ເພີ່ມຄວາມອົບອຸ່ນໃຫ້ນ້ຳໃຈມິດຕະພາບຫວຽດ-ລາວ


ເພີ່ມຄວາມອົບອຸ່ນໃຫ້ນ້ຳໃຈມິດຕະພາບຫວຽດ-ລາວ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມ ສປປ ລາວ

(vovworld)-ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະ​ທານ​ປະ​ເທດ​ແຫ່ງ ສປປລາວ ຈູມມາລີ​ໄຊ​ຍະ​ສອນ, ວັນ​ທີ 9 ກຸມພາ, ປະ​ທານປະ​ເທດ​ແຫ່ງ​ ສສ ຫວຽດນາມ ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍ​ພັນລະຍາ​ໄດ້​ໄປ​ຢ້ຽມຢາມສັນທະວະໄມຕີ ສປປລາວ ​ເປັນ​ເວລາ 3 ວັນ, ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮ້ອບດ້ານ​ລະຫວ່າງ ຫວຽດນາມ-ລາວ​ໃຫ​້ດີ​ຍິ່ງ​ຂື້ນ​ອີກ, ພ້ອມ​ກັນ​ນັ້ນ​ກໍ​ເປັນ​​ເຫດການ​ເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຮັບ​ຕ້ອນ “ ປີແຫ່ງຄວາມສາມັກຄີ​ມິດຕະພາບ ຫວຽດນາມ-ລາວ ປີ2012 ”

    ​ໂດຍ​ເລືອກ​ເອົາ ສປປລາວ ​ແມ່ນ​ປະ​ເທດ​ທຳ​ອິດ ​ເພື່ອ​ຢ້ຽມຢາມ​ໃນ​ປີ​ໃໝ່ 2012, ການ​ນຳ​ພັກ, ລັດ​ຫວຽດນາມໄດ້​ຢັ້ງຢືນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດທະໜາຢາກ​​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ສປປລາວ.

