ວາດພາບເຖິງນະ​ຄອນ​ຫຼວງຮ່າ​ໂນ້ຍ​ເມື່ອ​ກ່ອນ​ ຜ່ານງານວາງ​ ສະ​ແດງ“ຈຸດ​ເວ​ລາ​ແຫ່ງ​ມໍ​ລະ​ດົກ”

(VOVWORLD) -      ເນື່ອງໃນໂອກາດສະເຫຼີມສະຫຼອງ 25ປີແຫ່ງວັນນະຄອນຫຼວງຮ່າໂນ້ຍໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ” ໂດຍ UNESCO ມອບໃຫ້ (16/7/1999 – 16/7/2024), ຄະນະຄຸ້ມຄອງຮ່ອງຮອຍສະຖານຄຸກວາລໍ່ ໄດ້ເປີດງານວາງສະແດງທີ່ມີຫົວຂໍ້ “ຈຸດເວລາແຫ່ງມໍລະດົກ” ຢ່າງເປັນທາງການງານວາງສະແດງໄດ້ນຳມາເຊິ່ງແງ່ມູນສັງເກດທີ່ແທດຈິງຊ່ວຍຜູ້ຊົມຄົ້ນຫາປະຫວັດສາດບັນດາຮ່ອງຮອຍສະຖານທີ່ລຶ້ງເຄີຍຢູ່ນະຄອນຫຼວງ.

ວາດພາບເຖິງນະ​ຄອນ​ຫຼວງຮ່າ​ໂນ້ຍ​ເມື່ອ​ກ່ອນ​  ຜ່ານງານວາງ​ ສະ​ແດງ“ຈຸດ​ເວ​ລາ​ແຫ່ງ​ມໍ​ລະ​ດົກ” - ảnh 1ເຂດວາງສະແດງ (ພາບ: hanoimoi.vn)

ໃນບໍລິເວນລຽບຕາມລະບຽງຄຸກຮວາລໍ່, ເຂດຮ່ອງຮອຍສະຖານປະຫວັດສາດວັດທະນະທຳ, ເຂດຮ່ອງຮອຍສະຖານປະຕິວັດຕໍ່ສູ້ ແລະ ສະຖານທີ່ຕິດພັນກັບບັນດາສະຖານທີ່ປະຫວັດສາດຂອງ ຮ່າໂນ້ຍ 25 ແຫ່ງ ໄດ້ຮັບການສ້າງຂຶ້ນຄືນຢ່າງແທດຈິງ, ມີຊີວິດຊີວາ ດ້ວຍຫຼາຍພາບຖ່າຍ. ງານວາງສະແດງໃຫ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 25ປີແຫ່ງວັນນະຄອນຫຼວງຮ່າໂນ້ຍ ໄດ້ຮັບນາມມະຍົດ “ນະຄອນເພື່ອສັນຕິພາບ” ໂດຍ UNESCO ມອບໃຫ້, ເຊິ່ງໄດ້ຮັບການຄາດຫວັງຈະປະກອບສ່ວນເສີມຂະຫຍາຍຄຸນຄ່າບັນດາເຂດຮ່ອງຮອຍ, ດຶງດູດແຂກທ່ອງທ່ຽວ ມາຄົ້ນຫາຕົວຈິງໃນບັນຍາກາດປະຫວັດສາດຢູ່ເຂດຮ່ອງຮອຍປະຫວັດສາດ ຄຸກຮວາລໍ່ ເວົ້າສະເພາະ ແລະ ຊອກຮູ້ກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ເວົ້າລວມ. ເອື້ອຍ ລາບິກຖຸຍ, ພະນັກງານເຂດຮ່ອງຮອຍສະຖານ ຄຸກຮວາລໍ່ ໃຫ້ຮູ້ວ່າ:

ງານວາງສະແດງ “ຈຸດເວລາແຫ່ງມໍລະດົກ” ແນະນຳບັນດາເອກະສານ, ພາບຖ່າຍກ່ຽວກັບບັນດາຮ່ອງຮອຍສະຖານປະຫວັດສາດ,ຮ່ອງຮອຍສະຖານ ປະຕິວັດຕໍ່ສູ້, ສະຖານທີ່ຈັດຕັ້ງບັນດາເຫດການສຳຄັນຂອງຮ່າໂນ້ຍ. ນີ້ແມ່ນສະຖານທີ່ ບັນທຶກຄວາມຊົງຈຳ, ຈາລຶກບັນດາວິລະກຳ, ບາດກ້າວພັດທະນາຂອງຂະບວນການປະຕິວັດ ຫວຽດນາມ. ງານວາງສະແດງແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຄຸນງານຄວາມດີ, ການເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດາພະນັກງານ, ນັກຮົບ ທີ່ໄດ້ຕໍ່ສູ້ເພື່ອພື້ນຖານເອກະລາດເສລີຂອງຊົນຊາດ ແລະ ໃຫ້ແກ່ຮ່າໂນ້ຍ - “ນະຄອນຫຼວງ ວິລະຊົນ”, “ນະຄອນເພື່ອສັນຕິພາບ”. ປະກອບສ່ວນເຂົ້າໃນການສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ສະຕິຄວາມຮັບຜິດຊອບໃນການປົກປັກຮັກສາມໍລະດົກວັດທະນະທຳຂອງຊາດໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

