ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລ​າວ

(VOVWORLD) -ໃນຊຸມວັນນີ້, ປະຊາຊົນສອງປະເທດ ຫວຽດນາມ - ລາວໄດ້ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ  ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ (ວັນທີ 30 ຕຸລາ 1949 – ວັນທີ 30 ຕຸລາ 2019)ຢ່າງຫຼວງຫຼາຍ. ບັນດາການກະທຳນີ້ໄດ້ເພີ່ມພູນຄູນສ້າງໄມຕິຈິດມິດຕະພາບ, ເຮັດໃຫ້ການພົວພັນພິເສດລະຫວ່າງ ຫວຽດນາມ - ລາວພົ້ນເດັ່ນຂຶ້ນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນໃຫ້ນັບມື້ນັບພັດທະນາຂຶ້ນ.

ຈາກຈຸດພິເສດພູມີປະເທດທາງທຳມະຊາດ ແລະ ສັງຄົມ, ສອງປະເທດ ຫວຽດນາມ ແລະ ລາວ ໄດ້ມີການພົວພັນ ດຳລົງຄົງຕົວທີ່ເກີດຂຶ້ນເອງມາແຕ່ດົນນານ. ໄມຕິຈິດມິດຕະພາບ ແລະ ການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວໄດ້ ຮັບການຢັ້ງຢຶນໂດຍບັນດາພຶດຕິກຳຕົວຈິງໃນປະຫວັດສາດ ແລະ ຜູ້ນຳຂອງສອງຊາດກໍ່ສ້າງພື້ນຖານຢ່າງໂດຍກົງ ພ້ອມກັບບັນດາລຸ້ນການນຳ ແລະ ປະຊາຊົນສອງປະເທດຜ່ານຜ່າບັນດາເຫດການປະຫວັດສາດ, ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ, ຜ່ານຜ່າບັນດາຄວາມທຸກຍາກລຳບາກ, ເພື່ອກາຍເປັນການພົວພັນແບບຢ່າງ ຈົ່ງຮັກພັກດີ ແລະ ຫາໄດ້ຍາກ.

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລ​າວ - ảnh 1 ທຸງຊາດສອງປະເທດ (ພາບ: chinhphu.vn)

ສະໜິດຕິດພັນແບບທຳມະຊາດ

ນັບແຕ່ຊຸມວັນຕົ້ນຂອງການຕໍ່ສູ້ປົດປ່ອຍປະເທດຊາດ, ປະທານໂຮ່ຈີມິນຍາມໃດກໍ່ຢັ້ງຢືນວ່າ ການຮັກສາ, ປັບປຸງການພົວພັນສາມັກຄີໃນການຕໍ່ສູ້ຂອງສອງປະເທດ ຫວຽດນາມ - ລາວ ແມ່ນໜ້າທີ່ເປັນຕາຍຂອງ ປະຊາຊົນສອງປະເທດ. ຈາກນັ້ນ, ຊະຕາກຳຂອງສອງປະເທດໄດ້ຝັງເລິກໃນຈິດໃຈຂອງ ປະຊາຊົນລາວ ແລະ ປະຊາຊົນ ຫວຽດນາມນັບຫຼາຍລ້ານຄົນຢ່າງຕະຫຼອດການ, ປະຊາຊົນສອງປະເທດນັບມື້ນັບສະໜິດຕິດແທດເຊິ່ງກັນ ແລະ ກັນກ່ວາເກົ່າ. ປະຊາຊົນສອງປະເທດກາຍເປັນເພື່ອນສູ້ຮົບຂອງກັນ, ແບ່ງທຸກແບ່ງສຸກ, ຮ່ວມຂຸມຄອງດຽວກັນ. ໃນການຕໍ່ສູ້ຕ້ານ ຫົວເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ເພື່ອປົດປ່ອຍປະເທດຊາດຂອງແຕ່ລະປະເທດ, ການສົມທົບໜູນຊ່ວຍກັນຢ່າງຈິງໃຈ, ຍອມເສຍສະຫຼະຊີວິດຂອງທັງສອງຊາດ ຫວຽດນາມ - ລາວແມ່ນປັດໄຈສຳຄັນໃນການສ້າງໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ.

