ຂັບຮ້ອງເພື່ອບັນເທົ່າຄວາມເຈັບປວດ

ຂັບຮ້ອງເພື່ອບັນເທົ່າຄວາມເຈັບປວດ - ảnh 1
ລາຍການສະແດງສິລະປະວັນນະຄະດີຂອງສະໂມສອນ
(ພາບ: congan.com)

    16 ປີ​ທີ່​ຜ່ານ​ມາ, ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນ“ ສຽງ​ຂັບ​ຮ້ອງ​ຂອງ​ອ້າ​ຍ ທະຫານ​ເສຍ​ອົງຄະນະຄອນຫຼວງ” ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງຍາກ​ລຳບາກ ​ເພື່ອ​ນຳ​ເອົາ​ສຽງ​ຂັບ​ຮ້ອງ​ຂອງ​ຕົນ​ໄປ​ຍັງ​ເຂດ​ຫ່າງ​ໄກ​ສອກຫຼີກ, ສະໜາມຮົບ​ເກົ່າ​ຮັບ​ໃຊ້​ປະຊາຊົນ ​ແລະ​ເ​ພື່ອນຮ່ວມ​ກົມ​ກອງ. ​ໃນ​ຈຳນວນ ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນ, ມີ​ຫຼາຍ​ຄົນ​ໄດ້​ເປັນ ທະຫານ​ເສຍ​ອົງຄະ. ​ເມື​່ອກັບ​ຄືນ​ສູ່​ຊີວິດ​ປະຈຳ​ວັນ​ຈາກ​ສະໜາມຮົບດ້ວຍ​ຄວາມ​ລຳບາກ​ຫຼາຍ​ຢ່າງ, ​ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ນຳ​ເອົາ​ສຽງ​ເພງ​ເພື່ອ​ລະດົມ​ໃຈ​ກັນ. ​

   ​ໂດຍ​ເປັນ​ປົກກະຕິ​ແລ້ວ, ຮອດ​ວັນ​ອັງຄານ ​ແລະ ວັນ​ເສ​ົາ​ແຕ່​ລະອາ​ທິດ, ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນຕ່າງກໍພາກັນມາເຕົ້າໂຮມຢູ່ສູນວັດທະນະທຳຮ່າໂນ້ຍ ທີ່ເຮືອນເລກທີ 88 ຖະໜົນຮ່າງບວມ - ຮ່າໂນ້ຍ, ເພື່ອດຳເນີນຊີວິດສິລະປະ ວັນນະຄະດີ. ໂດຍໄດ້ຮັບການສ້າງຕັ້ງໃນເດືອນ 10 ປີ 1997, ສະ​ໂມ​ສອນ“ ສຽງ​ຂັບ​ຮ້ອງ​ຂອງ​ອ້າ​ຍ ທະຫານ​ເສຍ​ອົງຄະນະຄອນຫຼວງ” ໃນຄາວນັ້ນມີສະມາຊິກ ພຽງ 15 ຄົນ ເທົ່ານັ້ນ, ໃນນັ້ນມີ ທະຫານ​ເສຍ​ອົງຄະປະເພດໜັກຫຼາຍຄົນ. ໄລຍະຕໍ່ມາ ກໍຄ່ອຍມີຫຼາຍ​ຄົນ​ມາ​ຮ່ວມ​ຕື່ມ​ອີກ ​ແລະ ປະຈຸ​ບັນ​ສະ​ໂມ​ສອນ​ມີ​ສະມາຊິກ​ທັງ​ໝົດ ກ່ວາ 30 ຄົນ, ​ໃນ​ນັ້ນ​ມີ ທະຫານ​ເສຍ​ອົງຄະ 8 ຄົນ, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ທະຫານ​ເຈັບ​ເປັນ, ນັກຮົບ​ເກົ່າ, ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​. ທ່ານ ຫງວຽນ​ວຽດໂນ້ຍ, ສະມາຊິກ​ໃນ​ສະ​ໂມ​ສອນ ​ໃຫ້​ຮູ້​ວ່າ :

