ສະພາບການຜັນແປຢູ່ ອາຟະລິກາເໜືອ ແລະ ຕາເວັນອອກກາງ ໃນ 1 ປີ ທີ່ຜ່ານມາ

ສະພາບການຜັນແປຢູ່ ອາຟະລິກາເໜືອ ແລະ ຕາເວັນອອກກາງ ໃນ 1 ປີ ທີ່ຜ່ານມາ - ảnh 1
(ພາບ: http://dantri.com.vn)

ວັນ​ທີ 17/12 ຜ່ານ​ມາ, ​ແມ່ນ​ວັນ​ທີ່​ເກີດ​ຂະ​ບວນການ​ທວງ​ໃຫ້​ປ່ຽນ​ແປງ​ສິດ​ອຳນາດ​ຢູ່​ອາ​ຟະ​ລິ​ກາ​ເໜືອ ​ແລະ​ ຕາ​ເວັນ​ອອກ​ກາງ​ຄົບຮອບ 1 ປີ. ຈາກ Tunisia ຂະ​ບວນການ​ຈະລາຈົນ, ​ໂຄ່ນ​ລົ້ມ ​ເຊິ່ງ​ເອີ້ນ​ວ່າ ”ລະດູບານ​ໃໝ່​ອາ​ຮັບ” ​ໄດ້​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໄປ​ທົ່ວ​ພາກ​ພື້ນ.  ນັບ​ແຕ່ Tunisia, Yemen, Lybia ຕະຫຼອດ​ຮອດ Syria ລ້ວນ​ແຕ່​ມີ​ການ​ຜັນ​ແປ​ຢ່າງ​ແຮງ ​ແລະ ມາ​ຮອດ​ປະຈຸ​ບັນ, ພາກ​ພື້ນ​ນີ້​ຍັງ​ຄົງ​ສັບສົນ​ຢູ່, ການ​ໃຊ້​ຄວາມ​ຮຸນ​ແຮງ​ບໍ່​ທັນ​ສິ້ນ​ສຸດ, ​ເສດຖະກິດ​ຖືກ​ຢຸດ​ສະ​ຫງັກ ​ແລະ​ ການ​ຕໍ່​ສູ້ຍາດ​ເອົາ​ສິດ​ອຳນາດ​ຍັງ​ຄົງ​ດຳ​ເນີນ​ໄປ​ຢ່າງ​ຮ້າຍແຮງ.

