ການ​ຂໍຕົວ​ໜັງ​ສື​ຂໍ​ພອນຍາມ​ຕົ້ນ​ປີ​ໃໝ່, ຄວາມ​ຄາດ​ຫວັງ​ສະ​ແດງອອກ​ຜ່ານ​ແຕ່​ລະ​ຕົວ​ໜັງ​ສື

(VOVWORLD) - ການຂໍຕົວໜັງສືຂໍພອນຍາມຕົ້ນປີໄດ້ກາຍເປັນຄວາມຊິນເຄີຍຂອງຊາວ ຫວຽດນາມ ໃນໂອກາດບຸນປີໃໝ່, ລະດູບານໃໝ່ວຽນມາ ພ້ອມກັບຄວາມປາດຖະໜາຢາກໃຫ້ປີໃໝ່ມີແຕ່ຄວາມໂຊກດີ, ຄວາມສະຫງົບສຸກ, ປາດຖະໜາສິ່ງໃດໄດ້ສິ່ງນັ້ນ. ນີ້ກໍແມ່ນຈຸດຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນມູນເຊື້ອດຸໝັ່ນມັກການຮ່ຳຮຽນຂອງຊາດ ຫວຽດນາມ.
ການ​ຂໍຕົວ​ໜັງ​ສື​ຂໍ​ພອນຍາມ​ຕົ້ນ​ປີ​ໃໝ່, ຄວາມ​ຄາດ​ຫວັງ​ສະ​ແດງອອກ​ຜ່ານ​ແຕ່​ລະ​ຕົວ​ໜັງ​ສື - ảnh 1ການຂໍຕົວໜັງສືຂໍພອນຍາມຕົ້ນປີໄດ້ກາຍເປັນຄວາມຊິນເຄີຍຂອງຊາວ ຫວຽດນາມ ໃນໂອກາດບຸນປີໃໝ່ (ພາບ: VOV)

ຮູບພາບບັນດາ ອົງໂດ່ (ອາຈານຜູ້ແຕ້ມຕົວໜັງສື ຫວຽດ ເດີມຂໍພອນ) ນຸ່ງຊຸດເສື້ອຍາວ, ໝວກວົງແຫວນ, ວາງ “ນ້ຳມຶກຈີນເຈ້ຍແດງ” ໃນບໍລິເວນ ວັນໝຽວ - ກວັກຕື໋ຢາມ ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ໄດ້ເປັນທີ່ຄຸ້ນເຄີຍສຳລັບປະຊາຊົນນະຄອນ ຮ່າໂນ້ຍ ໃນໂອກາດຕົ້ນລະດູບານໃໝ່. ທ່ານ ຫງວຽນເກື່ອງ ຢູ່ເມືອງ ດົ໊ງດາ, ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າຍັງຈື່ໄດ້ດີວ່າ ແຕ່ປາງກ່ອນ, ກ່ອນນີ້ປະມານ 60 ກວ່າປີ, ຍ່າໄດ້ພາຂ້າພະເຈົ້າເຂົ້າໄປ ໂຮ່ວັນ ເຊິ່ງຕັ້ງຢູ່ກົງກັນຂ້າມ ວັນໝຽວ - ກວັກຕື໋ຢາມ ເພື່ອຂໍຕົວໜັງສື. ເມື່ອລະດູບານໃໝ່ວຽນມາທຸກໆປີ, ຂ້າພະເຈົ້າຕ່າງກໍມີຄວາມຮູ້ສຶກພາກພູມໃຈຫຼາຍ. ຂ້າພະເຈົ້າເກີດຢູ່ຖະໜົນ ວັນໝຽວ, ສະນັ້ນ ເຫັນປະຊາຊົນຢູ່ທຸກແຖບຖິ່ນໄດ້ພາກັນມາຂໍຕົວໜັງສືຢູ່ທີ່ນີ້”.

ຕົວໜັງສື ໄດ້ຂຽນໃສ່ເຈ້ຍສີແດງ, ເພາະວ່າ ສີແດງແມ່ນສີທີ່ງາມທີ່ສຸດ ແລະ ຕາມຄວາມສຳນຶກຂອງຊາວຝ່າຍຕາເວັນອອກ ທີ່ຍັງຮັກສາມາຮອດທຸກວັນນີ້ແລ້ວ, ສີແດງ ແມ່ນສີຂອງຊີວິດ ແລະ ການຟື້ນຕົວຄືນໃໝ່, ແມ່ນສັນຍາລັກໃຫ້ແກ່ຄວາມໂຊກດີ.

