ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິດເສລີໃນການປາກເວົ້າ

(vovworld)- ​ໃນ​ຊຸມ​ມື້​ຫວ່າງ​ມໍ່ໆ​ມາ​ນີ້ ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ມີ​ກຸ່ມ​ຄົນ​ຫນຶ່ງ​ໄດ້​ອ້າງ​ຊື່ວ່າ“​ເຄືອ​ຂ່າຍ blogger ຫວຽດນາມ” ​ເພືື່ອ​ເຜີຍ​ແຜ່​ອັນ​ທີ່​ເອີ້ນ​ວ່າ “ຖະ​ແຫລ​ງການ 258” ​ໂດຍ​ຖື​ວ່າ: ຫວຽດນາມ ຂາດ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ທວງ​ໃຫ້​ນຳ​ໃຊ້​​ຕາມຮູບ​ແບບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​​ຂອງເອີ​ລົບ​​ຢູ່ຫວຽດນາມ”. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ຜູ້​ໃດ​ກໍ​ຮູ້ຈັກ​ເຖິງ​ນັ້ນ​ແມ່ນ ​ ຢູ່ບໍ່​ວ່າ​​ໃນ​ປະ​ເທດ​ໃດ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ ກໍ​ລ້ວນ​ແຕ່​ມີ​ຂອບ​ເຂດຂອງ​ມັນ. ​

        ມາ​ຮອດ​ປະຈຸ​ບັນ, ປະຊາ​ຄົມ​ໂລກ​ໄດ້​ຕົກລົງ​ນຳ​ກັນ​ບັນດາ​ມາດຖານ​ລວມກ່ຽວ​ກັບ​ສິດ​ພື້ນຖານ​ຂອງ​ມະນຸດ, ​ໃນ​ນັ້ນ​ມີສິດ​ເສລີ​ໃນ​ການ​ປາກ​ເວົ້າ. ມາດຕາ 10 ຂອງ​ສົນທິສັນຍາ​ສິດທິ​ມະນຸດ​ເອີ​ລົບ ຊື່​ງມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 3/9/1953 ​ເປັນ​ຕົ້ນ​ໄປ ​ໄດ້​ລະບຸ​ໄວ້​ຢ່າງ​ລະອຽດ​ວ່າ: “ທຸກ​ຄົນ​ລ້ວນ​ແຕ່​ມີສິດ​ເສລີ​ໃນ​ການສະ​ແດງ​ຄຳ​ເຫັນ. ສິດ​ນີ້​ລວມມີ ມີ​ສິດ​ເສລີ​ໃນ​ການສະ​ແດງ​ຄຳ​ເຫັນ ​ແລະ ສິດ​ເສລີ​ໃນ​ການ​ແລກປ່ຽນ​ບັນດາ​ຂໍ້​ມູນ​ຂ່າວສານ​ຫາກ​ບໍ່​ຈຳ​ເປັນ​ໄດ້​ຮັບ​ອະນຸຍາດ​ຈາກ​ອົງການ​ມີ​ສິດ​ອຳນາດ​ໃດ ​ແລະ ບໍ່​ຈຳ​ແນ​ກພົ​ມແດນ.

ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິດເສລີໃນການປາກເວົ້າ - ảnh 1
ພາບ​ປະ​ກອບ: internet

