ນຳ​ມວນຊົນ ອົດ​ສະ​ຕາ​ລີ ມາ ຫວຽດ​ນາມ ຜ່ານ​ລ​າຍ​ການ​ດົນ​ຕີ Viet Soul 2

(VOVWORLD) - ເວລາຜ່ານມາຢູ່ໂຮງລະຄອນ Bryan Brown ຢູ່ນະຄອນ ຊິດນີອົດສະຕາລີ ໄດ້ດຳເນີນລາຍການສະແດງສິລະປະ ວິນຍານ ຫວຽດນາມ 2 (Viet Soul 2). ລາຍການດັ່ງກ່າວໄດ້ນຳມວນຊົນຢູ່ ອົສະຕາລີ ມາສູ່ພາກກາງເຂດເຕີຍງວຽນ ຂອງ ຫວຽດນາມ ຜ່ານລາຍການສະແດງສິລະປະທີ່ມີຊີວິດຊີວາ ແລະ ດຶງດູດໃຈຂອງດົນຕີພື້ນເມືອງ.
ນຳ​ມວນຊົນ ອົດ​ສະ​ຕາ​ລີ ມາ ຫວຽດ​ນາມ ຜ່ານ​ລ​າຍ​ການ​ດົນ​ຕີ Viet Soul 2 - ảnh 1ລາຍການສະແດງສິລະປະດົນຕີ Viet Soul 2 ໄດ້ນຳມວນຊົນ ອົດສະຕາລີ ມາຢ້ຽມຢາມເຂດພາກກາງ, ເຂດເຕີຍງວຽນ ຫວຽດນາມ ຜ່ານ 13 ລາຍການ

ຝົນຕົກ ແລະ ອາກາດໜາວເຢັນຕອນກາງຄືນເດືອນມິຖຸນາ ຢູ່ ຊິດນີ ບໍ່ອາດສະກັດກັ້ນຜູ້ຄົນທີ່ຫຼັ່ງໄຫຼມານັ່ງເຕັມໂຮງລະຄອນ Bryan Brown ເພື່ອຮັບຊົມລາຍການສະແດງສິລະປະດົນຕີ Viet Soul 2 ໂດຍ VACEO, ເຊິ່ງເປັນອົງການຈັດຕັ້ງບໍ່ຫວັງຜົນກຳໄລພົບພັນ ແລກປ່ຽນວັດທະນະທຳ ຫວຽດນາມ - ອົດສະຕາລີ ຈັດຂຶ້ນ. ທ່ານນາງ ຫງວຽນຫວຽດຮ່າ, ຜູ້ອຳນວຍການອົງການ VACEO ໃຫ້ຮູ້ວ່າ:

ມີນັກສິລະປິນມືອາຊີບ ແລະ ສະໝັກຫຼີ້ນ 40 ທ່ານ ໄດ້ເຂົ້າຮ່ວມການສະແດງໃນລາຍການດັ່ງກ່າວ. ພ້ອມດຽວກັນນັ້ນ, ລາຍການດັ່ກ່າວຍັງມີການເຂົ້າຮ່ວມຂອງບັນດາກຸ່ມນັກຟ້ອນ ແລະ ກຸ່ມນັກມວຍມາຈາກໂຮງຮຽນ Alysian ອີກດ້ວຍ. ຈຸດປະສົງຂອງພວກຂ້າພະເຈົ້ແມ່ນເຮັດແນວໃດເພື່ອໃຫ້ກຳລັງໃຈ ແລະ ສ້າງກາລະໂອກາດເພື່ອໃຫ້ຊາວ ຫວຽດນາມ ທີ່ອາໄສຢູ່ ອົດສະຕາລີ ລຸ້ນໃໝ່ ໄດ້ຮູ້ຈັກເຖິງພື້ນຖານວັດທະນະທຳຂອງບັນດາຊົນເຜົ່າ ແລະ ປະເພນີ ແລ້ວຮູ້ຈັກອະນຸລັກຮັກສາ ແລະ ສືບທອດໃຫ້ຄົນລຸ້ນຕໍ່ໄປໃນພາຍພາກໜ້າ”.