ການ​ຂໍຕົວ​ໜັງ​ສື​ຂໍ​ພອນຍາມ​ຕົ້ນ​ປີ​ໃໝ່, ຄວາມ​ຄາດ​ຫວັງ​ສະ​ແດງອອກ​ຜ່ານ​ແຕ່​ລະ​ຕົວ​ໜັງ​ສື - ảnh 2ຜູ້ທີ່ໄປຂໍຕົວໜັງສືຂໍພອນ ມັກຂໍບັນດາຕົວໜັງສືຄື: ບຸນ, ໂຊກລາບ, ອາຍຸໝັ້ນຂວັນຍືນ, ຢູ່ດີມີແຮງ, ສົມບູນພູນສຸກ, ສົມດັ່ງຫວັງ.. (ພາບ: VOV)

ຜູ້ທີ່ໄປຂໍຕົວໜັງສືຂໍພອນ ແມ່ນມີຄົບທຸກເກນອາຍຸ, ທຸກຊັ້ນວັນນະ ແລະ ຂະແໜງອາຊີບທີ່ແຕກຕ່າງກັນ. ແຕ່ລະຕົວໜັງສືທີ່ເພິ່ນຂຽນໃຫ້ ຈະຖືກກັບແຕ່ລະຄົນ, ແຕ່ລະເງື່ອນໄຂ, ແຕ່ລະວຽກງານ, ຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ຫຼື ຄວາມສຳນຶກໃດໜຶ່ງ. ແຕ່ສ່ວນໃຫຍ່ ມັກຂໍບັນດາຕົວໜັງສືຄື: ບຸນ, ໂຊກລາບ, ອາຍຸໝັ້ນຂວັນຍືນ, ຢູ່ດີມີແຮງ, ສົມບູນພູນສຸກ, ສົມດັ່ງຫວັງ... ເພື່ອພາວະນາໃຫ້ຄອບຄົວ, ລູກຫຼານໄດ້ຮັບແຕ່ຄວາມສະຫງົບສຸກ. ສ່ວນສຳລັບຜູ້ທີ່ຄ້າຂາຍຈະມັກຂໍຕົວໜັງສືຄື ຈະເລີນຮຸ່ງເຮືອງ, ໂຊກລາບ, ເກັ່ງກ້າສາມາດ, ວັດທະນາຖາວອນ... ດ້ວຍຄວາມຫວັງ ການດຳເນີນທຸລະກິດຄ້າຂາຍຈະມີການພັດທະນາ, ສະດວກດີ. 

“ສຳລັບຂ້າພະເຈົ້າ, ປະເພນີຂໍຕົວໜັງສືຂໍພອນຍາມຕົ້ນປີໃໝ່ຂອງຊາວ ຫວຽດນາມ ແມ່ນມີຄວາມໝາຍທາງດ້ານຈິດໃຈຢ່າງໃຫຍ່ຫຼວງ. ຂ້າພະເຈົ້າມານີ້ຂໍຕົວໜັງສື “ສະຫງົບ" ດ້ວຍຄວາມປາດຖະໜາໃຫ້ທັງຄອບຄົວຂອງຕົນຈະມີຄວາມສະຫງົບສຸກ ແລະ ສຸຂະພາບແຂງແຮງ”. 

“ຂ້າພະເຈົ້າເຫັນວ່າປະເພນີຂໍຕົວໜັງສືຂໍພອນຍາມຕົ້ນປີໃໝ່ຂອງ ຫວຽດນາມ ແມ່ນມີຄວາມໝາຍທີ່ສຸດ. ທຸກຄົນລ້ວນແຕ່ໄປຂໍຕົວໜັງສື ເປັນຕົ້ນແມ່ນຕົວໜັງສື “ເກັ່ງກ້າສາມາດ”, “ບຸນ, “ມານະຈິດ”, “ຮ່ຳຮຽນ”.... ນີ້ແມ່ນຈຸດວັດທະນະທຳທີ່ຄວນໄດ້ຮັບການຮັກສາໄວ້”.

        ພວກເດັກ ແລະ ເພື່ອນໜຸ່ມເຄີຍຖືກພໍ່ແມ່ນໄປຂໍຕົວໜັງສືຂໍພອນໃຫ້ ມັກຂໍຕົວໜັງສື: ຮ່ຳຮຽນ, ກະຕັນຍູ, ມາລະຍາດ, ການປະພຶດທີ່ດີ, ກ້າວໜ້າ... ດ້ວຍຄວາມປາດຖະໜາວ່າ ເມື່ອລູກຂອງຕົນເຕີບໃຫຍ່ຂຶ້ນຈະເປັນລູກຜູ້ກະຕັນຍູຂອງຄອບຄົວ, ເປັນພົນລະເມືອງທີ່ມີປະໂຫຍດຕໍ່ສັງຄົມ. ນາງ ເຈິ່ນທິແຮັ້ງ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ມື້ທີ 3 ຂອງບຸນເຕັດ, ສອງແມ່ລູກຂ້າພະເຈົ້າພາກັນໄປຂໍຕົວໜັງສື, ຂໍພອນ, ພວກຂ້າພະເຈົ້າເປັນພໍ່ແມ່ຢາກສ້າງໃຫ້ລູກມີຄວາມຊີນເຄີຍກັບວັັດທະນະທຳໃນການໄປຂໍຕົວໜັງສືຂໍພອນຍາມຕົ້ນປີໃໝ່”. 

