ຂັບສຳລົດໄຟຟ້າຊຶ່ງແມ່ນຈຸດວັດທະນະທຳຕາມທ້ອງຖະໜົນຂອງຮ່າໂນ້ຍ

ຂັບສຳລົດໄຟຟ້າຊຶ່ງແມ່ນຈຸດວັດທະນະທຳຕາມທ້ອງຖະໜົນຂອງຮ່າໂນ້ຍ - ảnh 1
ນັກສິລະປິນດີເດັ່ນ Thanh Ngoan ພ້ອມ​ກັບ​ບັນດາ​ນັກ​ສິລະ​ປິນທຳ​ການສະ​ແດງ​ຂັບ​ສຳ​​ໃນລາຍການ​ສະ​ແດງຂັບ​ສຳ​​​ລົດ​ໄຟຟ້າຢູ່ຫໍພິພິທະ​ພັນ​ຫວຽດນາມ​ທີ່​ນະຄອນຫຼວງ​ຮ່າ​ໂຮ້ຍ (ພາບ: vanhoadoisong)


ຂັບ​ສຳ​ແມ່ນ​ປະ​ເພດ​ການ​ສະ​ແດງສິລະ​ປະ​ພື້ນ​ເມືອງທີ່ເປັນເອກະລັກ ສະເພາະ ຊຶ່ງ​ໄດ້​ມີ​ມາ​ແຕ່​ດົນ​ນານ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຫວຽດນາມ . ສະ​ເພາະ​ຢູ່​ຮ່າ​ໂນ້ຍ, ມີ​ປະ​ເພດ​ສິລະ​ປະຂັບ​ສຳ​ພິ​ເສດ ຊຶ່ງ​ບໍ່​ອາດຫາ​ໄດ້​ຢູ່​ແຫ່ງ​ໃດ​ໃນ​ປະ​ເທດ​ຫວຽດນາມ, ນັ້ນ​ແມ່ນ “ຂັບ​ສຳ​​​ລົດ​ໄຟຟ້າ”. ພາຍຫຼັງ​ບໍ່​ປະກົດ​ຕົວ​ເປັນ​ເວລາ 20 ປີ, ​ເປັນ​ຄັ້ງ​ທຳ​ອິດທີ່​ປະ​ເພດ​ສິລະ​ປະຂັບ​ສຳ​ນີ້​ໄດ້​ປະກົດ​ຕົວຄືນ​ໃໝ່​ເພື່ອ​ແນະນຳ​ໃຫ້​ແກ່ມ​ວນຊົນ​ຮ່າ​ໂນ້ຍຜ່ານ​ລາຍການ “ ຂັບ​ສຳ​​​ລົດ​ໄຟຟ້າ-ວັດທະນະທຳ​ຕາມ​ທ້ອງ​ຖະໜົນ​ທີ່​ນະຄອນ​ຮ່າ​ໂນ້ຍ ” ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຫໍພິພິທະ​ພັນ​ຫວຽດນາມ​ທີ່​ຮ່າ​ໂນ້ຍ​ໃນ​ຊຸມ​ມື້​ທ້າ​ຍເດືອນ 10 ທີ່​ຜ່ານ​ມາ.

    ​​ສິລະ​ປະຂັບ​ສຳ​ໄດ້​ກຳ​ເນີ​ດຂຶ້ນ, ຄົງ​ຕົວ​ແລະ ຂະຫຍາຍຕົວ​ໂດຍ​ຕິດ​ພັນ​ກັບ   ກາ​ນ​ເຄື່ອນ​ໄຫວຂອງ​ລົດ​ໄຟຟ້າ​ຮ່າ​ໂນ້ຍ​ໃນ​​ໄລຍະ 1900 -1992. ສະຖານີ​ລົດ​ໄຟຟ້າ​ຖືກ​ຕັ້ງ​ຢູ່ ​ເບີ​ໂຮ່ (​ແຄມ​ໜອງ​ຮ່ວານ​ກ໋ຽມ) . ຈາກ​ສະຖານີ​ແຫ່ງ​ນີ້, ມີ​ສາຍ​ລົດ​ໄຟຟ້າ​ໄປ​ຍັງ​ແຫ່ງ​ຕ່າງໆ​ໃນ​ຮ່າ​ໂນ້ຍຄື ອຽນ​ຟຸ, ຕະຫຼາດ​ເບື້ອຍ, ​ເກົາ​ໄຢ, ຮ່າ​ດົງ, ຫວ້ອງ ​ແລະ ອື່ນໆ. ບັນດາ​ຖ້ຽວ​ລົດ​ໄຟຟ້າ​ໄດ້​ກາຍ​ເປັນ​ເວທີ​ສະ​ແດງ​ທີ່​ດີ​ສຳລັບ ສິລະ​ປະຂັບ​ສຳຊຶ່ງ​ແມ່ນ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ໂດ​ຍຄົນ​ພິການ​ມັກ​ສະ​ແດງ​​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ. ນັກ​ສິລະ​ປິນ Xuan Hoach , ຜູ້​ໄດ້​ສຸມ​ຈິດ​ສຸມ​ໃຈ​ກັບ​ສິລະ​ປະ​ຂັບ​ສຳ ໃຫ້ຮູ້ວ່າ : 

