ສ້າງ ແລະ ພັດ​ທະ​ນາ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ໃນໄລ​ຍະ​ໃໝ່

(VOVWORLD) - ມະຕິເລກທີ 23 ຂອງກົມການເມືອງກ່ຽວກັບການສືບຕໍ່ສ້າງ ແລະ ພັດທະນາວັນນະຄະດີ, ສີລະປະໃນໄລຍະໃໝ່ ໄດ້ສ້າງບັນດາບາດກ້າວໃນຂົງເຂດວັນນະຄະດີ, ສິລະປະ ປະກອບສ່ວນສ້າງພື້ນຖານຈິດໃຈຂອງສັງຄົມ ແລະ ການພັດທະນາຢ່າງຮອບດ້ານຂອງຊາວຫວຽດນາມ. ນີ້ແມ່ນຂໍ້ສັງເກດຂອງຫຼາຍທ້ອງຖິ່ນ ເມື່ອສະຫຼຸບ 15 ປີແຫ່ງວັນປະກາດໃຊ້ມະຕິເລກທີ 23 (2008 - 2023).

ສ້າງ ແລະ ພັດ​ທະ​ນາ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ໃນໄລ​ຍະ​ໃໝ່ - ảnh 1ພາບປະກອບ:  dangcongsan.vn

ມະຕິເລກທີ 23 ແມ່ນມະຕິສຳຄັນໃນການກຳນົດທິດການພັດທະນາວັນນະຄະດີ, ສິລະປະ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່, ສະແດງໃຫ້ເຫັນການປ່ຽນແປງຈິນຕະນາການ, ເນື້ອໃນ ແລະ ວິທີການນຳພາຂອງພັກກອມມູນິດ ຫວຽດນາມ ຕໍ່ຂົງເຂດສຳຄັນຂອງພື້ນຖານວັດທະນະທຳແຫ່ງຊາດ.

ຢັ້ງຢືນບົດບາດຂອງວັນນະຄະດີ, ສິລະປະ

ມະຕິເລກທີ 23 ສະແດງໃຫ້ເຫັນວ່າການປ່ຽນແປງໃໝ່ຈິນຕະນາການ, ເນື້ອໃນ ແລະ ວິທີການນຳພາຂອງພັກກອມມູນິດ ຫວຽດນາມ ໃນຕະຫຼອດໄລຍະ 15 ປີຜ່ານມາ, ເມື່ອພັກ ຢັ້ງຢືນ: “ວັນນະຄະດີ, ສິລະປະແມ່ນຂົງເຂດສຳຄັນທີ່ສຸດ, ມີຄວາມລະອຽດພິເສດຂອງວັດທະນາທຳ, ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ສະແດງໃຫ້ເຫັນຄວາມມຸ່ງຫວັງຄວາມຈິງ, ສຸດຈະຫຼິດ, ຄວາມງາມຂອງມວນມະນຸດ, ແມ່ນໜຶ່ງໃນບັນດາກຳລັງໜູນທີ່ຍິ່ງໃຫຍ່ ມີການປະກອບສ່ວນໂດຍກົງຕໍ່ເຂົ້າໃນການສ້າງພື້ນຖານຈິດໃຈຂອງສັງຄົມ ແລະ ການພັດທະນາຢ່າງຮອບດ້ານຂອງຊາວຫວຽດນາມ”.

ພັກໄດ້ກຳນົດໜ້າທີ່ຂອງວັນນະຄະດີ, ສິລະປະ ຫວຽດນາມ ໃນໄລຍະຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນແມ່ນ ຕ້ອງພັດທະນາຢ່າງຮອບດ້ານ ແລະ ແຮງກ້າ. ສູ້ຊົນມີຫຼາຍຜົນງານວັນນະຄະດີ, ສິລະປະທີ່ມີຄຸນຄ່າດ້ານແນວຄິດ ແລະ ສິລະປະສູງ, ມີຜົນກະທົບທີ່ຍິ່ງໃຫຍ່ໃນການສ້າງມະນຸດ, ທັງມີປະໂຫຍດໃນການກຳນົດທິດ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານວັດທະນະທຳ - ຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ບົນພື້ນຖານຮັກສາ, ພັດທະນາ, ເສີມຂະຫຍາຍບັນດາຄຸນຄ່າຂອງວັດນະຄະດີ, ສິລະປະຊາດ, ສືບຕໍ່ເປີດກ້ວາງການຮ່ວມມືສາກົນ, ຮັບຮູ້ຢ່າງມີຄວາມຄັດເລືອກບັນດາມຸນຄ່າດ້ານມະນຸດສະທຳ, ວິທະຍາສາດ, ຄວາມກ້າວໜ້າຂອງຕ່າງປະເທດ.