ການພົວພັນລະຫວ່າງ ຫວຽດນາມ - ລາວມີຄວາມພິເສດແທ້ຈິງ, ຄວາມສະໜິດຕິດພັນລະຫວ່າງທະຫານອາສາສະໝັກ ຫວຽດນາມ ລຸ້ນຕ່າງໆກັບບັນດາລູກຮັກຫຼານແພງທີ່ດີເດັ່ນຂອງ ປະຊາຊົນລາວບັນດາເຜົ່າ ມີການສົມທົບກັນຢ່າງແໜ້ນແຟ້ນ, ຍອມເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດຊາດ, ກາຍເປັນສັນຍາລັກ ອັນໃສແຈ້ງຂອງ ໄມຕິຈິດມິດຕະພາບ ມີໜຶ່ງບໍມີສອງໃນປັດຈຸບັນ. ຕີລາຄາກ່ຽວກັບການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຖືວ່າ:

“ຫວຽດນາມ - ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມແມ່ນໍ້າຂອງ, ຮ່ວມ ສາຍພູຫຼວງ. ປະຊາຊົນສອງປະເທດ ມີສາຍພົວພັນອັນສັດຊື່ບໍລິສຸດທີ່ເປັນມູນເຊື້ອມາແຕ່່ດົນນານ. ພິເສດ, ນັບແຕ່ເມື່ອພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິບັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ສາຍພົວພັນນັ້ນນັບມື້ນັບໄດ້ຮັບການເປີດກວ້າງ, ພັດທະນາ ແລະ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່. ດ້ວຍທິດນໍາທີ່ເຕັມໄປດ້ວຍລັກສະນະວັດທະນະທໍາມະນຸດ ແລະ ມີຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງ ໂດຍປະທານໂຮ່ຈີມິນ ໄດ້ຊີ້ນໍາວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ນັ້ນ, ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກນໍາກັນ, ຮ່ວມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນແຫຼ່ງກໍາລັງອັນປະເສີດເລີດລໍ້າ ແລະ ແມ່ນປັດໄຈສໍາຄັນທີ່ສຸດ ຮັບປະກັນຜົນສໍາເລັດຂອງການປະຕິວັດຂອງແຕ່ລະປະເທດ”.

        ຮ່ວມເດີນທາງໃນເສັ້ນທາງແຫ່ງການພັດທະນາໃໝ່

        ຈາກເສັ້ນທາງທີ່ໄດ້ຜ່ານຜ່າ, ປັດຈຸບັນ, ສອງປະເທດຫວຽດນາມ - ລາວ ມີຄວາມພາກພູມໃຈ ແລະ ໝັ້ນແກ່ນກ້າວເດີນໃນໄລຍະແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ສ້າງສາປະເທດຊາດ.

        ການພົວພັນລະຫວ່າງສອງປະເທດພວມກ້າວເຂ້ົາສູ່ສັງກາດໃໝ່, ສັງກາດແຫ່ງສັນຕິພາບ, ເອກະລາດ ແລະ ຮ່ວມແຮງຮ່ວມໃຈກໍ່ສ້າງປະເທດສັງຄົມນິຍົມ. ສອງພັກ, ສອງລັດ ສືບຕໍ່ຢັ້ງຢືນຄວາມສາມັກຄີແບບພິເສດທີ່ສະເໝີຕົ້ນສະເໝີປາຍ, ການສະໜັບສະໜູນອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພີ່່ມທະວີການສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດ ເພື່ອແນໃສ່່ຍົກສູງທີ່ຕັ້ງບົດບາດຂອງແຕ່ລະປະເທດໃນພາກພື້ນ ແລະ ໃນເວທີສາກົນ. ນີ້ແມ່ນພື້ນຖານດ້ານນິຕິທໍາອັນໝັ້ນແກ່ນ ສໍາລັບການເຕີບໂຕ, ເປີດກວ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃນສະໄໝໃໝ່, ສ້າງກໍາລັງໜູນອັນໃຫຍ່ຫຼວງ ເພື່ອໃຫ້ສອງປະເທດພ້ອມກັນພັດທະນາ.

