ວັນສະຖາປະນາປະເທດ-ຄິດຮອດເຖິງບຸນຄຸນລຸງໂຮ່

ວັນທີ 2/9/2012 ​ແມ່ນວັນສະຖາປະນາ​ປະ​ເທດຫວຽດນາມຄົບຮອບ 67 ປີ​ເຕັມ. ​ຊາວ​ຫວຽດນາມແຕ່ລະລຸ້ນໄດ້ຕ້ອນຮັບວັນບຸນເອກະລາດຕາມວິທີສະເພາະຂອງໃຜລາວແຕ່ບໍ່ມີໃຜສາມາດຫຼົງລືມທ່ານປະທານໂຮ່ຈິມິນ, ຜູ້ນຳທີ່ມີຜົນສະທ້ອນອັນ​ໃຫຍ່​ຫຼວງ​ແລະສຳຄັນເຖິງຜົນສຳເລັດຂອງການປະຕິວັດເດືອນສິງຫາແລະ ການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ. ​ເນື່ອງໃນໂອກາດວັນບຸນເອກະລາດທັງແມ່ນວັນທີ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມເຖິງແກ່ມໍລະນະກຳ, ​ນັກຂ່າວລານແອງມີ​ບົດທີ່ພາດຫົວເລື່ອງວ່າ: ວັນ​ສະຖາປະນາ​ປະ​ເທດຄິດ​ຮອດ​ເຖິງ​ບຸນຄຸນ​ລຸງ​ໂຮ່​

ວັນສະຖາປະນາປະເທດ-ຄິດຮອດເຖິງບຸນຄຸນລຸງໂຮ່  - ảnh 1

(ພາບ:vietnam.vn)

ທາມ​ກາງ​ແສງ​ແດດ​ເຫຼືອງອ່ອນຂອງ​ລະດູ​ໃບ​ໃມ້ຫຼົ່ນ​ຢູ່ຮ່າ​ໂນ້ຍ, ຊາວຫວຽດນາມຫຼາຍ​ຄົນທີ່​ມາ​ຈາກ​ທຸກ​ສາລະ​ທິດ​ໄດ້​ພາກັນເຂົ້າຢ້ຽມ​ຂ່ຳ​ນັບ​ສຸສານ​ປະທານ​ໂຮ່ຈິ​ມິນ ​ເພື່ອ​ສະ​ແດງ​ອາ​ລົມ​ຈິດ​, ຄວາມ​ຮັກ​ແພງ​ຂອງ​ຕົນ​ທີ່​ມີຕໍ່ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມ. ຢູ່​ແຫ່ງ​ນີ້, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ຄວາມ​ສະຫງົບ​ງຽບ ​ແລະ ​ເຂັ່ງຂຶມ. ​ໃນ​ຂະນະ​ນັ້ນ, ຢູ່​ເຂດ​ນອກ​ສຸສານ, ​ໃນ​ເຂດ​ຊຸມ​ຊົນ, ຖະໜົນ​ຫົນທາງສາຍ​ຕ່າງໆ, ບັນຍາກາດ​ຂອງວັນ​ບຸນ​ເອກະລາດ​ພັດ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ​ແມ່ຕູ້ Hoang Nhu ອາຍຸ 83 ປີ ​ພ້ອມ​ກັບປະຊາຊົນ​ໃນຄຸ້ມຖະໜົນ ​Dich Vong ເມືອງ Cau Giay-Ha Noi ​ໄດ້​​ເຮັດອະນາ​ໄມ​ທຳ​ຄວາມ​ສະອາດ, ປະດັບ​ປະດາ​ເຂດ​ຊຸມ​ຊົນ​ເພື່ອ​ຕ້ອນຮັບ​ວັນ​ບຸນ​ເອກະ​ລາດ. ​ທ່າມກາງ​ບັນຍາກາດ​ອັນ​ຟົດ​ຟື້ນ​ມ່ວນ​ຊື່ນ​ນີ້, ແມ່ຕູ້ Hoang Nhu ກໍ​ຄືຜູ້ຄົນ​ລຸ້ນດຽວ​ກັນບໍ່​ອາດ​ຫຼົງ​ລືມ​ປະທານ​ໂຮ່ຈິ​ມິນ, ການ​ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມ​ໄດ້:

