(VOVWORLD) - ໂດຍຕັ້ງຢູ່ເຂດທະເລຂອງໝູ່ເກາະເຈື່ອງຊາ, ເກາະ ດ້າທິ ເຊິ່ງແມ່ນເສົາຫຼັກໝາຍທີ່ໝັ້ນແກ່ນທາງທະເລ. ຢູ່ແຫ່ງນີ້, ນັກຮົບກອງທັບເຮືອ ໄດ້ປະຕິບັດວຽກງານປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດທັງເວັນ ແລະ ຄືນ. ຊີວິດການເປັນຢູ່ ແລະ ໜ້າທີ່ຢູ່ບ່ອນນີ້ໄດ້ຊ່ວຍໃຫ້ຝືກຝົນຄຸນນະທາດ, ແນວຄິດ ແລະ ຄວາມໄວ້ເນື້ອເຊື່ອໃຈອັນເຂັ້ມແຂງຂອງບັນດານັກຮົບຢູ່ເກາະ. ຕໍ່ໄປເຊີນທ່ານຜູ້ຟັງ ມາຍັງເກາະ ດ້າທິ ຜ່ານເລື່ອງລາວແທ້ຈິງຂອງບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ສະຖານທີ່ແຫ່ງນີ້.
ທະຫານເຮືອປະຕິບັດໜ້າທີ່ປົກປັກຮັກສາທະເລໝູ່ເກາະຂອງປະເທດຊາດ (ພາບ: daibieunhandan.) |
ທ່ານຮ້ອຍໂທ ມາຍຫວູແທັງງວຽນ, ຫົວໜ້າກອງບັນຊາການເກາະ ດ້າທິ, ດ້ວຍສຽງເວົ້າທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ເມື່ອແນະນຳກ່ຽວກັບເກາະ ທີ່ຕົນເອງພວມປະຕິບັດງານວ່າ:
ເກາະ ດ້າທິ ໄດ້ສ້າງຕັ້ງໃນວັນທີ 15 ເດືອນມີນາ 1988. ໂດຍຜ່ານໄລຍະ 36 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ເກາະໄດ້ຮັບການຍ້ອງຍໍເປັນຫຼາຍຄັ້ງ ແລະ ບັນລຸໄດ້ນາມມາຍົດກົມກອງຕັດສິນໃຈເອົາໄຊຊະນະໃນຊຸມປີ 2015, 2016 ແລະ 2017, ນາມມະຍົດກົມກອງກ້າວໜ້າໃນປີ 2022 ແລະ ປີ 2024. ໜ້າທີ່ຫຼັກຂອງພວກຂ້າພະເຈົ້າແມ່ນກຽມພ້ອມການສູ້ຮົບ, ຝືກແອບການຕໍ່ສູ້, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ, ສວມບົດບາດແມ່ນປ້ອມນຳໜ້າໃນການປົກປັກຮັກສາ ແລະ ຢັ້ງຢືນອະທິປະໄຕອັນສັກສິດຂອງປະເທດຊາດ.
ທ່ານພັນຕີ ຫງວຽນແມັງຕວັນ, ຜູ້ຮັບຜິດຊອບການເມືອງເກາະ ດ້າທິ, ບ້ານເກີດຢູ່ ຮຶງອຽນ ໄດ້ປະຕິບັດງານຢູ່ເກາະແຫ່ງນີ້ມາເປັນເວລາ 2 – 3 ປີແລ້ວ. ລາວໄດ້ແບ່ງປັນກ່ຽວກັບນ້ຳໃຈພິເສດເຊິ່ງພະນັກງານ, ນັກຮົບແຕ່ລະຄົນຢູ່ໃນເກາະ ຕິດພັນກັບດິນແດນແຫ່ງສັກກະລະບູຊານີ້. ພິເສດເມື່ອມີຄະນະປະຕິບັດງານຈາກດິນຕໍ່ແຜ່ນມາຢ້ຽມຢາມ, ລາວຮູ້ສຶກໄດ້ເຖິງຄວາມຜູກພັນຢ່າງແຮງລະຫວ່າງແນວໜ້າ ແລະ ແນວຫຼັງ.
