(VOVWORLD) - ຢູ່ເຂດຊາຍແດນຂອງແຂວງລາຍເຈົາ, ນັກຮົບທະຫານບໍ່ພຽງແຕ່ປົກປັກຮັກສາຜືນແຜ່ນດິນອັນສັກກະລະບູຊາຂອງປະເທດຊາດທັງເວັນ ແລະ ຄືນເທົ່ານັ້ນ, ເຂົາເຈົ້າຍັງພວມມານະພະຍາຍາມໄປຫາເຮືອນແຕ່ລະຫຼັງ, ນຳພູມປັນຍາເຕັກໂນໂລຢີກັບເມືອບ້ານ. ຍ້ອນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປະຊາຊົນໄດ້ຮ່ວມເດີນທາງພ້ອມກັບທະຫານປ້ອງກັນຊາຍແດນໃນວຽກງານສະກັດກັ້ນ, , ເຜີຍແບ, ຕໍ່ສູ້ກັບພວກອາດຊະຍາກອນ.
ທະຫານປ້ອງກັນຊາຍແດນແຂວງ ລາຍເຈົາແນະນຳປະຊາຊົນນຳໃຊ້ສະມາດໂຟນ (ພາບ: VOV) |
ໂດຍທ່າມກາງອາກາດໜາວຈັດຂອງເຂດພູຜາປ່າໄມ້, ການໂຄສະນາ, ແນະນຳການນຳໃຊ້ ສະມາດໂຟນ ໂດຍບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫວ່າງມາຈ໋າຍ, ທະຫານປ້ອງກັນຊາຍແດນແຂວງລາຍເຈົາ ໄດ້ຈັດຂຶ້ນຢູ່ບ້ານເຂດຊາຍແດນ ຊີ່ຈວາງ, ຕາແສງ ຫວ່າງມາຈ໋າຍ (ປັດຈຸບັນແມ່ນຕາແສງ ສີເລີເລົາ, ແຂວງລາຍເຈົາ) ໄດ້ດຶງດູດປະຊາຊົນນັບສິບຄົນເຂົ້າຮ່ວມ. ໃນໜ້າຈໍໂທລະສັບ, ບັນດາຄູອາຈານ ໄດ້ແນະນຳການນຳໃຊ້ສະມາດໂຟນຢ່າງລະອຽດລະອໍໃຫ້ແກ່ປະຊາຊົນ.
ເອື້ອຍ ແຈວທິຮວາ, ຢູ່ບ້ານ ຊີ່ຈວາງ ໃຫ້ຮູ້ວ່າ ນັບແຕ່ຊຸມວັນທຳອິດທີ່ໄດ້ສຳຜັດກັບ ສະມາດໂຟນ, ຜ່ານອິນເຕີເນັດ, ເອື້ອຍ ແລະ ຫຼາຍຄົນ ມີຄວາມຮູ້ຫຼາຍຢ່າງຕື່ມອີກກ່ຽວກັບເຕັກໂນໂລຢີ, ໝູນໃຊ້ໃນການເຮັດໄຮ່ໄຖນາ, ປູກຝັງ… ພິເສດ, ຍ້ອນມີຄວາມຮູ້ ດັ່ງນັ້ນ ພໍ່ແມ່ປະຊາຊົນບໍ່ຖືກຫຼອກຕົວະເມື່ອຊື້ເຄື່ອງທາງອອນໄລ, ຫຼືຖືກຈອບອອຍຂ້າມຊາຍແດນແບບຜິດກົດໝາຍ:
ລາຍການມື້ນີ້ໄດ້ນຳຄວາມຮູ້ຫຼາຍຢ່າງກ່ຽວກັບການຫັນເປັນດີຈີຕອນ, ກ່ຽວກັບສື່ສັງຄົມອອນໄລມາໃຫ້ປະຊາຊົນ, ກໍ່ຄືຊ່ວຍປະຊາຊົນຫຼີກລ້ຽງການຖືກສໍ້ໂກງທາງອິນເຕີເນັດ. ຂ້າພະເຈົ້າເອງກໍ່ຈະແນະນຳໃຫ້ສະມາຊິກໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ທຸກຄົນຢູ່ອ້ອມຂ້າງ ມີຄວາມຮູ້ກ່ຽວກັບສື່ສັງຄົມຕື່ມອີກ. ຈາກນັ້ນ ກໍ່ຈະຊ່ວຍໃຫ້ປະຊາຊົນຍົກສູງສະຕິຄວາມຮັບຮູ້ ແລະ ໝູນໃຊ້ເຂົ້າໃນການພັດທະນາເສດຖະກິດຂອງຄອບຄົວ.