  ການ​ຢ້ຽມຢາມ​ລາວ​ຂອງ ປະ​ທານປະ​ເທດ​ແຫ່ງ​ ສສ ຫວຽດນາມ ​ເຈືອງ​ເຕີນ​ຊາງ ຖືກ​ດຳ​ເນີນ​ໃນ​ສະພາບ​ການ​ທີ່ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດໄດ້ຮັບ​ການ​ປັບປຸງ ​ແລະ ພັດທະນາ​ໃນ​ທຸກໆຂົງ​ເຂດ. ​ໃນ​ຊຸ​ມປີ​ມໍ່ໆ​ມາ​ນີ້, ພິ​ເສດ​ໃນ​ປີ 2011, ບັນດາ​ການ​ນຳ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດຂອງ 2 ປະ​ເທດ​ລ້ວນ​ແຕ່​ໄປມາ​​ຢ້ຽມຢາມ​ຊຶ່ງ​ກັນ​ແລະ​ກັນ, ​ເປັນ​ໜ​້າສົນ​ໃຈ​ແມ່ນ​ການ​ຢ້ຽມຢາມທາງ ລັດຖະ ກິດ​ຫວຽດນາມ ຂອງທ່ານ​​ເລ​ຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ​ໄຊ​ຍະ​ສອນ​ເມື່ອເດືອນ​ສິງຫາປີ 2011, ຂອງ​ທ່ານ​ນາຍົກລັຖະມົນຕີ​ລາວ ທອງ​ສິງ​ທຳ​ມະ​ວົງ​ເມື​່ອ​ເດືອນ​ມີນາ ປີ 2011, ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ​ຢາ​ທໍ​ຕູ້​ເມື່ອ​ເດືອນ​ສິງຫາ​ປີ 2011, ການຢ້ຽມຢາມ​ລາວ​ຢ່າງ​ເປັນທາງ​ການ​ຂອງ​ທ່ານ​ເລ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເມື່ອ​ເດືອນ​ມິ​ຖຸນາປີ 2011 ​ແລະ ຂອງ​ທ່ານນາຍົກລັຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ​ເມື່ອ​ເດືອນ​ກັນຍາ ປີ 2011. ຜ່ານ​ການ​ຢ້ຽມຢາມ​ເຫຼົ້າ​ນັ້ນ, ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະຜູກ​ພັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ, ພ້ອ​ມກັນ​ນັ້ນ​ກໍ​ເປັນ​ການ​ກຳນົດ​ທິດ​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ-ລາວ​ນັບ​ມື້​ນັບ​ຂະຫຍາຍຕົວ. ທ່ານ​ ພັນ​ຄຳ​ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ​ຖື​ວ່າ:“ຂ້າພະ​ເຈົ້າ​ຄິດ​ວ່າ​ຢູ່​ໃນ​ໂລກ​ນີ້, ບໍ່​ມີ​ສາຍ​ພົວພັນ​ໃດ ທີ່​ພິ​ເສດ​ຄື​ສາຍ​ພົວພັນ​ລະຫວ່າງ​ລາວ​-ຫວຽດນາມ. ບັນດາ​ສະຫາຍ​ການ​ນຳ​ຂອງ 2 ປະ​ເທ​ດຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ເຮັດ​ແນ​ວ​ໃດ​ເພື່ອ​ສຶກສາ​ອົບຮົມ​ລຸຸ່ນ​ໄວ​ໜຸ່ມ 2 ປະ​ເທດ​ມີຄວາມເຂົ້າ​ໃຈ​ໄດ້​ເຖິງ​ມູນ​ເຊື້ອ​ທີ່​ດີງາ​ມລະຫວ່າງ 2 ປະ​ເທດ​ພວກ​ເຮົາ. ການ​ສຶກສາ​ອົບຮົມ​ລຸ່ນ​ໄວ​ໜຸ່ມ​ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ-ລາວ​ ​ແມ່ນ​ໜ້າ​ທີ່​ຂອງ 2 ສະມາຄົມ​ມິ​ຕະພາບ​ຂອງ 2 ປະ​ເທດ​ພວກ​ເຮົາ. ພິ​ເສດ​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ໂຄງການ“ ປະຫວັດສາດ​ແຫ່ງ​ສາຍ​ພົ​ວພັນ​ແບບ​ພິ​ເສດ​ຫວຽດນາມ-ລາວ, ລາວ-ຫວຽດນາມ” ສ້າງ​ສຳ​ເລັດ, ​ໄດ້​ປະກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວຽກ​ງານ​ໂຄສະນາ, ສຶກສາ​ອົບຮົມ​ປະຊາຊົນລຸ່ນຕ່າງໆຂອງ 2 ປະ​ເທດ​ກ່ຽວກັບ​ສາຍ​ພົວພັນ​ທີ່​ສັດ​ຊື່​ບໍລິສຸດ, ຜູກ​ພັນ​ກັນ​ຢ່າງ​ສະໜິດ​ແໜ້ນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ ​ແລະ ລາວ  ”