ບັນດານັກງານນັກຮົບຢູ່ເກາະ ດ້າທິ ຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດເມື່ອໄດ້ຕ້ອນຮັບຄະນະປະຕິບັດງານ ມາຢ້ຽມຢາມ ແລະ ລະດົມກຳລັງໃຈພະນັກງານ, ນັກຮົບຢູ່ເກາະ ດ້າທິ. ນີ້ແມ່ນນ້ຳໃຈຄວາມຮັກແພງ, ຄວາມຕິດພັນລະຫວ່າງທະຫານ ແລະ ປະຊາຊົນ ກໍ່ຄືນຳເອົາຄວາມອົບອຸ່ນຂອງດິນຕໍ່ແຜ່ນມາໃຫ້ບັນດາພະນັກງານ, ນັກຮົບຢູ່ເຂດໝູ່ເກາະ ເຈື່ອງຊາ ເວົ້າລວມ ແລະ ເກາະ ດ້າທິ ເວົ້າສະເພາະ. ພະນັກງານ, ນັກຮົບຢູ່ເກາະດ້າທິ ຕັດສິນໃຈປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕທະເລໝູ່ອັນສັກກະລະບູຊາຂອງເກາະ, ໄຫຼ່ທະວີບທັງເວັນ ແລະ ຄືນ.
ນັກຮົບປະຕິບັດໜ້າທີ່ປົກປ້ອງຫໍວັດທະນະທຳເກາະດ້າທິ (ພາບ: kinhtedothi) |
ຢູ່ເກາະ ດ້າທິ, ໜ້າທີ່ກຽມພ້ອມການສູ້ຮົບ, ຝືກແອບ, ເຝົ້າລະວັງ ໄດ້ປະຕິບັດຢ່າງເຂັ້ມງວດ. ນັກຮົບໜຸ່ມໝົດທຸກຄົນ ຕ້ອງປະຕິບັດບົດບາດໜ້າທີ່ອັນຍິ່ງໃຫຍ່ແມ່ນ: ເຝົ້າລະວັງທະເລໝູ່ເກາະຂອງປະເທດຊາດ. ທ່ານ ຫວໍວັນໂບ, ຢູ່ ເກິ່ນເທີ ເປັນຄັ້ງທຳອິດມາຢາມເກາະ ໃຫ້ຮູ້ວ່າ:
ເມື່ອມາແຫ່ງນີ້, ຂ້າພະເຈົ້າເຫັນວ່າ ຢູ່ອ້ອມຂ້າງແມ່ນທ້ອງຟ້າ ແລະ ທະເລ. ຂ້າພະເຈົ້າເຫັນວ່າ ບັນດາພະນັກງານ, ນັກຮົບກອງທັບເຮືອຢູ່ແນວໜ້າຂອງປະເທດຊາດ ມີຄວາມອົງອາດກ້າແກ່ນທີ່ສຸດເມື່ອດຳລົງຊີວິດຢູ່ແຫ່ງນີ້ ແຕ່ຜ່ານການພົບປະ, ແລກປ່ຽນ, ໂອ້ລົມນຳກັນ ເຫັນວ່າ ພວກອ້າຍທະຫານສະແດງໃຫ້ເຫັນຄວາມຕັດສິນໃຈປົກປັກຮັກສາແນວໜ້າຂອງປະເທດຊາດເປັນຢ່າງສູງ.
ພະນັກງານນັກຮົບຢູ່ເກາະ ດ້າທິ ຍັງມີຄວາມເກັ່ງກ້າໃນການຜະລິດ, ເປັນເຈົ້າການດ້ານພະລາທິການ, ປັບປຸງການກິນປະຈຳວັນ. ທ່ານພັນຕີ ຫງວຽນແມັງຕວັນ ໃຫ້ຮູ້ວ່າ:
ນັບແຕ່ຊຸມວັນທຳອິດມາຢູ່ເກາະ, ການນຳເກາະ ກໍ່ຄືບັນດາກົມກອງ ໄດ້ກຳນົດຕັດສິນໃຈວ່າ ນີ້ແມ່ນແຫຼ່ງອາຫານຫຼັກເພື່ອຮັບໃຊ້ຊີວິດການເປັນຢູ່ຂອງທະຫານ, ພະນັກງານ, ນັກຮົບ. ສວນຂອງເກາະມີທັງໝົດ 3 ສວນ, ສວນໜຶ່ງມີເນື້ອທີ່ 44m², ສວນໜຶ່ງມີເນື້ອທີ່ 24m²ແລະ ສວນໜຶ່ງມີເນື້ອທີ່ 10m². ພວກຂ້າພະເຈົ້າໄດ້ແບ່ງໜ້າທີ່ໃຫ້ແກ່ບັນດາກົມກອງ ຕ້ອງບົວລະບັດ, ຫົດນ້ຳເປັນປະຈຳ ເພື່ອຮັບປະກັນວ່າ ໃນຄາບເຂົ້າຂອງທະຫານຍາມໃດກໍ່ມີຜັກກິນ.
