ວິກິດການ ເວເນຊູເອລາ: ໂລກເພີ່ມຄວາມຂາດສະຖຽນລະພາບຕື່ມອີກ

(VOVWORLD) - ເຫດການກອງທັບ ອາເມລິກາ ບຸກໂຈມຕີຢ່າງກະທັນຫັນ ແລະ ຈັບຕົວທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໃນວັນທີ 03 ມັງກອນ ສືບຕໍ່ເພີ່ມຄວາມເຄັ່ງຕຶງດ້ານພູມີສາດການເມືອງທົ່ວໂລກ, ພວມປະເຊີນໜ້າກັບການຄັດຄ້ານຂອງຫຼາຍປະເທດ.

ຮຸ່ງເຊົ້າວັນທີ 03 ມັງກອນ, ຕາມເວເລາທ້ອງຖິ່ນ, ກອງທັບ ອາເມລິກາ ເປີດບັ້ນບຸກໂຈມຕີຢ່າງກະທັນຫັນ ແລະ ບຸກເຂົ້າ ເວເນຊູເອລາ, ຈັບຕົວຜົວເມຍທ່ານປະທານາທິບໍດີ Nicolas Maduro ແລະ ພາຕົວໄປຍັງ ອາເມລິກາ ເພື່ອດຳເນີນຄະດີດ້ວຍຄຳກ່າວຫາທີ່ຝ່າຍ ອາເມລິກາ ຍົກອອກມາວ່າ ກ່ຽວຂ້ອງເຖິງຢາເສບຕິດ.

ວິກິດການ ເວເນຊູເອລາ: ໂລກເພີ່ມຄວາມຂາດສະຖຽນລະພາບຕື່ມອີກ - ảnh 1ບັ້ນບຸກໂຈມຕີຢ່າງກະທັນຫັນໃນຮຸ່ງເຊົ້າວັນທີ 03 ມັງກອນ  (ພາບ: REUTERS)
ຄວາມວິຕົກກັງວົນຂອງປະຊາຄົມສາກົນ

       ບັ້ນບຸກໂຈມຕີຢ່າງກະທັນຫັນໃນຮຸ່ງເຊົ້າວັນທີ 03 ມັງກອນ ແມ່ນຈຸດລະເບີດຂອງໄລຍະຄວາມເຄັ່ງຕຶງທີ່ແກ່ຍາວໃນສາຍພົວພັນລະຫວ່າງ ອາເມລິກາ ແລະ ເວເນຊູເອລາ ແຕ່ຫຼາຍເດືອນຜ່ານມາ, ເມື່ອອຳນາດການປົກຄອງປະທານາທິບໍດີ ອາເມລິກາ ທ່ານ Donald Trump ເຕົ້າໂຮມກຳລັງຫຼວງຫຼາຍຂອງກອງທັບຢູ່ເຂດທະເລ ກາຣີເບ ແລະ ດຳເນີນບັນດາບັ້ນຮົບ ເຊິ່ງຝ່າຍ ອາເມລິກາ ໃຫ້ຮູ້ວ່າ ແມ່ນເພື່ອແນໃສ່ບັນດາກຸ່ມເປົ້າໝາຍອາດຊະຍາກຳຢາເສບຕິດໃນພາກພື້ນ. ບັນດາບັ້ນຮົບນີ້ ສ່ວນໃຫຍ່ໄດ້ດຳເນີນຢູ່ທະເລ ແຕ່ຄ່ອຍໆເພີ່ມຂຶ້ນກາຍເປັນບັນດາເຫດກັກຂັງກ່ຳປັ່ນບັນຈຸນ້ຳມັນຂອງ ເວເນຊູເອລາ ແລະ ຕົ້ນອາທິດກ່ອນ ກອງທັບ ອາເມລິກາ ໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດຄັ້ງທຳອິດເລັ່ງໃສ່ເປົ້າໝາຍໜຶ່ງຢູ່ເຂດດິນຕໍ່ແຜ່ນ ເວເນຊູເລາ. ບັ້ນບຸກໂຈມຕີ, ຈັບຕົວທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ສ້າງຂີດໝາຍບັ້ນຮົບຂອງ ອາເມລິກາ ໄດ້ກ່າວເຂົ້າສູ່ໄລຍະໃໝ່ທີ່ຍາກຈະຄາດຄະເນລ່ວງໜ້າກວ່າເກົ່າ.

