ໂສມ: ຕົ້ນ​ໄມ້​ເປີດ​ທິດ​ທາງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າລາ​ຮູ ຢູ່​ລາຍ​ເຈົາ

(VOVWORLD) - ພາຍຫຼັງການປູກທົດລອງຕົ້ນໄມ້ຫຼາຍຊະນິດມາເປັນຫຼາຍປີ, ສຸດທ້າຍໂສມ ແມ່ນຕົ້ນໄມ້ ເຊິ່ງພໍ່ແມ່ປະຊາຊົນເຜົ່າລາຮູ ຢູ່ເມືອງເມື່ອງແຕ່, ແຂວງລາຍເຈົາ ເລືອກປູກ. ນີ້ແມ່ນຕົ້ນໄມ້ທີ່ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງ, ແມ່ນບາດລ້ຽວຊ່ວຍໃຫ້ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີ.

ໂສມ: ຕົ້ນ​ໄມ້​ເປີດ​ທິດ​ທາງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າລາ​ຮູ ຢູ່​ລາຍ​ເຈົາ - ảnh 1ໂສມສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນ (ພາບ: VOV)

ຊົນເຜົ່າລາຮູ ກວມເອົາປະມານ 20% ປະຊາກອນໃນທົ່ວເມືອງເມື່ອງແຕ່ ແລະ ສ່ວນຫຼາຍດຳລົງຊີວິດຢູ່ບັນດາຕາແສງຄື: ຕາປະ, ປາອູ, ປາເວະສື… ນີ້ກໍ່ແມ່ນບັນດາເຂດທີ່ມີເງື່ອນໄຂທີ່ສະດວກໃຫ້ແກ່ການພັດທະນາຕົ້ນໄມ້ສະໝູນໄພ, ໃນນັ້ນມີ ໂສມ. ໂດຍເຫັນໄດ້ຜົນປະໂຫຍດທາງດ້ານເສດຖະກິດຈາກໂສມ, ມີຫຼາຍຄອບຄົວເຜົ່າລາຮູ ຢູ່ບ້ານຊິນຈາຍບີ, ເມືອງປາເວະສື ໄດ້ຂະຫຍາຍແນວພັນດ້ວຍຕົນເອງ ແລະ ຊອກຫາຕົ້ນໄມ້ໃນປ່າກັບເມືອ ເພື່ອເປີດກວ້າງເນື້ອທີ່ປູກໂສມ. ປັດຈຸບັນ ຢູ່ບັນດາໝູ່ບ້ານຊາວເຜົ່າລາຮູ ກໍ່ສາມາດພົບເຫັນເຂດສວນປູກຕົ້ນໂສມທີ່ກວ້າງໃຫຍ່ໄດ້ຢ່າງງ່າຍດາຍ.

ກ່ອນນີ້ 6 ປີ, ປີ 2018 ອ້າຍ ເປີວາຮື, ນາຍບ້ານຊິນຈາຍບີ, ຕາແສງປາເວະສື ໄດ້ຕັດສິນໃຈປູກໂສມ. ປີ 2019 ໂດຍເຫັນວ່າ ໂສມມີການເຕີບໂຕທີ່ດີ ເມື່ອປູກໃນບ້ານ, ຄອບຄົວອ້າຍ ແລະ 46 ຄອບຄົວໃນບ້ານໄດ້ພ້ອມກັນປູກໂສມ ເພື່ອສ້າງສວນເຕົ້າໂຮມກັນ. ມາຮອດປັດຈຸບັນ ສວນໂສມຂອງກຸ່ມຄອບຄົວ ບ້ານຊິນຈາຍບີ ມີເນື້ອທີ່ຂຶ້ນເຖິງ 3 ເຮັກຕາ.  ອ້າຍ ເປີວາຮື ນາຍບ້ານຊິນຈາຍບີ ແບ່ງປັນວ່າ:

ຂ້າພະເຈົ້າໄດ້ເຮັດຮູບແບບເພື່ອປູກທົດລອງແລ້ວ ເຫັນວ່າ ໂສມມີການພັດທະນາດີ. ປັດຈຸບັນ  ຄອບຄົວຂ້າພະເຈົາ ປູກໂສມທຳມະຊາດທີ່ເອົາມາຈາກປ່າ ໄດ້ 6.500 ຕົ້ນ. ປັດຈຸບັນ ໂສມນຳມາເຊິ່ງປະສິດທິຜົນດ້ານເສດຖະກິດໃຫ້ແກ່ປະຊາຊົນໃນການຫຼຸດພົ້ນອອກຈາກຄວາມທຸກຍາກ  ແລະ ພໍ່ແມ່ປະຊາຊົນສາມາດບືນຕົວຂຶ້ນສ້າງຄວາມຮັ່ງມີໄດ້.

