ຫວຽດນາມ ປະກອບສ່ວນເຂົ້າໃນການເຊື່ອມຕໍ່ພ້ອມກັບ G20

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ແຕ່ວັນທີ 05 – 08 ກໍລະກົດ.

ການຢ້ຽມຢາມ ບໍ່ພຽງແຕ່ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢຍລະມັນ ເວົ້າສະເພາະ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ເວົ້າລວມ, ພັດທະນາໃນທຸກຂົງເຂດຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກເທົ່ານັ້ນ,  ຫາກຍັງແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມປະກອບຄຳເຫັນ, ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳພ້ອມກັບ G20 ດ້ວຍຖານະເປັນປະເທດເຈົ້າພາບ APEC 2017 ອີກດ້ວຍ.

ຫວຽດນາມ ປະກອບສ່ວນເຂົ້າໃນການເຊື່ອມຕໍ່ພ້ອມກັບ G20 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ສາທາລະນະລັດສະຫະພັນ ເຢຍລະມັນ ໃນສະພາວະການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ພັດທະນາອັນດີງາມ. ປະຈຸບັນ 10 ປະເທດສະມາຊິກ G20 ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 02 ປະເທດສະມາຊິກມີການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ.

ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ

ພາຍຫລັງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເປັນເວລາກ່ວາ 5 ປີ, ເຢຍລະມັນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ໃນສະຫະພາບ ເອີຣົບ (ອີຢູ). ການແລກປ່ຽນການຄ້າລະຫວ່າງ 2 ປະເທດບັນລຸປະມານ10 ຕື້ USD ແລະ ບັນດາຂົງເຂດຮ່ວມມືບັນລຸໄດ້ໝາກຜົນລະອຽດຫລາຍຢ່າງ. ຕາມທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ແລ້ວ, ຄວາມສາມາດຊົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດ ຍັງໃຫຍ່ຫລວງຢູ່ ແລະ ແຜ່ຂະຫຍາຍໃນທຸກຂົງເຂດ. ປະຈຸບັນການເພີ່ມເຕີ່ມແກ່ກັນລະຫວ່າງ 2 ພື້ນຖານເສດຖະກິດແມ່ນໃຫຍ່ຫລວງຢູ່:

        ເຢຍລະມັນ ແມ່ນພື້ນຖານເສດຖະກິດຢືນອັນດັບທີ 4 ໃນໂລກ, ແມ່ນປະເທດກ້າວໜ້າແຖວໜ້າຂອງໂລກ, ອຸດສາຫະກຳມີຄວາມແມ່ນຢຳດ້ານກົນຈັກຢູ່ໃນລະດັບສູງ, ສະພາບແວດລ້ອມດີ. ບັນດາລັດຂອງ ເຢຍລະມັນ ໃຫຍ່ ແລະ ເປັນເອກະລາດກັບອຳນາດການປົກຄອງສູນກາງ. ຕົວຢ່າງຄື: ລັດມີພົນລະເມືອງ 10 ລ້ານຄົນ,  ແຕ່ GDP ບັນລຸ 480 ຕື້ USD, ຫລາຍທົບ 2 ເທົ່າເມື່ອທຽບໃສ່ເສດຖະກິດ ຫວຽດນາມ ແລະ ເຂົາເຈົ້າມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ສິ່ງທີ່ເປັນໜ້າຊົມຊຶ່ນແມ່ນ ປະຈຸບັນ ເຢຍລະມັນ ກໍ່ມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ.

        ການຢ້ຽມຢາມຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນມີຄວາມໝາຍໃຫ້ເລື່ອງຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍ. ໂດຍຜ່ານບັນດາກອງປະຊຸມເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ Angela Merkel ແລະ ການນຳ ເຢຍລະມັນ ອີກຫລາຍທ່ານ, 2 ຝ່າຍຈະເຂົ້າໃຈກັນກ່ວາ ແລະ ຈະໃຫ້ບັນດາຄຳໝັ້ນສັນຍາທີ່ແຂງແຮງໃນການຮ່ວມມື. ພ້ອມກັນນັ້ນ, ປະຊາຄົມວິສາຫະກິດ ເຢຍລະມັນ ພວມເອົາໃຈໃສ່ທີ່ສຸດເຖິງ ຫວຽດນາມ, ກໍ່ມຸ່ງຫວັງໄດ້ຮັບຄວາມຮັບປະກັນ ແລະ ສານຢ່າງແຂງແຮງຈາກທ່ານນາຍົກລັດຖະມົນຕີ ເພື່ອສ້າງເປັນພະລັງແຮງໃໝ່ໃຫ້ການຮ່ວມມື 2 ຝ່າຍ.  ທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຖືວ່າ:

