ເອື້ອຍ ເຈືອງທິແບັກຖຸຍ startup ປະສົບຜົນສຳເລັດດ້ວຍອາຊີບທີ່ເປັນມູນເຊື້ອ

(VOVWORLD) - ຢູ່ທີ່ນີ້, ຈະພົບເຫັນບັນດາຜະລິດຕະພັນສີມືທີ່ຍອດຍິ່ງ, ຄື: ໂຕະ, ຕັ່ງ, ເຄື່ອງປະດັບປະດາ, ຂອງຂວັນ…
ເອື້ອຍ ເຈືອງທິແບັກຖຸຍ startup ປະສົບຜົນສຳເລັດດ້ວຍອາຊີບທີ່ເປັນມູນເຊື້ອ - ảnh 1 (ເອື້ອຍ ເຈືອງທິແບັກຖຸຍ)

ຕາແສງ ຝູເຕິນ, ເມືອງ ເຈົາແທັງ, ຫ່າງຈາກໃຈກາງນະຄອນ ຊອັກຈັງ ປະມານ 10 ກມ, ມີຊື່ສຽງດ້ວຍອາຊີບທີ່ເປັນມູນເຊື້ອນັບຮ້ອຍປີຂອງປະຊາຊົນເຜົ່າ ຂະແມ, ໃນນັ້ນ, ມີອາຊີບຈັກສານ. ຕໍ່ໜ້າສະພາບຕົວຈິງທີ່ວ່າ ອາຊີບນີ້ບໍ່ຮຸ່ງເຮືອງຄືໃນເມື່ອກ່ອນອີກ, ເອື້ອຍ ເຈືອງທິແບັກຖຸຍ ໄດ້ຕັດສິນໃຈປ່ຽນແປງໂສມໜ້າ, ປຸກລຸກພະລັງຊີວິດໃໝ່ໃຫ້ແກ່ໝູ່ບ້ານອາຊີບຈັກສານທີ່ເປັນມູນເຊື້ອ ຝູເຕິນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ.

        ປະຈຸບັນ, ຮ້ານວາງສະແດງຜະລິດຕະພັນ ແລະ ບັນຈຸສິນຄ້າຂອງສະຫະກອນ ຖຸຍຕວຽດ, ຢູ່ຕາແສງ ຝູເຕິນ ພວມວາງສະແດງ ແລະ ແນະນຳຜະລິດເຄື່ອງຈັກສານດ້ວຍຫວາຍ, ໄມ້ໄຜ່ ແລະ ບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ ປະມານ 700 ຊະນິດ ເພື່ອຮັບໃຊ້ຄວາມຕ້ອງການຢ້ຽມຢາມ ແລະ ຊອກຮູ້ຂອງແຂກທ່ອງທ່ຽວ ແລະ ບັນດາຄູ່ຮ່ວມມື. ຢູ່ທີ່ນີ້, ຈະພົບເຫັນບັນດາຜະລິດຕະພັນສີມືທີ່ຍອດຍິ່ງ, ຄື: ໂຕະ, ຕັ່ງ, ເຄື່ອງປະດັບປະດາ, ຂອງຂວັນ… ບັນດາຜະລິດຕະພັນດັ່ງກ່າວໄດ້ຜະລິດອອກດ້ວຍສີມືອັນຄ່ອງແຄ້ວຂອງຊາວທ້ອງຖິ່ນ, ສ່ວນຫຼາຍແມ່ນຊາວເຜົ່າ ຂະແມ, ເຊິ່ງສະຫະກອນ ຖຸຍຕວຽດ ຊື້, ຈຳໜ່າຍຜະລິດຕະພັນ.