ຄວາມຈິງແລ້ວ, ການພັດທະນາຂອງວັນນະຄະດີ, ສິລະປະ ຫວຽດນາມ ໃນໄລຍະ 15 ປີຜ່ານມາໄດ້ພັດທະນາຕາມສະແສຫຼັກແມ່ນລັດທິຮັກຊາດ ແລະ ມະນຸດສະທຳ, ຕິດພັນກັບຊາດ, ມານະພະຍາຍາມສ່ອງແສງຊີວິດການເປັນຢູ່, ການອອກແຮງງານຢ່າງມີຫົວຄິດປະດິດສ້າງຂອງປະຊາຊົນຢ່າງແທດຈິງທີ່ສຸດ.

ບັນດາຕົວເລກເປັນໜ້າຊື່ນຊົມຈາກຮາກຖານ

ການຜັນຂະຫຍາຍປະຕິບັດມະຕິເລກທີ 23 ໃນທົ່ວປະເທດໄດ້ຊ່ວຍຍົກສູງຄວາມຮັບຮູ້ຂອງລັດຖະບານ, ບັນດາທ້ອງຖິ່ນໃນການລົງທຶນໃຫ້ແກ່ວັນນະຄະດີ, ສິລະປະ. ມີຫຼາຍໂຄງການ, ແຜນການ, ລາຍການທີ່ກ່ຽວຂ້ອງເຖິງວັນນະຄະດີສິລະປະໄດ້ຮັບການຜັນຂະຫຍາຍ, ສ້າງກຳລັງໜູນ, ຫັນປ່ຽນຢ່າງແຮງ, ຕັ້ງໜ້າໃນຂົງເຂດນີ້.

ຢູ່ແຂວງຮ່ວາບິ່ງ, 15 ປີຜ່ານມາ, ມີນັກປະພັນ, ສິລະປິນ ແຂວງ ໄດ້ປະພັນ ແລະ ໂຄສະນາຜົນງານກ່ວາ 1000 ຢ່າງ, ຜົນງານພາບຖ່າຍ, ວິຈິດສິນ ກ່ວາ 800 ຢ່າງ,ໄດ້ຮັບການວາງສະແດງ…ຖັນແຖວນັກປະພັນ, ສິລະປິນ ແຂວງ ມີການພັດທະນາຢ່າງບໍ່ຢຸດຢັ້ງ. ມາຮອດປັດຈຸບັນ, ສະມາຄົມວັນນະຄະດີ, ສິລະປະແຂວງ ມີສະມາຊິກເກືອບ 230 ຄົນ. ທົ່ວແຂວງ ມີກອງສີລະປະວັນນະຄະດີມະຫາຊົນເກືອບ 1.500 ກອງດ້ວຍນັກສະແດງ, ສິລະປິນນັບໝຶ່ນຄົນ.

ສ່ວນຢູ່ແຂວງດົ່ງນາຍ, ພາຍຫຼັງ 15 ປີປະຕິບັດມະຕິເລກທີ 23 ຂອງກົມການເມືອງ, ນັກປະພັນ, ສິລະປິນ ແຂວງ ດົ່ງນາຍມີເງື່ອນໄຂສະດວກຫຼາຍຢ່າງກ່ຽວກັບສະພາບແວດລ້ອມ, ສະຖານທີ່ເຄື່ອນໄຫວ. ມີໂຄງການ, ຜົນງານວັນນະຄະດີ, ສິລະປະນັບໝຶ່ນຢ່າງໄດ້ຮັບການປະພັນ, ຈັດຕັ້ງ, ພິມຈຳໜ່າຍ. ວັນນະຄະດີ, ສິລະປະແຂວງດົ່ງນາຍໄດ້ຮັບການລົງທຶນຢ່າງມີຈຸດສຸມ ແລະ ມີລວງເລິກ.