        ພໍ່ພຽງແຕ່ຝ່າຍ ຫວຽດນາມ ເທົ່ານັ້ນ ຫາກຍັງທັງຝ່າຍ ເຢຍລະມັນ ອີກດ້ວຍ, ຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດໃຫຍ່ສຸດ. ມີເພື່ອນມິດ ເຢຍລະມັນ ຫລາຍຄົນ ເຄີຍແບ່ງປັນກັບຂ້າພະເຈົ້າວ່າ ໄລຍະກ່ອນນີ້ ເຂົາເຈົ້າບໍ່ສົນໃຈເຖິງ ຫວຽດນາມ ຢ່າງຖືກຕ້ອງ ແລະ ປະຈຸບັນເຂົາເຈົ້າເຫັນວ່າ ຫວຽດນາມ ພວມແມ່ນປະເທດນຳໜ້າໃນການເປີດປະຕູຕະຫລາດຢ່າງແທ້ຈິງ. ເຂົາເຈົ້າຖືວ່າ ນີ້ແມ່ນກາລະໂອກາດໃຫຍ່ສຸດ ແລະ 2 ຝ່າຍຕ້ອງຍາດແຍ່ງກາລະໂອກາດນັ້ນ ເພື່ອເຊື່ອມຕໍ່ 2 ພື້ນຖານເສດຖະກິດ.

ຫວຽດນາມ ປະກອບສ່ວນເຂົ້າການສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳຈອດ

        ກອງປະຊຸມສຸດຍອດ G20 ປີນີ້ມີຫົວຂໍ້ວ່າ “ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳ” ແລະ ຄາດວ່າ ຈະດຳເນີນວາລະປຶກສາຫາລື 5 ຄັ້ງດ້ວຍ 3 ຈຸດສຸມດຳເນີນງານ ລວມມີ: ສ້າງພື້ນຖານສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພີ່ມທະວີລັກສະນະໝັ້ນຄົງ; ເພີ່ມທະວີຄວາມຮັບຜິດຊອບ. ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມບັນດາກອງປະຊຸມ ແລະ ການປະຊຸມໃນຂອບເຂດ G20. ຈຸດສຸມດຳເນີນງານຂອງ G20 ໃນຄັ້ງນີ້ ມີເນື້ອໃນຫລາຍຢ່າງທີ່ຄ້າຍຄືນກັບບັນດາບຸລິມະສິດຂອງ ຫວຽດນາມ ແລະ APEC ໃນ “ປີ APEC 2017” ດ້ວຍຫົວຂໍ້ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ເວທີປາໄສທັງສອງ ລ້ວນແຕ່ວາງເປົ້າໝາຍຊຸກຍູ້ການເຕີບໂຕໃຫ້ໝັ້ນຄົງ ແລະ ກວມລວມ, ເພີ່ມທະວີການຮ່ວມສຳພັນທາງດ້ານການຄ້າ ແລະ ການລົງທຶນ, ສົ່ງເສີມການປ່ຽມແປງໃໝ່ - ປະດິດຄິດສ້າງ, ແກ້ໄຂບັນດາບັນຫາທາງດ້ານເສດຖະກິດ - ສັງຄົມ, ແຮງງານ, ວຽກເຮັດງານທຳໃນພື້ນຖານເສດຖະກິດດີຈີຕອນ ດ້ວຍຜົນກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4, ຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ. ສິ່ງທີ່ໜ້າໃສ່ໃຈ ແມ່ນມີເຖິງ 9 ປະເທດສະມາຊິກ G20 ແມ່ນບັນດາພື້ນຖານເສດຖະກິດ APEC. ນີ້ແມ່ນຄວາມສະດວກເພື່ອໃຫ້ກຸ່ມ G20 ແລະ APEC, ດ້ວຍຖານະແມ່ນບັນດາເວທີປາໄສທີ່ສຳຄັນແຖວໜ້າຂອງໂລກ, ແບ່ງປັນ ແລະ ສົມທົບກັນແກ້ໄຂບັນດາບັນຫາລວມຂອງພື້ນຖານເສດຖະກິດທົ່ວໂລກ. ໂດຍແມ່ນປະເທດເຈົ້າພາບຈັດກອງປະຊຸມ APEC 2017, ຫວຽດນາມ ໄດ້ຮັບຮູ້ ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສ້າງສັນເຂົ້າໃນວິວັດທະນາການຂອງ G20 ແລະ ກອງປະຊຸມສຸດຍອດ, ພ້ອມກັນສົມທົບກັບປະເທດເຈົ້າພາບ ເຢຍລະມັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂ ກໍ່ຄືແກ່ດຶງບັນດາພື້ນຖານເສດຖະກິດສະມາຊິກເຂົ້າຮ່ວມຊອກຫາມາດຕະການແກ້ໄຂ ຈະແມ່ນກຳລັງໜູນຊ່ວຍກອງປະຊຸມສາກົນ 2 ຄັ້ງທີ່ສຳຄັນໃຫ້ສຳເລັດຜົນ, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຂອງໂລກ.

        ໃນສະພາບການໂລກທີ່ມີການຜັນແປສັບສົນຫລາຍຢ່າງ, ຫານຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ, ພ້ອມກັນນັ້ນ ກໍ່ສົ່ງສານກ່ຽວກັບພາບພົດປະເທດ ຫວຽດນາມ ພັດທະນາຂະຫຍັນຂັນເຄື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງທົ່ວໂລກ ແນໃສ່ຊອກຫາວິທີການແກ້ໄຂໃຫ້ແກ່ບັນຫາລວມ, ຜ່ານນັ້ນ ເພື່ອຍົກສູງອິດທິພົນຊື່ສຽງ, ບົດບາດກໍ່ຄືຜົນສະທ້ອນຂອງ ຫວຽດນາມ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