   “ ອະນຸສອນທີ່​ເປັນ​ໜ້າ​ຈົດ​ຈຳ, ນັ້ນ​ແມ່ນ​ການ​ໄປ​ສະ​ແດງ​ຂັບ​ຮ້ອງ​ໃຫ້​ແກ່​ບັນດາ​ ທະຫານ​ເສຍ​ອົງຄະຢູ່​ເມືອງ​ ຢີຕຽນ ​ແຂວງ ຮ່າ​ນາມ. ທັງ​ໝົດ​ຕ່າງ​ກໍ​ແມ່ນ ທະຫານ​ເສຍ​ອົງຄະ ພວມ​ນັ່ງ​ລໍ້ເລື່ອນ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ ​ແລະ ກອດ​ຄໍ​ພວກ​ອ້າຍ ຊຶ່ງ​ແມ່ນ​ບັນດາ​ເພື່ອນ​ຮ່ວມ​ກົມ​ກອງ ​ໄດ້​ເຄີຍ​ຮ່ວມ​ທຸກ​ຮ່ວມ​ສຸກ​ຮ່ວມ​ເປັນ​ຮ່ວມ​ຕາຍ. ​ເວລາ​ນັ້ນ, ​ໃຜໆ​ກໍ​ຕື້ນ​ຕັນ​ໃຈ ​ແລະ ນ້ຳ​ຕາ​ຕົກ. ພວກ​ຂ້າພະ​ເຈົ້າ​ໄດ້​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ທີ່​ກ່າວ​ເຖິງ​ພວກ​ອ້າຍ​ທະຫານ​ທີ່​ມີ​ຊຸມ​ວັນ​ເດືອນ​ປີ​ທຳ​ການ​ສູ້​ຮົບ​ທີ່​ອົງອາດ​ກ້າຫານ, ປະຈຸ​ບັນ​ໄດ້​ກັບ​ຄືນ​ສູ່​ຊີວິດ​ປະຈຳ​ວັນ. ​ເຖິງ​ວ່າ ​ໄດ້​ເສຍ​ອົງຄະ​ແລ້ວ​ກໍ​ຕາມ, ​ແຕ່​ກໍ​ຍັງ​ຄົງ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ປະ​ເທດ​ຊາດ ”

  ນັບ​ແຕ່​ເວລາ​ໄດ້​ຮັບ​ກາ​ສ້າງ​ຕັ້ງ​ເປັນ​ຕົ້ນ​ມາ, ທາງ​ສະ​ໂມ​ສອນ​ໄດ້​ຟຶກ​ແອບ​ເປັນ​ປະຈຳ ​ແລະ ດຳ​ເນີນ​ການ​ໄປສະ​ແດງ​ຫຼາຍ​ຄັ້ງ​ເພື່ອ​ຮັບ​ໃຊ້​ມວນ​ຊົນ. ສຽງ​ຂັບ​ຮ້ອງ​ຂອງ​ພວດ​ເຂົາ​ໄດ້​ຖືກ​ອອກ​ອາກາດ​ທາງ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ຫວຽດນາມ. ນາງ ຮ່າ​ທິຮ່ວາ ຢູ່​ຮ່າ​ໂນ້ຍ​ເປ​ີດ​ເຜີຍ​ວ່າ ​:

   “ ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ຂອງ ສະ​ໂມ​ສອນນີ້​ຜ່ານ​ໂທລະພາບ ແລ້ວ. ​ເຫັນ​ແຕ່​ພວກ​ອ້າ​ຍ ທະຫານ​ເສຍ​ອົງຄະ ນັ່ງ​ລໍ້​ເລື່ອ​ທຳ​ການສະ​ແດງ. ຂ້າພະ​ເຈົ້າ​ໄດ້​ຫຼັ່ງ​ນ້ຳຕາ ​ແລະ ຕື້ນ​ຕັນ​ໃຈ​ທີ່ສຸດ. ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ​ເວລາ​ທີ່​ຈະ​ເຖິງ, ຂ້າພະ​ເຈົ້າຈະ​ເຂົ້າຮ່ວມ​ສະ​ໂມ​ສອນ​ນີ້ ”

   ສ່ວນ ທ່ານ​ຫງວຽນ​ຫງອກ​ລວາ​ນ ຫົວໜ້າ ສະ​ໂມ​ສອນ​ໃຫ້​ຮູ້​ວ່າ :

   “ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະ​ໂມ​ສອນ“ ສຽງ​ຂັບ​ຮ້ອງ​ຂອງ​ອ້າ​ຍ ທະຫານ​ເສຍ​ອົງຄະນະຄອນຫຼວງ” ຈະ​ຄັດ​ເລືອກ​ເອົາ​ພວກ​ທະຫານ​ທີ່​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ໃນ​ຖັນ​ແຖວ​ກອງທັບ ​ແລະ ອະດີດ​ຊາວ​ໜຸ່ມ​ຕະລຸມບອນ ​ເພື່ອ​ຮັກສາ​ການ​ເຄື​ອ່ນ​ໄຫວ​ຂອງ​ ສະ​ໂມ​ສອນ. ຈາກ​ນັ້ນ ກໍ​ທະວີຄູນ​ກ້ວາງ​ອອກ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະຕິບັດ​ວຽກ​ງານ​ສຶກສາ​ອົບ​ຮົມ​ທີ່​ມີ​ຕໍ່​ຄົນ​ລຸ່ນຫຼັງ ” .

ຕອບກັບ

ຂ່າວ/ບົດ​ອື່ນ