ຫວຽດນາມ ຢືນຢັນຈຸດໝາຍນຳໃຊ້ນິວເຄຼຍເພື່ອຈຸດປະສົງສັນຕິພາບ

(vovworld )- ວັນ​ທີ 26/3, ທ່ານ​ນາຍ​ົກລັດຖະມົນຕີ​ຫວຽດນາມ Nguyen Tan Dung ​ໄດ້​ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ຊຶ່ງ​ຈັດ​ຂຶ້ນ​ຢູ່ ສ​ເກົາຫລີ ​ແລະ ຕໍ່​ຈາກ​ນັ້ນ​ແມ່ນ​ການ​ຢ້ຽມຢາມ​     ສ​ເກົາຫລີ​ຢ່າ​ງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ​ເກົາຫລີ Lee Myung Bak. ນີ້​ແມ່ນ​ການ​ເຄື່ອນ​ໄຫວດ້ານ​ການ​ຕ່າງປະ​ເທດ​ສຳຄັນ​ຂອງ​ຫວຽດນາມ​ໃນ​ປີ 2012, ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດໝາຍ​ສັນຕິພາບ ​ແລະ ຮັບປະກັນຄວາມ​ໝັ້ນຄົງ, ​ຄວາມ​ປອດ​ໄພ​ດ້ານນິວ​ເຄຼຍ ພ້ອມ​ທັງ​ຢັັ້ງຢືນ​ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ​ເກົາຫລີ ​ຍິ່ງກວ່າ​ອີກ.

ຫວຽດນາມ ຢືນຢັນຈຸດໝາຍນຳໃຊ້ນິວເຄຼຍເພື່ອຈຸດປະສົງສັນຕິພາບ  - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ທ່ານປະທານາທິບໍດີ ສເກົາຫລີ Lee Myung Bak
ພາບປະກອບ: internet

        ນັບ​ແຕ່​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງທີ 1 ດຳ​ເນີນ​ໄປ​ຢູ່​ອາ​ເມ​ລິ​ກາ​ເມື່ອ​ປີ 2010, ບັນຫາ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ​ໄດ້ ​ແລະ ພວມ​​ແມ່ນ​ຄວາມ​ສົນ​ໃຈ​ລວມຂອງ​ປະ​ເທດ​ທັງ​ໝົດ​ໃນ​ໂລກ, ນັບ​ທັງ​ບັນດາ​ປະ​ເທດ​ມີ​ນິວ​ເຄຼຍ ຫລື​ບໍ່​ທັນ​ມີນິວ​ເຄຼຍ. ​ເພາະສະ​ນັ້ນ, ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ເຕົ້າ​ໂຮມ​ປະມຸກ​ລັດ, ຜູ້ນຳ​ຫນ້າ​ລັດຖະບານ 50 ທ່ານ ທີ່​ມາ​ຈາກ 50 ປະ​ເທດ​ໃນ​ໂລກ ລ້ວນ​ແຕ່​ມູ້​ງ​ໄປ​ເຖິງ​ຈຸດໝາຍ​ລວມ, ນັ້ນ​ແມ່ນ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຄວາມ​ກ້າວຫນ້າ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ທີ່​ຖືກ​ຍົກ​ອອກ​ມາ​ໃນ​ກອງ      ​ປະຊຸ​ມສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ1, ວາງ​ອອກ​ບັນດາ​ການ​ກຳ​ນົດທິດ​ ​ເຄື່ອນ​ໄຫວ​​ໃຫ້​ແກ່​ກົນ​ໄກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ.

