັ້ງຂຶ້ນເມື່ອປີ 1930 ມາຮອດປະຈຸບັນ, ຍາມໃດ, ພັກກອມມູນິດຫວຽດນາມ ກໍ່ເຂົ້າໃຈແຈ້ງຕໍ່ຄວາມມຸ່ງຫວັງຂອງປະຊາຊົນກ່ຽວກັບປະເທດຊາດທີ່ມີຄວາມເປັນເອກະລາດ, ເສລີພາບ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຜາສຸກ. ແນວທາງຂອງພັກ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການພາວະວິໄສຂອງປະເທດຊາດ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ດ້ວຍແນວຄິດຕົ້ນຕໍແມ່ນເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ. ຍ້ອນແນວທາງທີ່ຖືກຕ້ອງ, ພ້ອມກັບການເສຍສະຫຼະຊີວິດສູ້ຊົນຂອງພະນັກງານ, ສະມາຊິກພັກ, ພັກກອມມູນິດຫວຽດນາມ ຈຶ່ງໄດ້ເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ.
ພັກ​ແມ່​ນ​ແກ່​ນສານ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1 (ພາບປະກອບ)

  ນັບແຕ່ເມື່ອພັກກອມມູມິດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ປະທານໂຮ່ຈີມິນ ນຳພາການປະຕິວັດຫວຽດນາມ ມາຮອດປະຈຸບັນ, ກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການເສີມຂະຫຍາຍນັບມື້ນັບສູງກ່ວາອີກ ຍ້ອນມີການປະສົມຢ່າງກົມກຽວລະຫວ່າງບັນດາມູນເຊື້ອອັນລ້ຳຄ່າຂອງຊາດ ແລະ ການກຳນົດທິດວິທະຍາສາດຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດ.

   ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລ້ວ, ທ່ານປະທານໂຮ່ຈີມິນ ຖືວ່າ: “ຄວາມສາມັກຄີພາຍໃນພັກເໝືອນດັ່ງແກ້ວຕາຂອງຕົນ”. ກ່ຽວກັບບົດບາດຂອງຄວາມສາມັກຄີ, ບໍ່ມີຄຳສະຫລຸບໃດທີ່ເລິກເຊິ່ງກ່ວາຄຳເວົ້າຂອງເພິ່ນທີ່ວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ. ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”. ຜົນສຳເລັດທຸກຢ່າງກໍ່ລ້ວນແຕ່ເລີ່ມມາຈາກກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ. ໂດຍໄດ້ຊາບຊຶມແນວຄິດດັ່ງກ່າວ, ຍາມໃດພັກກອມມູນິດຫວຽດນາມ ກໍ່ໄດ້ຍົກສູງກຳລັງຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້ຂອງພັກ ຕິດພັນກັບການເສີມຂະຫຍາຍ ກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ ຢືນຢັນວ່າ:

   ເມື່ອສັງເກດໂດຍລວມໃນຕະຫຼອດ 90 ປີຜ່ານມາ, ໜຶ່ງໃນບັນດາປັດໄຈໄຊຊະນະຂອງການປະຕິວັດ ແມ່ນຕ້ອງຢັ້ງຢືນ ແລະ ສະຫລຸບໃຫ້ຈະແຈ້ງ, ນັ້ນແມ່ນໃນໄລຍະໃດກໍ່ຄືກັນ, ຍາມໃດພັກກໍ່ໄດ້ເສີມຂະຫຍາຍກຳລັງແຮງຂອງຊາດ ສົມທົບກັບກຳລັງແຮງພາຍໃນປະເທດ ກັບກຳລັງແຮງຈາກພາຍນອກ, ຍາດແຍ່ງກາລະໂອກາດ ແລະ ຍູ້ໄພອັນຕະລາຍໃຫ້ຖອຍໄປ. ນີ້ແມ່ນໜຶ່ງໃນບັນດາບົດຮຽນທີ່ໃຫ່ຍຫຼວງຂອງການປະຕິວັດຫວຽດນາມ.

