ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອກອບກູ້ຊີວິດຂອງຄົນເຈັບ

(VOVWORLD) -ມີບັນດາຄົນເຈັບນັບແຕ່ເມືອເກີດມາໄດ້ມີຊີວິດດ້ອຍເລືອດຂອງຜູ້ອື່ນ. ກໍມີຄົນເຈັບຫຼາຍຄົນທີ່ສູດທີ່ຖືກອຸບັດຕິເຫດ, ໄພພິບັດໄດ້ຮັບການກູ້ເອົາຊີວິດຍ້ອນການບໍລິຈາກເລືອດ. ນັ້ນກໍ່ແມ່ນຄວາມໝາຍອັນສູງສົ່ງຂອງຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໄດ້ຮັກສາຢ່າງຕໍ່ເນື່ອງຢູ່ຫວຽດນາມ ນັບສິບປີມານີ້. ນີ້ແມ່ນຄວາມຕື້ນຕັນໃຈທີ່ແທ້ຈິງ ຍ້ອນວ່າເບື້ອງຫຼັງຊີວິດຂອງບັນດາຄົນເຈັບເຫຼົ່ານັ້ນແມ່ນການເສຍສະຫຼະຂອງບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອກອບກູ້ຊີວິດຂອງຄົນເຈັບ - ảnh 1ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອກອບກູ້ຊີວິດຂອງຄົນເຈັບ

(ພາບປະກອບ: laodong.vn)

ຢູ່ຫວຽດນາມ, ນັບແຕ່ປີ 2008, ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສາກົນບໍລິຈາກເລືອດ ໄດ້ຮັບການຊີ້ນຳຈາກຄະນະຊີ້ນຳແຫ່ງຊາດຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ໄດ້ຮັບການຈັດຕັ້ງໃນແຕ່ລະປີ ດ້ວຍບັນດາການເຄື່ອນໄຫວລະດັບຊາດ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ. ໃນຮອບເວລາ 10 ປີຜ່ານມາ, ທົ່ວປະເທດໄດ້ສ້າງຕັ້ງກວ່າ 3.000 ສະໂມສອນບໍລິຈາກເລືອດ, ດ້ວຍສະມາຊິກກວ່າ 135.000 ຄົນ. ຕາມທ່ານສາດສະດາຈານ ຫງວຽນແອງຈິ໋, ອະດີດຫົວໜ້າສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງແລ້ວ, ແຫຼ່ງເລືອດຮັບໃຊ້ການປິ່ນປົວຕົ້ນຕໍແມ່ນຂຶ້ນກັບຜູ້ຂາຍເລືອດ, ປະຈຸບັນໄດ້ຮັບການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແມ່ນໄລຍະທາງຢ່າງຍາວນານຂອງຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ປີ 2016 ໄດ້ເປັນຂີດໝາຍການເຕີບໃຫຍ່ຂອງຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ດ້ວຍປະລິມານເລືອດໄດ້ຮັບໃນຂອບເຂດທົ່ວປະເທດບັນລຸໄດ້ກວ່າ 1 ລ້ານ 200 ຖົງ. ຈຳນວນເລືອດດັ່ງກ່າວຕອບສະໜອງໄດ້ກວ່າ 60% ຄວາມຕ້ອງການເລືອດໃຫ້ແກ່ຂະແໜງປິ່ນປົວ, ສຸກເສີນ ແລະ ປ້ອງກັນຢູ່ບັນດາທ້ອງຖິ່ນ. ໂດຍຕອບສະໜອງວັນສາກົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ ປີນີ້, ຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໄດ້ສົມທົບກັບ ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ໃນນັ້ນມີພິທີເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດ 100 ຄົນ ເຊິ່ງດຳເນີນໃນຕອນບ່າຍວັນທີ 09 ມິຖຸນາ ຢູ່ຮ່າໂນ້ຍ. ທ່ານປະລິຍາເອກ ໂງແມ້ງກວນ, ຫົວໜ້າພະແນກຂົນຂວາຍ ແລະ ຈັດຕັ້ງການບໍລິຈາກເລືອດ, ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ, ໃຫ້ຮູ້ວ່າ.

        “ປີນີ້, ຄະນະຊີ້ນຳແຫ່ງຊາດກ່ຽວກັບການດັດປັບຂະບວນການບໍລິຈາກເລືອດໃຫ້ເໝາະສົມ, ມີປະສິດທິຜົນ ແລະ ປອດໄພກວ່າ. ທີໜຶ່ງແມ່ນປ່ຽນຈຸດເວລາບໍລິຈາກເລືອດມາຈັດຕັ້ງໃສ່ໃນໂອກາດວັນທີ 14 ມິຖຸນາ ເລີ່ມເຄື່ອນໄຫວຢູ່ເກິນເທີ ແລະ ຫາຍຟ່ອງ ເພື່ອສົມທົບກັນເຊີດຊູຜູ້ບໍລິຈາກເລືອດ. ການເຄື່ອນໄຫວດຽວແຕ່ລວມມີເນື້ອໃນຫຼາຍຢ່າງເພື່ອໃຫ້ທຸກຄົນເຫັນໄດ້ຄວາມໝາຍ ແລະ ດູດດື່ມຂອງໂຄງການຂະບວນການບໍລິຈາກເລືອດ ທີ່ດີກວ່າ ແລະ ແຜ່ຂະຫຍາຍຫຼາຍກວ່າ. ທີ 2 ແມ່ນ ໃນເດືອນມິຖຸນາ ແມ່ນຂາດແຄນເລືອດຫຼາຍທີ່ສຸດ, ບັນດາແຂວງຈະແກ້ໄຂສະພາບຂາດແຄນເລືອດໄດ້”.

