ອາ​ເມລິ​ກາ ສິ້ນ​ສຸດ​ບັ້ນ​ຍົກ​ຍ້າຍ​ພົນ​ລະ​ເມືອງ ແລະ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -   ວັນທີ 30 ສິງຫາ, ພົນທະຫານຄົນສຸດທ້າຍຂອງ ອາເມລິກາ ໄດ້ອອກຈາກ ອາບການິດສະຖານ ຈາກສະໜາມບິນສາກົນ Hamid Kaizai ຢູ່ນະຄອນຫຼວງ Kabul, ສິ້ນສຸດບັ້ນຍົກຍ້າຍພົນລະເມືອງ ແລະ ຖອນກຳລັງທະຫານທັງໝົດຂອງ ອາເມລິກາ ອອກຈາກ ອາບການິດສະຖານ ຢ່າງເປັນທາງການຕາມຄຳໝັ້ນສັນຍາ.

ໃນແຈ້ງການທາງການສະບັບໜຶ່ງ, ນາຍພົນ Kenneth McKenzie, ຫົວໜ້າກອງບັນຊາການທະຫານ ອາເມລິກາ ຢູ່ພາກພື້ນຕາເວັນອອກກາງ, ອາຊີກາງ ແລະ ອາຊີຕາເວັນຕົກສຽງໃຕ້  ໃຫ້ຮູ້ວ່າ ເຮືອບິນການທະຫານ C-17 ໄດ້ສົ່ງພົນທະຫານ ອາເມລິກາ ບັນດາຜູ້ຄົນສຸດທ້າຍ ໄດ້ບິນຈາກສະໜາມບິນ Hamid Kaizai ໃນຄ່ຳຄືນວັນທີ 30 ສິງຫາ.

ອາ​ເມລິ​ກາ ສິ້ນ​ສຸດ​ບັ້ນ​ຍົກ​ຍ້າຍ​ພົນ​ລະ​ເມືອງ ແລະ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ - ảnh 1ພົນທະຫານ ອາເມລິກາ ອອກຈາກ ອາບການິດສະຖານ (ພາບ:  Aamir Qureshi/AFP/Getty)

 ສິ້ນສຸດບັ້ນຍົກຍ້າຍພົນລະເມືອງ ແລະ ຖອນກຳລັງທະຫານຈຳນວນຫຼາຍທີ່ສຸດໃນຫຼາຍທົດສະວັດຜ່ານມາ

        ຕາມແຈ້ງການແລ້ວ, ກ່ອນນີ້ປະມານ 13 ຊົ່ວໂມງ, ຖ້ຽວບິນສຸດທ້າຍຂອງບັ້ນຍົກຍ້າຍພົນທະຫານ ອາເມລິກາ, ຊາວຕ່າງປະເທດ ແລະ ຊາວ ອາບການິດສະຖານ ກໍໄດ້ສິ້ນສຸດລົງ. ລວມມີຊາວ ອາເມລິກາ, ຊາວ ອາບການິດສະຖານ ແລະ ພົນລະເມືອງປະເທດທີ 3 ປະມານ 123.000 ຄົນ ໄດ້ຍົກຍ້າຍອອກຈາກ ອາບການິດສະຖານ ແຕ່ສະໜາມບິນສາກົນ Kabul, ອັນໄດ້ກາຍເປັນບັ້ນຍົກຍ້າຍຜ່ານທາງການບິນໃຫຍ່ທີ່ສຸດ ເຊິ່ງ ອາເມລິກາ ປະຕິບັດໃນຫຼາຍທົດສະວັດຜ່ານມາ. ບັ້ນຍົກຍ້າຍດັ່ງກ່າວໄດ້ເລີ່ມຜັນຂະຫຍາຍແຕ່ວັນທີ 15 ສິງຫາ, ພາຍຫຼັງທີ່ກຳລັງ ຕາລີບານ ບຸກໂຈມຕີເຂົ້ານະຄອນຫຼວງ Kabul  ແລະ ຖະແຫຼງສິດຄວບຄຸມປະເທດ ອາບການິດສະຖານ.