ໂດຍປະຕິບັດໂຄງການ “ທົ່ວປວງຊົນຮ່ຳຮຽນດີຈີຕອນ”, ປ້ອມປ້ອງກັນຊາຍແດນ ຫວ່າງມາຈ໋າຍ ໄດ້ຜັນຂະຫຍາຍຮູບແບບ “ຕູ້ຈົດໝາຍເອເລັກໂຕນິກບໍ່ເຜີຍຊື່” ນັບແຕ່ເດືອນພຶດສະພາ 2025. ເມື່ອຢາກສົ່ງຂ່າວຮ້ອງທຸກຮ້ອງຟ້ອງອາດຊະຍາກຳ, ແທນທີ່ມາຮ້ອງຟ້ອງຢູ່ປ້ອມ, ປັດຈຸບັນ ປະຊາຊົນພຽງແຕ່ນຳໃຊ້ໂທລະສັບ, scan QR ຢູ່ປ້າຍ poster ທີ່ຕິດໄວ້ຢູ່ຫໍວັດທະນະທຳ, ສາລາສຸກ, ຫຼືງານຕະຫຼາດນັດ ແມ່ນຈະສົ່ງຂໍ້ມູນໄປໄດ້ເລີຍ. ທ່ານພັນຕີ ຫງວຽນຢຸຍແຄ້ງ, ຜູ້ຮັບຜິດຊອບການເມືອງ ຮອງຫົວໜ້າປ້ອມປ້ອງກັນຊາຍແດນ ຫວ່າງມາຈ໋າຍ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງລາຍເຈົາ ໃຫ້ຮູ້ວ່າ:
ນີ້ແມ່ນມາດຕະກການເພື່ອຍົກສູງຄວາມຮູ້ກ່ຽວກກັບກົດໝາຍ ແລະ ສະຕິປະຕິບັດຖືກຕ້ອງຕາມກົດໝາຍ, ກໍ່ຄືທັກສະໃນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຂອງມະຫາຊົນໃນບໍລິເວນ. ທາງກົມກອງ ໄດ້ຜັນຂະຫຍາຍຮູບແບບ ຄູສອນທະຫານຍູ້ໄວການຫັນເປັນດີຈີຕອນ ຢ່າງມີປະສິດທິຜົນ, ຈັດການສອນ 17 ຕອນໃຫ້ແກ່ປະຊາຊົນກວ່າ 850 ເທື່ອຄົນ ກ່ຽວກັບທັກສະໝູນໃຊ້ເຕັກໂນໂລຢີດີຈີຕອນ. ຜ່ານນັ້ນ, ພໍ່ແມ່ປະຊາຊົນກໍ່ຈະມີຄວາມຮູ້ຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບກົດໝາຍ ແລະ ຍົກສູງສະຕິໃນການປະຕິບັດກົດໝາຍ, 100% ພະນັກງານຕາແສງ, ເລຂາໜ່ວຍພັກ, ນາຍບ້ານ ຮູ້ວິທີນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ເພື່ອສົ່ງເອກະສານເຜີຍແຜ່ສຶກສາກົດໝາຍ.
ແຕ່ລະປ້ອມປ້ອງກັນຊາຍແດນແຂວງລາຍເຈົາໄດ້ສ້າງກຸ່ມຄູສອນມີ 3 – 5 ຄົນ ກັບເມືອບ້ານໂຄສະນາຄວາມຮູ້ກ່ຽວກັບການຫັນເປັນດີຈີຕອນໃຫ້ແກ່ປະຊາຊົນ (ພາບ: VOV) |
ພາຍຫຼັງການຜັນຂະຫຍາຍມາເປັນເວລາສັ້ນໆ, “ຕູ້ຈົດໝາຍບໍ່ເຜີຍຊື່” ກໍ່ໄດ້ຮັບບົດຄວາມບົດຂ່າວກວ່າຮ້ອຍສະບັບ, ໃນນັ້ນມີຫຼາຍຂ່າວມີຄຸນຄ່າພິເສດ. ແຫຼ່ງຂ່າວຈາກປະຊາຊົນໄດ້ຊ່ວຍໃຫ້ກຳລັງປ້ອງກັນຊາຍແດນກວດພົບເຫັນ, ແກ້ໄຂຫຼາຍເຫດການຢ່າງມີປະສິດທິຜົນ, ຈັບຕົວເປົ້າໝາຍ ມີການກະທິດຜິດຈັດຕັ້ງພາຄົນເຂົ້າອອກເມືອງແບບຜິດກົດໝາຍ,ຢຶດຂອງກາງເຮໂຣອິນ ຈົນຮອດປຶນແກັບ ແລະ ທາດເຄມີເກືອດຫ້າມຊະນິດຕ່າງໆ. ແຕ່ສຳຄັນກວ່າທຸກສິ່ງທຸກຢ່າງນັ້ນແມ່ນ ຮູບແບບນີ້ໄດ້ປ່ຽນແປງຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນກ່ຽວກັບກົດໝາຍຢ່າງແທ້ຈິງ, ກ່ຽວກັບຄວາມຮັບຜິດຊອບໃນການປົກປ້ອງບ້ານຂອງຕົນທີ່ພວມດຳລົງຊີວິດ ຜ່ານເຕັກໂນໂລຢີດີຈີຕອນ.
