ມານະພະຍາຍາມເພື່ອອາຊຽນພວມຫັນປ່ຽນຢ່າງແຮງ

(vovworld) – ວັນ​ທີ 8/10, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເລີ່​ມ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນ​ສູງ​ອາ​ຊຽນ 23 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ແຕ່​ວັນ​ທີ 8-10/10 ຢູ່​ ບຮູ​ໃນ​. ໂດຍ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ຂອງ​ອາ​ຊຽນ, ທີ່ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ​ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ມານະ​ພະຍາຍາມ​ເຮັດ​ໃຫ້ອາ​ຊຽນ​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ, ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ວັນ​ທີ 31/12/2015.

ມານະພະຍາຍາມເພື່ອອາຊຽນພວມຫັນປ່ຽນຢ່າງແຮງ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນ​ສູງ​ອາ​ຊຽນ 23
(ພາບ:  TTXVN)

ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 23 ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ອາ​ຊຽນພວມ​ຍູ້​ແຮງ​ການ​ກໍ່ສ້າງ​ປະຊາ​ຄົມ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບ​ປະຊາຊົນ. ອາ​ຊຽນ ພວມ​ຜັນ​ຂະຫຍາຍ​ການສ້າງ​ວິ​ໄສ​ທັດ​ອາ​ຊຽນ ພາຍຫຼັງ​ປີ 2015 ດ້ວຍ 4 ຈຸດໝາຍຕົ້ນຕໍ, ນັ້ນ​ແມ່ນ: ປັບປຸງ​ວິວັດ​ການກໍ່ສ້າງ​ປະຊາ​ຄົມ ​ແລະ ການ​ເຊື່ອມ​ໂຍງ​ໃນ​ປະຈຸ​ບັນ​ຂອງ​ອາ​ຊຽນ. ຕັ້ງໜ​້າຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ​​ໃນ​ພາກ​ພື້ນ ​ແລະ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ. ຍ້ອນ​ເຫດ​ນັ້ນ, ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 23 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊຸກຍູ້​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ​ແລະ ການ​ເຊື່ອມ​ຈອດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ຂອບ​ເຂດ​ອາ​ຊຽນ +1, ອາ​ຊຽນ +3 ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ (EAS), ທິດ​ທາງພັດທະນາ​ຂອງ​ອາ​ຊຽນ​ໃນ​ໄລຍະ​ຫຼັງ​ປີ 2015.

ການ​ທ້າ​ທາຍ​​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ປະຊາ​ຄົມ

ຜ່ານ 46 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ດ້ວຍ​ການ​ທ້າ​ທາຍ​ຫຼາຍ​ຢ່າງ, ປະຈຸ​ບັນ, ອາ​ຊຽນພວມ​ກາຍ​ເປັນ​ອົງການ​ຮ່ວມ​ມື​ພາກ​ພື້ນ​ຢ່າງ​ຮອບດ້ານ, ​ແມ່ນ​ອົງການ​ການ​ເມືອງ - ສັງຄົມ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເຄື່ອນ​ໄຫວ​ບົນ​ພື້ນຖານ​ກົດ​ບັດ​ອາ​ຊຽນ, ມີ​ບົດບາດ ​ແລະ ທີ່​ຕັ້ງ​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາຊີ​ປາຊີ​ຝິກ, ​ແມ່ນ​ປັດ​ໃຈ​ຕົ້ນ​ຕໍ່​ໃນ​ການ​ຮັບປະກັນ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ມາ​ຮອດ​ປະຈຸ​ບັນ, ອາ​ຊຽນ ​ໄດ້​ປະຕິບັດ​ສຳ​ເລັດ 70% ຈຳນວນ​ວຽກ​ງານ​ໃນ​​ແຜນການທີ່​ໄດ້​ວາງ​ອອກ, ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ໃຫ້​ສຳ​ເລັດ​ໃນ​ປີ 2015, ​ໂດຍ​ອີງ​ໃສ່ສາມ​ເສົາ​ຄຳ້, ​ເຊິ່ງລວມມີ ການ​ເມືອງ - ຄວາມ​ໝັ້ນຄົງ,​​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ. ​ເລື່ອງ​ຮັບປະກັນ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ຖືກ​ກັບ​ແຜນການ​ທີ່​ໄດ້​ວາງ​ອອກ ກໍ່​ຄື​ເລື່ອງ​ວາງ​ອອກ​ວິ​ໄສ​ທັດ​ຫຼັງ​ປີ 2015 ​ແລະ ການ​ແກ້​ໄຂ​ບັນດາ​ບັນຫາ​ໃນ​ພາກ​ພື້ນ​ຢ່າງ​ກົມກຽວ​ນັ້ນ ​ພວມ​ເປັນ​ການ​ທ້າ​ທາຍ, ຮຽກຮ້ອງ​ໃຫ້​ອາ​ຊຽນ ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ ​ແລະ ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ເພື່ອ​ຜ່ານ​ຜ່າ.