ອາ​ເມລິ​ກາ ສິ້ນ​ສຸດ​ບັ້ນ​ຍົກ​ຍ້າຍ​ພົນ​ລະ​ເມືອງ ແລະ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ - ảnh 2ເຮືອບິນຂອງກອງທັບອາກາດ ອາເມລິກາ ບິນຂຶ້ນຈາກສະໜາມບິນສາກົນຢູ່ Kabul (ພາບ: Aljazeera)
 ກ່ອນທີ່ຈະສິ້ນສຸດການຖອນກຳລັງທະຫານອອກຈາກປະເທດນີ້, ກອງທັບ ອາເມລິກາ ຈຳເປັນຕ້ອງມ້າງທຳລາຍ ຫຼື ປະຖີ້ມບໍລິພັນປະກອບການທະຫານເປັນຈຳນວນຫຼວງຫຼາຍ. ໃນນັ້ນ, ປິດການໃຊ້ງານເຮືອບິນ 73 ລຳ ຢູ່ສະໜາມບິນສາກົນ Hamid Karzai; ປະຖີ້ມລົດຫຸ້ມເຫຼັກກັນໝາກມິ່ນ MRAP ປະມານ 70 ຄັນ, ລົດສູ້ຮົບ Humvee ເກືອບ 30 ຄັນ ແລະ ສອງລະບົບປ້ອງກັນອາກາດທັນສະໄໝ C-RAM. ໄປຄຽງຄູ່ກັນນັ້ນ, ອາເມລິກາ ກໍຕັດສິນໃຈຢຸດຕິການເຄື່ອນໄຫວຂອງອົງການການທູດຢູ່ Kabul ແລະ ຍ້າຍການເຄື່ອນໄຫວຂອງອົງການການທູດຂອງປະເທດຕົນໄປຍັງ ກາຕາ. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາບການິດສະຖານ Ross Wilson ແມ່ນໜຶ່ງໃນຜູ້ຄົນສຸດທ້າຍທີ່ຍ້າຍອອກຈາກ Kabul ໃນຖ້ຽວບິນຄ່ຳຄືນວັນທີ 30 ສິງຫາ.

        ເປັນອັນວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະຕິບັດຄຳໝັ້ນສັນຍາຫາສຽງເລືອກຕັ້ງປີ 2020 ທີ່ວ່າ ຖອນກຳລັງພົນທະຫານ ອາເມລິກາ ທັງໝົດ ອອກຈາກ ອາບການິດສະຖານ ໃນປີ 2021 ໃຫ້ເປັນຈິງ, ອັນໄດ້ສ້າງຂີດໝາຍສິ້ນສຸດສົງຄາມທີ່ແກ່ຍາວເປັນເວລາເກືອບ 20 ປີ ແລະ ສິ້ນເປືອງເງິນຄຳນັບພັນຕື້ USD ຂອງ ອາເມລິກາ ຢູ່ທີ່ນີ້ຢ່າງເປັນທາງການ. ໃນບັ້ນຕໍ່ສູ້ເຫຼົ່ານັ້ນ, ມີທະຫານ ອາເມລິກາ ເສຍຊີວິດ ເກືອບ 2.500 ຄົນ, ຫຼ້າສຸດແມ່ນ ໃນເຫດຖີ້ມລູກລະເບີດສະຫຼະຊີບຢູ່ສະໜາມບິນ Hamid Karzai ໃນວັນທີ 26 ສິງຫາ ໄດ້ມີພົນທະຫານ13 ຄົນເສຍຊີວິດ, ເຊິ່ງເປັນຈຸດເວລາທີ່ບັ້ນຍົກຍ້າຍພົນລະເມືອງພວມຮ້ອນເຮັ່ງ.

        ເຖິງວ່າໄດ້ຮັບການຊ່ວຍເຫຼືອຈາກຫຼາຍປະເທດສຳພັນທະມິດ ແລະ ຖືກຜົນເສຍຫາຍເປັນຈຳນວນຫຼາຍກ່ຽວກັບຊີວິດອິນຊີ, ແຕ່ກອງທັບ ອາເມລິກາ ກໍບໍ່ປະຕິບັດສຳເລັດແຜນການຍົກຍ້າຍຄືດັ່ງຫວັງ. ນາຍພົນ Kenneth McKenzie ຍອມຮັບວ່າ ພົນລະເມືອງ ອາເມລິກາ ນັບຮ້ອຍຄົນ ຍັງຢູ່ ອາບການິດສະຖານ, ພ້ອມທັງເນັ້ນໜັກວ່າ ເຖິງວ່າບັ້ນຍົກຍ້າຍພົນລະເມືອງຈະແກ່ຍາມໄປຕື່ມອີກ 10 ວັນກໍຕາມ ການຍົກຍ້າຍພົນລະເມືອງ ອາເມລິກາ ທີ່ຢາກອອກຈາກ ອາບການິດສະຖານ ກໍບໍ່ສາມາດສຳເລັດໄດ້.