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາດຕາ​ດັ່ງກ່າວ​ບໍ່​ໝາຍ​ຄວາມ​ວ່າ​ຫ້າມ​ທຸກ​ປະ​ເທດ​ສະມາຊິກ​ ວາງ​ອອກ​ບັນດາ​ມາ​ດຕະການ​ຄວບ​ຄຸມ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ກະຈາຍສຽງ, ​ໂທລະພາບ​, ຮູບ​ເງົາ. ​ການ​ປະຕິບັດ​ບັນດາ​ສິດ​ທີ່​ກ່າວ​ມາ​ຂ້າງ​ເທິງ ລວມມີ ບັນດາ​ພັນທະ ​ແລະ ຄວາມ​ຮັບຜິດຊອບ, ຮູບ​ການ,  ​ເງື່ອນ​ໄຂ, ບັນດາ​ຂໍ້​ຈຳກັດ​ຫລື​ມາດ​ຕະການ​ປັບ​ໄຫມ​ລົງ​ໂທດ​ຕ້ອງ​ລະບຸ​ໄວ້​ຢ່າງ​ຈະ​ແຈ້ງ​ໃນ​ບັນດາ​ເອກະສານ​ນິຕິ​ກຳ ມີ​ການ​ຄິດ​ໄລ່​ຊັ່ງຊາ​ເຖິງ​ຄວາມ​ຈຳ​ເປັນ​ສຳລັບ​ສັງຄົມ​ປະຊາທິປະ​ໄຕ, ​ເພື່ອ​ຜົນ​ປະ​ໂຫຍ​ດສຳລັບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ, ຮັກສາ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ ​ແລະ ສະກັດ​ກັ້ນ​ອາດຊະຍາ​ກຳ, ຮັກສາ​ສຸຂະພາບ ​ແລະ ຄຸນສົມບັດ, ກຽດ​ຕິ​ຄຸນ​ ຫລື​ ກຽດ​ຕິ​ຍົດຂອງ​ມະນຸດ, ສະກັດ​ກັ້ນ​ເລື່ອງ​ເຜີຍ​ແຜ່​ບັນດາ​ຂໍ້​ມູນ​ຂ່າວ​ລັບ ຫລື​ເພື່ອ​ຮັບປະກັນ​ສິດ​ອຳນາດ ​ແລະ ລັກສະນະ​ເອກະລາດ​ຂອງ​ບັນດາ​ອົງການ​ຕຸລາການ.

        ​ເປັນ​ອັນວ່າ ສົນທິສັນຍາ​ສິດທິ​ມະນຸດ ​ເອີ​ລົບ ​ໄດ້​ກຳນົດ​ບັນດາ​ຫລັກການ​ລວມກ່ຽວ​ກັບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ຕາມ​ນັ້ນ​ແລ້ວ ຜູ້​ໃດ​ກໍ​ມີ​ສິດ​ສະ​ແດງ, ​ແລກປ່ຽນ​ທັດສະນະ​ຂອງ​ຕົນ ຫາກ​ບໍ່​ຈຳ​ແນ​ກທີ່​ຕັ້ງ​ໃນ​ສັງຄົມ, ທາງ​ເພດ, ພົ​ມ​ແດນ. ​ແຕ່​ວ່າ ສົນທິສັນຍາ​ກໍ​ໄດ້​ກຳນົດ​ການ​ປະຕິບັດ​ບັນດາ​ສິດ​ດັ່ງກ່າວ ​ແລະ ​ຂໍ້ຈຳກັດ​ຕ່າງໆ​ທີ່​ຖືກ​ລະ​ບຸ​ໄວ້​ໃນ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ​. ​ເພາະວ່າ ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ອິງ​ໃສ່ສະພາບ​ຕົວ​ຈິງ​ຂອງ​ຕົນ​ເພື່ອ​ຍົກ​ອອກ​ບັນດາ​ກົດໝາຍ ​ແນ​ໃສ່​ຫັນ​ເປັນ​ລະອຽດ​ການ​ປະຕິບັດສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງ​ພົນລະ​ເມືອງ.

        ​ເມື່ອ​ເວົ້າ​ເຖິງ​ມາດຕາ 258 ປະມວນ​ກົດໝາຍ​ອາຍາ​ຫວຽດນາມ, ມາດຕາ​ນີ້​ໄດ້​ກຳນົດ​ບັນດາ“​ໂທດ​ກຳ​ສວຍ​ໃຊ້​ສິດ​ເສລີ, ປະຊາທິປະ​ໄຕ​ລ່ວງ​ລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ, ຜົນ​ປະ​ໂຫຍ​ດຖືກຕ້ອງ​ກັບ​ກົດໝາຍ​ຂອງ​ອົງການ, ພົນລະ​ເມືອງ.”

        ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ບັນດາ​ອຳ​ນາດ​​ນິ​ຕິ​ບັນ​ຍັດ, ອຳນາດ​ບໍລິຫານ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ມີ​ຫລັກ​ຖານ​ຢ່າງ​ຄົບ​ຖ້ວນ​ຢັ້ງຢືນ​ລັກສະນະ​ວິທະຍາສາດ​ຂອງ​ກົດໝາຍ. ໝາຍ​ຄວາມ​ວ່າ ​ກົດ​ໝາຍ ພຽງ​ແຕ່​ກຳນົດ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສຳລັບ​ກໍລະນີ​ສວຍ​​ໃ​ຊ້ ​ແລະ ການ​ກະທຳ​ນີ້​ ແມ່ນ​ການ​ລ່ວງລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ, ຜົນ​ປະ​ໂຫຍ​ດຖືກ​ຕ້ອງ​ກັບ​ກົດໝາຍ​ຂອງ​ອົງການ, ພົນລະ​ເມືອງ”. ຖ້າ​ຫາກ​ການ​ກະທຳ​ບໍ່​ສວຍ​ໃຊ້, ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ເສລີ​ໃນ​ການ​ປາກ​ເວົ້າ,  ​ເສລີ​ໃນ​ດ້ານ​ສື່​ມວນ​ຊົນ,  ເສລີ​ໃນ​ການ​ເຊື່ອຖື​ສາສະຫນາ,  ​ເສລີ​ການ​ການ​ປະຊຸມ ​ແລະ ບັນດາ​ສິດ​ເສລີ​ປະຊາ​ທິປະ​ໄຕ​ອື່ນ​ ​ແມ່ນ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກລັດຖະທຳ​ມະນູນ ​ແລະ ກົດໝາຍ​ຂອງ​ຫວຽດນາມ.

        ​ເປັນ​ອັນວ່າ ການ​ກຳນົດ​ໃນ​ມາດຕາ​ 258 ຂອງ​ປະມວນ​ກົດໝາຍ​ອາຍາ ຫວຽດນາມ ​ແມ່ນ​ເໝາະ​ສົມ​ກັບ​ສົນທິສັນຍາ​ກ່ຽວ​ກັບ​ສິດທິ​ມະນຸດ​ເອີ​ລົບ.

        ຕ້ອງ​ຢືນຢັນ​ຕື່​ມອີກ​ວ່າ ມາດຕາ 258 ຂອງ​ປະມວນ​ກົດໝາຍ​ອາຍາ ຫວຽດນາມ ຍັງ​ເໝາະ​ສົມ​ກັບ​ສົນທິສັນຍາສາ​ກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ​ປີ 1966. ຕາມ​ນັ້ນ​ແລ້ວ, ສິດ​ເສລີ​ໃນ​ການ​ປາກ​ເວົ້າບໍ່​ແມ່ນ​ສິດ​ທີ່​ບໍ່​ມີ​ຂອບ​ເຂດ, ບໍ່​ມີ​ພົມ​ແດນ. ສິດ​ເສລີ​ໃນ​ການ​ປາກ​ເວົ້າ ຕ້ອງ​​ເຄົາລົບສິດ​ຂອງ​ຜູ້​ອື່ນ ​ແລະ ຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ,​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ, ຮັບປະກັນ​ສຸຂະພາບ ​ແລະ ຄຸນສົມບັດ​ສັງຄົມ. ​ເປັນ​ອັນວ່າ ບໍ່​ອາດ​ປະ​ຕິ​ເສດ​​ ລັກສະນະ​ດ້ານ​ກົດໝາຍ, ວິທະຍາສາດ​ຢ່າງ​ຈະ​ແຈ້ງຂອງ​ມາດຕາ 258 ​ແມ່ນ​ປະຕິ​ບັດ​ຕາມ​ຫລັກການ​ດັ່ງກ່າວ​ຂອງ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເມືອງ ​ແລະ ການ​ເມືອງ​ປີ 1966 ​ແລະ ບັນດາ​ສົນທິສັນຍາ​ສາກົນ​ອື່ນ​ທີ່​ກ່ຽວ​ຂ້ອງ​ເຖິງສິດ​ເສລີ​ໃນ​ການ​ປາກ​ເວົ້າ.