    ບໍ່​ມີ​ໃຜ​ຄາດຄິດ​ໄດ້​​ເລີຍວ່າ​ເຫດການ​​ເຜົາຕົວ​ຕາຍ​, ​ໃນ​ວັນ​ທີ 17/12/2010, ຂອງ​ຜູ້​ຂາຍ​ເຄື່ອງຕາມ​ຂອບ​ທາງ​ທີ່​ມີ​ຊື່ວ່າ Mohamed el – Bouzazi, ​ເພື່ອ​ຄັດຄ້ານ​ຕໍ່​ການ​ປະພຶດທີ່ບໍ່​ດີ​ຂອງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖີ່​ນ, ພັດ​​ກາຍເປັນສັນຍານ​ກໍ່​ໃຫ້ເກີດ​ການ​ຈະລາຈົນ​ຄັ້ງ​ທຳ​ອິດ. ປະຊາຊົນ​ໃນ​ເທດສະບານ Sidi Bouzid ກໍ່​ຮັບ​ຮູ້​ໄດ້​ວ່າ, ຕົນ​ເອງ​ກໍ່​ຕົກ​ຢູ່​ໃນ​ສະພາບ​ເສົ້າ​ສະຫຼົດ​ໃຈ​ຄື​ດັ່ງກ່າວ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ຮ່ວມ​ການ​​ແຫ່​ຂະ​ບວນ ຄັດຄ້ານ​ສະພາບ​ການ​ເສດຖະກິດ​ທີ່​ພວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໄພ ຫວ່າງ​ງານ​ຢູ່​ໃນ​ລະດັບ​ສູງ. ວັນ​ທີ 30/12/2010, ຊ່ອງ​ໂທລະພາບ​ເອກະ​ຊົນ Nessma ​ໄດ້​ອອກ​ອາກາດ​ບົດ​ສາລະ​ຄະດີ​ກ່ຽວ​ກັບ​ການ​ຈະລາຈົນ ​ແລະ ຈັດ​ຕັ້ງ​ການ​ໂຕ້​ວາທີ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຫັນ​ເປັນ​ປະຊາທິ ປະ​ໄຕ. ຫຼັງ​ຈາກ​ນັ້ນ, ການ​ແຫ່​ຂະ​ບວນຄັ້ງ​ຕ່າງໆ​ໄດ້​ກາຍ​ເປັນ​ການ​ຈະລາຈົນ​ໃນ​ທົ່ວ​ປະ​ເທດ, ຂະ​ນະ​ທີ່​ບັນດາ​ຜູ້​ແຫ່​ຂະ​ບວນໄດ້​ບຸກ​ໂຈມ​ຕີ​ກຳລັງ​ຂອງ​ລັດຖະບານ. ສະພາບ​ການ​ສັງຄົມ, ການ​ເມືອງ​ກໍ່​ຊົ່ວ​ຮ້າຍ​ລົງ​ຢ່າງ​ວ່ອງ​ໄວ ອັນ​ໄດ້​ບັງຄັບ​ໃຫ້​ປະທານາທິບໍດີ Zine el Abidine Ben Ali ຕ້ອງ​ສິ້ນ​ສຸດ 23 ປີ ​ແຫ່ງ​ການ​ກຳ​ອຳນາດ ​ແລະ ຕ້ອງ​ໜີ​ໄປຫຼົບ​ໄພ​ຢູ່​ຕ່າງປະ​ເທດ. ອາດ​ເວົ້າ​ໄດ້​ວ່າ, ການ​ໜີ​ໄປ​ຂອງ ປະທານາທິບໍດີ Zine el Abidine Ben Ali ​ໄດ້​ເປັນ​ການ​ກະຕຸກ​ຊຸກຍູ້​ການ​ແຫ່​ຂະ​ບວນທວງ​ເອົາ​ປະຊາທິປະ​ໄຕ ​ແລະ​ ປ່ຽນ​ແປງ​ລະບອບ​ຢູ່​ປະ​ເທດ​ອື່ນໆ​ໃນ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ, ​ເຮັດ​ໃຫ້​ບັນດາ​ຜູ້ນຳ​ທີ່​ກຳ​ອຳນາດມາ​ເປັນ​ເວລາ​ຫຼາຍ​ປີ​ຢູ່ ອີ​ຢີບ ​ແລະ Yemen ຖືກ​ໂຄ່ນ​ລົ້ມ, ການ​ນຳ Lybia Muammar Gaddafi ຖືກ​ຝ່າຍ​ລຸກ​ຮຶ້ຂຶ້ນ​ຈັບ​ຕົວ ​ແລະ ສັງຫານ. ສ່ວນ​ປະທານາທິບໍດີ ຊີ​ລີ ກໍ່ພວມ​ຕໍ່ສູ້​ເພື່ອ​ການ​ຄົງ​ຕົວ​ຂອງ​ຕົນ, ​ໃນ​ຂະນະ​ທີ່​ທ່າ​ທີ​ຜິດ​ປົກກະຕິ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ພວມ​ເພີ່ມ​ຂຶ້ນ ​ແລະ ຄວາມ ດັນ​ຈາກ​ຕ່າງປະ​ເທດ​ກໍ່​ນັບ​ມື້​ນັບ​ຫຼາຍ. ຝ່າຍ​ລຸກ​ຮຶ້ຂຶ້ນ​ກໍ່​ພວມ​ນຳ​ໃຊ້​ຮູບ​ການ​ຕໍ່ສູ້​ຄື​ຢູ່ Lybia  ດ້ວຍ​ຄວາມ​ຫວັງ​ຢາກ​ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ​ ການ​​ເຂົ້າ​ຮ່ວມຈາກ​ຝ່າຍຕາ​ເວັນ​ຕົກ. ສະຫະພັນ​ອາ​ຮັບ (AL) ​ແລະ ຝ່າຍ​ຕາ​ເວັນ​ຕົກ ພວມ​ກໍ່​ກຳລັງດັນ​ຕໍ່​ລັດຖະບານ​ຂອງ​ປະທານາທິບໍດີ Bashar Al Assad ດ້ວຍ​ເລື່ອງ​ຢຸດຕິ​​ຖານະ​ສະມາຊິກ​ຂອງ Syria ຊົ່ວຄາວ ​ແລະ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ທີ່​ມີ​ຕໍ່ Damascus. ຢູ່​ບັນດາ​ປະ​ເທດ​ອື່ນໆ​ຄື Barain, Aribia Seut, Jordan, Koweit, Oman, Morocco, Algeria, ການ​ລຸກ​ຮຶ້ຂຶ້ນ​ພວມ​ຄ່ອຍໆ​ເກີດ​ຂຶ້ນ. Iran