ລາຍການສະແດງສິລະປະດົນຕີ Viet Soul 2 ໄດ້ນຳມວນຊົນ ອົດສະຕາລີ ມາຢ້ຽມຢາມເຂດພາກກາງ, ເຂດເຕີຍງວຽນ ຫວຽດນາມ ຜ່ານ 13 ລາຍການ. ນັບແຕ່ບັນດາບົດເພງທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງພາກກາງ ຄື ຂັບເຈົ້າວັນ ເຫວ້ ຕະຫຼອດຮອດບົດເພງ ສຽງຄ້ອງ ປາຣານຶງ ທີ່ນຳເອົາລົມຫາຍໃຈຂອງພູຜາປ່າໄມ້ເຂດ ເຕີຍງວຽນ ຫຼື ບັນດາວາດຟ້ອນຂອງຊາວເຜົ່າຈຳ ແລະ ການປະສານສຽງດົນຕີພື້ນເມືອງ ໄດ້ນຳມາເຊິ່ງບັນຍາກາດດົນຕີພື້ນເມືອງທີ່ມີຄວາມເປັນເອກະລັກສະເພາະ ແລະ ມີຄຸນນະພາບສູງ.  ທ່ານນາງ ເຈິ່ນຮົ່ງເວິນ, ອຳນວຍການໂຮງຮຽນ Viet School ສະແດງຄວາມໃນໃຈວ່າ:

ນຳ​ມວນຊົນ ອົດ​ສະ​ຕາ​ລີ ມາ ຫວຽດ​ນາມ ຜ່ານ​ລ​າຍ​ການ​ດົນ​ຕີ Viet Soul 2 - ảnh 2ທ່ານນາງ ເຈິ່ນຮົ່ງເວິນ, ອຳນວຍການໂຮງຮຽນ Viet School

ຂ້ພະເຈົ້າມີຄວາມແປກປະຫຼາດໃຈທີ່ສຸດ ເພາະວ່າໃນໄລຍະ 17 ປີທີ່ດຳລົງຊີວິດຢູ່ ອົດສະຕາລີ, ຂ້າພະເຈົ້າບໍ່ເຄີຍໄດ້ຮັບຊົມລາຍການສະແດງສິລະປະທີ່ມີການກະກຽມ, ລົງທຶນຢ່າງພິຖີພິຖັນ ແລະ ມີຄຸນນະພາບສູງຄືລາຍການນີ້ນີ້ແມ່ນລາຍການທີ່ເຮັດໃຫ້ຜູ້ຊົມຊາວ ຫວຽດນາມ ຢູ່ທີ່ນີ້ ໄດ້ຮູ້ຈັກເຖິງບັນດາຈຸດວັທະນະທຳທາງດ້ານດົນຕີພື້ນເມືອຂອງ ຫວຽດນາມ. ສຳລັບເດັກນ້ອຍ, ຄົນລຸ້ນທີ 2, ທີ 3 ແລ້ວ, ນີ້ແມ່ນໂອກາດທີ່ເປັນປະໂຫຍດ ແລະ ມີຄວາມໝາຍທີ່ສຸດ ເພື່ອໃຫ້ພວກນ້ອງສາມາດສຳຜັດກັບຈຸດຄວາມງາມຂອງວັດທະນະທຳ ຫວຽດນາມ”.

ສິ່ງພິເສດຂອງລາຍການນີ້ແມ່ນ ບໍ່ພຽງແຕ່ເປັນການສະແດງສະເພາະດົນຕີພື້ນເມືອງ ຫວຽດນາມ ເທົ່ານັ້ນ ຫາກຍັງມີການປະສານສົມທົບກັບດົນຕີ ແລະ ເຄື່ອງດົນຕີພື້ນເມືອງຂອງ ອົດສະຕາລີ ອີກດ້ວຍ. ທ່ານ Jordan Sefton, ຜູ້ສະແດງແກ didgeridoo ອົດສະຕາລີ ໃຫ້ຮູ້ວ່າ, ເພິ່ນມັກການປະສານສຽງລະຫວ່າງດົນຕີພື້ນເມືອງ ຫວຽດນາມ ກັບດົນຕີຂອງ ອົດສະຕາລີ ທີ່ສຸດ, ເຊິ່ງໄດ້ສ້າງເປັນລາຍການສິລະປະທີ່ສຸດຍອດຫຼາຍ.