   “ ຢູ່ເທິງລົດໄຟຟ້າ, ເຖິງວ່າມີສຽງລົບກວນເນືອງນັນ​ຫຼາຍ​ກໍ​ຕາມ, ​ແຕ່​ສຽງ​ຂັບ​ສຳ​ຍັງ​ຄົງ​ດັງ​ກ້ອງ​ກັງວານ​ຂຶ້ນ​ເທິງ​ຕູ້​ລົດ​ໄຟຟ້າ. ບັນດາ​ທຳນອງ​ຂັບ​ສຳ​ທັງ​ໝົດ​ລ້ວນ​ແຕ່ໄດ້​ຮັບ​ການສະ​ແດງ​ຢູ່​ຕາມ​ຖ້ຽວລົດ​ໄຟຟ້າ. ບັນດາ​ທຳນອງ​ເພງ​ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ​ກັບ​ທຸກໆ​ຄົນ, ​ເມື່ອ​ໄດ້​ຮັບ​ຟັງ​ແລ້ວ, ກໍ​ສາມາດ​ຈື​ໄດ້ ​ແລະ ​ເບິ່ງ​ຄື​ວ່າ ມັນ​ໄດ້​ຊຶມ​ເລິກ​ໃນ​ຈິດ​ໃຈ​ຂອງ​ຜູ້​ຟັງ ”

ຂັບສຳລົດໄຟຟ້າຊຶ່ງແມ່ນຈຸດວັດທະນະທຳຕາມທ້ອງຖະໜົນຂອງຮ່າໂນ້ຍ - ảnh 2
ລົດໄຟຟ້າ ແລະ ຂັບສຳລົດໄຟຟ້າ ຍັງຝັງເລິກ
ໃນຄວາມຊົງຈຳຂອງຊາວຫວຽດນາມທຸກໆຄົນ
ມາ​ຊົມລາຍການ “ ຂັບ​ສຳ​​​ລົດ​ໄຟຟ້າ-ວັດທະນະທຳ​ຕາມ​ທ້ອງ​ຖະໜົນ​ທີ່​ນະຄອນ​ ຮ່າ​ໂນ້ຍ ” ​ໂດຍ​ຫໍພິພິທະ​ພັນ​ແມ່ຍິງ​ຫວຽດນາມ​ສົມທົບ​ກັບ​ສະມາຄົມ​ມໍລະດົກ​ຈັດ​ຂຶ້ນ​ນັ້ນ, ຜູ້​ຊົມ​ທັງຫຼາຍ​ໄດ້​ເຫັນ​ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຊຶ່ງ​ມີ​ຄວາມ​ແຕກ​ຕ່າງ​ກັບ ສິລະ​ປະ​ຂັບ​ສຳພື້ນ​ເມືອງ ຈາກ​ເນື້ອ​ໃນ, ​ເຄື່ອງ​ດົນຕີ, ຕະຫຼອດ​ຮອດ​ຊຸດ​ອາພອນ​ຂອງຜູ້ສະ​ແດງ. ນັກສິລະປິນດີເດັ່ນ Thanh Ngoan, ຮອງ​ຜູ້ອຳນວຍການ​ໂຮງ​ລະຄອນ​ແຈວ​ຫວຽດນາມ​ໃຫ້​ຮູ້​ວ່າ :

