ຫວຽດ​ນາມ ພ້ອມ​ດ້ວຍ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ

(VOVWORLD) -        ໂດຍໄດ້ຮັບຄຳເຊີນຂອງ ພະບາດສົມເດັດພະມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah, ປະທານ ອາຊຽນ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໃນລະຫວ່າງວັນທີ 23  24 ເມສາ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິນຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ, ພ້ອມທັງຢັ້ງຢືນບຸລິມະສິດຂອງ ຫວຽດນາມ ແມ່ນປັບປຸງຄວາມສາມັກຄີ, ການອູ້ມຊູຊ່ວຍເຫຼືອກັບບັນດາປະເທດສະມາຊິກ ອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍ, ຜ່ານນັ້ນ ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມສະດວກ ໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຂອງທັງພາກພື້ນ. ການປະຕິບັດງານຄັ້ງນີ້ ກໍຢັ້ງຢືນຄຳໝັ້ນສັນຍາ, ຄວາມຮັບຜິດຊອບ, ການປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າຂອງ ຫວຽດນາມ ສຳລັບບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ.

   ທີ່ກອງປະຊຸມ, ບັນດາການນຳ ອາຊຽນ ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ ມຽນມາ, ວິວັດທະນາການສ້າງປະຊາຄົມ, ການຮັບມືກັບໂລກລະບາດໂຄວິດ - 19 ແລະ ການພົວພັນຕ່າງປະເທດຂອງ ອາຊຽນ.

ຫວຽດ​ນາມ ພ້ອມ​ດ້ວຍ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ (ພາບ: baoquocte.vn)

ອາຊຽນ ພ້ອມກັນແກ້ໄຂບັນດາສິ່ງທ້າທາຍລວມ

        ກອງປະຊຸມບັນດາການນຳ ອາຊຽນ ຢູ່ ຈາກາຕາ (ອິນໂດເນເຊຍ) ແມ່ນກອງປະຊຸມຄັ້ງທຳອິດ ລະຫວ່າງການນຳບັນດາປະເທດ ອາຊຽນ ທີ່ຖືກຈັດຂຶ້ນໂດຍກົງ ໃນປີປະທານ ອາຊຽນ 2021 ຂອງ ບຣູໄນ. ກອງປະຊຸມຖືກດຳເນີນໃນສະພາບການ ທີ່ ອາຊຽນ ພວມມານະພະຍາຍາມສ້າງປະຊາຄົມ, ຮັບມືກັບໂລກລະບາດໂຄວິດ - 19 ແລະ ບັນດາບັນຫາຄວາມໝັ້ນຄົງແບບໃໝ່. ເພາະສະນັ້ນ, ນີ້ແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດປຶກສາຫາລືກ່ຽວກັບວິວັດທະນາການສ້າງປະຊາຄົມ ອາຊຽນ, ເປັນຕົ້ນແມ່ນ ສ້າງວິໄສທັດປະຊາຄົມ ອາຊຽນ ປີ 2025, ຕີລາຄາການຜັນຂະຫຍາຍ ກົດບັດ ອາຊຽນ, ການຮ່ວມມືໃນອະນຸພາກພື້ນ ແລະ ຮັດແຄບຊ່ອງຫວ່າງພັດທະນາ; ຜັນຂະຫຍາຍບັນດາຂໍ້ລິເລີ່ມລວມ ເພື່ອຮັບມືກັບໂລກລະບາດ ກໍຄື ການພົວພັນຕ່າງປະເທດຂອງ ອາຊຽນ. ພິເສດ, ບັນດາການຜັນແປຫວ່າງມໍ່ໆມານີ້ ຢູ່ ມຽນມາ ໄດ້ສົ່ງຜົນກະທົບເຖິງສະຖຽນລະພາບບໍ່ພຽງແຕ່ຂອງ ມຽນມາ ເທົ່ານັ້ນ ຫາກຍັງຂອງ ພາກພື້ນ ອີກດ້ວຍ. ດັ່ງນັ້ນ, ກອງປະຊຸມການນຳບັນດາປະເທດ ອາຊຽນ ກໍແມ່ນໂອກາດ ເພື່ອໃຫ້ ອາຊຽນ ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດ, ນຳໃຊ້ບັນດາເຄື່ອງມື, ກົນໄກຮ່ວມມືຢູ່ໃນປັດຈຸບັນໃຫ້ມີປະສິດທິຜົນ ເພື່ອແນໃສ່ຊ່ວຍ ມຽນມາ ຜ່ານຜ່າຄວາມຫຍຸ້ງຍາກ, ນຳສະພາບການກັບຄືນສູ່ເປັນປົກກະຕິໂດຍໄວ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ປະເທດ ມຽນມາ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ ກໍຄື ຄວາມສາມັກຄີ ແລະ ອິດທິພົນຊື່ສຽງຂອງ ອາຊຽນ.

ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ

        ໂດຍເຂົ້າເປັນສະມາຊິກ ອາຊຽນ ແຕ່ວັນທີ 28 ກໍລະກົດ ປີ 1995, ຫວຽດນາມ ໄດ້ ແລະ ພວມມີບັນດາການປະກອບສ່ວນຢ່າງແທດຈິງໃຫ້ແກ່ປະຊາຄົມ ອາຊຽນ. ພິເສດ, ໃນປີ 2020, ໃນຖານະເປັນ ປະທານ ອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວ ເມື່ອສົມທົບກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາ. ຕາມທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ແລ້ວ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດ “ນຳພາທີ່ເຂັ້ມແຂງ” ໃນການນຳພາກພື້ນສະໜິດຕິດພັນ ແລະ ເປັນເຈົ້າການຮັບມືກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ພ້ອມທັງ ຖືບົດບາດໃຈກາງຂອງ ອາຊຽນ ແລະ ປະຊາຊົນ ເປັນສຳຄັນແຖວໜ້າ.

        ໂດຍສືບຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນປີປະທານ ອາຊຽນ 2020, ໃນປີ 2021 ຫວຽດນາມ ພວມພ້ອມກັບບັນດາປະເທດສະມາຊິກ ອາຊຽນ ຊຸກຍູ້ບັນດາຄວາມສົນໃຈ ແລະ ບຸລິມະສິດໃນພາກພື້ນ, ປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າໃຫ້ແກ່ບັນດາບັນຫາລວມໃນພາກພື້ນ ແລະ ສາກົນ. ສຳລັບສະພາບການຢູ່ ມຽນມາ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ອາດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາຊອກຫາມາດຕະການແກ້ໄຂຢ່າງສົມເຫດສົມຜົນ ແລະ ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ມຽນມາ, ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການປະຊາທິປະໄຕຖືກດຳເນີນຢ່າງສະດວກ. ຫວຽດນາມ ເຊີດຊູຄວາມມານະພະຍາຍາມຂອງ ອາຊຽນ ໃນການໜູນຊ່ວຍ ມຽນມາ ໃນໄລຍະຜ່ານມາ, ສະໜັບສະໜູນການນຳໃຊ້ບັນດາແບບວິທີຂອງ ອາຊຽນ ໃນການສຳຜັດກັບສະພາບການຢູ່ ມຽນມາ; ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ ມຽນມາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນ; ສົ່ງເສີມທູດພິເສດຂອງ ເລຂາທິການໃຫຍ່ ສປຊ ກ່ຽວກັບ ມຽນມາ ສົມທົບກັບ ອາຊຽນ ໃນການໜູນຊ່ວຍດຳເນີນການເຈລະຈາ ແລະ ໄກ່ເກ່ຍ ຢູ່ ມຽນມາ.

        ໃນສະພາບການດັ່ງກ່າວ, ການເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຢູ່ ສຳນັກງານ ຄະນະເລຂານຸການ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ ເປັນການສະແດງໃຫ້ເຫັນການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງ ຫວຽດນາມ ກັບ ບຣູໄນ - ປະເທດປະທານ ອາຊຽນ 2021, ກໍຄື ບັນດາປະເທດສະມາຊິກ ອາຊຽນ ໃນການປະຕິບັດບັນດາບຸລິມະສິດທີ່ໄດ້ວາງອອກໃຫ້ປີ ອາຊຽນ 2021. ດ້ວຍການເຂົ້າຮ່ວມການປຶກສາຫາລືບັນດາເນື້ອໃນໃນໂຄງການດຳເນີນງານຂອງກອງປະຊຸມນັ້ນ ໄດ້ຊີ້ໃຫ້ເຫັນຢ່າງພົ້ນເດັ່ນ 3 ບຸລິມະສິດຕົ້ນຕໍຂອງ ຫວຽດນາມ. ນັ້ນແມ່ນ ຫວຽດນາມ ຖືການຮັດແໜ້ນ ແລະ ປັບປຸງຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອກັບບັນດາປະເທດສະມາຊິກ ອາຊຽນ ເປັນສຳຄັນ; ປະກອບສ່ວນຍົກສູງບົດບາດເປັນໃຈກາງ ແລະ ທີ່ຕັ້ງບົດບາດຂອງ ອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນ; ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ອຳນວຍຄວາມສະດວກແກ່ການພັດທະນາແບບຍືນຍົງໃນພາກພື້ນ. ພິເສດ, ໃນຖານະເປັນປະເທດປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນ ເມສາ ປີ 2021 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ສືບຕໍ່ມານະພະຍາຍາມຊຸກຍູ້ ອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງ, ແມ່ນຂົວຕໍ່ລະຫວ່າງ ອາຊຽນ ກັບ ສະພາຄວາມໝັ້ນຄົງ ສປຊ ເພື່ອປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ອາຊຽນ ບົນເວທີສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