        ກ່ຽວ​ກັບ​ເລື່ອງ “ກຸ່ມ blogger ຫວຽດນາມ” ທວງ​ນຳ​ໃຊ້​ຮູບ​ແບບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງຝ່າຍ​ຕາ​ເວັນ​ອຕົກ​ຢູ່ຫວຽດນາມ. ກຸ່ມ​ຄົນ​ດັ່ງກ່າວ​ບໍ່​ຮູ້​ວ່າ ບໍ່​ສາມາດ​ມີ​ສິດ​ເສລີ​​ໂດ​ຍບໍ່​​ກຳນົດຂອບ​ເຂດ, ນັບ​ທັງ​ບັນດາ​ປະ​ເທດ ​ເອີ​ລົບ ​ທີ່​ໄດ້​​ເຂົ້າຮ່ວມ​ການ​ຮຽບຮຽງ​ບັນດາ​ສົນທິສັນຍາ​ສາກົນ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ແບບຢ່າງ​ກ່ຽວ​ກັບສິດ​ເສລີ​ໃນ​ການ​ປາກ​ເວົ້າ. ກົດໝາຍ​ກ່ຽວ​ກັບສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງ ຝລັ່ງ ​ໄດ້​ວາງ​ອອກ​ບັນດາ​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ​ເພື່ອ​ປັບ​ໄຫມ​ລົງ​ໂທດ​ຜູ້​ໃດ​ສວຍ​ໃຊ້ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິດ, ຜົນ​ປະ​ໂຫຍ​ດຖືກຕ້ອງ​ກັບກົດໝາຍ​ຂອງ​ຜູ້​ອື່ນ. ກົດໝາຍ​ຂອງ​ປະ​ເທດ​ນີ້ ກ​ໍ​ໄດ້​ວາງ​ອອກ​ບັນດາ​ຂໍ້​ກຳນົດ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດພື້ນຖານ​ຈຳນວນ​ຫນຶ່ງ​ຂອງ​ປະ​ເທດ​ຊາດ ຄື: ຫ້າມ​ຈຳຫນ່າຍບາງ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ຫລື ບັນດາ​ເອກະສານ​ກ່ຽວ​ຂ້ອງ​ເຖິງ​ລາຍ​ຄະດີ​ພວມ​ໃນ​ວິວັດ​ການ​ພິພາ​ກສາ, ຍ້ອງຍໍນັກ​ໂທດ​ສົງຄາມ ​ແລະ ​ໂທດ​ກຳ​ຕ້ານ​ມວນ​ມະນຸດ.

        ຄວາມ​ຈິງ ບໍ່​ພຽງ​ແຕ່​ຢູ່ ຫວຽດນາມ ຈຶ່ງ​ມີ​ຂໍ​ກຳນົດ​ປັບ​ໄຫມ​ລົງ​ໂທດ​ສຳລັບ​ບັນດາ​ການ​ກະທຳ​ສວຍ​​ໃຊ້ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​​ເສລີ​ດ້ານ​ສື່​​​​​ມວນ​ຊົນ​ເພື່ອ​ລະ​ເມີດ​ກົດໝາຍ ຫາກ​ຢູ່ ຝລັ່ງ ຫລື ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ສ​ເກົາຫລີ, ສິງກະ​ໂປ… ລ້ວນ​ແຕ່​ມີ​ກົດໝາຍ ​ແລະ ມາດຕາ​ປັບ​ໄຫມລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ບັນດາ​ການ​ກະທຳ​ສວຍ​​ໃຊ້ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ດ້ານ​ສື່​ມວນຊົນ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ບໍ່​ວ່າ​ຢູ່ປະ​ເທດ​ໃດ ສິດ​ເສລີ​ໃນ​ການ​ປາກ​ເວົ້າກໍ​ລ້ວນ​ແຕ່​ກຳນົດ​​ໃນ​ຂອບ​ເຂດ​ດ້ານ​ກົດໝາຍ. ສິ່ງ​ດັ່ງກ່າວ​ແມ່ນ​ນອນ​ໃນ​ຂອບ​ເຂດການ​ປະຕິບັດ​ສິດທິ​ມະນຸດ​ຕາມ​ບັນດາ​ກົດໝາຍລະຫວ່າງ​ປະ​ເທດ ​ແລະ ສົນທິສັນຍາ​ສາກົນ ຊື່​ງປະຊາ​ຄົມ​ໂລກ​ໄດ້​ຕົກລົງ​ນຳ​ກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