ສ້າງ ແລະ ພັດ​ທະ​ນາ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ໃນໄລ​ຍະ​ໃໝ່ - ảnh 2ທ່ານຟຸ່ນກວາງໂຮ້ຍ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກ ແຂວງ ລ້າງເຊີນ (ພາບ: TTXVN)

ຢູ່ລ້າງເຊີນ, ໜ້າທີ່ສ້າງ ແລະ ພັດທະນາວັນທະນະທຳວັນນະຄະດີ, ສິລະປະໄດ້ນຳເຂົ້າໂຄງການເຄື່ອນໄຫວ, ແຜນການພັດທະນາຂອງຫຼາຍຂະແໜງ, ຫົວໜ່ວຍ…ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືສາກົນກ່ຽວກັບວັນນະຄະດີ, ສິລະປະໄດ້ຮັບການຈັດຕັ້ງ, ຂະບວນການສິລະປະມະຫາຊົນໂດຍອຳນາດການປົກຄອງແຂວງຖືເປັນສຳຄັນ… ທ່ານຟຸ່ນກວາງໂຮ້ຍ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກ ແຂວງ ລ້າງເຊີນໃຫ້ຮູ້ວ່າ

ນີ້ແມ່ນມະຕິທີ່ມີຄວາມສຳຄັນທີ່ສຸດ, ສະແດງໃຫ້ເຫັນການປ່ຽນແປງໃໝ່ທາງດ້ານຈິນຕະນາການ, ເນື້ອໃນ ແລະ ວິທີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ຕໍ່ພື້ນຖານວັນນະຄະດີ, ສິລະປະ, ແມ່ນກຳລັງໜູນອັນຍິ່ງໃຫຍ່ເພື່ອປະກອບສ່ວນສ້າງພື້ນຖານດ້ານຈິດໃຈຂອງສັງຄົມ ແລະ ພັດທະນາຢ່າງຮອບດ້ານຂອງຊາວຫວຽດນາມ ໃນໄລຍະໃໝ່. ໃນບໍລິເວນແຂວງລ້າງເຊີນ, ວຽກງານໂຄສະນາມະຕິໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍຮູບແບບທີ່ອຸດົມສົມບູນ, ເໝາະສົມກັບບັນດາເປົ້າໝາຍ ແລະ ແຕ່ລະທ້ອງຖິ່ນ, ຜ່ານນັ້ນສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ນັກປະພັນ, ນັກສິລະປິນປະດິດຄິດແຕ່ງ, ອຸທິດສ່ວນ, ຊ່ວຍຂົງເຂດວັນນະຄະດີສິລະປະໃນບໍລິເວນແຂວງ ລ້າງເຊີນ ບັນລຸໄດ້ບາດກ້າວພັດທະນາໃໝ່.

ບັນດາໝາກຜົນທີ່ບັນລຸໄດ້ຢູ່ຂັ້ນຮາກຖານໃນໄລຍະ 15 ປີແຫ່ງການປະຕິບັດມະຕິເລກທີ 23 ຂອງກົມການເມືອງ ກ່ຽວກັບການສືບຕໍ່ກໍ່ສ້າງ ແລະ ພັດທະນາວັນນະຄະດີ, ສິລະປະໃນໄລຍະໃໝ່ແມ່ນສິ່ງພິເສດໃຫ້ແກ່ລັກສະນະປະສິດທິຜົນຂອງມະຕິ. ພ້ອມທັງແມ່ນພື້ນຖານສຳຄັນເພື່ອໃຫ້ຄະນະໂຄສະນາສຶກສາສູນກາງດຳເນີນການສະຫຼຸບ 15 ປີແຫ່ງວັນປະຕິບັດມະຕິໃນຂອບເຂດທົ່ວປະເທດ, ເປັນເສນາທິການໃຫ້ແກ່ພັກ ໃນການປະກາດລັດຖະນະໂຍບາຍທີ່ທັນການ ແລະ ມີປະສິດທິຜົນເພື່ອຊຸກຍູ້ການພັດທະນາວັນນະຄະດີ, ສິລະປະ ຫວຽດນາມ ໃນໄລຍະໃໝ່ໂດຍໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