ຢັ້ງ​ຢືນ​ເຄື່ອງ​ໝາຍ VOV ໃນ​ການ​ແຂ່ງ​ຂັນ​ຊີງລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ ຄັ້ງ​ທີ XVIII ປີ 2023

(VOVWORLD) - ໃນພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XVIII- 2023 ໄດ້ດຳເນີນໃນຕອນຄ່ຳວັນທີ 21 ມິຖຸນາຢູ່ຮ່າໂນ້ຍບັນດານັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຮັບລາງວັນ A  2 ລາງວັນລາງວັນ C  1 ລາງວັນ ໃນປະເພດລາຍການກະຈາຍສຽງນີ້ແມ່ນຄັ້ງທຳອິດທີ່ VOV ຍາດໄດ້ລາງວັນ A ເຊິ່ງເປັນລາງວັນສູງສຸດ ເຖິງ 2 ລາງວັນລາງວັນດັ່ງກ່າວ ແມ່ນຄວາມເປັນກຽດຄວາມເອກອ້າງທະນົງໃຈຂອງກຸ່ມນັກຂ່າວ ກົງກັບໂອກາດສະເຫຼີມສະຫຼອງວັນສື່ມວຊົນປະຕິວັດ ຫວຽດນາມ ຄົບຮອບ 99 ປີ (21 ມິຖຸນາ 1925  21 ມິຖຸນາ 2024), ພ້ອມທັງແມ່ນກຳລັງໜູນເພື່ອໃຫ້ນັກຂ່າວ VOV ສືບຕໍ່ປະກອບສ່ວນປະດິດຄິດສ້າງນຳເອົາບັນດາຜົນງານສື່ມວນຊົນທີ່ມີຄຸນນະພາບສູງມາສູ່ມວນຊົນ.

ຜົນງານ “Tro ve” ແປວ່າ “ກັບຄືນເມືອ”, ຜົນງານທີ່ຄວ້າໄດ້ລາງວັນ A ລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XVIII – 2023  ແມ່ນຂອງກຸ່ມນັກຂ່າວ ຫວູຢຸຍ, ກວິ່ງຮວາ, ທູຮວ່າ, ຟ້າມຮວັນ ເຊິ່ງເປັນນັກຂ່າວພະແນກຂ່າວ - ວິທະຍຸກະຈາຍສຽງ ຫວຽດນາມ (VOV1).

ຢັ້ງ​ຢືນ​ເຄື່ອງ​ໝາຍ VOV ໃນ​ການ​ແຂ່ງ​ຂັນ​ຊີງລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ ຄັ້ງ​ທີ XVIII ປີ 2023 - ảnh 1ນັກຂ່າວ ຟ້າມຮວັນ ນັກຂ່າວ ຫວຽດນາມ ຄົນທຳອິດ ສຳພາດລຸງ Peter Mathews (ພາບ: VOV)
ຜົນງານ “Tro ve” ໄດ້ເລົ່າຄືນການເດີນທາງຂອງ ລຸງ  Peter Mathews ອະດີດທະຫານ ອາເມລິກາ ຈາກປະເທດ ອາເມລິກາ ກັບຄືນຢາມຫວຽດນາມ ເພື່ອມອບປຶ້ມບັນທຶກປະຈຳວັນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກາວວັນຕວັດ ໃຫ້ຍາດຕິພີ່ນ້ອງ ໃນຫວ່າງຕົ້ນປີ 2023. ພາຍຫຼັງທີ່ໄດ້ຮູ້ຂໍ້ມູນ ແລະ ເລື່ອງລາວກ່ຽວກັບລຸງ Peter, ນັກຂ່າວ ຟ້າມຮວັນ, ຫົວໜ້າສຳນັກງານຜູ້ຕາງໜ້າ VOVປະຈຳ ອາເມລິກາ, ແມ່ນນັກຂ່າວ ຫວຽດນາມ ຄົນທຳອິດທີ່ໄປພົບ ແລະ ສຳພາດ ລຸງ Peter ຢູ່ ອາເມລິກາ. ນັກຂ່າວ ຟ້າມຮວັນ ເລົ່າສູ່ຟັງວ່າ:

