ເບື້ອງຫຼັງການຈັບມືລະຫວ່າງສອງປະເທດມະຫາອຳນາດໃນອາຊີ

(vovworld) -ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ  ຫຼີ​ເຄີ​ສຽງ ຫາ​ກໍ່​ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອິນ​ເດຍ ເປັນ​ເວ​ລາ 3 ວັນ. ອິນ​ເດຍ ແມ່ນ​ປະ​ເທດ​ທຳ​ອິດ​​ທີ່ທ່ານ​ມາ​ຢ້ຽມ​ຢາມ ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່ 4 ປະ​ເທດ ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ກັບ​ນິວ​ເດ​ລີ, ດ້​ານ​ອື່ນ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ກັບ​ປະ​ ເທດນີ້ ພາຍຫຼັງ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ນັບ​ທັງ​ໃນ​ອະ​ດີດ​ຕະ​ການ ແລະ ໃນ​ປະ​ຈຸ​ບັນ​ທີ່​ກ່ຽວ​ຂ້ອງ​ເຖິງຫຼາຍ​ບັນ​ຫາ. ແຕ່​ວົງ​ການ​ນັກ​ໄຈ້​ແຍກ​ພັດ​ມີ​ຂໍ້​ສັງ​ເກດ​ທີ່​ກົງ​ກັນ​ຂ້າມ​ກັບ​ການ​ພົວ​ ພັນ​ຕາມ​ພິ​ທີ​ການ​ທູດ. ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ບໍ່​ເທົ່າ​ທີ່​ ຄວນ. ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມີ​ບົດ​ໄຈ້​ແຍກເບື້ອງຫຼັງ​ການ​ຈັບ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດໃນ​ອ​າ​ຊີ”. ເຊີນ​ທ່ານ​ຮັບ​ຟັງ.

ເບື້ອງຫຼັງການຈັບມືລະຫວ່າງສອງປະເທດມະຫາອຳນາດໃນອາຊີ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ  ຫຼີ​ເຄີ​ສຽງ  ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ອິນ​ເດຍ Manmohan Singh

(ພາບ: India Times)