ງານວາງສະແດງຊ່ວຍມະຫາຊົນມີໂອກາດຊອກຮູ້, ຄົ້ນຫາປະຫວັດສາດຜ່ານຫຼາຍກິດຈະກຳທີ່ມີສະຖາປັດຕະຍາກຳຝລັ່ງຄື: ເຮືອນເລກທີ 90 ຖະໜົນ Jean Soler (ປັດຈຸບັນແມ່ນຖະໜົນ ເທີຍ້ວມ) ເຊິ່ງແມ່ນສະຖານທີ່ເຮັດວຽກຂອງຄະນະບໍລິຫານງານສູນກາງພັກຊົ່ວຄາວ, ສະຖານທີ່ທ່ານເລຂາທິການໃຫຍ່ ເຈິ່ນຝູ ຂຽນຮ່າງໂຄງການການເມືອງຂອງພັກໃນປີ 1930; ເຮືອນເລກທີ 5D ຖະໜົນ Doudart de Lagreé (ປັດຈຸບັນແມ່ນ ຖະໜົນຮ່າມລອງ), ເຊິ່ງແມ່ນສະຖານທີ່ສ້າງຕັ້ງໜ່ວຍພັກຄອມມູນິດທຳອິດຢູ່ ຫວຽດນາມ ໃນເດືອນມີນາ 1929… ພ້ອມກັນນັ້ນ, ມະຫາຊົນກໍ່ມີໂອກາດຄົ້ນຫາປະຫວັດສາດຜ່ານບັນດາສະຖານທີ່ລຶ້ງເຄີຍຄື: ໂຮງລະຄອນໃຫຍ່ຮ່າໂນ້ຍ, ສະໜາມຫຼວງ ປະຕິວັດເດືອນສິງຫາ, ສະໜາມຫຼວງ ບາດິ່ງ, ຄຸກຮວາລໍ່, ຂົວລອງບຽນ…

ເບິ່ງບັນດາພາບຖ່າຍ, ເອກະສານກ່ຽວກັບບັນດາເຂດຮ່ອງຮອຍທີ່ມີຊື່ສຽງຂອງຮ່າໂນ້ຍ, ມີແຂກທ່ອງທ່ຽວທີ່ມີອາຍຸສູງຫຼາຍຄົນພັດຄິດເຖິງບັນດາຄວາມຊົງຈຳໃນອະດີດ. ລຸງ ຫງວຽນກວັກຮຶງ ແຂກທ່ອງທ່ຽວແບ່ງປັນວ່າ:

ເມື່ອເບິ່ງບັນດາພາບຖ່າຍທີ່ໄດ້ວາງສະແດງຢູ່ທີ່ນີ້, ຂ້າພະເຈົ້າຄືໄດ້ກັບຄືນສູ່ຕອນດຳລົງຊີວິດໃນເມືອກ່ອນ, ເຊິ່ງແມ່ນໄລຍະນະຄອນຫຼວງຮ່າໂນ້ຍປະສົບກັບຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງ. ອ່ານແຖວຕົວໜັງສືອະທິບາຍຍິ່ງມີຄວາມເຂົ້າໃຈຕື່ມອີກ, ຍິ່ງມີຄວາມຮັກຕໍ່ບັນດາຮ່ອງຮອຍສະຖານນັ້ນ ແລະ ຍິ່ງຮູ້ສຶກເອກອ້າງ ທະນົງໃຈຕໍ່ມູນເຊື້ອທີ່ພິລະອາດຫານຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີ. ຫວັງວ່າຄົນລຸ້ນໜຸ່ມໃນປັດຈຸບັນ ຈະເຂົ້າໃຈ ແລະ ປະກອບສ່ວນເຫື່ອແຮງຂອງຕົນ ພ້ອມກັບລຸ້ນພໍ່ລຸ້ນອ້າຍ ປົກປັກຮັກສາ, ອະນຸລັກບັນດາເຂດຮ່ອງຮອຍສະຖານນີ້ໃຫ້ຍືນຍົງຄົງຕົວຊົ່ວກາລະນານ.

