ຢຶດໝັ້ນແນວຄິດໂຮ່ຈີມິນກ່ຽວກັບການກໍ່ສ້າງຄຸນສົມບັດສິນທຳປະຕິວັດຂອງພັກ

(VOVWORLD) -ໃນຄາວຍັງມີຊີວິດຢູ່, ຫນຶ່ງໃນບັນດາສິ່ງທີ່ທ່ານປະທານໂຮ່ຈີມິນ ຍາມໃດກໍ່ມີຄວາມເປັນຫ່ວງກັງວົນແມ່ນການກໍ່ສ້າງພັກກອມມູນິດຫວຽດນາມ ໃຫ້ມີຄວາມປອດໃສໝັ້ນຄົງ ເຂັ້ມແຂງ. ຕາມນັ້ນແລ້ວ, ພັກ ຕ້ອງສະແດງໃຫ້ເຫັນຄຸນສົມບັດສິນທຳ, ສີວິໄລ, ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງຊາບຊຶມຄຸນສົມບັດສິນທຳປະຕິວັດ, ແມ່ນການນຳ, ຜູ້ຈົ່ງຮັກພັກດີຮັບໃຊ້ປະຊາຊົນ. ແນວຄິດກໍ່ສ້າງ ຄຸນສົມບັດສິນທຳປະຕິວັດ ຂອງພັກ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງໃນຈິນຕະນາການທິດສະດີ ແລະ ການເຄື່ອນໄຫວພຶດຕິກຳຕົວຈິງຂອງເພິ່ນ, ຍາມໃດກໍ່ແມ່ນເຂັມຊີ້ທິດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນຮ່ຳຮຽນ ແລະ ປະຕິບັດຕາມ.

ຢຶດໝັ້ນແນວຄິດໂຮ່ຈີມິນກ່ຽວກັບການກໍ່ສ້າງຄຸນສົມບັດສິນທຳປະຕິວັດຂອງພັກ - ảnh 1

ທ່ານຫວໍວັນເຖືອງກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງພັກກອມມູນິດ ຫວຽດນາມ

ໃນບົດນິພົນ ຄຸນສົມບັດສິນທຳປະຕິວັດ ແມ່ນລະບຸແນວຄິດໂຮ່ຈີມິນ ກ່ຽວກັບ ຄຸນສົມບັດສິນທຳປະຕິວັດເວົ້າລວມ, ແນວຄິດກໍ່ສ້າງພັກກ່ຽວກັບຄຸນສົມບັດເວົ້າສະເພາະ, ທ່ານປະທານໂຮ່ຈີມິນ ໄດ້ກຳນົດວ່າ “ເວົ້າໂດຍຫຍໍ້: ຄຸນສົມບັດສິນທຳປະຕິວັດ ແມ່ນ ຕະຫລອດຊີວິດແມ່ນຕັດສິນໃຈການຕໍ່ສູ້ເພື່ອພັກ, ເພື່ອການປະຕິວັດ”

 ຈິນຕະນາການທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບຄຸນສົມບັດສິນທຳປະຕິວັດແມ່ນສິ່ງອັນລ້ຳຄ່າ

ໃນບົດພິໄນກຳຂອງເພິ່ນ ໄດ້ຕັກເຕືອນໃຫ້ທົ່ວພັກ, ທົ່ວປວງຊົນສິ່ງທີ່ສຸດຈິດສຸດໃຈກ່ອນທີ່ເພີ່ນເຖິງແກ່ມໍລະນະກຳເມື່ອປີ 1969 ວ່າ: “ພັກເຮົາແມ່ນພັກກຳອຳນາດ. ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງເຊື່ອມຊຶມ ຄຸນສົມບັດສິນທຳປະຕິວັດ, ປະຢັດມັດທະຍັດ ສັດຊື່ບໍລິສຸດ ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ. ຕ້ອງຮັກສາພັກເຮົາໃຫ້ປອດໃສໝັ້ນຄົງເຂັ້ມແຂງ, ສົມກັບການນຳ, ຜູ້ຈົ່ງຮັກພັກດີຮັບໃຊ້ປະຊາຊົນ.

ບົດພິໄນກຳຂອງທ່ານປະທານໂຮ່ຈີມິນ ລະບຸບັນດາແນວຄິດໃຫຍ່ກ່ຽວກັບການກໍ່ສ້າງພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງເວົ້າລວມ ແລະ ການກໍ່ສ້າງ ຄຸນສົມບັດສິນທຳປະຕິວັດເວົ້າສະເພາະ. ທ່ານ ຫວໍວັນເຖຶອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ເນັ້ນຫນັກວ່າ:

“ສຳລັບວຽກງານກໍ່ສ້າງ ແລະ ປັບປຸງພັກ, ພິໄນກຳຂອງເພິ່ນ ສືບຕໍ່ແມ່ນພື້ນຖານທິດສະດີ, ພຶດຕິກຳ ແລະ ການບອກສອນອັນລ້ຳຄ່າເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ທົ່ວພັກ ປະຕິບັດບັນດາຫນ້າທີ່ເພີ່ມທະວີການກໍ່ສ້າງ ປັບປຸງພັກຢ່າງມີໄຊ, ຕໍ່ສູ້ສະກັດກັ້ນຍູ້ບັນດາປະກົດການຜັນແປເອງ, ຫັນປ່ຽນເອງ, ປະກົດການຫຍໍ້ທໍ້, ການສໍ້ລາດບັງຫລວງໃຫ້ຖອຍໄປ.”

