ຊາວກະສິກອນເປັນເສດຖີເງິນຕື້ຈາກການປູກໝາກນາວ 4 ລະດູຢູ່ ຕວຽນກວາງ

(VOVWORLD) - ຕະຫຼາດຈຳໜ່າຍໝາກນາວມີຄວາມເປັນປົກກະຕິໃນຕະຫຼອດທັງປີ, ເຖິງວ່າຮອດລະດູການຫຼັກ ຫຼື ບໍ່ແມ່ນລະດູການ ກໍ່ລ້ວນແຕ່ສ້າງລາຍຮັບສູງ.
ຊາວກະສິກອນເປັນເສດຖີເງິນຕື້ຈາກການປູກໝາກນາວ 4 ລະດູຢູ່ ຕວຽນກວາງ - ảnh 1 ອ້າຍ ໂຂງວັນນາມ ປະມານສະຫະກອນກະສິກຳເຕັກໂນໂລຊີສູງ ຫວຽດບັກ
(ພາບ: baotuyenquang.com.vn)

        ກ່ອນນີ້ 9 ປີ, ປີ 2015, ໂດຍ startup ຈາກການປູກຕົ້ນໝາກນາວ 4 ລະດູການນັ້ນ, ອ້າຍ ໂຂງວັນນາມ, ຢູ່ໜ່ວຍ 2, ຕາແສງ ໂດ້ຍເກີນ, ນະຄອນ ຕວຽນກວາງ, ຫົວໜ້າສະຫະກອນກະສິກຳເຕັກໂນໂລຊີສູງ ຫວຽດບັກ, ມີເນື້ອທີ່ປູກຕົ້ນໝາກນາວ 4 ລະດູການເກືອບ 400 ເຮັກຕາ. ອ້າຍ ໂຂງວັນນາມ ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຕົນເທົ່ານັ້ນ, ຫາກຍັງພ້ອມກັບຊາວທ້ອງຖິ່ນພັດທະນາເຂດປູກໝາກນາວຕາມທິດສິນຄ້າພິເສດມີມູນຄ່າເພີ່ມສູງ.

        ປີ 2013, ໃນການໄປເຮັດວຽກຢູ່ບັນດາແຂວງທາງພາກໃຕ້ ຫວຽດນາມ,  ອ້າຍ ໂຂງວັນນາມ ປະມານສະຫະກອນກະສິກຳເຕັກໂນໂລຊີສູງ ຫວຽດບັກ, ໄດ້ເຫັນຮູບແບບປູກຕົ້ນໝາກນາວ 4 ລະດູການ ໄດ້ເກັບກ່ຽວຕະຫຼອດປີ, ມີປະສິດທິຜົນສູງ. ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດ, ເໝາະສົມກັບດິນຟ້າອາກາດຢູ່ທ້ອງຖິ່ນ, ສະນັ້ນ, ອ້າຍຕັດສິນໃຈຫັນປ່ຽນຈາກການປູກສາລີໄປສູ່ການປູກຕົ້ນໝາກນາວເກັບກ່ຽວ 4 ລະດູການ. ໃນເບື້ອງຕົ້ນ, ເພື່ອຊອກຫາສົ້ນອອກໃຫ້ແກ່ໝາກນາວນັ້ນ, ອ້າຍ ນາມ ໄດ້ໄປຮ້ານອາຫານແຕ່ລະຮ້ານ, ຕະຫຼາດຂາຍສົ່ງເພື່ອຂາຍ. ມາຮອດປະຈຸບັນ, ໝາກນາວ 4 ລະດູພວມກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ. ຕະຫຼາດຈຳໜ່າຍໝາກນາວມີຄວາມເປັນປົກກະຕິໃນຕະຫຼອດທັງປີ, ເຖິງວ່າຮອດລະດູການຫຼັກ ຫຼື ບໍ່ແມ່ນລະດູການ ກໍ່ລ້ວນແຕ່ສ້າງລາຍຮັບສູງ. ອ້າຍ ໂຂງວັນນາມ, ແບ່ງປັນວ່າ:

          “ຂ້າພະເຈົ້າສ້າງຕັ້ງສະຫະກອນແມ່ນຢາກສ້າງເງື່ອນໄຂໃຫ້ຖືກຕ້ອງ ຕາມກົດໝາຍຢ່າງຄົບຖ້ວນເພື່ອສົ່ງສິນຄ້າເຂົ້າຕະຫຼາດທີ່ຮຽກຮ້ອງໃບບິນສິນຄ້າ, ຊອກຫາຕົ້ນກຳເນີດ ແລະ ເພື່ອຊ່ວຍໃຫ້ສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ.  ຜະລິດຕະພັນທີ່ພໍ່ແມ່ປະຊາຊົນຜະລິດອອກມາແມ່ນຊື້ຕາມລາຄາຕະຫຼາດ”.

        ເມື່ອຫາກໍ່ສ້າງຕັ້ງຂຶ້ນ, ສະຫະກອນສິກຳເຕັກໂນໂລຊີສູງ ຫວຽດບັກ ມີສະມາຊິກພຽງ 9 ຄົນ, ມີເນື້ອທີ່ປູກຕົ້ນໝາກນາວກວ່າ 10 ເຮັກຕາເທົ່ານັ້ນ. ມາຮອດປະຈຸບັນ, ສະຫະກອນໄດ້ຈັດການຮ່ວມສຳພັນກັບກວ່າ 100 ຄອບຄົວ ດ້ວຍຮູບແບບຮ່ວມເນື້ອທີ່ດິນ, ນຳເນື້ອທີ່ດິນປູກຕົ້ນໝາກນາວຢູ່ຕາແສງ ໂດ້ຍເກີນ, ນະຄອນ ຕວຽນກວາງ ຂຶ້ນເປັນເກືອບ 100 ເຮັກຕາ, ສ້າງລາຍຮັບເປັນປົກກະຕິກວ່າ 1 ຕື້ດົ່ງ (ປະມານ 40.000 USD)/ ເຮັກຕາ/ປີ. ສະຫະກອນໄດ້ລົງທຶນຕ່ອງໂສ້ຜະລິດລົງເລິກປະເພດນ້ຳໝາກນາວສົດ, ນ້ຳມັນຫອມລະເຫີຍໝາກນາວ, ນ້ຳຢາລ້າງຖ້ວຍ… ເພື່ອຍູ້ແຮງການຈຳໜ່າຍ ແລະ ຕະຫຼາດກໍ່ໃຫ້ຄວາມນິຍົມ. ອ້າຍ ໂຂງວັນນາມ ຫວັງວ່າ, ໃນໄລຍະຈະມາເຖິງ, ຈະຮັບສະມາຊິກສະຫະກອນ ແລະ ຍົກເນື້ອທີ່ປູກຕົ້ນໝາກນາວ 4 ລະດູການຂຶ້ນເປັນ 200 ເຮັກຕາຕື່ມອີກ ເພື່ອຮັບປະກັນແຫຼ່ງສະໜອງໃຫ້ແກ່ຕະຫຼາດສົ່ງອອກ. ສິ່ງດັ່ງກ່າວໄດ້ແກ້ໄຂວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ສະມາຊິກສະຫະກອນ, ຈາກນັ້ນ, ກໍ່ຊ່ວຍໃຫ້ເຂົາເຈົ້າສ້າງຄວາມຮັ່ງມີຢູ່ເຂດດິນແດນຂອງຕົນ ແລະ ສ້າງກຳລັງໜູນ, ລະດົມໃຫ້ຫຼາຍຄອບຄົວເຮັດຕາມ. ອ້າຍ ໂຂງວັນນາມ, ໃຫ້ຮູ້ຕື່ມອີກວ່າ:

        “ພວກຂ້າພະເຈົ້າມຸ່ງໄປເຖິງການປູກແບບອົງຄະທາດ, ກໍ່ກຳນົດເລື່ອງປູກແບບອົງຄະທາດຈຶ່ງຮັບປະກັນລາຄາແບບຍືນຍົງໃຫ້ແກ່ຜົນລະປູກ, ນຳມາເຊິ່ງສະມັດຕະພາບຄຸນນະພາບສູງ. ຖ້າບໍ່ປູກແບບອົງຄະທາດຈະບໍ່ບັນລຸປະສິດທິຜົນໄດ້”.