     ປີ​ນີ້​ການ​ນຳ 2 ປະ​ເທດ​ໄດ້​ຕົກລົງ​ເລືອກ​ເອົາ​ເປັນ “ ປີ​ແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ ”​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ດ້ານ​ການ​ທູດ ​( 5/91962- 5/9/2012) ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ຫວຽດນາມ-ລາວ ​(18/7/1977-18/7/2012). ຫວຽດນາມ​ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ “ ປີ​ສາມັກຄີມິດຕະພາບ ຫວຽດນາມ-ລາວ”​, ຕາມ​ນັ້ນ​ແລ້ວ, ຕົກລົງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ແລະ​ການ​ເຄື່ອນ​ໄຫວສຳຄັນຕົ້ນຕໍ່​ຈະ​ຖືກ​ດຳ​ເນີນ​​ແຕ່​ຕົ້ນ​ເດືອນ​ກໍລະກົດ​ຫາ​ທ້າຍ​ເດືອນ​ກັນຍາ ປີ 2012, ດ້ວຍ​ການ​ເຄື​ອ່ນ​ໄຫວ​ທີ່​ອຸດົມສົມບູນ, ການພັວພັນ​ຮ່ວມ​ມືແລກປ່ຽນ​ໃນ​ບັນດາ​ຂົງ​ເຂດ​ເສດຖະ ກິດ, ການ​ຄ້າ, ວັດທະນະທຳ, ສິລະ​ປະ​, ກິລາ.....ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ​ຫວຽດ ນາມພວມ​ຮີບ​ເຮ່ັງ​ພວມ​ປະຕິ​ບັດ​ບັນດາ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ຂອງ​ຕົນ​ເພື່ອ​ໃຫ້ “ ປີ​ແຫ່ງຄວາມສາມັກຄີມິດຕະະພາບ ຫວຽດນາມ-ລາວ” ເປັນຂີດ​ໝາຍ​ຄຳ​ໃນ​ໄລຍະ​ທາງ​ 50 ປີ ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ວູ້ຊວນ​ຮົ່ງ ​ໃຫ້​ຮູ້​ວ່າ:  “ ຂ້າພະ​ເຈົ້າ​ຄິດ​ວ່າ 2 ສະມາຄົມ​ມິດຕະພາບ ຫວຽດນາມ-ລາວ​ພວກ​ເຮົາ ຄວນ​ຕັ້ງໜ້າ​ກະກຽມ​ເພື່ອ​ປຸກລະດົມ​ປະຊາຊົນ 2 ປະ​ເທດຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ດ້ວຍ​ຄວາມ​ໝາຍ​ອັນ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ປີ​ມິດ​ຕະພາບ​ຫວຽດນາມ​-ລາວ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມຫວັງຢ່າງ​ຍິ່ງ ຢາກ​ໜູນ​ຊ່ວຍ 2 ສະມາຄົມ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຖືກ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ການ​ນຳ 2 ປະ​ເທດ​ໄດ້​ຢືນຢັນ​ວ່າ: ລຸ່ນຄົນ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ, ພະນັກງານ, ປະຊາຊົນ​ແຕ່ລະຄົນ​ຕ້ອງ​ປະຕິບັດ​ໜ້າ​ທີ່​ອັນ​ສັກກະຫຼະບູຊາ ​ແມ່ນ​ຮັດ​ສາ, ປັບປຸງ ​ແລະ​ພັດທະນາ​ສາຍ​ພົວພັນ​ຫວຽດນາມ-ລາວ”

     ​ໂດຍ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຢ່າງມີ​ປະສິດທິ​ຜົນ, 2 ປະ​ເທດ​ຍັງ​ພວມ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ ຈາກ 700ລ້ານ USD ​ໃນ​ປີ 2011 ຂຶ້ນ​ເປັນ 1 ຕື້ USD ​ໃນ​ປີ​ນີ້ ​ແລະ ບັນລຸ 2 ຕື້ USD ​ໃນ​ປີ 2015. ຫວຽດນາມ​ສືບ​ຕໍ່​ຍ້​ູແຮງ​ບັນດາ​ໂຄງການ​ລົງທຶນ​ຢູ່​ລາວ ​ໂດຍ​ເລັ່ງ​ໃສ່​ຂົງ​ເຂດ​ທະນາຄານ, ການ​ເງິນ, ປູກ​ຢ່າງ​ພາລາ....ບົນ​ພື້ນຖາ​ນຕິດພັນ​ກັບ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ຮັບ​ໃຊ້​ກິດຈະ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ລາວ. 2 ຝ່າ​ຍຍັງ​ຕັດສິນ​ໃຈ ສູ້​ຊົນ​ກໍ່ສ້າງ​ຫຼັກ​ໝາຍ​ທັງ​ໝົດ​ທີ່​ຍັງ​ເຫຼືອ​ໃນ​ທົ່ວ​ລະບົບ​ຊາຍ​ແດນ​ໃຫ້​ສຳ​​ເລັດ​ໃນ​ປີ​ນີ້, ກ້ວ​ໄປ​ເຖິງ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃນ​ປີ 2014. ຫວຽດນາມ ​ແລະ ລາວ ກໍ​ພວມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ຄວາມ​ໄວ​ໃນ​ການ​ກໍ່ສ້າງ​ເສັ້ນທາງ 2E (​ເມືອງ​ຂວາ-​ໄຕ​ຈາງ)​ໃນ​ປີ 2012, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ ວູ້ງອ້າງ​ ລາວ-ຫວຽດນາມ ສາມາດ​ຂຸ​ດຄົ້ນ​ທ່າ​ກຳ​ປັ່ນ ວູ້ງອ້າງ​ຢ່າງ​ມີ​ປະສິດທິ​ຜົນ. ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນ​ແມ່​ບົດ“ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື ຫວຽດນາມ-ລາວ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໄລຍະ 2011-2020” ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ, 2 ຝ່າ​ຍສົມທົບ​ກັນ​ດຳ​ເນີນການ​ຄັດເລືອກນັກຮຽນ​ລາວ ​ແລະ ຫວຽດນາມ​ມາ​ຮ່ຳຮຽນ​ຢູ່​​ແຕ່ລະປະ​ເທດ.