ພິເສດ, ສະຖານທີ່ວາງສະແດງດ້ວຍວິທີການພັນລະນາເສັ້ນທາງຮ່ອງຮອຍສະຖານປະຫວັດສາດຢ່າງມີຫົວຄິດປະດິດສ້າງ, ສ້າງຈຸດພົ້ນເດັ່ນ, ປະກອບສ່ວນຊ່ວຍມະຫາຊົນຮູ້ສຶກໄດ້ເຖິງຄວາມງາມ, ຄຸນຄ່າ ແລະ ຄວາມໝາຍຂອງບັນດາເຂດຮ່ອງຮອຍ. ເພື່ອນ ຮ່າເວິນຍີ, ຢູ່ເມືອງດົ່ງດ່າ, ຮ່າໂນ້ຍ ແບ່ງປັນວ່າ:

ສະຖານທີ່ໄດ້ວາງສະແດງຢ່າງງາມຕາ, ດຶງດູດໃຈຜູ້ຊົມ. ນ້ອງຮູ້ສຶກປະທັບໃຈຕໍ່ບັນດາຂໍ້ມູນແນະນຳບັນດາສະຖານທີ່ນີ້. ເຖິງວ່າໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ ຮ່າໂນ້ຍ, ໄປຜ່ານບັນດາເຂດຮ່ອງຮອຍນີ້ເປັນປະຈຳ ແຕ່ນ້ອງກໍ່ຍັງບໍ່ທັນຮູ້ຫຼາຍປານໃດກ່ຽວກັບປະຫວັດສາດຂອງສະຖານທີ່ແຫ່ງນີ້.

ວາດພາບເຖິງນະ​ຄອນ​ຫຼວງຮ່າ​ໂນ້ຍ​ເມື່ອ​ກ່ອນ​  ຜ່ານງານວາງ​ ສະ​ແດງ“ຈຸດ​ເວ​ລາ​ແຫ່ງ​ມໍ​ລະ​ດົກ” - ảnh 2ແຂກທ່ອງທ່ຽວເຂົ້າຢ້ຽມຊົມ (ພາບ:  hanoimoi.vn)

ໃນປ້າຍໂຄສະນາແຕ່ລະແຜ່ນ, ບັນດາພາບຖ່າຍແຕ່ອະດີດຕະການຈົນຮອດປັດຈຸບັນ, ບັນດາເຫດການປະຫວັດສາດພົ້ນເດັ່ນຕິດພັນກັບກິດຈະກຳ, ເຂດຮ່ອງຮອຍໄດ້ສະສົມ, ແນະນຳດ້ວຍພາສາ ຫວຽດນາມ ແລະ ອັງກິດ ເພື່ອຊ່ວຍມະຫາຊົນທັງຢູ່ພາຍໃນປະເທດ ແລະ ສາກົນ ອາດຈະເຂົ້າເຖິງຂໍ້ມູນໄດ້ຢ່າງງ່າຍດາຍ. ໂດຍຮູ້ສຶກປະທັບໃຈຕໍ່ການວາງສະແດງ, ອ້າຍ Brian ແຂກທ່ອງທ່ຽວຊາວອັງກິດ ໃຫ້ຮູ້ວ່າ:

ບັນດາຂໍ້ມູນນີ້ເປັນໜ້າຈັບໃຈຫຼາຍ. ພວກຂ້າພະເຈົ້າຫາກໍ່ໄປຢ້ຽມຊົມຂົວລອງບຽນ. ປັດຈຸບັນ ມານີ້ ກໍ່ໄດ້ຮັບຂໍ້ມູນກ່ຽວກັບປະຫວັດສາດຂອງຂົວລອງບຽນ. ຂົວທີ່ມີປະຫວັດສາດມາແຕ່ດົນນານ ແຕ່ກໍ່ບໍ່ມີການປ່ຽນແປງຫຼາຍ, ແຕ່ທັດສະນີຍະພາບຢູ່ອ້ອມຂ້າງໄດ້ສະແດງໃຫ້ເຫັນວ່າ ຮ່າໂນ້ຍ ນັບມື້ນັບພັດທະນາກ່ວາເກົ່າ.

“ຈຸດເວລາແຫ່ງມໍລະດົກ” ຄືເສັ້ນເຊື່ອມຕໍ່ປັດຈຸບັນ ແລະ ອະດີດ, ໂຄສະນາບັນດາຄຸນຄ່າປະຫວັດສາດ, ມູນເຊື້ອປະຕິວັດ ແລະ ຈິດໃຈຮັກຊາດ. ງານວາງສະແດງໄດ້ດຳເນີນຈົນໝົດວັນທີ 15 ກັນຍາ, ຢູ່ເຂດຮ່ອງຮອຍສະຖານປະຫວັດສາດ ຄຸກຮວາລໍ່, ເຮືອນເລກທີ 1 ຖະໜົນ ຮວາລໍ່, ເມືອງຮວ່ານກຽມ, ຮ່າໂນ້ຍ. ນີ້ກໍ່ແມ່ນໜຶ່ງໃນບັນດາເຫດການທີ່ມີຄວາມໝາຍມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2024).

ຕອບກັບ

ຂ່າວ/ບົດ​ອື່ນ