       ​ໂດຍ​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ນັບ​ແຕ່​ຄັ້ງທຳ​ອິດ, ຫວຽດນາມ ​ໄດ້ ​ແລະ ພວມ​ມີ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ, ​ໃນ​ນັ້ນດຳ​​ເນີນ​ການ​ຄົ້ນ​ຄ້ວາ​ເຂົ້າ​ຮ່ວມ​ບັນດາ​ຂໍ້ຜູກ​ພັນ​​ໃນ​ສັນຍາ, ກົນ​ໄກ​ສາກົນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍກໍ​ຄື​ຕັ້ງຫນ້າ​ຮ່ວມ​ມື​ກັບ​ອົງການ​ພະລັງງານ​ປະລະມານູ​ນສາກົນ (IAEA) ​ແລະ ບັນດາ​ປະ​ເທດ​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດໝາຍ​ສັນຕິພາບ. ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ນິວ​ເຄຼຍສອງ​ຝ່າຍ​ກັບ​ຫລາຍ​ປະ​ເທດ​ຢູ່​ໃນ​ໂລກ. ​ດອກ​ເຕີ Le Van Hong ຮອງ​ຫົວຫນ້າ​ສະ​ຖາ​ບັນ​ພະ​ລັງ​ງານ​ປະລະມານູ​ຫວຽດນາມ​ໃຫ້​ຮູ້​ວ່າ:
        “ ຢາກ​ຕີ​ລາຄາ​ຢ່າງ​ຊັດ​ເຈນ ຕ້ອງ​ມີ​ການ​ຄົ້ນ​ຄ້ວາ​ຢ່າງ​ເລິກ​ເຊິ່ງ, ລະອຽດ ​ແລະ ມີ​ການ​ຄິ​ດ​ໄລ່​ຢ່າງ​ລະອຽດ​ຈຶ່ງ​ສາມາດຮັບ​ຮູ້​ໄດ້. ການ​ຊອກ​ຮູ້​ໃນ​ເບື້ອງ​ຕົ້ນ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ ກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​​ໄດ້ມີ​ແຜນການ​ລົງທຶນ​ໃຫ້​ແກ່​ບັນດາ​ໝວດ​ຄົ້ນ​ຄ້ວາ​ຜ່ານ​ຫົວ​ເລື່ອງ​ສະ​ເພາະ, ​ໂຄງການ ​ເພື່ອ​ຊອກ​ຮູ້​ຢ່າງ​ເລິກ​ເຊິ່ງ, ບົນ​ພື້ນຖານ​ນັ້ນ ຈຶ່ງ​ມີ​ການ​ຄິດ​ໄລ່​ຢ່າງ​​ເປັນ​ທາງ​ການ​ເພື່ອ​ຜັນ​ຂະຫຍາຍ​ພະລັງງານ​ນິວ​ເຄຼຍ​ໄດ້.”

        ​​ເຫດການ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ຢູ່    ສ​ເກົາຫລີ ຄັ້ງ​ນີ້ ​ແມ່ນສືບ​ຕໍ່​ຢືນຢັນ​ກັບ​ໂລກ​ກ່ຽວ​ກັບ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິ​ພາບ. ​ທ່ານ Luong Thanh Nghi ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຊີ້​ແຈງ​ວ່າ:

        “ຫວຽດນາມ ຍາມ​​ໃດ​ກໍ​ກຳນົດ​ວ່າ ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ແມ່ນ​​ບຸລິມະສິດ​ອັນ​ດັບ​ຫນຶ່ງໃນ​ວິວັດ​ການ​ພັດທະນາ, ນຳ​ໃຊ້​ພະລັງ​ງານ​ນິວ​ເຄຼຍ ພ້ອມ​ທັງ​ສະຫນັບສະຫນູນ​ສິດ​ນຳ​ໃຊ້​ພະລັງງານ​ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບຂອງ​ບັນດາ​ປະ​ເທດ, ກໍ​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອນ ​ແລະ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ.”