ກ່ອນໜ້ານັ້ນ, ຢູ່ ຝູເຕິນ, ປະຊາຊົນສ່ວນຫຼາຍເຮັດບັນດາຜະລິດເຄື່ອງຈັກສານດ້ວຍຫວາຍ ແລະ ໄມ້ໄຜ່ແບບກະແຈກກະຈາຍ.  ເດືອນ ກໍລະກົດ 2023, ເອື້ອຍ ເຈືອງທິແບັກຖຸຍ, ຊາວເຜົ່າ ຂະແມ, ໄດ້ຕັດສິນໃຈສ້າງຕັ້ງສະຫະກອນ ເພື່ອມຸ່ງໄປເຖິງການເຊື່ອມຕໍ່ການຜະລິດ, ດຳເນີນທຸລະກິດ, ພັດທະນາການທ່ອງທ່ຽວ, ຈາກນັ້ນ, ກໍ່ໄດ້ຍົກສູງຄຸນຄ່າຂອງໝູ່ບ້ານອາຊີບແຫ່ງບ້ານເກີດເມືອງນອນ. ເອື້ອຍ ຖຸຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າສ້າງຕັ້ງສະຫະກອນເພື່ອໃຫ້ທຸກຄົນຮ່ວມແຮງຮ່ວມໃຈ, ຮ່ວມມືເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອພັດທະນາອາຊີບດັ່ງກ່າວ. ເຂົ້າເປັນສະມາຊິກສະຫະກອນ, ຜູ້ໃດກໍ່ມີຄວາມຮັບຜິດຊອບ, ມານະພະຍາຍາມເພື່ອເຮັດແນວໃດໃຫ້ບັນລຸສະມັດຕະພາບສູງສຸດ, ບໍ່ຄືກັນກັບການເຮັດແບບດັ້ງເດີມຄືກ່ອນນີ້ອີກ”.

ໂຄງການ startup ຂອງສະຫະກອນຜະລິດເຄື່ອງຈັກສານດ້ວຍຫວາຍ ແລະ ໄມ້ໄຜ່ ຖຸຍຕວຽດ ຄວ້າໄດ້ລາງວັນທີ 1 ໃນການແຂ່ງຂັນ “ແມ່ຍິງ startup, ເສີມຂະຫຍາຍຊັບພະຍາກອນທ້ອງຖິ່ນ” ປີ 2023, ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ. ໂຄງການໂດຍເອື້ອຍ ເຈືອງທິແບັກຖຸຍ, ຫົວໜ້າສະຫະກອນ ແລະ ບັນດາເພື່ອນຮ່ວມງານສ້າງຂຶ້ນນັ້ນ, ໄດ້ຮັບການຕີລາຄາສູງຍ້ອນບັນດາວິທີການເຮັດທີ່ໃໝ່, ປະດິດຄິດສ້າງ, ບັນລຸປະສິດທິຜົນ.

ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ຮູບແບບ, ເອື້ອຍ ຖຸຍ ຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງໃນການຜະລິດອອກບັນດາຜະລິດຕະພັນໃໝ່, ຂັ້ນຕອນຜະລິດໃໝ່, ຖັດຈາກນັ້ນ ກໍ່ສອນໃຫ້ບັນດາສະມາຊິກ.

“ກ່ອນນີ້, ລຸ້ນພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ ຜະລິດສິນຄ້າໃຊ້ສອຍທີ່ເປັນມູນເຊື້ອເປັນຕົ້ນ, ຄື: ກະທຸ້ງ, ຕະບຽນ… ເປັນຕົ້ນ. ຕໍ່ມາ, ຂ້າພະເຈົ້າໄດ້ໄປຮ່ຳຮຽນ ແລະ ພາກລັດກໍ່ໄດ້ສ້າງເງື່ອນໄຂໃຫ້ໄປຢ້ຽມຢາມ, ຮ່ຳຮຽນບົດຮຽນ, ຂ້າພະເຈົ້າເຫັນວ່າ ບັນດາແຂວງ ກໍ່ເຮັດຜະລິດຕະພັນດ້ວຍຫວາຍ ແລະ ໄມ້ຜ່ນີ້, ແຕ່ເຂົາເຈົ້າເຮັດເພື່ອຮັບໃຊ້ການທ່ອງທ່ຽວ”.

ຈາກການຜະລິດຜະລິດຕະພັນທີ່ເປັນມູນເຊື້ອນຳໃຊ້ໃນຊີວິດປະຈຳວັນ, ຕ້ອງເສຍແຫຼ່ງວັດຖຸດິບຫຼາຍ, ມີກຳໄລຕ່ຳ, ມາຮອດປະຈຸບັນ, ພໍ່ແມ່ປະຊາຊົນໝູ່ບ້ານອາຊີບໄດ້ຫັນໄປສູ່ການຜະລິດບັນດາຜະລິດຕະພັນເຄື່ອງສິລະປະ ຫັດຖະກຳຮັບໃຊ້ການທ່ອງທ່ຽວ, ມີມູນຄ່າດ້ານເສດຖະກິດສູງທົບຫຼາຍເທົ່າ. ເອື້ອຍ ຖຸຍ ໃຫ້ຮູ້ຕື່ມອີກວ່າ:

“ປະຈຸບັນ, ສະຫະກອນມີກວ່າ 700 ຜະລິດຕະພັນ. ຢູ່ທີ່ນີ້, ບັນດາຜະລິດຕະພັນໄດ້ສະໜອງໃຫ້ຕະຫຼາດພາຍໃນ ແລະ ສົ່ງອອກ. ສຳລັບຜະລິດຕະພັນທີ່ສົ່ງອອກສ່ວນຫຼາຍແມ່ນເຄື່ອງໃຊ້ສອຍ, ຄື: ກະຕ່າໃສ່ໂສ້ງເສື້ອຮັບໃຊ້ໃຫ້ແກ່ໂຮງແຮມ, ຮ້ານຕ່າງໆ. ພວກຂ້າພະເຈົ້າຍັງຜະລິດອອກບັນດາຜະລິດຕະພັນເຄື່ອງຈັກສານດ້ວຍຫວາຍ ແລະ ໄມ້ໄຜ່ຮັບໃຊ້ບັນດາກິດຈະກຳກໍ່ສ້າງ homestay, ເຂດຕາກອາກາດ, ເຂດທ່ອງທ່ຽວອີກດ້ວຍ”.

ປະຈຸບັນ, ສະຫະກອນໄດ້ຊ່ວຍໃຫ້ສະມາຊິກສະຫະກອນວ່າ 30 ຄົນ ແລະ ສະມາຊິກຍິງເຂດໄກ້ຄຽງກວ່າ 60 ຄົນມີລາຍຮັບເປັນປົກກະຕິ, ແຕ່ 4 – 5 ລ້ານດົ່ງ/ເດືອນ. ທ່ານນາງ ເຢືອງທິຈາງ, ເລຂາຄະນະພັກຕາແສງ ຝູເຕີນ, ເມືອງ ເຈົາແທັງ,  ໃຫ້ຮູ້ຕື່ມອີກວ່າ:

“ສະຫະກອນຜະລິດເຄື່ອງຈັກສານດ້ວຍຫວາຍ ແລະ ໄມ້ຜ່ ຖຸຍຕວຽດ ມີແຜນການສົມທົບກັບຄະນະກຳມະການປະຊາຊົນ ເພື່ອເບີດຫ້ອງສອນວີຊາຊິບ ແລະ ສາມາດແກ້ໄຂວຽກເຮັດງານທຳຢູ່ທ້ອງຖິ່ນ. ໃນໄລຍະຜ່ານມາ, ສະຫະກອນບຳລຸງສ້າງສຳມະນາກອນກວ່າ 10 ຄົນ. ນີ້ແມ່ນສັນຍານທີ່ຕັ້ງໜ້າເມື່ອບັນດາຊາວໜຸ່ມພວມຢູ່ໃນເກນອາຍຸອອກແຮງງານຂອງທ້ອງຖິ່ນ ໄດ້ເຮັດວຽກຢູ່ສະຫະກອນ ແລະ ມີລາຍຮັບເປັນປົກກະຕິ”.

ດ້ວຍບັນດາຄວາມມານະພະຍາຍາມຟື້ນຟູອາຊີບທີ່ເປັນມູນເຊື້ອຂອງທ້ອງຖິ່ນ, ເອື້ອຍ ເຈືອງທິແບັກຖຸຍ ໄດ້ຮັບການຮັບຮູ້ເປັນນັກສິລະປະການລະດັບຊາດຂອງຂະແໜງເຄື່ອງຈັກສານດ້ວຍຫວາຍ ແລະ ໄມ້ໄຜ່. ນີ້ກໍ່ແມ່ນແຫຼ່ງລະດົມກຳລັງ, ຄວາມເອກອ້າງທະນົງໃຈເພື່ອໃຫ້ເອື້ອຍ ຖຸຍ ພ້ອມກັບບັນດາສະມາຊິກສະຫະກອນ ສືບຕໍ່ມີຄວາມໄວ້ວາງໃຈຂຸດຄົ້ນບັນດາໂຄງການຟື້ນຟູໝູ່ບ້ານອາຊີບ ແລະ ການທ່ອງທ່ຽວເຂດຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