ການເດີນທາງ “ ເລາະຟັງສຽງຢູ່ຮ່າໂນ້ຍ ”

ການເດີນທາງ  “ ເລາະຟັງສຽງຢູ່ຮ່າໂນ້ຍ ” - ảnh 1
ບັນດາສະມາຊິກທີ່ເຂົ້າຮ່ວມການເດີນທາງ  “ ເລາະຟັງສຽງຢູ່ຮ່າໂນ້ຍ ”

   ສຽງຕ່າງໆທີ່ເປັນເອກະລັກສະເພາະຂອງຄຸ້ມຖະໜົນ ຮ່າໂນ້ຍເມື່ອກ່ອນ ໄດ້ຖືກວາດພາບຄືນ ໃນເຫດການ  “ ເລາະຟັງສຽງຢູ່ຮ່າໂນ້ຍ ” ໂດຍບັນດານັກ ດົນຕີເອເລັກໂຕນິກ ຮ່າໂນ້ຍປະຕິບັດເມື່ອ ວັນທີ 13/4 ທີ່ຜ່ານມາ. ນີ້ ແມ່ນສ່ວນໜຶ່ງ ຂອງໂຄງການ ສຽງຕ່າງໆຢູ່ທ້ອງຖິ່ນ ຊຶ່ງໄດ້ຮັບການປະຕິບັດຢູ່ 11 ນະຄອນຂອງປະເທດຕ່າງໆ ໃນໂລກຄື : Virginia(ເອເມລິກາ) , Avignon (ຝະລັ່ງ),  Oxford (ອັງກິດ ) ........ສຳລັບຢູ່ຮ່າໂນ້ຍ, ລາຍການນີ້ແມ່ນໜຶ່ງໃນ ບັນດາການເຄື່ອນໄຫວຢູ່ນອກ ງານມະໂຫລານ ການສຽງຮ່າໂນ້ຍຄັ້ງທີ 6.

     ເຂົ້າຮ່ວມໃນການເດີນທາງ “ ເລາະຟັງສຽງຢູ່ຮ່າໂນ້ຍ ”, ບັນດາຜູ້ເຂົ້າຮ່ວມ ປຽບເໝືອນໄດ້ກັບຄືນສູ່ ບັນຍາກາດການສຽງຢູ່ຮ່າໂນ້ຍເມື່ອກ່ອນນີ້ ຂະນະທີ່ ໄດ້ຜ່ານຖະໜົນສາຍຕ່າງໆ. ການເດີນທາງແມ່ນເລີ່ມຕົ້ນຈາກ​ ໂບດໃຫຍ່ ຮ່າໂນ້ຍ, ​ແລ້ວ​ກໍ​ຜ່ານ​ຖະໜົນ​ຕ່າງໆ​ໃນ​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ​້ຍ ​ແລະ ສິ້ນ​ສຸດ​ລົງ​ຢູ່​ຕະຫຼາດ​ດົງ​ຊວນ. ບັນດາ​ສະມາຊິກ​ໃນ​ກຸ່ມ“ ເລາະຟັງສຽງຢູ່ຮ່າໂນ້ຍ ” ​ໄດ້​ຮັບ​ການ​ແນະນຳ ອັບ​ເດັດ​ຊອບ​ແວ​ແຜນ​ທີ່ ​ແລະ ດາວ​ໂລດ​​ເທບ​ບັນທຶກ​ສຽງ​ລົງ​ໃສ່​ເຄື່ອງ​ຂອງ​ຕົນ. ພາຍຫຼັງ​ທີ່​ດາວ​ໂລດ​ສຳ​ເລັດ, ຈະ​ເປີດລະບົບ​ກຳນົດ​ທີ່​ຕັ້ງ GPS, ບັນດາ​ສະມາຊິກ​ໃນ​ກຸ່ມ​ທັງ​ໄປ, ທັງ​ໄດ້​ຮັບ​ຟັງສຽງ​ຜ່ານ​ການ​ກຳນົດ​ທີ່​ຕັ້ງ​ທີ່​ມີ​ຢູ່​​ ​ແລ້ວ​ຜ່ານແຕ່ລະ​ຈຸດ​ໃນ​ແຜນ​ທີ່. ສຽງ​ລົດ​ໄຟຟ້າ, ສຽງ​ໂທລະ​ໂຄ່ງ , ສຽງ​ຂັບ​ກາ​ຈູ ຫຼື​ບົດ​ດົນຕີ​​ເກົ່າ..... ບັນດາ​ຜູ້​​ເຂົ້າ​ຮ່ວມ​ຈະ​ໄດ້ຟັງສຽງທັງ​ໝົດ​ເຫຼົ່າ​ນັ້ນ ພ້ອມທັງ ວາດພາບ​ເຖິງ​ບັນຍາກາດ​ໃນ​ຄາວ​ນັ້ນ. ​ເພື່ອນ ​ແທງ​ມາຍ ນັກ​ສຶກສາ​ປີ​ທີ 3 ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ​ຮ່າ​ໂນ້ຍ, ສະມາ​ຊິກ​ກຸ່ມ “ ເລາະຟັງສຽງ ຢູ່ຮ່າໂນ້ຍ ” ​ເປີດ​ເຜີຍ​ວ່າ :