ຫວຽດນາມ ​ແມ່ນ​ສະມາຊິກ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ມະຫາ​ຄອບຄົວ​ອາ​ຊຽນ ​ໄດ້

​ໃນ​ສະຖານະ​ການ​ລວມນັ້ນຂອງ​ອາ​ຊຽນ, ​ໂດຍ​ສືບ​ຕໍ່​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​​ໃນ 18 ປີ ​ແຫ່ງ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ອາຊຽນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ອາ​ຊຽນ, ຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ​ໃນ​ສະຖານະ​ການ​ທີ່​ອາ​ຊຽນ ພວມ​ຖືກ​ກະທົບ ​ແລະ ​ຜົນ​ສະທ້ອນຢ່າງ​ຫຍໍ້​ທໍ້​ເຖິງ​ຄວາມ​ສາມັກຄີ, ອິດ​ທິພົນ​ຊື່​ສຽງ ​ແລະ ບົດບາດ​ຕົ້ນ​ຕໍ່​ຂອງ​ອາ​ຊຽນ, ຫວຽດນາມ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຊຸກຍູ້​ຄວາມ​ສາມັກຄີ ​ແລະ ຮັກສາ​ບັນດາ​ຫຼັກການ​ໂດຍ​ພື້ນຖານ​ຂອງ​ອາ​ຊຽນ​ ໄວ້​ຢ່າງ​ໝັ້ນຄົງ. ພິ​ເສດ ຫວຽດນາມ ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ປະຕິບັດ​ບັນດາ​ບຸລິ​ມາ​ສິດ​ຕົ້ນ​ຕໍ່​ຂອງ​ອາ​ຊຽນຢ່າງ​ມີ​ປະສິດທິ​ຜົນ ​ແລະ ຖືກຕ້ອງ​ກັບ​ຄວາມ​ຄືບ​ໜ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຈອດ​ອາ​ຊຽນ ກໍ່​ຄື​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ, ຮັດ​ແຄບ​ຊ່ອງ​ວ່າງ​ພັດທະນາ, ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ສະໝຳ່​ສະ​ເໝີ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ ຖື​ວ່າ: ຫວຽດນາມ ​​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ​ໃນ​ປີ 1995 ​ແລະ ນັ້ນ​ກໍ່​ແມ່ນ​ຈຸດ​ເວລາ​ກຳນົດ​ທິດ​ສ້າງ​ປະຊາ​ຄົມ ອາ​ຊຽນ. ຫວຽດນາມ ​ຮັບປະກັນ​ປະຕິບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດໜຶ່ງ ຕໍ່ບັນດາ​ຈຸດໝາຍ​ເຊິ່ງ ອາ​ຊຽນ ​ໄດ້​ວາງ​ອອກ​ຢ່າງ​ຄົບ​ຖ້ວນທີ່​ສຸດ. ຫວນ​ຄືນ​​ນັບ​ແຕ່​ປີ 1995 ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ພື້ນຖານ​ເສດຖະກິດ​ພັດທະນາ​ຊ້າ​ກ່ວາກໍ່ຕາມ ​ແຕ່ ຫວຽດນາມ ​ໄດ້ຫລຸດຜ່ອນ​ພາສີ​ເຖິງ 99% ລົງ​ເຫຼືອ​ພຽງ​ແຕ່ 0 – 5% ຕາມ​ມາດຖານທີ່​ໄດ້​ວາງ​ອອກ. ນອກຈາກ​ນັ້ນ, ພວກ​ເຮົາ​ຍັງ​ເຂົ້າ​ຮ່ວມ​ການ​ສ້າງ​ບັນດາ​ກົນ​ໄກ​ຢູ່​ຂັ້ນ​ພາກ​ພື້ນ.

ໃນ​ປີ 2013, ພ້ອ​ມກັບ​ການ​ຮັບ​​ບົດບາດ​​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ (2012 – 2015), ຫວຽດນາມ ຍັງ​ຄົງ​ຮັບ​ບົດບາດ​ເປັນ​ປະທານຄະນະ​ກຳມະການ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ (ACDM). ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ ACDM 23, ກອງ​ປະຊຸມ ACDM ກັບ​ບັນດາ​ຄູ່​ຮ່ວມ​ມື. ທ່ານ​ຮອງລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ຟ້າມກວາງ​ວີ​ງ ​ແບ່ງ​ປັນ​ວ່າ:ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖ້າ​ຫາກ​ພາກ​ພື້ນ​ນີ້​ພັດທະນາ​​ໃນສັນຕິພາບ ພວກ​ເຮົາ​ຈະ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ດັ່ງ​ນັ້ນ, ພວກ​ເຮົາ​ຖື​ການພັດທະນາ​ປະຊາ​ຄົມ, ​ເປັນ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ​ເມື່ອ​ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ແລ້ວ, ນອກຈາກ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ແລ້ວ, ຫາກ​ພວກ​ເຮົາ ຍັງ​ຍາດ​ແຍ່ງ​ທ່າ​ແຮງຈາກ​ບັນດາ​ພື້ນຖານ​ເສດຖະກິດ​ໃນ​ ອາ​ຊຽນ​ໄດ້ .

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ນີ້​ເພື່ອ​ແນ​ໃສ່​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ ຫວຽດນາມ ​ເພື່ອ​ຊຸກຍູ້​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​​ໂຄງ​ປະ​ກອບ​ພາກ​ພື້ນ​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​​ໂລກ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