  ກຳລັງແຮງຂອງພັກກອມມູນິດຫວຽດນາມ ກໍ່ເລີ່ມມາຈາກແຫຼ່ງກຳລັງແຮງຕົ້ນຕໍ່ຂອງຊາດ. ຍ້ອນເຫດນັ້ນ, ການປັບປຸງ ແລະ ເສີມຂະຫຍາຍ ກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນເນື້ອໃນທີ່ສຳຄັນໃນແນວທາງການປະຕິວັດຂອງພັກໃນຕະຫຼອດ 90 ປີທີ່ຜ່ານມາ. ກອງປະຊຸມໃຫ່ຍທົ່ວປະເທດ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໄດ້ຢືນຢັນວ່າ: “ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ, ແມ່ນກຳລັງໜູນ ແລະ ແມ່ນແຫຼ່ງກຳລັງອັນໃຫ່ຍຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.” ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸ່ຍຊວັນດຶກ, ພະແນກກົດໝາຍ, ມະຫາວິທະຍາໄລ ດ້າຍນາມ ຊີ້ແຈ້ງວ່າ: ພາລະກິດການປະຕິວັດຫວຽດນາມ ໂດຍພັກກອມມູນິດຫວຽດນາມ ນຳພາ ແມ່ນພາລະກິດທີ່ບໍ່ສາມາດຕັດແຍກອອກຈາກການສະໜັບສະໜູນ, ການປະກອບສ່ວນຂອງປະຊາຊົນໄດ້. ມີພຽງແຕ່ຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ, ດ້ວຍການກະທຳຕົວຈິງ, ພັກຈຶ່ງຈະປະຕິບັດພາລະກຳກຳອຳນາດສຳເລັດຜົນ. ພ້ອມກັນນັ້ນ, ໃນສະພາບການປະເທດຊາດປະຈຸບັນ, ໄດ້ຮຽກຮ້ອງພັກ ຕ້ອງສະແດງໃຫ້ເຫັນບົດບາດຂອງຕົນ, ຕ້ອງສາມັກຄີກັນ, ກ່ອນອື່ນໝົດ ແກ່ນສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນນັ້ນ, ພັກແມ່ນອົງການຈັດຕັ້ງສະມາຊິກພິເສດ:

    ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນຕ້ອງອີງໃສ່ພື້ນຖານການອະທິບາຍຢ່າງລົງຕົວລະຫວ່າງບັນດາສະມາຊິກໃນສັງຄົມ. ມະຫາສາມັກຄີແມ່ນມະຫາສາມັກຄີໃນດ້ານການເມືອງ, ໃນພາລະກິດການປະຕິວັດ, ແມ່ນກຳລັງສິດອຳນາດແຫ່ງຄວາມສາມັກຄີຂອງບັນດາກຳລັງເພື່ອໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈມະຫາສາມັກຄີ”

  ພັກມີບົດບາດທີ່ເປັນເອກະລັກສະເພາະແມ່ນພັກກຳອຳນາດ, ພັກນຳພາໜຶ່ງດຽວ ແລະ ກໍ່ແມ່ນບ່ອນເຕົ້າໂຮມຜູ້ຕາງໜ້າຂອງປະຊາຊົນທຸກຊັ້ນວັນນະ. ສະນັ້ນ, ທຸກແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກໍ່ລ້ວນແຕ່ແມ່ນຜົນປະໂຫຍດຂອງປະຊາຊົນ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານ ຟ້າມເທຢວຽດ ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖືວ່າ: ໃນໄລຍະປະຈຸບັນ, ພັກຕ້ອງສະແດງໃຫ້ເຫັນບົດບາດເປັນແກ່ສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ:

   ຂ້າພະເຈົ້າຄິດວ່າ, ຖ້າເສີມຂະຫຍາຍກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດນັ້ນ, ພັກຕ້ອງມີຄວາມສາມັກຄີ, ຕ້ອງເປັນແບບຢາງໃຫ້ແກ່ຂັ້ນລຸ່ມ. ປະຊາຊົນຮຽກຮ້ອງໃຫ້ພັກຕ້ອງປະຕິບັດແນວທາງ, ມະຕິທີ່ໄດ້ວາງອອກ, ຖ້າປະຕິບັດສິ່ງດັ່ງກ່າວໄດ້ເປັນຢ່າງດີ, ພວກເຮົາຈະສືບຕໍ່ເສີມຂະຫຍາຍກຳລັງແຮງແຫ່ງຄວາມມະຫາສາມັກຄີເພື່ອປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

       ດ້ວຍຄວາມເຊື່ອໝັ້ນຕໍ່ການປ່ຽນແປງໃໝ່ ແລະ ການນຳພາຢ່າງສະຫຼາດສ່ອງໃສຂອງພັກ, ຕໍ່ອະນາຄົດຂອງປະເທດຊາດນັ້ນ, ປະຊາຊົນປາດຖະໜາ, ຢາກໃຫ້ພັກສະແດງບົດບາດເປັນແກ່ນສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປະຊາຊົນກໍ່ປາດຖະໜາຢາກໃຫ້ພັກປະຕິບັດແນວທາງ, ມະຕິທີ່ໄດ້ວາງອອກໃຫ້ເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍກຳລັງແຮງແຫ່ງຄວາມມະຫາສາມັກຄີເພື່ອປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

 

ຕອບກັບ

ຂ່າວ/ບົດ​ອື່ນ