 ໃນບົດນິພົນທິດສະດີປະຕິວັດກໍ່ຄືໃນຄວາມຈິງ, ຍາມໃດທ່ານປະທານໂຮ່ຈີມິນ ກໍ່ຊີ້ໃຫ້ເຫັນບັນດາຫລັກການພື້ນຖານຊີ້ນຳວິວັດການຝຶກຝົນຫລໍ່ຫລອມ ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ. ນັ້ນແມ່ນ ເວົ້າໄປຄຽງຄູ່ກັບການປະຕິບັດ, ເປັນແບບຢ່າງຄຸນສົມບັດ, ຝຶກຝົນຫລໍ່ຫລອມຄຸນສົມບັດຕະຫລອດຊີວິດ, ມີການສົມທົບກັນລະຫວ່າງ ການກໍ່ສ້າງຄຸນສົມບັດກັບການຕໍ່ສູ້ຕ້ານບັນດາປະກົດການເສຍຄຸນສົມບັດ.

ທ່ານປະທານໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນວຽກງານສຶກສາການເມືອງ, ແນວຄິດໃຫ້ພະນັກງານ, ສະມາຊິກພັກ. ຕາມເພິ່ນແລ້ວ, ກ່ອນອື່ນໝົດ ຕ້ອງສຸມໃສ່ສຶກສາໃຫ້ສະມາຊິກພັກ ບັນດາມາດຖານຄຸນສົມບັດ: ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຖືຜົນປະໂຫຍດຂອງພັກ, ຂອງຊາດເຫນືອກວ່າສິ່ງໃດໝົດ. ທີສອງແມ່ນ ຄຸນສົມບັດກ່ຽວກັບການປະຢັດມັດທະຍັດ ສັດຊື່ບໍລິສຸດ ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ.ທີສາມ ຄຸນສົມບັດແມ່ນຕິດພັນກັບປະຊາຊົນ. ຕາມເພິ່ນແລ້ວ ນີ້ແມ່ນຕົ້ນກຳເນີດກຳລັງແຮງຂອງພັກ.

 ຢຶດໝັ້ນແນວຄິດປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງ ຄຸນສົມບັດສິນທຳປະຕິວັດຂອງພັກ

ກໍ່ສ້າງພັກກ່ຽວກັບ ຄຸນສົມບັດສິນທຳປະຕິວັດແມ່ນເນື້ອໃນຫນຶ່ງໃນບັນດາເນື້ອໃນກໍ່ສ້າງພັກ, ພ້ອມກັບບັນດາເນື້ອໃນອື່ນ ແມ່ນກໍ່ສ້າງພັກກ່ຽວກັບແນວຄິດ, ກໍ່ສ້າງພັກ ກ່ຽວກັບການເມືອງ, ກ່ຽວກັບການຈັດຕັ້ງ, ສ້າງເປັນເນື້ອໃນສັງລວມຂອງວຽກງານກໍ່ສ້າງພັກຂອງພັກກອມມູນິດຫວຽດນາມ ໃນແຕ່ລະໄລຍະປະຕິວັດ ເປັນຕົ້ນໃນສະພາບການປະຈຸບັນ.

ທ່ານຮອງສາດສະດາຈານ, ປອ ດວ່ານເທແຮງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນ:

“ຕໍ່ຫນ້າສະພາບການ ພັກກອມມູນິດຫວຽດນາມ ພວມດຳເນີນການກະກຽມກອງປະຊຸມໃຫຍ່ອົງຄະນະພັກທົ່ວປະເທດຄັ້ງທີ 13 ຮຽກຮ້ອງຕ້ອງຄັດເລືອກຜູ້ບໍ່ພຽງແຕ່ມີຄວາມເກັ່ງກ້າສາມາດໃນການຊີ້ນຳນຳພາເທົ່ານັ້ນ ຫາກຕ້ອງເປັນແບບຢ່າງຈັນຍາທຳອີກດ້ວຍ.”

ເອົາໃຈໃສ່ກໍ່ສ້າງ ຄຸນສົມບັດສິນທຳປະຕິວັດຂອງພັກ ແມ່ນການສືບທອດ, ໝູນໃຊ້ແນວຄິດໂຮ່ຈີມິນ ທັງແມ່ນການຮຽກຮ້ອງຂອງພຶດຕິກຳປະຕິວັດ. ໃນເງື່ອນໄຂປະຈຸບັນ, ການກໍ່ສ້າງພັກ ກ່ຽວກັບຄຸນສົມບັດຈະຊ່ວຍສ້າງແຫລ່ງກຳລັງແຮງພາຍໃນ, ປັດໄຈເປັນກົກເຄົ້າພາຍໃນພັກ ແລະ ສະມາຊິກພັກແຕ່ລະຄົນ.

 ເມື່ອສະມາຊິກພັກແຕ່ລະຄົນ ແລະ ທົ່ວພັກ ປະຕິບັດຄຸນສົມບັດໃຫ້ປອດໃສ, ຖືຜົນປະໂຫຍດຂອງປະເທດ ຂອງຊາດເຫນືອກວ່າສິ່ງໃດໝົດ ຈະສ້າງເປັນກຳລັງແຮງສັງລວມ, ເປັນເອກະພາບຂອງທົ່ວພັກໃນການຈັດຕັ້ງ, ການຊີ້ນຳນຳພາພາລະກິດປະຕິວັດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ປະຕິວັດທີ່ໄດ້ວາງອອກ. ເມື່ອກໍ່ສ້າງພັກກ່ຽວກັບຄຸນສົມບັດໄດ້ຮັບຄວາມເອົາໃຈໃສ່, ພື້ນຖານກຳລັງແຮງຂອງພັກກໍ່ໄດ້ຮັບການເພີ່ມທະວີເພື່ອເອົາຊະນະບັນດາໄພນາບຂູ່ຈາກພາຍໃນ ແລະ ພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