ຄອບຄົວອ້າຍ ເປີໂຊຮື ຊົນເຜົ່າລາຮູ, ຢູ່ບ້ານ ຊິນຈາຍບີ, ຕາແສງປາເວະສື, ເມືອງເມື່ອງແຕ່ ມີໂສມແນວພັນ ເພື່ອຂະຫຍາຍແນວພັນ. ຍ້ອນດິນຟ້າອາກາດຢູ່ຕາແສງເໝາະສົມ ດັ່ງນັ້ນ ໂສມມີການເຕີບໂຕ ແລະ ພັດທະນາດີທີ່ສຸດ. ອ້າຍ ເປີໂຊຮື ໃຫ້ຮູ້ວ່າ:

ສວນໂສມຂອງຄອບຄົວຂ້າພະເຈົ້າມີການພັດທະນາທີ່ດີ. ນັບແຕ່ໂສມແນວພັນໃນເບື້ອງຕົ້ນ, ປັດຈຸບັນ ຄອບຄົວຂ້າພະເຈົ້າໄດ້ພັດທະນາສວນທີ່ກ້ວາງກ່ວາ ແລະ ສະໜອງແນວພັນຈຳນວນໜຶ່ງໃຫ້ແກ່ພໍ່ແມ່ປະຊາຊົນໃນບ້ານ. ຖ້າມີການພັດທະນາທີ່ສະດວກ, ຮອດປີ 2025 ຄອບຄົວຈະມີແນວພັນຫຼາຍກ່ວາອີກເພື່ອຂາຍ ກໍ່ຄືທະວີຄູນເນື້ອທີ່. ຫວັງວ່າ ໂສມຈະຂາຍໄດ້ລາຄາ ເພື່ອເສດຖະກິດຂອງຄອບຄົວ ແລະ ພໍ່ແມ່ປະຊາຊົນໃນບ້ານມີການຊີວິດການເປັນຢູ່ທີ່ເປັນປົກກະຕິ.

ຖ້າຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງໂສມໄດ້ເປັນຢ່າງດີ ນີ້ຈະແມ່ນໂອກາດ ເພື່ອໃຫ້ປະຊາຊົນພັດທະນາເສດຖະກິດ. ດັ່ງນັ້ນ, ທາງແຂວງລາຍເຈົາ ໄດ້ປະກາດໃຊ້ແຜນການພັດທະນາໂສມ ແລະ ບັນດາເມືອງຈະໝູນໃຊ້ຕາມຄວາມເໝາະສົມໃນຕົວຈິງຂອງທ້ອງຖິ່ນຕົນ. ທ່ານ ດ່າວວັນແຄງ, ປະທານຄະນະກຳມະການປະຊາຊົນເມືອງເມືອງແຕ່ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າພ້ອມກັບອຳນາດການປົກຄອງເຂດທີ່ມີຄວາມບົ່ມຊ້ອນ, ດິນຟ້າອາກາດທີ່ສະດວກ ສະນັ້ນຈັດສັນທີ່ດິນ. ຕາມນັ້ນແລ້ວ, ກໍ່ສົມທົບກັບບັນດາຫົວໜ່ວຍຂອງແຂວງ ເພື່ອດຶງດູດວິສາຫະກິດ, ເສີມຂະຫຍາຍຄວາມສາມາດແຫຼ່ງແຢນ, ແນວພັນຈາກແຫຼ່ງແຢນປະຈຳຖິ່ນ ເພື່ອປະຕິບັດ. ໃນໄລຍະຈະມາເຖິງ, ທາງເມືອງເມື່ອງແຕ່ຈະສຸມແຫຼ່ງກຳລັງ ເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ດຶງດູດແຫຼ່ງຊັບພະຍາກອນມະນຸດ ແລະ ຈັດຕັ້ງປະຕິບັດພັດທະນາໂສມຢູ່ບໍລິເວນເມືອງໃນວົງກ້ວາງ.

ໂສມທີ່ປູກຢູ່ທ້ອງຖິ່ນ ໂດຍແຂວງລາຍເຈົາ ໄດ້ນຳເຂົ້າໃນມະຕິວ່າດ້ວຍການພັດທະນາເສດຖະກິດ, ສັງຄົມ. ທາງແຂວງສູ້ຊົນຮອດປີ 2030, ເນື້ອທີ່ປູກໂສມຈະບັນລຸ 3.000 ເຮັກຕາ, ປະລິມານຂຶ້ນເຖິງ 30 ໂຕນ/ປີ, ຮອດປີ 2035 ກາຍເປັນສິນຄ້າທີ່ມີເຄື່ອງໝາຍການຄ້າແຫ່ງຊາດ, ມີມູນຄ່າສົ່ງອອກສູງ. ເພື່ອປະກອບສ່ວນປະຕິບັດເປົ້າໝາຍນີ້, ພໍ່ແມ່ປະຊາຊົນເຜົ່າລາຮູ ຢູ່ເມືອງເມືອງແຕ່ ພວມສືບຕໍ່ເປີດກວ້າງເນື້ອທີ່ປູກໂສມ, ນຳໂສມກາຍເປັນຕົ້ນໄມ້ເສດຖະກິດຫຼັກແຫຼ່ງຂອງທ້ອງຖິ່ນ. ນີ້ແມ່ນທິດທາງ Startup ທີ່ມີປະສິດທິຜົນ, ຊ່ວຍປະຊາຊົນພັດທະນາເສດຖະກິດໂດຍໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