        ການນໍາຂອງສອງປະເທດ ໄດ້ເຫັນດີເປັນເອກະພາບ ແລະ ຕັດສິນໃຈຊີ້ນໍາບັນດາກະຊວງ, ຂະແໜງການຈາກຂັ້ນສູນກາງຕະຫຼອດຮອດທ້ອງຖິ່ນຂອງສອງປະເທດ ຈົ່ງສູ້ຊົນສົມທົບກັນປະຕິບັດການຮ່ວມມືໃນບັນດາຂະແໜງການທີ່ເປັນຈຸດສຸມໃຫ້ເປັນຢ່າງດີ ເຊິ່ງລວມມີ: ປັບປຸງການສຶກສາຢ່າງບໍ່ຢຸດຢັ້ງ, ພັດທະນາ ແລະ ເຮັດໃຫ້ມູນເຊື້ອຂອງການພົວພັນທາງດ້ານການເມືອງແບບພິເສດ ແລະ ຫາຍາກນີ້ເລິກເຊິ່ງຂຶ້ນຕື່ມ ໂດຍບໍ່ພຽງແຕ່ຢູ່ໃນລະດັບການນໍາຂັ້ນສູງເທົ່ານັ້ນ ຫາກຍັງຕ້ອງຊຶມເລິກເຂົ້າສູ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນໄວໜຸ່ມ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ ໃຫ້ສົມກັບສາຍພົວພັນດ້ານການເມືອງອັນດີງາມ ແລະ ມີມາແຕ່ດົນນານ... ທ່ານ ຕ້າມິງເຈົາ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຖືວ່າ:

        “ຫວຽດນາມ ແລະ ລາວ ໃນໄລຍະຈະມາເຖິງຕ້ອງສືບຕໍ່ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ. ສໍາລັບການພົວພັນລະຫວ່າງ ຫວຽດນາມ - ລາວ ນັບມື້ນັບມີຄວາມສະໜິດຕິດພັນ, ນັບມື້ນັບພັດທະນານັ້ນ  ແມ່ນໄດ້ນໍາມາເຊິ່ງຜົນປະໂຫຍດອັນແທດຈິງທີີ່ສຸດໃຫ້ແກ່ປະຊາຊົນສອງປະເທດ, ເຮັດໃຫ້ທັງຫວຽດນາມ ແລະ ລາວ ມີສະຖຽນລະພາບ, ນັບມື້ນັບໝັ້ນຄົງເຂັ້ມແຂງ. ສິ່ງດັ່ງກ່າວ ກໍໄດ້ຊ່ວຍໃຫ້ ອາຊຽນ ໝັ້ນຄົງເຂັ້ມແຂງ, ເພີ່ມທະວີສະຖຽນລະພາບໃນພາກພື້ນອີກດ້ວຍ”.

        ປະຊາຊົນຫວຽດນາມ ຍາມໃດກໍມີຄວາມພາກພູມໃຈ ເມື່ອມີເພື່ອນບ້ານໃກ້ເຮຶຶອນຄຽງທີ່ສັດຊື່ບໍລິສຸດຜຸດຜ່ອງຄືປະຊາຊົນລາວ ໃນຕະຫຼອດໄລຍະສົງຄາມປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືໃນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້. ສອງປະເທດຢັ້ງຢືນຄວາມຕັດສິນໃຈວ່າ ເລື່ອງສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດນັ້ນ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່່ງການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຢູ່ແຕ່ລະປະເທດ, ຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ./.

             

 

ຕອບກັບ

ຂ່າວ/ບົດ​ອື່ນ