    ບົນ​ພື້ນຖານ​ນັ້ນ, ການ​ຢ້ຽມຢາມ​ລາວ​ຂອງ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ, ອັນ​ໄດ້​​ເປັນ​ການ​ເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ “ ປີ​ແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ”. ນອກຈ​າກບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​​ເປັນ​ທາງ​ການ​ຄື: ການ​ເຈລະຈາ​ກັບ​ທ່ານ​ເລ​ທິການ​ໃຫຍ່, ປະທານ​ປະ​ເທດ, ພົບ​ປະ​ກັບ​ປະທານ​ສະ​ແຫ່ງ​ຊາດ, ນາຍົກລັດຖະມົນຕີລາວ....​​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ດ້ານ, ຈາກ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ຕ່າງປະ​ເທດ ຕະຫຼອດ​ຮອດ​ການ​ຄ້າ, ລົງທຶນ, ການ​ສຶກສາ, ວັດທະນະທຳ....ທ່ານ​ປະທານ ​ເຈືອງ​ເຕີ້​ນ​ຊາງ ຈະ​ເຂົ້າ​ຮ່ວມ​ພິທີ​ເປີດ​ທະ​ນາຄາ​ນຫຸ້ນ​ສ່ວນ​ອຸດສາຫະກຳ​ການ​ຄ້າ, ຢ້ຽ​ມຢາ​ມບາງ​ຮາກ​ຖາ​ນ​ໂດ​ຍກຸມ​ບໍລິສັດ ຮ່ວາງ​ແອ​ງ ຢາ​ລາຍ​ຊ່ວຍ​ກໍ່ສ້າງ, ​ເຂົ້າ​ຮ່ວມ​ພິທີ​ເປີດ​ໂຄງການ​ກໍ່ສ້າງ​ສຳນັກງານ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ລາວ....​ ການ​ຢ້ຽມຢາມ​ລາວ​ຂອງ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ຄັ້ງ​ນີ້ ​ເຮ​ັດ​ໃຫ້​ສາຍ​ພົວພັນ​ແບບ​ພິ​ເສດ​ສັດ​ຊື່​ບໍລິສຸດ​ລະຫວ່າງ 2 ຊາດ​ຫວຽດນາມ-ລາວຍິ່ງ​ອົບ​ອຸ່ນ​ຂຶ້ນ​ຕື່ມ, ຊຶ່ງ​ເປັນການ​ຢັ້ງຢືນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ນັ້ນແມ່ນ​ຖື​ເປັນ​ສຳຄັນທີ່​ສຸດ​ສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລ​ະ ການ​ຮ່ີວມມື​ຮອບດ້ານ​ກັບ ສປປລາວ.

    

 

ຕອບກັບ

ຂ່າວ/ບົດ​ອື່ນ