ເມື່ອຮູ້ວ່າ ພວກຂ້າພະເຈົ້າແມ່ນັກຂ່າວ VOV ຂອງ ຫວຽດນາມ, ລຸງດີໃຈຫຼາຍ, ເພາະວ່າ ລຸງຢາກແບ່ງປັນຂໍ້ມູນກ່ຽວກັບປຶ້ມບັນທຶກປະຈຳວັນ ເພື່ອໃຫ້ມີຜູ້ຮູ້ຈັກຍິ່ງຫຼາຍເທົ່າໃດກໍຍິ່ງດີ. ການໂອ້ລົມຂອງຂ້າພະເຈົ້າກັບລຸງ Peter ແມ່ນການໂອ້ລົມທີ່ຕື້ນຕັນໃຈ, ເມື່ອລຸງແບ່ງປັນກ່ຽວກັບປຶ້ມບັນທຶກປະຈຳວັນທີ່ລຸງເກັບໄດ້ໃນປາງສົງຄາມຢູ່ ຫວຽດນາມ. ລຸງ Peter ໄດ້ຮັກສາປຶ້ມເຫຼັ້ມນີ້ຢ່າງລະມັດລະວັງໃນຕະຫຼອດໄລຍະ 50 ກວ່າປີ ແລະ ຍາໃດລຸງກໍມີຄວາມປາດຖະໜາຢາກມອບປຶ້ມເຫຼັ້ມນີ້ຄືນໃຫ້ເຈົ້າຂອງ, ຫຼືຢ່າງໜ້ອຍສຸດແມ່ນໃຫ້ຍາດພີ່ນ້ອງຂອງນັກຮົບຄົນນັ້ນ. ລຸງຖືເອົາຄວາມມຸ່ງມາດປາຖະໜານັ້ນແມ່ນພາລະກຳຂອງຊີວິດລຸງ ແລະ ການທີ່ປະຕິບັດສິ່ງເຫຼົ່ນັ້ນ ເຮັດໃຫ້ລຸງຮູ້ສຶກສະບາຍໃຈທີ່ສຸດ”.

ຢັ້ງ​ຢືນ​ເຄື່ອງ​ໝາຍ VOV ໃນ​ການ​ແຂ່ງ​ຂັນ​ຊີງລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ ຄັ້ງ​ທີ XVIII ປີ 2023 - ảnh 2ບັນດານັກຂ່າວ VOV1 ຮ່ວມເດີນທາງພ້ອມກັບລຸງ Peter ອະດີດທະຫານ ອາເມລິກາ ໄປຍັງບ້ານ ກາວຖັງ, ຕາແສງ ກີ່ຊວັນ, ເມືອງ ກີ່ແອັງ, ແຂວງ ຮ່າຕິງ ເພື່ອເຫັນປະຈັກຕາການມອບ - ຮັບປຶ້ມບັນທຶກປະຈຳວັນ 

ສ່ວນຢູ່ ຫວຽດນາມ ບັນດານັກຂ່າວ VOV1  ກໍໄດ້ຮ່ວມເດີນທາງພ້ອມກັບລຸງ Peter ອະດີດທະຫານ ອາເມລິກາ ໄປຍັງບ້ານ ກາວຖັງ, ຕາແສງ ກີ່ຊວັນ, ເມືອງ ກີ່ແອັງ, ແຂວງ ຮ່າຕິງ ເພື່ອເຫັນປະຈັກຕາການມອບ - ຮັບປຶ້ມບັນທຶກປະຈຳວັນນັ້ນໃຫ້ແກ່ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນວັນທີ 05 ມີນາ 2023ແລະ ບັນທຶກຄວາມຮູ້ສຶກ, ຄຳແບ່ງປັນຈາກໃຈຈິງຂອງທຸກຝ່າຍໃນການພົບປະຄັ້ງນັ້ນ. ນາງ ຫງວຽນທິທູຮວ່າ, ນັກຂ່າວພະແນກຂ່າວ VOV1 ແບ່ງປັນວ່າ:

“Tro veຫຼືວ່າ ກັບຄືນເມືອ ແມ່ນເລື່ອງລາວທີ່ບໍ່ໃໝ່ອຽມ ແຕ່ມີຄວາມພິເສດພໍສົມຄວນ. ເນື້ອໃນຂອງເລື່ອງລາວນີ້ ມີລັກສະນະຮຳບາດແຜສົງຄາມຢ່າງຈະແຈ້ງ. ເຮັແນວໃດເພື່ອຈະສາມາດພັນລະນາຈິໃຈ, ຄວາຮູ້ສຶກນຶກຄິດຂອງຕົວລະຄອນໄດ້ຢ່າງຊັດເຈັນ, ຈະແຈ້ງນັ້ນ ແມ່ນສິ່ງທີ່ພວກຂ້າພະເຈົ້າຕ້ອງຄິດຫຼາຍທີ່ສຸດ. ສຳລັບຜົນງານສື່ມວນຊົນປະເພດລາຍການກະຈາຍສຽງແລ້ວ, ສຽງແມ່ນສຳຄັນທີ່ສຸດ. ພວກຂ້າພະເຈົ້າໄດ້ນຳໃຊ້ໂປຼແກຼມສຽງກັງວານ(ສຽງ Echo) ເພື່ອໃຫ້ນຳຜູ້ຟັງກັບຄືນສູ່ອະດີດຕະການ; ນຳໃຊ້ສຽງດົນຕີ, ສຽງເພງເພື່ອຄິດຢ້ອນຫຼັງ; ນຳໃຊ້ສຽງປະກອບທີ່ເໝາະສົມກັບ ກາລະເທສະ ເພື່ອຈູງໃຈຜູ້ຟັງ, ເພື່ອໃຫ້ຜູ້ຟັງສາມາດຈິນຕະນາການໄດ້ເຖິງເລື່ອງລາວນີ້ ດ້ວຍສຽງ”.

ຜ່ານຜົນງານດັ່ງກ່າວ, ກຸ່ມນັກຂ່າວ VOV ຢາກສົ່ງສານທີ່ວ່າ: “ພວກເຮົາບໍ່ສາມາດເຮັດໃໝ່ເລື່ອງຂອງອະດີດຕະການໄດ້, ແຕ່ພວກເຮົາສາມາດເພີ່ມພູນຄູນສ້າງເພື່ອອະນາຄົດແຫ່ງສັນຕິພາບ - ວັດທະນາຖາວອນໃຫ້ແກ່ທັງສອງຊາດ ຫວຽດນາມ - ອາເມລິກາໄດ້. ສິ່ງທີ່ບໍ່ວ່າ ຊາວ ອາເມລິກາ ຫຼື ຊາວ ຫວຽດນາມ ຜູ້ໃດ ກໍສາມາດເຮັດໄດ້ໃນຕອນນີ້, ນັ້ນແມ່ນສ້າງເສັ້ນທາງເພື່ອພັດທະນາຮ່ວມມື, ພ້ອມທັລຶບຄວາມເຈັບປວດ ແລະ ຮອງຮອຍສົງຄາມໃຫ້ຫາຍໄປ”.

ນອກຈາກຜົນງານ “Tro ve” ແລ້ວ, VOV ຍັງຄວ້າໄດ້ລາງວັນ A  ອີກໜຶ່ງລາງວັນ ໃນປະເພດລາຍການກະຈາຍສຽງ ເຊັ່ນດຽວກັນ, ດ້ວຍສາລະຄະດີກ່ຽວກັບໂຄງການໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຂອງບັນດານັກຂ່າວ ດິ່ງທ້ຽວ, ລອງຟີ, ນັກຂ່າວ VOV  ປະຈຳພາກກາງ ຫວຽດນາມ. ສາລະຄະດີດັ່ງກ່າວ ໄດ້ຍົກບັນຫາສາຖານະການ ເຊິ່ງພວມໄດ້ຮັບຄວາມສົນໃຈຈາກຫາງສຽງ, ດ້ວຍບັນດາການຄັດສະເໜີຫຼັກຖານທີ່ລະອຽດ, ອະທິບາຍກົກປາຍສາຍເຫດໄດ້ຢ່າງຈະແຈ້ງ, ຜ່ານນັ້ນກໍ່ສ່ອງແສງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ພະນັກງານທ້ອງຖິ່ນໃນວິວັດທະນການຜັນຂະຫຍາຍໂຄງການພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2023. 