        ສຳລັບປະຊາຄົມສາກົນ, ການກໍ່ການຮ້າຍຢູ່ ເວເນຊູເອລາ ເກີດຂຶ້ນໃນສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຍັງບໍ່ທັນມີສັນຍານສິ້ນສຸດ, ຄຳສັ່ງຢຸດຍິງໄລຍະ 1 ຢູ່ເຂດ ກາຊາ ຍັງບອກບາງ ແລະ ມີຫຼາຍຈຸດຮ້ອນເຮັ່ງອື່ນ ຍັງຄ່ອຍໆເກີດຂຶ້ນຢູ່ ອາຊີ, ອາຟະລິກາ ແລະ ຕາເວັນອອກກາງ. ວິກິດການດັ່ງກ່າວ ກໍສ້າງບັນດາທ່ວງທ່າທັດສະນະທີ່ແຕກຕ່າງກັນລະຫວ່າງບັນດາປະເທດ. ໃນຂະນະທີ່ມີຈຳນວຍໜ້ອຍປະເທດພັນທະມິດທີ່ໃກ້ຊິດຂອງ ອາເມລິກາ (ອິດສະຣາແອັນ) ໄດ້ສະແດງທັດສະນະສະໜັບສະໜູນການກະທຳຂອງ ວໍຊິງຕັນ, ແຕ່ຍັງມີຫຼາຍປະເທດ, ລວມມີປະເທດພັນທະມິດຂອງ ອາເມລິກາ ຢູ່ ເອີຣົບ (ຝລັ່ງ, ເຢຍລະມັນ, ນອກແວ, ແດນມາກ…) ບໍ່ສະໜັບສະໜູນການກະທຳຂອງ ອາເມລິກາ, ໂດຍຖືວ່າ ການກະທຳດັ່ງກ່າວລະເມີດກົດໝາຍສາກົນ; ຮຽກຮ້ອງດຳເນີນວິວັດທະການເຈລະຈາແບບປະຊາທິປະໄຕ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ເວເນຊູເອລາ. ທ່ານປະທານາທິບໍດີ ສປຊ Antonio Guterres ກໍໃຫ້ຂໍ້ສັງເກດວ່າ ເຫດການຢູ່ ເວເນຊູເອລາ ອາດຈະກໍ່ຜົນຮ້າຍຕາມມາທີ່ໜ້າວິຕົກກັງວົນແກ່ພາກພື້ນ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງທຸກຝ່າຍ ຕ້ອງເຄົາລົບກົດໝາຍສາກົນຢ່າງຄົບຖ້ວນ, ໃນນັ້ນມີກົດບັດ ສປຊ.

        ໄປຄຽງຄູ່ກັບບັນດາຄວາມວິຕົກກັງວົນຕໍ່ກົດໝາຍສາກົນ ແລະ ຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຝ່າຍທີ່ໄດ້ຮັບການຮັກສາໃນຫຼາຍທົດສະວັດຜ່ານມາ, ຫຼາຍປະເທດ ແລະ ອົງການຈັດຕັ້ງ, ເຊັ່ນ: ລັດເຊຍ, ຈີນ, ກູບາ, ສະຫະພັນ Bolivar ສຳລັບບັນດາຊົນເຜົ່າ ທະວີບ ອາເມລິກາ (ALBA)…. ຮຽກຮ້ອງໃຫ້ອຳນາດການປົກຄອງ ອາເມລິກາ ຈົ່ງປ່ອຍຕົວຜົວເມຍທ່ານ Nicolas Maduro ໃນທັນທີ.

ວິກິດການ ເວເນຊູເອລາ: ໂລກເພີ່ມຄວາມຂາດສະຖຽນລະພາບຕື່ມອີກ - ảnh 2ປະຊາຊົນ ເວເນຊູເອລາ ແຫ່ຂະບວນປະທ້ວງ ຮຽກຮ້ອງ ອາເມລິກາ ປ່ອຍຕົວທ່ານປະທານາທິບໍດີ Nicolas Maduro (ພາບ: REUTERS)