ໃນ​ອາ​ກາດ​ທີ່​ຮ້ອນ​ເ​ອົ້າ​ຂອງ​ລະ​ດູ​ຮ້ອນ​ຢູ່​ນິວ​ເດ​ລີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ Manmohan Singh ໄດ້​ໃຫ້​ການ​ຕ້ອນ​ຮັບ​ຜູ້​ຮ່ວມ​ຕຳ​ແໜ່ງ ຫຼີ​ເຄີ​ສຽງ ດ້ວຍ​ພິ​ທີ​ການ​ທູດ ສຳ​ລັບ​ປະ​ມຸກ​ລັດ. ໃນ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ Manmohan Singh, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄີ​ສຽງ ຢັ້ງ​ຢືນ​ວ່າ, ການ​ຢ້ຽມ​ຢາມນີ້​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ໂລກ​ເຫັນ​ໄດ້​ຄວາມ​ໄວ້​ເນື້ອ​ເຊື່ອ​ ໃຈ​ທາງ​​ການ​ເມືອງ​ລະ​ຫວ່າງ​ອິນ​ເດຍ ແລະ ຈີນ ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ການ​ຮ່ວມ​ມື​ແທດ​ຈິງພວມ​ໄດ້​ຮັບ​ການ​ເປີດກວ້າງ ແລະ ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດ​ລວມຫຼາຍກວ່າ. ສ່ວນ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Manmohan Singh ກໍ່​ເນັ້ນ​ໜັກ​ວ່າ ບໍ່​ພຽງ​ແຕ່​ມີ​ການ​ພົວ​ພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ສະ​ໜິດ​ຕິດ​ພັນ​ ເທົ່າ​ນັ້ນ, ຫາກ​ອິນ​ເດຍ ແລະ ຈີນ ລ້ວນ​ແຕ່​ແມ່ນ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່​ພວມ​ພັດ​ທະ​ນາ ແລະ ພວມ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນຫຼາຍ​ບັນ​ຫາ​ສາ​ກົນ​ອີກ​ດ້ວຍ. ດັ່ງ​ນັ້ນ, ບໍ່​ໄດ້​ເຮັດ​ໃຫ້​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ລະ​ຫວ່າງ​ສອງ​ປະ​ເທດ​ ສົ່່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ເຫັນ​ດີ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຍົກ​ວົງ​ເງິນ​ການ​ຄ້າ​ສົງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 100 ຕື້ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2015 ແລະ ດ້ວຍ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື 8 ສະ​ບັບ​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສີ​ກຳ, ການ​ຄ້າ, ການ​ທ່ອງ​ທ່ຽວ… ນັ້ນ, ປັກ​ກິງ ແລະ ນິວ​ເດ​ລີ​ພວມ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸຸກ​ຍູ້​ການ​ເຕີບ​ໂຕ ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ນີ້​ພຽງ​ແຕ່​ແມ່ນ​ຄຳ​ເວົ້າ​ຊື່ໆ​ເທົ່າ​ນັ້ນ. ເຖິງວ່າ​ຈີນ​ພວມ​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ​ຍ່ກວ່າ​ໝູ່​ຂອງ​ອິນ​ ເດຍ ກໍ່​ຕາມ, ແຕ່​ການ​ຂາດ​ດູນ​ການ​ຄ້າ​ນັບ​ມື້​ນັບ​ສູງ ພວມ​ແມ່ນ​ປັດ​ໃຈ​ເພີ່ມ​ຄວາມ​ບໍ່​ພໍ​ໃຈ​ລະ​ຫວ່າງ​ສອງ​ຝ່າຍ. ໂດຍ​ເລີ່ມ​ມາ​ຈາກ​ຕົວ​ເລກ​ສູງໃນ​ຊຸມ​ປີ 1990,​ ແຕ່​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ - ອິນ​ເດຍ ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຈີນຫຼາຍກວ່າ. ປະ​ເທດນີ້​ສົ່ງ​ອອກ​ໄຟ​ຟ້າ ແລະ ອຸ​ປະ​ກອນ​ໂທ​ລະ​ຄົມ​ໄປ​ຍັງ​ອິນ​ເດຍ​ເປັນ​ຕົ້ນ​ຕໍ່, ແຕ່​ບໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ນຳ​ເຂົ້າ​ຕະຫຼາດ​ຈີນ​ບັນ​ດາ​ຂົງ​ ເຂດນີ້​ຂອງ​ອິນ​ເດຍ. ແຕ່​​ຍາມ​ໃດຈີນ​ກໍ່​ປະ​ຕິ​ເສດ​ວ່າ ການ​ຂາດ​ດູນ​ການ​ຄ້າ​ນັ້ນ ແມ່ນ​ຍ້ອນ​ການ​ນຳ​ເຂົ້າ​ຖືກ​ຈຳ​ກັດ, ຫາກ​ຖື​ວ່າ​ການ​ຂາດ​ດຸນ​ແມ່ນ​ຍ້ອນ “ຄວາມ​ແຕກ​ຕ່າງ​ກັນ​ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ”. ສ່ວນ​ນິວ​ເດ​ລີ​ ​ກໍ່ບໍ່​ພໍ​ໃຈ​ຕໍ່​ຂໍ້​ອ້າງ​ດັ່ງ​ກ່າວ. ດັ່ງ​ນັ້ນ​ເຖິງວ່າ​ຈະ​ຢືນ​ຢັນ​ຢາກ​ພ້ອມ​ກັບ​ຈີນ​ຍົກ​ສູງວົງ​ເງິນ​ການ​ຄ້າ​ ສອງ​ຝ່າຍ​ກໍ່​ຕາມ, ແຕ່​ທ່ານ Manmohan Singh ກໍ່​ຖື​ວ່າ ເພື່ອ​ບັນ​ລຸ​​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ໄດ້ 100 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2015 ນັ້ນ, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ຊອກ​ຫາ​ວິ​ທີ​ສ້າງ​ຄວາມ​ດູນ​ດຽງ​ບໍ່​ໃຫ້​ຂາດ​ດຸນ​ການ ​ຄ້າ, ສິ່ງ​ດັ່ງ​ກ່າວ​ສ່ວນຫຼາຍ​ແມ່ນ​ຂຶ້ນ​ກັບ​ຝ່າຍ​ຈີນ.