ຈາກຮູບແບບຈັດຂຶ້ນຢູ່ ຫວ່າງມາຈ໋າຍ, ມາຮອດປັດຈຸບັນ, ທຸກປ້ອມປ້ອງກັນຊາຍແດນຢູ່ເຂດຊາຍແດນແຂວງລາຍເຈົາ ໄດ້ພ້ອມກັນຜັນຂະຫຍາຍການເຄື່ອນໄຫວໂຄສະນາ, ເຜີຍແຜ່ທັກສະດີຈີຕອນໃຫ້ແກ່ປະຊາຊົນ. ທ່ານພັນເອກ ຫງວຽນວັນຮຶງ, ຜູ້ຮັບຜິດຊອບການເມືອງ ຄະນະບັນຊາການທະຫານປ້ອງກັນຊາຍແດນແຂວງລາຍເຈົາ ໃຫ້ຮູ້ວ່າ ໂດຍຜ່ານຂະບວນການທົ່ວປວງຊົນຮ່ຳຮຽນດີຈີຕອນ ກຳລັງປ້ອງກັນຊາຍແດນຍັງໜູນຊ່ວຍວັດຖຸອຸປະກອນສະມາດໂຟນ ໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຊ່ວຍໃຫ້ເຂົາເຈົ້າມີເງື່ອນໄຂເຂົ້າເຖິງເຕັກໂນໂລຢີ, ເຊື່ອມຕໍ່ຂໍ້ມູນ ແລະ ຮ່ຳຮຽນ:
ພວກຂ້າພະເຈົ້າໄດ້ສ້າງແຕ່ລະປ້ອມປ້ອງກັນຊາຍແດນມີກຸ່ມຄູສອນໜຶ່ງ ໃນນັ້ນມີ 3 – 5 ຄົນ, ລົງໄປແຕ່ລະບ້ານເພື່ອຊ່ວຍເຫຼືອ, ແນະນຳຄວາມຮູ້ກ່ຽວກັບການຫັນເປັນດີຈີຕອນໃຫ້ແກ່ພໍ່ແມ່ປະຊາຊົນ. ພ້ອມທັງ, ແນະນຳວິທີການນຳໃຊ້ສະມາດໂຟນໃຫ້ພໍ່ແມ່ປະຊາຊົນ. ຈາກນັ້ນ, ພໍ່ແມ່ປະຊາຊົນ ຈະແລກປ່ຽນຂໍ້ມູນລະຫວ່າງບັນດາສະມາຊິກໃນຄອບຄົວ. ພິເສດ, ຜ່ານນັ້ນ ພໍ່ແມ່ປະຊາຊົນຈະຮູ້ວິທີເພື່ອສະໜອງຂໍ້ມູນສ່ອງແສງ, ເຜີຍແບການກະທຳຜິດຂອງອາດຊະຍາກອນໃຫ້ແກ່ທະຫານປ້ອງກັນຊາຍແດນ.
ຢູ່ເຂດຊາຍແດນ, ເຕັກໂນໂລຢີ ໄດ້ຊ່ວຍຕິດພັນປະຊາຊົນ ແລະ ນັກຮົບໃນໜ້າທີ່ປົກປັກຮັກສາປະເທດຊາດ. ບັນດາຄວາມມານະພະຍາຍາມຂອງນັກຮົບເຂດຊາຍແດນ, ບັນດາຄູສອນທະຫານ ພວມສ້າງວິວັດການຫັນເປັນດີຈີຕອນພິເສດທີ່ມີຊື່ວ່າ ຄວາມໄວ້ເນື້ອເຊື່ອໃຈຈາກໃຈປະຊາຊົນ ຢູ່ເຂດຊາຍແດນຂອງແຂວງລາຍເຈົາ.