ການເລີ່ມຕົ້ນໃໝ່ທີ່ເຕັມໄປດ້ວຍສິ່ງທ້າທາຍສຳລັບ ອາບການິດສະຖານ

        ພາຍຫຼັງຖ້ຽວບິນສຸດທ້າຍທີ່ສົ່ງພົນທະຫານ ອາເມລິກາ ອອກຈາກ Kabul ບິນຂຶ້ນ ປະມານ 2 -3 ຊົ່ວໂມງ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ອອກຖະແຫຼງການ ໂດຍຢັ້ງຢືນວ່າ “ໜ້າປະຫວັດສາດໃໝ່ຂອງການພົວພັນລະຫວ່າງ ອາເມລິກາ ກັບ ອາບການິດສະຖານ  ໄດ້ເລີ່ມຕົ້ນ, ໃນນັ້ນ ທຳອິດ ແມ່ນການພົວພັນທາງການທູດ. ໜ້າທີ່ການທະຫານໄດ້ສິ້ນສຸດລົງ, ໜ້າທີ່ທາງການທູດໃໝ່ ໄດ້ເລີ່ມຕົ້ນແລ້ວ”. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຮຽກຮ້ອງໃຫ້ ຕາລີບານ ຮັບປະກັນຄຳໝັ້ນສັນຍາຮັກສາສິດເສລີໃນການໄປ-ມາຫາສູ່, ສິດທິຂອງແມ່ຍິງ ແລະ ບັນດາຊາວເຜົ່າສ່ວນໜ້ອຍ, ກໍຄືສະກັດກັ້ນ ອາບການິດສະຖານ ກາຍເປັນຖານທີ່ໝັ້ນການກໍ່ການຮ້າຍ.

        ສ່ວນ ຕາລີບານ ໄດ້ຖະແຫຼງວ່າ “ໄດ້ສ້າງປະຫວັດສາດ”, ຖືການຖອນກຳລັງທະຫານ ອາເມລິກາ ອອກຈາກ ອາບການິດສະຖານ ແມ່ນໄຊຊະນະປະຫວັດສາດ. ໃນຄ່ຳຄືນວັນທີ 30 ສິງຫາ, ຕາລີບານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະຫຼອງໄຊຊະນະ ຢູ່ Kabul ແລະ ຢູ່ນະຄອນອື່ນໆ.

        ໃນສະພາບການນັ້ນ, ປະຊາຄົມສາກົນ ສືບຕໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ, ພ້ອມທັງຮຽກຮ້ອງໃຫ້ມີການກະທຳຢ່າງຮີບດ່ວນເພື່ອສະກັດກັ້ນ ແລະ ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍຢ່າງ ເຊິ່ງ ປະຊາຊົນ ແລະ ປະເທດ ອາບການິດສະຖານ ຕ້ອງປະເຊີນໜ້າ. ນີ້ນແມ່ນຄວາມສ່ຽງຂາດຄວາມສະຫງົບ ຍ້ອນມີການລຸກຮືຂຶ້ນຂອງລັດທິກໍ່ການຮ້າຍ ແລະ ຫົວຮູນແຮງ; ອາດຈະເກີດການຕໍ່ສູ້ໃນເວລາຍາວ ແລະ ໃນວົງກວ້າງ ລະຫວ່າງ ຕາລີບານ ກັບ ກຳລັງຕໍ່ຕ້ານຢູ່ ຮ່ອມພູ Panshir; ລະບອບບໍລິຫານປະເທດຢ່າງຮຸນແຮງຕາມກົດໝາຍອິດສະລາມ ນິກາຍ Shaira ຂອງ ຕາລີບານ… ແຕ່ສິ່ງທີ່ໜ້າວິຕົກກັງວົນກວ່າໝູ່ແມ່ນ ຄວາມສ່ຽງເກີດໄພພິບັດມະນຸດສະທຳຢ່າງຮ້າຍແຮງ ເມື່ອ ປະຊາກອນ ອາບການິດສະຖານ ເກືອບເຄິ່ງໜຶ່ງ ພວມຕ້ອງການການຊ່ວຍເຫຼືອສະບຽງອາຫານໂດຍດ່ວນ, ໃນຂະນະທີ່ການເຄື່ອນໄຫວກູ້ໄພກູ້ຊີບພວມປະສົບກັບສິ່ງກີດຂວາງຫຼາຍຢ່າງຍ້ອນຂາດຄວາມສະຫງົບ ກໍຄື ການປາບປາມຂອງໂລກລະບາດໂຄວິດ - 19./.

ຕອບກັບ

ຂ່າວ/ບົດ​ອື່ນ