   “ ​ເມື່ອ​ເດີ​ນຜ່ານ​ໂບດ​ໃຫຍ່, ​ໄດ້​ຟັງສຽງ​ລະຄັງ, ​ເມື່ອ​ຜ່ານ​ຕະຫຼາດ ​ມີ​ສຽງ​ເນືອງ​ນັນ, ​ເມື່ອ​ຜ່ານຖະໜົນ​ເກົ່າ ​ໄດ້​ຟັງສຽງຂັບ​ສຳ, ສຽງ​ດົນຕີ, ສຽງ​ແຄນ ຫຼື​ສຽງ​ແກ​ຂອງ​ລົດ​ໄຟ. ນ້ອງ​ສາມາດ​ວາດ​ພາບ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ເຖິງ​ການ​ດຳລົງ​ຊີວິດ​ເມື່ອ​ກ່ອນ​ນີ້ ຊຶ່ງ​ມີ​ຄວາມ​ຄືກ​ຄື້ນມວນ​ຊື່ນ​ທີ່​ສຸດ ”

    ສ່ວນ​ເພື່ອນ ບຸ​ຍຮ່ວາງ​ອ້ຽນ ກໍ​ແມ່ນສະມາຊິກ​ໃນ​ກຸ່ມ “ ເລາະຟັງສຽງ ຢູ່ຮ່າໂນ້ຍ ” ​​ໃຫ້​ຮູ້ວ່າ :

    “ ນ້ອງ​ເຫັນ​ວ່າ ການ​ເດີນທາງ ເລາະຟັງສຽງຢູ່ຮ່າໂນ້ຍ​ໃນ​ມື້ນີ້​ເປັນ​ໜ້າ​ຈັບ​ໃຈ​ທີ່​ສຸດ, ​ເພາະວ່າ​ໃນ​ຕະຫຼອດ​ໄລຍະ​ທາງ​ຈາ​ກ​ໂບດ​ໃຫຍ່​ຫາ​ຕະຫຼາດ​ດົງ​ຊວນ, ນ້ອງ​ໄດ້​ຟັງສຽງ​ຕ່າງໆ​ຫ​ຼາຍຢ່າງ. ມີ​ສຽງ​ທີ່​ມີ​ມາ​ຈາກ​ປາງ​ກ່ອນ​ຄື ສຽງ​ເຂັນ​ຝາຍ​ທໍ​ໄໝ. ນ້ອງ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ການ​ເດີນທາງ​ນີ້ ” 

    ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ເດີນທາງ “ ເລາະຟັງສຽງ ຢູ່ຮ່າໂນ້ຍ ”, ໜ່ວຍ​ປະຕິບ​ັດ​ໂຄງການ “ ເລາະຟັງສຽງຢູ່ຮ່າໂນ້ຍ ” ​ໂດຍ​ ທ່ານດຣ  Kopecek ຂະ​ແໜງ​ດົນຕີສັງ​ກັດ​ມະຫາວິທະຍາ​ໄລ Manchester ຂອງ​ອັງກິດ, ທ່ານ ດຣ Rossignol ຂະ​ແໜງ​ຄອມ​ພິວ​ເຕີ ຂອງ​ຝະລັງ ພ້ອມ​ກັບ​ກຸ່ມ​ນັກ​ດົນຕີ​ຫວຽດນາມ​ໂດຍ​ນັກ​ດົນຕີ​ເອ​ເລັກ​ໂຕ​ນິກ ​ຈີ້ມິນ ​ເປັນ​ຫົວໜ້າ ​ໄດ້​ກະກຽມ​ຢ່າງ​ລະອຽດ​ນັບ​ທັງ​ດ້ານ​ການ​ສຽງ, ​ເຄື່ອງ​ພາຫະນະ, ​ແຜນການ​ເດີນທາງ... ​ນັກ​ດົນຕີ​ເອ​ເລັກ​ໂຕ​ນິກ ​ຈີ້ມິນ ​ໃຫ້​ຮູ້​ວ່າ :

    “ ​ໂຄງການ“ ເລາະຟັງສຽງຢູ່ຮ່າໂນ້ຍ ” ຢາກ​ຊ່ວຍ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ ​ເຊື່ອມ​ຕົວ​ເຂົ້າ​ໃນ​ບັນຍາກາດ​ການ​ສຽງ​ຂອງ​ຮ່າ​ໂນ້ຍ​ເມື່ອ​ກ່ອນ​ນີ້. ຜ່ານ​ນັ້ນ, ພວກ​ຂ້າພະ​ເຈົ້າຢາກ​ສົ່ງ​ສານ​ເຖິງ​ມວນ​ຊົນ​ທີ່​ວ່າ “ ຈົ່ງ​ອະນຸລັກ​ຮັກສາ​ສຽງ​​ໃນ​​ໄລຍະກ່ອນນີ້ ​ເພາະ​ມັນ​ຈະ​ສູນ​ຫາຍ​ໄປ ” .

ຕອບກັບ

ຂ່າວ/ບົດ​ອື່ນ