ສິ້ນ​ສຸດ​ກອງ​ປະຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ,  ທ່ານ​ນາຍົກລັດຖະມົນຕີຫວຽດນາມ  Nguyen Tan Dung ຈະ​ທຳ​ການ​ຢ້ຽມຢາມ​ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ. ນີ້​​ເປັນ​ຄັ້ງທີ 3  ທີ່ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢ້ຽມຢາມ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ ​ແລະ ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ​ທຳ​ອິດ​ໃນ​ປີ​ແຫ່ງ​ມິດຕະພາບ​ຫວຽດນາມ - ສ​ເກົາຫລີ 2012 ​ແລະ ລະນຶກ 20 ປີ​ແຫ່ງ​ວັນ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ. ການ​ພັດທະນາ​ການ​ພົວພັນ​ດ້ານ​ການ​ເມືອງ​ໄດ້​ສ້າງ​ທ່ວງທ່າ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ຫລາຍ​ປີຜ່ານມາ, ສ​ເກົາຫລີ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ຕົ້ນຕໍ​ຂອງ​ຫວຽດນາມ. ສ​ເກົາຫລີ ຢືນ​ອັນ​ດັບ​ຫນຶ່ງ​ໃນ​ບັນຊີ​ລາຍ​ຊື່ 92 ປະ​ເທດ ​ແລະ ​ເຂດ​ແຄ້ວນລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ຂຶ້ນ​ເຖິງ​ກວ່າ 23 ຕື້ USD ​ແລະ ພວມ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ 4 ຂອງ​ຫວຽດນາມ. ​ເຖິງ​ວ່າ ​ໃນ​ສະພາບ​ບັນດາ​ປະ​ເທດ​ລ້ວນ​ແຕ່​ຫລຸດຜ່ອນ​ແຫ​ລ່ງ​ເງິນ​ຊ່ວຍ​ເຫລືອ​ພັດທະນາ​ຢ່າ​ງ​ເປັນ​ທາງ​ການ (ODA) ​ໃຫ້​ແກ່​ຫວຽດນາມ ຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​​ເງິນ ​ແລະ ຫວຽດນາມ​ນອນ​ໃນ​ໝວດ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບຄິດ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ລະດັບ​ປານ​ກາງ ​ແຕ່ ສ​ເກົາຫລີ ​ຍັງ​ຄົງ​ສືບ​ຕໍ່​ໃຫ້ບຸລິມະສິດ​ສະຫງວນ​ທຶນ​ຊ່ວຍ​ເຫລືອ​​ໃຫ້​ແກ່​ຫວຽດນາມ ດ້ວຍ​ມູນ​ຄ່າປີ​ນີ້​ສູງ​ກວ່າ​ປີ​ກ່ອນ ​ແລະ ສຸ​ມ​ໃສ່​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ. ທ່ານ Ha Chan Ho ​ເອກ​ອັກຄະ​ລັດຖະທູດ ສ​ເກົາຫລີ ປະຈຳ​ຫວຽດນາມ ຖື​ວ່າ:

        “​ເມື່ອ ສ​ເກົາຫລີ ຄາດ​ຄະ​​ເນວ່າ​ຈະ​ເພີ່ມ​ການ​ຊ່ວຍ​ເຫລືອ​ທຶນ ODA ​ໃຫ້​ແກ່​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ບໍ່​ພຽ​ງ​ແຕ່​ອີງ​ໃສ່​ລາຍ​ຮັບ​ຂອງ​ປະ​ເທດ​ນີ້​ສູງ​ ຫລື ຕ່ຳ​ເທົ່າ​ນັ້ນ ຫາກ​ຍັງ​ອີງ​ໃສ່​ປະສິດທິ​ຜົນ​ການ​ປະ​ຕິ​ບັດ​ທຶນ​ຊ່ວຍ​​ເຫລືອ​ກໍ​ຄື​ຄວາມ​ສາມາດ​ນຳ​ໃຊ້​ບັນດາ​ແຫ​ລ່ງທຶນ​ຊ່ວຍ​ເຫລືອ​ນັ້ນ​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ​ຄື​ແນວ​ໃດ. ​ແລະ ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຄວນ​ຊ່ວຍ​ເຫລືອ​ທຶນ ODA ​ໃຫ້​​ແກ່​ຫວຽດນາມ ຫລາຍ​ກວ່າ​ອີກ.”

        ມີ​ຫລາຍ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່​ພົ້ນ​ເດັ່ນ​ຄື: ຂົວ Ham Rong, ​ເສັ້ນທາງ​ຄວາ​ມ​ໄວ​ສູງ  ​Ha noi - Hai Phong, ​ໂຮງໝໍ​ຫລາຍ​ຂະ​ແຫນງ Quang Nam ​ແມ່ນ​ສັນຍາ​ລັກ​ຂອງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ​ເກົາຫລີ ຢ່າງ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ກໍ​ພວມ​ມານະ​ພະຍາຍາມ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ ​ແລະ ສ​ເກົາຫລີ ​ໃຫ້​ຂຶ້ນ​ເຖິງ 20 ຕື້ USD ​ໃນ​ປີ 2015.

         ການ​ຢ້ຽມຢາມ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຄັ້ງ​ນີ້ ອີກ​ຄັ້ງ​ຫນຶ່ງ​​ເປັນ​ການຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ຖືການ​ພົວພັນ​ຮ່ວມ​ມື​ກັບ ສ​ເກົາຫລີ​ເປັນ​ສຳຄັນ. ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ 20 ປີ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ແລກປ່ຽນ​ຫລາຍ​ມາດ​ຕະການ ​ເພື່ອນຳ​ການ​ພົວພັນ​ຫວຽດນາມ ສ​ເກົາຫລີ ສະຫນິດ​ຕິດ​ພັນ​ນຳ​ກັນກວ່າ, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ກັນ ​ແລະ ໝັ້ນຄົງຍິ່ງ​ກວ່າ​ອີກ.

​ແອນ​ຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