ບັນດາ ອົງໂດ່ ບໍ່ພຽງແຕ່ແຕ້ມຕົວໜັງສືເທົ່ານັ້ນ ຫາກຍັງແນະນຳຄວາມໝາຍຂອງແຕ່ລະຕົວໜັງສືໃຫ້ອີກ. ທ່ານ ງອກດິ່ງ ຜູ້ແຕ້ມໜັງສື ຫວຽດ ເດີມ ໄດ້ຕິດພັນກັບອາຊີບຂຽນແຕ້ມຕົວໜັງສືຢູ່ ວັນໝຽວ - ກວັກຕືຢາມ ມາໄດ້ 10 ປີ ແບ່ງປັນວ່າ:

“ໃນຍາມຕົ້ນປີ, ໃຜໆກໍມີຄວາມປາດຖະໜາມີແຕ່ໂຊກລາບເຂົ້າມາໃນຊີວິດ. ສະນັ້ນ ເຂົາເຈົ້າມັກຈະຂໍຕົວໜັງສືຄື “ບຸນ”, “ໂຊກລາບ”, “ສະຫງົບສຸກ”, ເພື່ອພາວະນາໃຫ້ຄອບຄົວໃນປີໃໝ່ນີ້ ຈະມີແຕ່ໂຊກລາບ ແລະ ຄວາມສະຫງົບສຸກ. ແຜ່ນຕົວໜັງສື ຫວຽດ ເດີມນີ້ ບໍ່ພຽງແຕ່ມີວິທີແຕ້ມ, ໂຄງປະກອບ, ເນື້ອໃນເທົ່ານັ້ນ ຫາກຍັງນຳມາເຊິ່ງຄຸນຄ່າໃຫ້ແກ່ຜູ້ຂໍ, ຜູ້ອ່ານ ແລະ ເຊີດຊູຈິດໃຈອັນເປັນມູນເຊື້ອທີ່ດີງາມເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້”.

ແຕ່ລະຕົວໜັງສື ໄດ້ແຕ້ມດ້ວຍມືອັນຄ່ອງແຄ້ວຂອງບັນດາ ອົງໂດ່ ນັ້ນ ບໍ່ພຽງແຕ່ແມ່ນຜົນງານສິລະປະແຕ້ມຕົວໜັງສື ຫວຽດ ເດີມເທົ່ານັ້ນ, ຫາກຍັງສະແດງນ້ຳໃຈ, ນິດໄສ, ຈິດໃຈ ແລະ ຫົວຄິດປະດິດສ້າງຂອງສ່ວນບຸກຄົນອີກດ້ວຍ. ເມື່ອມາ ວັນໝຽວ - ກວັກຕືຢາມ, ປະຊາຊົນແຕ່ລະຄົນ ບໍ່ພຽງແຕ່ໄດ້ຂໍຕົວໜັງສືຂໍພອນເທົ່ານັ້ນ ຫາກຍັງໄດ້ໂອ້ລົມແລກປ່ຽນກັບບັນດາ ອົງໂດ່; ຜ່ານນັ້ນ ກໍປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າສິລະປະແຕ້ມຕົວໜັງສື ຫວຽດ ເດີມຂອງ ຫວຽດນາມ ອີກດ້ວຍ.

ປະເພນີຂໍຕົວໜັງສືຂໍພອນຕົ້ນປີ ສະແດງໃຫ້ເຫັນມູນເຊື້ອດຸໝັ່ນມັກການຮ່ຳຮຽນ, ເຄົາລົບຄູບາອາຈານ; ພ້ອມທັງແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາວ ຫວຽດນາມ. ບັນດາແຖວໜັງສື, ຄຳອວຍພອນ ທີ່ໄດ້ແຕ້ມດ້ວຍນ້ຳມຶກຈີນໃນໃບເຈ້ຍສີແດງນັ້ນ ແມ່ນຂອງຂວັນທາງດ້ານຈິດໃຈທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຍາມຕົ້ນລະດູບານໃໝ່./.

 

ຕອບກັບ

ຂ່າວ/ບົດ​ອື່ນ