ສ້າງ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ໃໝ່, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ

(VOVWORLD) -ໃນວາລະໄຂກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເມື່ອຕອນເຊົ້າວັນທີ 26 ມັງກອນ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ບົດລາຍງານໄດ້ຍົກອອກບັນດາໝາກຜົນແຫ່ງການພັດທະນາຂອງປະເທດຊາດໃນຊຸມປີທີ່ຜ່ານມາ, ຍົກການກຳນົດທິດໜ້າທີ່ພັດທະນາປະເທດຊາດໃນໄລຍະທີ່ຈະມາເຖິງ.
ສ້າງ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ໃໝ່, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ - ảnh 1ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີບົດລາຍງານ


   ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີ ໄດ້ເຕື້ອງເຖິງ 3 ບັນຫາໃຫ່ຍ: ກ່ຽວກັບວິວັດການກະກຽມບັນດາເອກະສານ; ການສະຫລຸບອາຍຸການຂອງກອງປະຊຸມໃຫ່ຍ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ແລະ ຫວນຄືນ 35 ປີແຫ່ງການປ່ຽນແປງໃໝ່; ກ່ຽວກັບທິດທາງໜ້າທີ່ໃນອາຍຸການຄັ້ງທີ 13 ແລະ ຊຸມປີຕໍ່ໄປ.

ເອກະສານແມ່ນການເຕົ້າໂຮມສິ່ງຍອດຍິ່ງທາງພູມປັນຍາຂອງທົ່ວພັກ, ທົ່ວປວງຊົນ

  ກ່ຽວກັບວິວັດການກະກຽມບັນດາເອກະສານ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ, ບັນດາອະນຸກຳມະການໄດ້ສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງບັນດາອົງການຄົ້ນຄ້ວາຈາກຂັ້ນສູນກາງລົງຮອດທ້ອງຖິ່ນ. ບັນດາບົດລາຍງານໄດ້ຄົ້ນຄ້ວາ, ຄັດເລືອກ, ຮັບເອົາຄຳເຫັນທີ່ຊັດເຈນເພື່ອນຳເຂົ້າເອກະສານ.

   ອາດຢືນຢັນໄດ້ວ່າການກະກຽມເອກະສານແມ່ນລະອຽດລະອໍ, ລອບຄອບຖີ່ຖ້ວນ, ມີແບບແຜນຜ່ານຫຼາຍຮອບ, ຫຼາຍເທື່ອ, ມີການປ່ຽນໃໝ່ດ້ານຈິນຕະນາການ, ວິທີການ, ນຳໃຊ້ທັງທິດສະດີ ແລະ ພຶດຕິກຳຕົວຈິງ, ລະຫວ່າງການສືບທອດ ແລະ ການພັດທະນາບົນພື້ນຖານການເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງ. ຮ່າງເອກະສານສະບັບຕ່າງໆ ແມ່ນຜະລິດຕະພັນຂອງສິ່ງຍອດຍິ່ງທາງພູມປັນຍາຂອງທົ່ວພັກ, ທົ່ວປວງຊົນຢ່າງແທ້ຈິງ, ສະແດງໃຫ້ເຫັນຄວາມເປັນເອກະພາບລະຫວ່າງແນວຄິດຂອງພັກ, ນ້ຳໃຈຂອງປະຊາຊົນ.

ຍຶດໝັ້ນຄວາມມານະພະຍາຍາມຜ່ານຫຼາຍອາຍຸການ

   ສະຫລຸບອາຍຸການກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ແລະ 35 ປີແຫ່ງການປ່ຽນແປງໃໝ່, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ: ໃນ 5 ປີຜ່ານມາ, ປະເທດຊາດບັນລຸໄດ້ຫຼາຍຜົນງານທີ່ສຳຄັນທີ່ສຸດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ. ຜ່ານ35 ປີແຫ່ງການດຳເນີນການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫ່ຍຫຼວງ, ມີຄວາມໝາຍດ້ານປະຫວັດສາດ, ພັດທະນາຢ່າງແຮງ, ຮອບດ້ານກ່ວາເມື່ອທຽບກັບຊຸມປີກ່ອນການປ່ຽນແປງໃໝ່.

   ດ້ວຍທຸກຄວາມຈົ່ງຈຽມ, ພວກເຮົາຍັງສາມາດເວົ້າໄດ້ວ່າ: ປະເທດຊາດຫວຽດນາມ ຍັງບໍ່ທັນມີຍາມໃດທີ່ມີພາລະກິດທີ່ໃຫ່ຍຫຼວງ, ມີຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງໃນສາກົນຄືທຸກວັນນີ້. ບັນດາຜົນງານນັ້ນແມ່ນຜະລິດຕະພັນຈາກຫົວຄິດປະດິດສ້າງ, ແມ່ນໝາກຜົນຂອງທັງວິວັດທະນະການຍຶດໝັ້ນ ມານະພະຍາຍາມສູ້ຊົນຢ່າງຕໍ່ເນື່ອງຜ່ານຫຼາຍອາຍຸການຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ; ສືບຕໍ່ຢັ້ງຢືນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ແມ່ນຖືກຕ້ອງ, ສອດຄ່ອງກັບກົດເກນພາວະວິໃສ, ກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ. ແນວທາງປ່ຽນແປງໃໝ່ຂອງພັກແມ່ນຖືກຕ້ອງ, ມີຫົວຄິດປະດິດສ້າງ; ການນຳພາຂອງພັກແມ່ນປັດໄຈຕັດສິນຊິຂາດທຸກໄຊຊະນະຂອງການປະຕິວັດຫວຽດນາມ. ໂຄງການການເມືອງຂອງພັກ ສືບຕໍ່ແມ່ນຄັນທຸງແນວຄິດ, ທິດສະດີນຳພາຊາດ ສືບຕໍ່ຍູ້ແຮງວິວັດການປ່ຽນແປງໃໝ່ຢ່າງຮອດບດ້ານ, ຄົບຊຸດ; ແມ່ນພື້ນຖານເພື່ອໃຫ້ ພັກກອມມູນິດຫວຽດນາມ ສ້າງແນວທາງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມໃນໄລຍະໃໝ່ຢ່າງສຳເລັດຜົນ.