   “ຄວາມຮັກຂອງລຸງໂຮ່ທີ່ມີຕໍ່ປະເທດຊາດ, ປະຊາຊົນແມ່ນໃຫ່ຍຫຼວງແລະເລິກເຊີ່ງທີ່ສຸດ, ລຸງໄດ້ສະຫຼະຕະຫຼອດຊີວິດ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ. ຊີວິດຂອງລຸງແມ່ນລຽບງ່າຍ, ​ເຈືອຈານພ້ອມກັບມະຫາຊົນ, ຍາມໃດລຸງກໍ່ມີຄວາມເອົາໃຈໃສ່​ເຖິງ​ເດັກນ້ອຍ, ນັກຮຽນ, ຊາວໜຸ່ມ, ຜູ້ເຖົ້າຜູ້ແກ່, ຊາວກະສິກອນ….“

ບົດເພງລຸງໂຮ່ຄວາມຮັກອັນມະຫາສານ


    ນັກ​ສິລະ​ປິນປະຊາຊົນ​ Thanh Hoa ພັດ​ມີຄວາມ​ຮູ້ສຶກຕໍ່​ບັນຍາກາດຂອງ​ວັນ​ບຸນ​ເອກະລາດ​ຕາມ​ ​ແບບ​ສະ​ເພາະ​ຂອງ​ຕົນ. ​ລາວໄດ້​ຍ່າງ​ເລາະ​ໃນ​ຖະໜົນ​ສາຍ​ຕ່າງໆ, ​ເພື່ອ​​ເຈືອ​ຈານ​ພ້ອມກັບ​ບັນຍາ​ກາດ​​ອັນ​ຟົດ​ຟື້ນ​ຂອງ​ວັນ​ບຸນ ​ແລະ ຮັບ​ຟັງບັນດາ​ບົດ​ເພງ​ປະຕິວັດ​ທີ່​ກະ​ຈ່າຍ​ສຽງ​ຈາກໂທລະ​ໂຄ່ງສາທາລະນະ. ລາວ​​ໄດ້​ສະຫງວນອາລົມ​ຈິດ​ທັງ​ໝົດ​ຂອງ​ຕົນ​ເພື່ອສະ​ແດງ​ຄວາມ​ສຸກ​​ທີ່ໄດ້​ດຳລົງ​ຊີວິດ​ໃນ​ສັນຕິພາບ, ​ເອກະລາດ, ​ເສລີພາບຜ່ານ​ບັນດາ​ບົດ​ເພງ​ຍ້ອງຍໍ​ສັນລະ​ເສີນ​ພັກ, ປະທານ​ໂຮ່ຈິ​ມິນ, ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງ​ນອນ, ​ໃນ​ນັ້ນມີ​ບົດ​ເພງ: ລຸງໂຮ່ຄວາມຮັກອັນມະຫາສານ ທີ​ທ່ານ​ຫາ​ກໍ່​ໄດ້​ຮັບ​ຟັງຜ່ານ​ໄປ​ແລ້ວ​ນັ້ນ. ນັກ​ສິລະ​ປິນປະຊາຊົນ Thanh Hoa ​ໃຫ້​ຮູ້​ວ່າ: ຊີວິດ​ຂອງປະທານ​ໂຮ່ຈິ​ມິນ ​ແມ່ນ​ແຫຼ່ງສະ​ອອນ​ໃຈ​ທີ່​ລົ້ນ​ເຫຼືອ ​​ເພື່ອ​ໃຫ້​ນາງ​ຂັບຮ້ອງ​ບັນດາ​ບົດ​ເພງກ່ຽວ​ກັບ​ລຸງ​ໂຮ່:

   “​​ຂ້າພະເຈົ້າບໍ່​ເຄີຍໄດ້ພົບກັບລຸງໂຮ່ ຈັກເທື່ອ, ກ່ອນນີ້ພຽງແຕ່ຄິດວ່າລຸງໂຮ່ປຽບເໝືອນ​​​ເທວະດາ, ​ຜູ້​ທີ່ໄດ້ຮັບຄວາມເຄົາລົບນັບຖືຈາກທຸກໆຄົນເທົ່ານັ້ນ. ຕໍ່​ມາ​ພາຍຫຼັງ​ອ່ານ​ບັນດາບົດທີ່​ເວົ້າ​ເຖິງ​ລຸງ​ໂຮ່, ​ເຮົາ​ຈຶ່ງ​ສາມາດ​ເຂົ້າ​ໃຈ​ໄດ້​ວ່າລຸງໂຮ່ແມ່ນຜູ້ນຳທີ່ຍິ່ໃຫ່ຍ, ​ລຸງໄດ້ສະຫຼະຕະຫຼອດຊີວິດ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ. ນັກດົນຕີຫວຍ​ດນາມ​ຜູ້​ໃດ​ກໍ່ແຕ່ງບົດເພງກ່ຽວກັບລຸງໂຮ່ ​ເຂົາ​ເຈົ້າລ້ວນແຕ່ສະຫງວນທຸກ​ສິ່ງ​ທຸກ​ຢ່າງດີທີ່ສຸດ, ຄວາມເຄົາລົບນັບຖື ຄວາມຮັກແພງທີ່ສຸດເພື່ອຍ້ອງຍໍສັນລະເສີນລຸງໂຮ່, ສະນັ້ນ, ​ເມື່ອຂັບຮ້ອງບົດເພງກ່ຽວກັບລຸງໂຮ່, ຂ້າພະເຈົ້າ​ໄດ້​ຂັບຮ້ອງດ້ວຍອາລົມ​ຈິດ ​ແລະ ຄວາມ​ຮັກ​ອັນ​ລົ້ນ​ເຫຼືອ​ຂອງ​ຕົນເພື່ອສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ເພີ່ນ
ວັນສະຖາປະນາປະເທດ-ຄິດຮອດເຖິງບຸນຄຸນລຸງໂຮ່  - ảnh 2

ລຸງ​ໂຮ່ກັບ​ພວກ​ນ້ອງ​​ເຍົາວະ​ຊົນ

(ພາບ:thanglonghanoi.gov.vn)

 

    ຮອດ​ວັນ​ບຸນ​ເອກະລາດ, ບັນດາ​ຜູ້​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນຄື​ເອື້ອຍ Huong Lam ຜູ້​ທີ່​ພວມ​ຮ່ຳຮຽນ​ຢູ່​ຝະລັ່ງ​ ​ເຄີຍ​ຮັບ​ຟັງ​ບັນດາ​​ທຳນອງ​ເພງຍ້ອງຍໍ​ປະ​ເທດ​ຊາດ ​ແລະ ​ສະ​ແດງອາລົມ​ຈິດ​ຄວາມ​​ເຄົາລົບ​ນັບຖື​ຕໍ່ປະທານ​ໂຮ່ຈິ​ມິນ. ວັນ​ບຸນ​ເອກະລາດ​ປີ​ນີ້​ກໍ່​ເຊັ່ນ​ດຽວ​ກັນ. ເອື້ອຍ Huong Lam ​ໃຫ້​ຮູ້​ວ່າ:

   “ນ້ອງ​ໄປ​ຮຽນ​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ໄດ້ 5,6 ປີ​ແລ້ວ ​ຮອດວັນ​ທີ 2/9 ຂອງ​ທຸກໆ​ປີ, ນ້ອງ​ມັກ​ອ່ານໜັງສືພິມ ​ແລະ ເບິ່ງຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ລຸງ​ໂຮ່. ນ້ອງ​ເຄີຍ​ເລົ່າ​ເລື່ອງ​ກ່ຽວ​ກັບ​ລຸງ​ໂຮ່ ​ໃຫ້​ເພື່ອ​ນມິດຢູ່​ປະ​ເທດ​ຕ່າງໆ​ໄດ້​ຮັບ​ຊາບ, ​ເຂົາ​ເຈົ້າລ້ວນ​ແຕ່​ຢາກ​ຮັບ​ຟັງ, ​ມີ​ຄວາມຕື້ນ​ຕັນ​ໃຈ​ທີ່​ສຸດ ​ແລະ ຢາກ​ຮ່ຳຮຽນ​ຕາມ​ແບ​ງ ຢ່າງ​ຂອງ​ລຸງ