   “ ປະຈຸ​ບັນ, ສິລະ​ປະ​ຂັບ​ສຳບໍ່​ແມ່ນ​ສິ່ງ​ແປກ​ປະຫຼາດ​ອີກ​ແລ້ວ, ສິລະ​ປະ​ຂັບ​ສຳ​ໄດ້​ເຂົ້າ​ສູ່​ຊີວິດ​ຂອງ​ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ໄດ້​ຊ່ວຍ​ຄົນ​ເຮົາ​ວາດ​ພາບ​ໄດ້​ເຖິງ​ບັນຍາກາດ, ວັດທະນະທຳ​ຂອງ​ຮ່າ​ໂນ້ຍ​ໃນ​ສະຕະວັດ​ກ່ອນ. ພວກ​ຂ້າພະ​ເຈົ້າ​ຫວັງວ່າກຸ່ມ​ນັກ​ສິລະ​ປິນຂັບ​ສຳ​ນີ້ ຈະ​ມີ​ການ​ປະກອບສ່ວນ​ຂອງ​ຖັນ​ແຖວ​ນັກ​ສິລະ​ປິນລຸ່ນ​ໃໝ່, ​ແຕ່​ພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ສຸມ​ຈິດ​ສຸມ​ໃຈ. ພວກ​ຂ້າພະ​ເຈົ້າ​ກໍ​ມີ​ຄວາມ​ຫວັງ​ຢາກ​ຮັກສາ​ປະ​ເພດ​ສິລະ​ປະ​ນີ້​ເອົາ​ໄວ້ ”

    ຕະຫຼອດ​ເກືອບ​ສະຕະວັດ​ທີ່​ຜ່ານ​ມາ, ຂັບ​ສຳ​​​ລົດ​ໄຟຟ້າ ​ໄດ້​ກາຍ​ເປັນ​ເຍື່ອງ​ອາຫານ​ທາງ​ດ້ານ​ຈິດ​ໃຈ, ​ເປັນ​ຂີດ​ໝາຍ​ຢ່າງ​ເລ​ິກ​ເຊິ່ງ​ໃນ​ຈິດ​ໃຈ​ຂອງ​ຊາວ​ນະຄອນ ຫຼວງ​ແຕ່ລະຄົນ, ມັນ​ຕິດ​ພັນ​ກັບ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ສຽງ​ຂອງ​ລົດ​ໄຟຟ້າ. ລາຍການ “ ຂັບ​ສຳ​​​ລົດ​ໄຟຟ້າ-ວັດທະນະທຳ​ຕາມ​ທ້ອງ​ຖະໜົນ​ທີ່​ນະຄອນ​ຮ່າ​ໂນ້ຍ ” ກໍ​ປຽບ​ເໝືອນ​ຄຳ​ຕັກ​ເຕືອນ​ກ່ຽວກັບ​ອະດີດຕະການ. ນັກ​ສິລະ​ປິນດີ​ເດ​ັ່ນ Hoang Anh Tu ສັງກັດ​ໂຮງ​ມະ​ໂຫລະ​ສົບ ທັງ​ລອງ ​ເວົ້າ​ວ່າ :

    “ ຜ່ານ​ລາຍການ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ໂຄສະນາ​ກ່ຽວ​ກັບ ສິລະ​ປະ​ຂັບ​ສຳຊຶ່ງ​ແມ່ນ​ປະ​ເພດ​ສິລະ​ປະ​ດົນຕີ​ຕາມ​ທ້ອງ​ຖະໜົນ ​ເພື່ອ​ຊ່ວຍ​ໃຫ້​ທຸກໆ​ຄົນ​ເຫັນ​ໄດ້​ເຖິງ​ຄວາມ​ງາມ​ຂອງ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ. ນັ້ນ​ແມ່ນ​ຈຸດ​ວັດທະນະທຳ​ໄດ້​ຮັບ​ການ​ເຊີດ​ຊູ​ຜ່ານ​ສຽງ​ເພງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ມະນຸດ ​ແລະ ຊີວິດ​ຂອງ​ຊາວ​ຮ່າ​ໂນ້ຍຄາວ​ນັ້ນ ”.

ຕອບກັບ

ຂ່າວ/ບົດ​ອື່ນ