       ອະນາຄົດທີ່ຍາກຈະຄາດຄະເນລ່ວງໜ້າໄດ້

        ຕໍ່ໜ້າບັນດາການຜັນແປຢ່າງສັບສົນ, ຍາກຈະຄາດຄະເນໄດ້ໃນປັດຈຸບັນຢູ່ ເວເນຊູເອລາ, ວົງການນັກສັງເກດການກໍມີຄວາມວິຕົກກັງວົນລວມກ່ຽວກັບບັນດາຜົນກະທົບຍຸດທະສາດຍາວນານຂອງວິກິດການ ເວເນຊູເລາ ຕໍ່ໂລກ, ເມື່ອ ເວເນຊູເອລາ ບໍ່ພຽງແຕ່ນອນໃນທີ່ຕັ້ງຍຸດທະສາດສຳຄັນລະຫວ່າງ ກາຣີເບ ແລະ ອາເມລິກາໃຕ້ເທົ່ານັ້ນ, ຫາກຍັງແມ່ນປະເທດທີ່ມີປະລິມານນ້ຳມັນໃຫຍ່ທີ່ສຸດໃນໂລກ, ຄາດວ່າ ຂຶ້ນເຖິງປະມານ 300 ຕື້ ຖັງ. ຕາມທ່ານ Carsten Brzeski ຫົວໜ້ານັກຊ່ຽວຊານເສດຖະກິດຂອງທະນາຄານ ING (ໂຮນລັງ) ແລ້ວ, ວິກິດການຢູ່ ເວເນຊູເອລາ ແນ່ນອນວ່າ ຈະສົ່ງຜົນກະທົບຕໍ່ຕະຫຼາດນ້ຳມັນຂອງໂລກໃນໄລຍະຍາວ. ໃນຍາວນານ, ເລື່ອງແຫຼ່ງນ້ຳມັນຂອງ ເວເນຊູເອລາ ໄດ້ຮັບການຂຸດຄົ້ນຢ່າງແຮງ, ສິ່ງທີ່ອຳນາດການປົກຄອງ ອາເມລິກາ ເຕື້ອງເຖິງຢ່າງເປີດເຜີຍນັ້ນ, ຈະຊ່ວຍຫຼຸດລາຄານ້ຳມັນລົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງ ແຕ່ກໍຈະບັງຄັບໃຫ້ຫຼາຍປະເທດຕ້ອງມີການດັດສົມບັນດາຍຸດທະສາດເສດຖະກິດ ແລະ ສະພາບແວດລ້ອມໃນໄລຍະຍາວ.

        “ເມື່ອຕີລາຄາຜົນກະທົບຕໍ່ບັນດາຕະຫຼາດການເງິນ, ພວກເຮົາຕ້ອງຈຳແນກລະຫວ່າງຜົນກະທົບໄລຍະສັ້ນ ແລະ ໄລຍະຍາວ. ໃນໄລຍະສັ້ນ, ພວກເຮົາຕັ້ງຄວາມຫວັງວ່າບັນດາຕະຫຼາດການເງິນ ຈະມີປະຕິກິລິຍາຄ່ອຍໆ. ແຕ່ໃນໄລຍະຍາວ, ບັນດາສິ່ງທີ່ເກີດຂຶ້ນໃນທ້າຍອາທິດຜ່ານມາແມ່ນພະຍານຫຼັກຖານໃຫ້ແກ່ການຫັນປ່ຽນພູມີສາດການເມືອງຄັ້ງໃຫຍ່ ເຊິ່ງພວກເຮົາພວມຕ້ອງຜ່ານຜ່າ ແລະ ການຫັນປ່ຽນພູມີສາດການເມືອງຄັ້ງນີ້ ແມ່ນສິ່ງເຮັດໃຫ້ບັນດາຕະຫຼາດການເງິນຕ້ອງຫຍຸ້ງວຽກໃນໄລຍະຍາວຕື່ມອີກ”.

        ຕາມທ່ານນາງ Mary Ellen O` Connell, ສຈ ກົດໝາຍ ແລະ ສັນຕິພາບສາກົນຢູ່ມະຫາວິທະຍາໄລ Notre Dame, ລັດ Indiana (ອາເມລິກາ) ແລ້ວ, ແບບວິທີ ເຊິ່ງປະຊາຄົມສາກົນມີປະຕິກິລິຍາແນວໃດໃນຊຸມວັນຈະມາເຖິງ ຈະມີຄວາມສຳຄັນທີ່ສຸດຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