        ພ້ອມກັບບັນດາການເຄື່ອນໄຫວເຊີດຊູບັນດາຜູ້ບໍລິຈາກເລືອດ ແລະ ຂົນຂວາຍບໍລິຈາກເລືອດດີເດັ່ນ, ຢູ່ 26 ແຂວງ, ນະຄອນຍັງດຳເນີນລາຍການຂົນຂວາຍບໍລິຈາກເລືອດແຕ່ເໜືອຮອດໃຕ້ ທີ່ມີຊື່ວ່າ “ຂະບວນການບໍລິຈາກເລືອດ” ຄັ້ງທີ 6. ດ້ວຍສານທີ່ວ່າ “ເຊື່ອມຕໍ່ສາຍເລືອດຫວຽດ”, ແຕ່ວັນທີ 14 ມິຖຸນາ ຫາວັນທີ 15 ກໍລະກົດ, ຂະບວນການແດງ 2018 ຄາດວ່າ ຈະໄດ້ຮັບເລືອດຢ່າງໜ້ອຍສຸດ 30.000 ຖົງ. ພົ້ນເດັ່ນໃນບັນດາຜູ້ບໍລິຈາກດີເດັ່ນທີ່ໄດ້ເຊີດຊູໃນຄັ້ງນີ້ແມ່ນທ່ານ ໂຮ່ວັນທຸກ, ຢູ່ແຂວງ ດົ່ງນາຍ, ໄດ້ບໍລິຈາກເລືອດ 64 ຄັ້ງ ແລະ ຂົນຂວາຍຜູ້ບໍລິຈາກເລືອດເຂົ້າຮ່ວມໄດ້ 1.800 ເທື່ອຄົນ. ກໍທີ່ກອງປະຊຸມ, 2 ໝູ່ຄະນະດີເດັ່ນທີ່ມີຜົນງານພົ້ນເດັ່ນໃນວຽກງານຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ ແລະ 50 ໝູ່ຄະນະໄດ້ຮັບໃບຍ້ອງຍໍຈາກຄະນະຊີ້ນຳຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ທີ່ກອງປະຊຸມສະຫຼຸບ 10 ປີແຫ່ງກການປະຕິບັດວຽກງານຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈໄລຍະ 2008 – 2017 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ໄລຍະ 2018 – 2022, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຖືວ່າ.

        “ຄວນເສີມຂະຫຍາຍບົດບາດແກ່ນສານຂອງຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ທຸກຂັ້ນ, ພັດທະນາກຳລັງບໍລິຈາກເລືອດຢ່າງແຮງ, ສ້າງບັນດາຮູບແບບບໍລິຈາກເລືອດຢ່າງມີປະສິດທິຜົນ ແລະ ເຊີດຊູ, ແນະນຳໃນສັງຄົມບັນດາຜູ້ບໍລິຈາກເລືອດດີເດັ່ນ. ປະຕິບັດການຮ່ວມມືກັບສາກົນໃນການເຄື່ອນໄຫວບໍລິຈາກເລືອດໃຫ້ເປັນຢ່າງດີ. ພ້ອມກັນນັ້ນ, ຄົ້ນຄວ້າ, ເປັນເສນາທິການເພື່ອສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ ເພື່ອໃຫ້ວຽກງານຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ນັບມື້ນັບໝັ້ນຄົງ”.

        ຕາມທ່ານນາງ ເຈືອງທິມາຍ ແລ້ວ, ຄະນະຊີ້ນຳບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ກໍ່ຄວນມານະພະຍາຍາມ, ສຸມໃສ່ກວ່າອີກ, ປ່ຽນໃໝ່ຢ່າງແຮງວຽກງານໂຄສະນາ ຍົກສູງຄວາມຮັບຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍວັດທະນະທຳມະນຸດຂອງການບໍລິຈາກເລືອດກູ້ເອົາຊີວິດໃນໝູ່ປະຊາຊົນທຸກຊັ້ນວັນນະ. ພ້ອມທັງສືບຕໍ່ຍົກສູງກຳລັງຄວາມສາມາດການເຄື່ອນໄຫວຂອງບັນດາຮາກຖານເລືອດສາດ, ສົ່ງເລືອດໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