ຂ້າຈົ້າຊົມຊອບ ວັດນະທຳ ຫວຽດນາມ. ຂ້າພະເຫັນເຫັນວ່າ ຈັບອົກຈັບໃຈຫຼາຍ ເມື່ອໄດ້ເຂົ້າຮ່ວມບັນາກິດຈະກຳນີ້. ສຽງຂອງເຄື່ອງດົນຕີ ອົດສະຕາລີ ແລະ ຫວຽດນາມ ແລະ ການສະຫຼັບກັນລະຫວ່າງ ວັດທະນະທຳ ຫວຽດນາມ ກັບ ອົດສະຕາລີ ນັ້ນ ໄດ້ປະສານສົມທົບເປັນລາຍການປະສານສຽງທີ່ມ່ວນຫຼາຍ ແລະ ສຸດຍອດຫຼາຍ”.

ນຳ​ມວນຊົນ ອົດ​ສະ​ຕາ​ລີ ມາ ຫວຽດ​ນາມ ຜ່ານ​ລ​າຍ​ການ​ດົນ​ຕີ Viet Soul 2 - ảnh 3ລາຍການບໍ່ພຽງແຕ່ສ້າງຄວາມປະທັບໃຈຢ່າງເຫັນໄດ້ຊັດກັບຊາວ ຫວຽດນາມ ລຸ້ນຕ່າງໆທີ່ອາໄສຢູ່ ອົດສະຕາລີ ເທົ່ານັ້ນ, ຫາກນັບທັງມວນຊົນ ອົດສະຕາລີ ອີກດ້ວຍ

ໃນ 2 ຊົ່ວໂມງ, ລາຍການດັ່ງກ່າວບໍ່ພຽງແຕ່ສ້າງຄວາມປະທັບໃຈຢ່າງເຫັນໄດ້ຊັດກັບຊາວ ຫວຽດນາມ ລຸ້ນຕ່າງໆທີ່ອາໄສຢູ່ ອົດສະຕາລີ ເທົ່ານັ້ນ, ຫາກນັບທັງມວນຊົນ ອົດສະຕາລີ ທີ່ຍັງບໍ່ທັນຮູ້ຈັກເຖິງວັດທະນະທຳ ຫວຽດນາມ ອີກດ້ວຍ.

ລາຍກາຍສະແດງສິລະປະດົນຕີນີ້ແມ່ນດີເລີດ. ເປັນທີ່ສຸດຍອດທີ່ສຸດເມື່ອໄດ້ຮັບຊົມການສະແດງເຄື່ອງດົນຕີຫຼາຍຊະນິດ, ເຊິ່ງໃນນັ້ນ ມີຫຼາຊະນິດຂ້າພະເຈົ້າບໍ່ເຄີຍໄດ້ເຫັນຈັກເທື່ອ”.

ພວກຂ້າພະເຈົ້າມັກລາຍການນີ້ທີ່ສຸດ ແລະ ມັກວິທີຮັບຊົມການສະແດງວັດທະນະທຳພື້ນເມືອງ, ດົນຕີ ແລະ ບັນດາວາດຟ້ອນທີ່ເປັນມູນເຊື້ອຂອງ ຫວຽດນາມ. ພິເສດ, ຂ້າພະເຈົ້າມັກວິທີນຳເອົາເຄື່ອງດົນຕີພື້ນເມືອງຂອງ ອົດສະຕາລີ ມາປະສານເຂົ້າໃນລາຍການສະແດງດົນຕີ ຫວຽດນາມ. ລາຍການຄ່ຳຄືນນີ້ ສຸດຍອດຫຼາຍ”. 

ລາຍການສະແດງສິລະປະທີ່ມີຊີວິດຊີວາ ແລະ ດຶງດູດໃຈຂອງດົນຕີພື້ນເມືອງ ຫວຽດນາມ ໃນດິນແດນ ອົດສະຕາລີ ນັ້ນ ບໍ່ພຽງແຕ່ແມ່ນຊ່ອງທາງແລກປ່ຽນວັດທະນະທຳທີ່ມີປະສິດທິຜົນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບຄຸນຄ່າທາງດ້ານຈິດໃຈຂອງຊາວ ຫວຽດນາມ ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