        ປະຈຸບັນ, ຜະລິດຕະພັນໝາກນາວ 4 ລະດູການຂອງສະຫະກອນກະສິກຳ ຫວຽດບັກ ໄດ້ສົ່ງອອກໄປຍັງບັນດາປະເທດ ເອີລົບ ແລະ ໄດ້ຂາຍຢູ່ນຮ້ານສັບພະສິນຄ້າຢູ່ທາງພາກເໜືອເປັນສ່ວນຫຼາຍ, ຄື: Winmart, Coop Mart ແລະ ຕະຫຼາດແຫ່ງຕ່າງໆ. ໂດຍຮ່ວມເດີນທາງພ້ອມກັບບັນດາສະຫະກອນ, ປະຊາຊົນໃນການພັດທະນາຕົ້ນໝາກນາວ 4 ລະດູການຢູ່ບໍລິເວນ, ນະຄອນ ຕວຽນກວາງ ໄດ້ສ້າງຍຸດທະສາດພັດທະນາຕົ້ນໝາກນາວ 4 ລະດູການຕາມທິດອົງຄະທາດ, ບັນລຸມາດຕະຖານ VietGap... ຈາກນັ້ນ, ກໍ່ໄດ້ສ້າງເປັນເຂດເສດຖະກິດແບບຍືນຍົງ. ທ່ານ ຫງວຽນວັນຕວນ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ໂດ້ຍເກີນ, ນະຄອນ ຕວຽນກວາງ, ໃຫ້ຮູ້ວ່າ:

        “ຄະນະກຳມະການປະຊາຊົນນະຄອນ ຊີ້ນຳໃຫ້ຫ້ອງການເສດຖະກິດນະຄອນພັດທະນາລະຫັດເຂດປູກ, ປະຈຸບັນແມ່ນພວມສ້າງລະຫັດເຂດປູກແລ້ວ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສ້າງລະຫັດເຂດປູກ ແລະ ເຄື່ອງໝາຍການຄ້າໝາກນາວ. ການກຳນົດທິດຂອງພວກຂ້າພະເຈົ້າແມ່ນພັດທະນາອອກສູ່ຕະຫຼາດຕ່າງປະເທດ. ປະຈຸບັນ, ມີປະເທດຈຳນວນໜຶ່ງກໍ່ມາຢ້ຽມຢາມ, ຊອກຮູ້ຜະລິດຕະພັນ”.

        ພ້ອມກັບການພັດທະນາສວນໝາກນາວ 4 ລະດູການ, ອ້າຍ ໂຂງວັນນາມ, ຍາມໃດກໍ່ກຽມພ້ອມການແບ່ງປັນ, ແຜ່ຂະຫຍາຍບົດຮຽນຂອງຕົນ ເພື່ອໃຫ້ບັນດາອົງການ, ບຸກຄົນມາຢ້ຽມຢາມ, ຮ່ຳຮຽນເອົາບົດຮຽນໃນການພັດທະນາໝາກນາວ 4 ລະດູການໃນບໍລິເວນ. ດ້ວຍການແຜ່ຂະຫຍາຍຂອງອ້າຍ, ມີຫຼາຍຄອບຄົວໃນບໍລິເວນແຂວງ ຕວຽນກວາງ ໄດ້ເລືອກເອົາຮູບແບບຕົ້ນໝາກນາວດັ່ງກ່າວເພື່ອພັດທະນາເສດຖະກິດ, ມີຫຼາຍຄອບຄົວໄດ້ສ້າງຄວາມຮັ່ງມີຈາກຕົ້ນໝາກນາວ 4 ລະດູການນີ້ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