ພ້ອມ​ກັບ​ບັນ​ຫາ​ຂາດ​ດຸນ​ການ​ຄ້າ, ບັນ​ດາ​ຄວາມ​ບໍ​ພໍ​ໃຈ​ກ່ຽວ​ກັບ​ຜືນ​ແຜ່ນ​ດິນ​ລະ​ຫວ່າງ​ອິນ​ເດຍ - ຈີນ ໃນ​ຕະຫຼອດ​ໄລ​ຍະ​ຍາວ ແຕ່​ຍັງ​ບໍ່​ທັນ​ຊອກ​ໄດ້​ວິ​ທີ​ແກ້​ໄຂ​ນັ້ນ ກໍ່​ແມ່ນ​ສິ່ງ​ທີ່​ກີດ​ຂວາງ​ໃນ​ການ “ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ” ລະ​ຫວ່າງ​ສອງ​ຝ່າຍ. ຄວາມ​ສົງ​ໃສ​ລະ​ຫວ່າງ​ສອງ​ປະ​ເທດ, ເກີດ​ຂຶ້ນ​ນັບ​ແຕ່​ສົງ​ຄາມ​ຊາຍ​ແດນ​ເມື່ອ​ປີ 1962. ແລະ ກ່ອນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ 1 ເດືອນ, ການ​ພົວ​ພັນ​ລະ​ຫວ່າງ​ປັກ​ກິງ - ນິວ​ເດ​ລີ ​ຖືກ​ຕົກຢູ່​ໃນ​ສະ​ພາບ​ເຄັ່ງ​ຕຶງ, ເມື່ອ​ອິນ​ເດຍ​ກ່າວ​ປະ​ນາມກອງ​ທັບ​ຈີນ ລະ​ເມີດ​ຜືນ​ແຜ່ນ​ດິນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ພູ Himalaya. ແລະ ອິນ​ເດຍ​ໄດ້​ໂຕະ​ຕອບ​ຄືນ​ດ້ວຍ​ເລື່ອງ​ລະ​ດົມ​ກຳ​ລັງ​ທັບ​ໄປ​ຍັງ​ເຂດນີ້ ແລະ ຄວາມ​ເຄັ່ງ​ຕຶງ​ພຽງ​ແຕ່​ຢຸດ​ຕິ​ຊົ່ວ​ຄາວ ເມື່ອ​ສອງ​ຝ່າຍ​ຕົກ​ລົງ​ຈະ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຍາວ​ນານ ແລະ ຮອບ​ດ້ານ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ຊາຍ​ແດນ​ສອງ​ປະ​ເທດ​ເທົ່າ​ນັ້ນ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ອີກ​ເທື່ອ​ໜຶ່ງ​ບັນ​ຫາ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ​ກໍ່​ຖືກ​ນຳ​ມາ​ປຶກ​ສາ​ຫາ​ ລື ແຕ່​ກໍ່​ບໍ່​ໄດ້​ຮັບ​ຜົນ​ຢ່າງ​ລະ​ອຽດ ເມື່ອ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄີ​ສຽງ ພຽງ​ແຕ່​ສະ​ເໜີ​ໃຫ້​ເພີ່ມ​ທະ​ວີ​ກົນ​ໄກ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ ເຂດ​ຊາຍ​ແດນ​ທີ່​ເກີດ​ການ​ພິ​ພາດ​ແບບ​ລວມໆ, ແລະ ຖື​ວ່າ ບັນ​ດາ​ຂໍ້​ສະ​ເໜີ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງນັ້ນ “​ທັງ​ສອງ​ຝ່າຍຈະ​ຕ້ອງ​ຄິດ​ໄລ່ໃນ​​ໄລ​ຍະ​ຍາວ”. ໃນ​ສະ​ພາບ​ທີ່​ອິນ​ເດຍ​ພວມ​ມີ​ບັນ​ດາ​ນະ​ໂຍ​ບາຍ​ຍາດ​ເອົາ​​ທ່​ວງທ່າຄື: ການ​ປັບ​ປຸງ​ຍຸດ​ທະ​ສາດ​ດ້ານ​ການ​ທະ​ຫານ ແລະ ການ​ຕ່າງ​ປະ​ເທດ, ການ​ຫັນ​ກອງ​ທັບ​ເປັນ​ກຳ​ລັງ​ທີ່​ທັນ​ສະ​ໄໝ… ນັ້ນ ໄດ້​ເຮັດ​ໃຫ້​ຈີນ​ບໍ່​ອາດ​ເມີນ​ເສີຍ​ໄດ້. ນອກ​ນັ້ນ, ເລື່ອງ​ອິນ​ເດຍ​ນັບ​ມື້​ນັບ​ມີ​ຄວາມ​ໄກ້​ສິດ​ສະ​ໜິດ​ສະ​ໜົມ​ກັບ​ວໍ​ຊິງ​ຕັນ ແລະ ບໍ່​ສະ​ໜັບ​ສະ​ໜູນ​ຈີນ​ໃນ​ການ​ພິ​ພາດ​ທະ​ເລ​ຕາ​ເວັນ​ອອກ​ນັ້ນ ກໍ່​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ປັກ​ກິງ - ນິວ​ເດ​ລີ ບໍ່​ໄດ້​ດີ​ປານ​ໃດ. ຄວາມ​ຈິງ​ແລ້ວ, ໃນ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Manmohan Singh ໄດ້​ປະ​ຕິ​ເສດ​​ການ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ຈີນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ບັນ​ດາ​ເກາະ​ທີ່​ເກີດ​ການ​ພິ​ພາດ​ໃນ​ທະ​ເລ​ຕາ​ເວັນ ​ອອກ.

ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ໄປ​ປະ​ຕິ​ບັດ​ງານ​​ຢູ່ນິວ​ເດ​ລີ ຄັ້ງ​ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ສຽງ ສະ​ແດງ​ໃຫ້​ເຫັນ​ວ່າ​ສາຍ​ພົວ​ພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ລະ​ຫວ່າງ​ສອງ​ປະ​ ເທດ​ຍາກ​ທີ່​ຈະ​ປອງດອງ​ໄດ້. ເຖິງວ່າ​ຈະ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ​ກັນ ແຕ່​ພັດ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຍຸດ​ທະ​ສາດ​ຂອງ​ກັນ ອັນ​ໄດ້​ເຮັດ​ໃຫ້​ສອງ​ປະ​ເທດ​ອາ​ຊີນີ້​ຍາກ​ທີ່​ຈະ​ຫ​ຍັບ​ມໍ່​ເຂົ້າ​ກັນ​ໄດ້. ຍ້ອນ​ເຫດ​ນັ້ນ ບໍ່​ຄວນ​ລໍ​ຖ້າ​ຈະ​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງບັນ​ດາ​ນັກ​ໄຈ້​ແຍກ.

ຕອບກັບ

ຂ່າວ/ບົດ​ອື່ນ