ພວມ​ຮັບ​ມື​ກັບ​ກຳລັງດັນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ​ພາຍ​ນອກ, ສ່ວນ​ປະ​ເທດ Israel ກໍ່​ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ການ​ຜັນ​ແປ​ທີ່​ບໍ່​​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ຕົນ​ຈາກ​ໂລກ​ອາ​ຮັບ. ບັນດາ​ເຫດການ​ນີ້ ພວມ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ອັນ​ໄດ້​ບັງຄັບ​ໃຫ້​ລັດຖະບານ​ປະ​ເທດ​ເຫຼົ່າ​ນັ້ນ ຕ້ອງ​ມີ​ນະ​ໂຍບາຍ ​ເພື່ອ​ຄົງ​ຕົວ​ໄດ້​ຢ່າງ​ໝັ້ນຄົງ ຫຼື ລາ​ອອກ​ຈາກ​ຕຳ​ແໜ່​ງຢ່າງ​ປອດ​ໄພ. ​ແຕ່​ການ​ປ່ຽນ​ແປງ​ນີ້ ຈະ​ນຳ​ມາ​ເຊິ່ງໝາກຜົນ​ໃຫ້​ແກ່​ປະຊາຊົນ​ຄື​ດັ່ງ​ຄວາມ​ປາຖະໜາ​ຂອງ​ເຂົາ​ເຈົ້າ​ໄດ້​ຫຼື​ບໍ ? ຄຳ​ຕອບ​ນັ້ນ​ແມ່ນ​ບໍ່​ທັນ​ຕອບ​ສະໜອງ​ໄດ້. “ລະດູບານ​ໃໝ່​ຢູ່​ອາຮັບ“ ​ໄດ້​ໄຂ​ສັງກາດ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ ​ແລະ ​ການ​ຂຶ້ນກຳ​ອຳນາດຂອງ​​ການ​ເມືອງ​ອິດສະ​ລາມຢູ່​ພາກ​ພື້ນ​ອາ​ຟະ​ລິ​ກາ​ເໜືອ ​ແລະ​ ຕາ​ເວັນ​ອອກ​ກາງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງ​ໃໝ່, ການ​ເລືອກ​ເຟັ້ນ​ໃໝ່​ຂອງ​ປະຊາຊົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ໝາກຜົນ ຂອງ​ການ​ເລືອກ​ເຟັ້ນ​ນີ້​ຈຳ​ເປັນ​ຕ້ອງ​ຜ່ານ​ພຶດຕິ​ກຳ​ຕົວ​ຈິງ. ຢູ່ 4 ປະ​ເທດ​ທີ່​ມີ​ການ​ປ່ຽນ​ໃໝ່​ລັດຖະບານ​ຄື Tunisia, Yemen, Lybia ​ແລະ ອີ​ຢີບ, ອຳນາດ​ການ​ປົກຄອງ​ໃໝ່​ພວມ​ຕ້ອງ​ແກ້​ໄຂ​ບັນຫາ​ຕ່າງໆ​ຄື: ​ເສດຖະກິດ​ຖືກ​ຢຸກສະ​ຫງັກ, ສະພາບ​ພາຍ​ໃນ​ສັງຄົມ​ຖືກ​ແບ່ງ​ແຍກ, ການ​ຕໍ່ສູ້​ຍາດ​ເອົາ​ສິດ​ອຳນາດ​ຍັງ​ຄົງ​ດຸ​ເດືອດ​ທີ່​ສຸດ. ຢູ່ Tunisia ພື້ນຖານ​ເສດຖະກິດ​ໄດ້​ຊຸດ​ໂຊມ​ຢ່າງ​ແຮງ​ຍ້ອນ​ຂາດ​ສະຖຽນ​ລະ​ພາບ, ປະຊາຊົນປະ​ເທດ​ນີ້​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພ​ຫວ່າງ​ງານ​ທີ່​ພວມ​ເພີ່ມ​ຂຶ້ນ ​ແລະ ສະພາບ​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ຄົງ​ເກີດ​ຂຶ້ນ​ຢູ່. ສ່ວນ​ຢູ່ Yemen, ​ເຖິງ​ວ່າ​ທ່ານ  Ali Abdullah Saleh ​ໄດ້​ຮັບ​ສິດ​ອຳນາດ​ແລ້ວ​ກໍ່ຕາມ, ​ແຕ່​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ລະຫວ່າງ​ກຳລັງ​ຈົ່ງ​ຮັກ​ພັກດີ​ຂອງ​ທ່ານ Saleh  ກັບ​ຝ່າຍ​ຄ້ານ ຍັງ​​ເປັນ​ສັນຍານ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ການ​ຕໍ່ສູ້​ຍາດ​ເອົາ​ສິດ​ອຳນາດ. ຢູ່​ອີ​ຢີບ, ​ໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ປະ​ເທດ​ນີ້​ພວມ​ຕົກ​ຢູ່​ໃນ​ສະພາບ​ຊົ່ວ​ຮ້າຍ​ທີ່​ສຸດ​ນັ້ນ, ຝ່າຍ​ຕ່າງໆ​ພັດ​ຂັດ​ແຍ້​ງກັນ​ໃນ​ການ​ຮຽບຮຽງ​ລັດຖະທຳ​ມະນູນ​ໃໝ່. ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ເກີດ​ຂຶ້ນ​ປະຈຳ​ວັນ. ລັດ ຖະບານ​ໃໝ່​ຂອງ Lybia ກໍ່​ພວມ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ເຊິ່ງກ່ຽວ ຂ້ອງ​ເຖິງ​ການ​ແບ່ງ​ປັນ ສິດ​ອຳນາດ, ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​, ກໍ່ສ້າງ​ບັນດາ​ນະຄອນ​ທີ່​ຖືກ​ທຳລາຍ​ໃນ​ສົງຄາມຄືນ​ໃໝ່, ຫຼຸດ ຜ່ອນ​ກຳລັງ​ອາວຸດ…