ຊີວິດທາງດ້ານວັດຖຸຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຊີວິດທາງດ້ານຈິດໃຈຍາມໃດກໍ່ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ, ສຽງເວົ້າ, ສຽງຫົວ ແລະ ນ້ຳໃຈຖານມິດສະຫາຍ. ແຕ່ລະຖ້ຽວການເດີນທາງມາຢ້ຽຢາມໝູ່ເກາະລ້ວນແຕ່ມີຂອງຂວັນໄປນຳ. ທ່ານນາງ ກາວມິງຈຸກ, ປະທານບໍລິສັດກົດໝາຍ BD ແລະ ຄູ່ຮ່ວມມື ກ່າວວ່າ:
ມາແຫ່ງນີ້ແມ່ນຄວາມໄຝ່ຝັນຂອງຂ້າພະເຈົ້າແຕ່ດົນນານແລ້ວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜູ້ໃດທີ່ເຄີຍມາບ່ອນນີ້ລ້ວນແຕ່ມີຄວາມປາດຖະໜາຢາກປະກອບສ່ວນເພື່ອໃຫ້ ເຈື່ອງຊາ ມີຄວາມໝັ້ນແກ່ນຕະຫຼອດໄປ.
ນັກຮົບໜຸ່ມ ເລວັນເຈື່ອງຮູຍ ອາຍຸ 20 ປີ ບ້ານເກີດຢູ່ ດົ່ງນາຍ ໃຫ້ຮູ້ວ່າ ຄາດວ່າທ້າຍປີນີ້ ຮູຍ ຈະໄດ້ຮັບອະນຸຍາດໃຫ້ພັກປະຈຳປີກັບເມືອຢາມບ້ານ, ຢາມພໍ່ແມ່. ຮູຍ ປາດຖະໜາວ່າ ທຸກຄົນຢູ່ດິນຕໍ່ແຜ່ນຍາມໃດກໍ່ມຸ່ງໄປເຖິງເຂດເກາະທີ່ຫ່າງໄກ. ບັນດາຄຳເວົ້າທີ່ຈິງໃຈ ແລະ ງ່າຍດາຍນີ້ຍິ່ງເຮັດໃຫ້ຜູ້ຟັງຮູ້ສຶກຕື້ນຕັນໃຈ. ເພາະວ່າ ຢູ່ທາງຫຼັງຮ້ອຍຍິ້ມນັ້ນ ນັກຮົບຢູ່ເຂດເກາະ ຍັງມີຄວາມຄິດຮອດຄິດເຖິງບ້ານ, ແຕ່ເໜືອກ່ວາສິ່ງໃດໝົດແມ່ນໜ້າທີ່ສັກກະລະບູຊາ.
ເຖິງວ່າ ເຈື່ອງຊາ ຢູ່ຫ່າງໄກ, ແຕ່ໃນຫົວໃຈຂອງຊາວ ຫວຽດນາມ ແຕ່ລະຄົນ, ສະຖານທີ່ແຫ່ງນັ້ນບໍ່ໄກເລີຍ. ພວກເຮົາ, ຜູ້ຄົນຢູ່ແນວຫຼັງ ຍາມໃດກໍ່ມຸ່ງໄປເຖິງ ເຈື່ອງຊາ, ມຸ່ງໄປເຖິງເກາະ ດ້າທິ ດ້ວຍຄວາມເຊື່ອໝັ້ນ, ຄວາມຮັກແພງ.