​   ເຖິງ​ວ່າຢູ່​ໃນ​ເກນ​ອາຍຸ​ໃດ, ​ທຳ​ອາຊີບ​ໃດ​ກໍ່ຕາມ ​ແຕ່​ຍາມ​ໃດ ຄວາມ​ຮູ້ສຶກຕໍ່​ພາບພົດປະທານ​ໂຮ່ຈິ​ມິນກໍ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ທຸກ​ຄົນ. ນັກ​ກະວີ Phan Huyen Thu ​ໄດ້​ຕັ້ງຄຳ​ຖາມກ່ຽວ​ກັບ​ສິ່ງ​ດັ່ງກ່າວ ​ແລະ ຕອບ​ດ້ວຍ​ຕົນ​ເອງ​ວ່າ:

   “​ເປັນ​ຫຍັງ​ມາ​ຮອດ​ຈຸດ​ເວລາ​ນີ້, ​​ເມື່ອ​ເຕື້ອງ​ເຖິງ​ວັນ​ບຸນ​ເອກະລາດ, ​ເຕື້ອງ​ເຖິງ​ຜູ້ນຳ​ຂອງ​ຊາດ​ຫວຽດນາມ, ​ຍັງ​ມີ​ບັນດາ​ຄວາມ​ຮູ້ສຶກ​ທີ່​ແຕກ​ຕ່າງ​ກັນ​. ຄວາມ​ຈິງ​ແລ້ວ, ຍາມ​ໃດ, ຊາວ​ຫວຽດນາມ ກໍ່​ມີ​ຄວາມ​ຮູ້​ບຸນຄຸນ​​ທີ່​ສຸດ​ຕໍ່​ລຸ້ນກ່ອນ. ສະນັ້ນ, ​ເຖິງ​ວ່າຈະ​ດຳລົງ​ຊີວິດ​ຢູ່​ແຫ່ງ​ໃດ​, ​ມີ​ຄວາມ​ຮູ້ສຶກ​ຄຸນຄ່າ​ຂອງ​ວັນ​ບຸນ​ເອກະລາດ​ຄື​ແນວ​ໃດ, ​ແຕ່​​ເຂົາ​ເຈົ້າ​ທັງ​ໝົດ​ລ້ວນ​ແຕ່​ຮູ້​ບຸນຄຸນ​ຕໍ່​ລຸ້ນພໍ່​ລຸ້ນອ້າຍ, ຕໍ່​ປະທານ​ໂຮ່ຈິ​ມິນ

ບົດ​ເພງລຸງ​ໂຮ່ຄວາມ​ຮັກ​ອັນ​ມະຫາສານ…


   67 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ຊາວ​ຫວຽດນາມ ນັບ​ລ້ານໆ​ຄົນ ຍັງ​ຄົງ​ຈົດ​ຈຳ​ວັນ​ບຸນ​ເອກະລາດ, ຈົດ​ຈຳ​ພາບ​ພົດ​ທ່ານ​ປະທານ​ໂຈ່​ຈິ​ມິນ​ໃນ​ຈຸດ​ເວລາ​ແຫ່ງ​ປະຫວັດ ສາດ​ຂອງ​ປະ​ເທດ​ຊາດ. ປະຊາຊົນ​ຫວຽດນາມ ໄດ້​ຕອ້ນຮັບ​ວັນ​ບຸນ​ເອກະລາດ​ໃນ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ ​ແລະ ຈາລຶກບຸນຄຸນ​ຂອງ​ລຸງ​ໂຮ່, ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