    ​ໃນ 1 ປີ ທີ່​ຜ່ານ​ມາ, ຂະ​ບວນການ​ທວງ​​ເອົາປະຊາທິປະ​ໄຕ ​ແລະ ປ່ຽນ​ໃໝ່​ສິດ​ອຳນາດ ຍັງ​ຄົງ​ເກີດ​ຂຶ້ນ​ຢູ່​ເຂດ ອາ​ຟະ​ລິ​ກາ​ເໜືອ ​ແລະ​ ຕາ​ເວັນ​ອອກ​ກາງ. ຂະ​ບວນການ​ລຸກ​ຮຶ້ຂຶ້ນ​ຢູ່​ບັນດາ​ປະ​ເທດ​ອາ​ຮັບ​ໄດ້​ເຮັດ​ໃຫ້​ລັດຖະບານ ກໍ່​ຄື​ສະພາບ​ການ​ເມືອງ​ຂອງ​ປະ​ເທດ​​ເຫຼົ່ານີ້​ມີ​ການ​ປ່ຽນ​ແປງ. ​ແຕ່​ບັນດາ​ບັນຫາ​ເກົ່າ​ຍັງ​ຄົງ​ຕົວ​ຢູ່ ​ແລະ​ ແມ່ນ​ການ​ທ້າ​ທາຍ​ທີ່​ມີ​ຕໍ່​ລັດຖະ ບານ​ໃໝ່​ກໍ່​ຄື​ລັດຖະບານ​ເກົ່າ​ຢູ່​ພາກ​ພື້ນ​ນີ້.

                                                                                                               ​ໂຕ​ຕ໋ວນ

ຕອບກັບ

ຂ່າວ/ບົດ​ອື່ນ