ຢັ້ງ​ຢືນ​ເຄື່ອງ​ໝາຍ VOV ໃນ​ການ​ແຂ່ງ​ຂັນ​ຊີງລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ ຄັ້ງ​ທີ XVIII ປີ 2023 - ảnh 3ນັກຂ່າວ ດິ່ງທ້ຽວ ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອເກັບກຳຂໍ້ມູນຂຽນບົດ 

ເພື່ອສາມາດເຂົ້າໃຈບັນຫາໄດ້ຢ່າງເຖິງກົກເຖິງປາຍນັ້ນ, ກຸ່ມນັກຂ່າວໄດ້ຍາດເວລາ ກໍຄືສຸມເຫື່ອເທແຮງເພື່ອປະຕິບັດບັນດາເນື້ອໃນທີ່ໄດ້ວາງອອກ. ນັກຂ່າວ ດິ່ງທ້ຽວ, ແບ່ງປັນວ່າ:

ພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນໄລຍະຜະລິດບັນດາບົດຂຽນໃນສາລະຄະດີດັ່ງກ່າວ. ນີ້ແມ່ນໂຄງການສຳລັບເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ. ເພື່ອເກັບກຳຂໍ້ມູນ, ເອກະສານໄດ້ຢ່າງຄົບຖ້ວນນັ້ນ, ພວກຂ້າພະເຈົ້າຕ້ອງເຂົ້າໄປເຂດຫ່າງໄກສອກຫຼີກ, ບ່ອນດຳລົງຊີວິດຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍທີ່ທຸກຍາກ. ເຂົາເຈົ້າມັກໄປເຮັດໄຮ່ເຮັດສວນແຕ່ເຊົ້າ ຈົນຮອດຄ່ຳຈຶ່ງກັບເມືອເຮືອນ, ຫຼາຍບ້ານຢູ່ເທິງພູພຸ້ນ, ພວກຂ້າພະເຈົ້າຕ້ອງຂຶ້ນພູລົງຫ້ວຍເປັນຫຼາຍຊົ່ວໂມງ ຈຶ່ງໄປພົບເຂົາໄດ້. ຢູ່ເຂດນັ້ນ, ສັນຍານໂທລະສັບກໍບໍ່ມີ. ເຖິງວ່າໄດ້ນັດເຂົາກ່ອນແລ້ວ, ແຕ່ເມື່ອເຂົ້າໄປຮອດ  ພັດບໍ່ໄດ້ພົບເຂົາ, ແລ້ວຕ້ອງຢູ່ຖ້າເຂົາ”.

ນອກຈາກລາງວັນ A ສອງລາງວັນ, ວິທະຍຸກະຈາຍສຽງ ຫວຽດນາມ ຍັງຄວ້າໄດ້ລາງວັນ C ອີກດ້ວຍ. ດ້ວຍ 3 ລາງວັນອັນສູງສົ່ງທີ່ຍາດໄດ້ໃນການເສັງລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XVIII ປີ 2023, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງອົງການສື່ມວນຊົນໃຫຍ່, ມີອິດທິພົນຊື່ສຽງ. ຖັນແຖວນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ດ້ວຍຄວາມສາມາດດ້ານວິຊາການ, ປາຍປາກກາອັນແຫຼມຄົມ ຍັງສືບຕໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາບັນດາບົດຂຽນທີ່ມີຄຸນນະພາບມາສູ່ມວນຊົນ, ສ່ອງແສງກ່ຽວກັບສະພາບການບ້ານເມືອງ, ການດຳລົງຊີວິດຂອງປະຊາຊົນ ແລະ ເລື່ອງລາວໃນການດຳລົງຊີວິດທີ່ເຕັມໄປດ້ວຍຄວາມໝາຍມາສູ່ຜູ້ຟັງຜູ້ອ່ານຢ່າງຊັດເຈນ ແລະ ແທ້ຈິງທີ່ສຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