ສ້າງ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ໃໝ່, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ - ảnh 2(ວາລະໄຂກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັງທີ 13)

  ຈາກພຶດຕິກຳຕົວຈິງແຫ່ງການພັດທະນາ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ: ມີ 5 ບົດຮຽນ, ໃນນັ້ນຕ້ອງເຊື່ອມຊຶມທັດສະນະເອົາປະຊາຊົນເປັນກົກເຄົ້າ.

“ຖືປະຊາຊົນເປັນໃຈກາງ, ແມ່ນເຈົ້າຂອງຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງເລີ່ມມາຈາກຊີວິດ, ຄວາມມຸ່ງມາດປາດຖະໜາ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືຄວາມຜາສຸກ, ອິ່ມໜຳສຳລານຂອງປະຊາຊົນແມ່ນເປົ້າໝາຍສູ້ຊົນ”

ທັດສະນະກຳນົດທິດພັດທະນາໃນໄລຍະຈະມາເຖິງ

        ເມື່ອເຕື້ອງເຖິງທິດທາງໃນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ຊຸມປີຕໍ່ໄປ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນຈະສືບຕໍ່ປະຕິບັດແນວທາງການປ່ຽນແປງໃໝ່ໃນໄລຍະຈະມາເຖິງ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເຊື່ອມຊຶມທັດສະນະຊີ້ນຳພື້ນຖານ 5 ຈຸດ, ໃນນັ້ນທັດສະນະທຳອິດແມ່ນ:

        “ແນວຄິດຊີ້ນຳແມ່ນຢຶດໝັ້ນ ແລະ ນຳໃຊ້, ພັດທະນາລັດທິມາກ-ເລນິນ, ແນວຄິດປະທານໂຮ່ຈີມີນ ຢ່າງມີຫົວຄິດປະດິດສ້າງ; ຢືດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ; ຢຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ; ຢຶດໝັ້ນບັນດາຫຼັກການກໍ່ສ້າງພັກ; ຮັບປະກັນຜົນປະໂຫຍດຂອງຊາດ-ຂອງຊົນເຜົ່າສູງທີ່ສຸດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ສະເໝີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມຢ່າງໝັ້ນຄົງ”.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ບັນດາຂີດໝາຍພັດທະນາສຳຄັນຂອງຫວຽດນາມ ໃນທົດສະວັດຈະມາເຖິງແມ່ນ: ຮອດປີ 2025 - ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລາຍຮັບສະເລ່ຍຕ່່ຳ; ຮອດປີ 2030 - ກາຍເປັນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບສະເລ່ຍສູງ; ຮອດປີ 2045 - ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າວ່າ, ຫວຽດນາມ ຕັດສິນໃຈປະຕິບັດລະບົບບັນດາໜ້າທີ່, ມາດຕະການແກ້ໄຂ, ໃນນັ້ນສືບຕໍ່ປັບປຸງພັກ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງປອດໃສ, ເຂັ້ມແຂງ; ຍົກສູງຈິດໃຈ ແລະ ເຈດຈຳນົງ, ຄວາມຕັດສິນໃຈພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ; ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວພົວພັນກັບຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ…

        “ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ຍົກສູງກຳລັງຄວາມສາມາດໃນການເຊື່ອມໂຍງ; ນຳໃຊ້ບັນດາກາລະໂອກາດຈາກວິວັດການເຊື່ອມໂຍງນຳມາໃຫ້ຫຼຼາຍທີ່ສຸດ, ໂດຍສະເພາະແມ່ນບັນດາສັນຍາການຄ້າເສລີທີ່ໄດ້ຮັບການລົງນາມແລ້ວ. ສ້າງພື້ນຖານການທູດທັນສະໄໝ, ເພີ່ມທະວີການທູດເສດຖະກິດຮັບໃຊ້ການພັດທະນາ…”

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ດ້ວຍທິດທາງທີ່ຖືກຕ້ອງ, ເໝາະສົມກັບກົດເກນ; ແນວຄິດຂອງພັກແມ່ນສົມກັບແນວຄິດຂອງປະຊາຊົນ; ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງ ແລະ ເຈດຈຳນົງ, ຄວາມຕັດສິນໃຈດ້ານການເມືອງສູງ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຈະສ້າງຜົນງານມະຫັດສະຈັນໃນການພັດທະນາໃໝ່ຢ່າງແທ້ຈິງ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ, ປະຕິບັດຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ ແລະ ຄວາມຄາດຫວັງຂອງທົ່ວປວງຊົນ ໃຫ້ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