ແມ່ ຮວາ - ສ້າງຄອບຄົວແຫ່ງຄວາມອົບອຸ່ນໃຫ້ແກ່ເດັກພິການ

(VOVWORLD) - ບັນດາຜູ້ທີ່ນາງ ຮວາ ສອນອາຊີບໃຫ້ນັ້ນ, ຖ້າບໍ່ເປັນຄົນພິການໃນການ ເຄື່ອນໄຫວ, ປະສົບກັບຄວາມຫຍຸ້ງຍາກໃນການໄປມາ, ກໍ່ແມ່ນຜູ້ທີ່ຕິດພະຍາດປັນຍາອ່ອນ, ການຈຳບໍ່ໄດ້ດີ, ສິ່ງທີ່ຫຍຸ້ງຍາກທີ່ສຸດແມ່ນຄວາມອົດທົນໃນການຊີ້ແນະໃຫ້ແກ່ພວກນ້ອງ.
ແມ່ ຮວາ - ສ້າງຄອບຄົວແຫ່ງຄວາມອົບອຸ່ນໃຫ້ແກ່ເດັກພິການ - ảnh 1ນາງ ດວ່ານທິຮວາ, ເກີດປີ 1962, ຜູ້ກໍ່ຕັ້ງສູນສອນວິຊາຊີບການກຸສົນ ກວິ່ງຮວາ
(ພາບ: Vietnam+)

         ໃນຊາຍຄາເຮືອນທີ່ລຽບງ່າຍຢູ່ຊານນະຄອນ ຮ່າໂນ້ຍ, ມີແມ່ຍິງຜູ້ໜຶ່ງໄດ້ແບ່ງປັນຄວາມຮັກ ແລະ ສ້າງຄວາມຫວັງໃຫ້ແກ່ເດັກພິການກວ່າ 500 ຄົນ. ນັ້ນແມ່ນ ນາງ ດວ່ານທິຮວາ, ເກີດປີ 1962, ຜູ້ກໍ່ຕັ້ງສູນສອນວິຊາຊີບການກຸສົນ ກວິ່ງຮວາ. ນາງຮວາ ໄດ້ສະຫງວນເວລາກວ່າ 17 ປີເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອເດັກພິການນັບຮ້ອຍຄົນ, ສ້າງຄອບຄົວແຫ່ງຄວາມອົບອຸ່ນໃຫ້ແກ່ນ້ອງໆ.

        ໃນຫ້ອງເຮັດວຽກທີ່ຕິດໃບຍ້ອງຍໍ, ພາບຖ່າຍທີ່ລະນຶກເປັນຈຳນວນຫຼາຍນັ້ນ, ມີນັກຮຽນພວມຕັ້ງໃຈ, ຕິດເຈ້ຍຢ່າງລະອຽດລະອໍ ເຮັດເປັນໂຕສັດ, ເປັນພາບຢ່າງຄ່ອງແຄ້ວທີ່ສຸດ.

        ນາງ ເລຈາງ, ອາຍຸ 29 ປີ, ຕິດພະຍາດປັນຍາອ່ອນມາແຕ່ເກີດ. ການພົບປະກັບຜູ້ຄົນແມ່ນສິ່ງທີ່ເປັນໜ້າກັງວົນຫຼາຍທີ່ສຸດສຳລັບນາງ. ແຕ່ແທນໃຫ້ນັ້ນ, ແມ່ນການເຮັດວຽກດ້ວຍມືກັບເຈ້ຍສີພັດວ່ອງໄວທີ່ສຸດ.

        “ເລື່ອງຮ່ຳຮຽນແມ່ນມ່ວນທີ່ສຸດ. ຢູ່ທີ່ນີ້ຄືດັ່ງເຮືອນຂອງພວກຂ້າພະເຈົ້າ, ມີແມ່ ຮວາ ແລະ ພວກເພື່ອນໜູນຊ່ວຍຂ້າພະເຈົ້າ. ຂ້າພະເຈົ້າຮັກແມ່ ຮວາ ຫຼາຍ”.

        ໂດຍຝັກໄຝ່ຄວາມໄຝ່ຝັນເປີດຫ້ອງສອນວີຊາຊີບໃຫ້ຄົນພິການ, ປີ 2007, ສູນສອນວິຊາຊີບການກຸສົນ ກວິ່ງຮວາ ໄດ້ຮັບການສ້າງຕັ້ງຂຶ້ນ. ໃນເບື້ອງຕົ້ນ, ນາງ ຮວາ ໄດ້ຊື້ຈັກຫຍິບ 10 ເຄື້ອງ ເພື່ອສອນອາຊີບຕັດຫຍິບໃຫ້ຄົນພິການ.ເມື່ອ ມີຄົນມາເວົ້າກ່ຽວກັບອາຊີບໃດ, ນາງໄດ້ໄປຮຽນແລ້ວມາແນະນຳໃຫ້ພວກນ້ອງ. ໃນຈຳນວນ 20 ອາຊີບນັ້ນ, ສຸດທ້າຍນາງ ຮວາ ເຫັນວ່າອາຊີບເຮັດອາຊີບຫັດຖະກຳຕິດເຈ້ຍແມ່ນເໝາະສົມທີ່ສຸດສຳລັບພວກນ້ອງ. ພວກນ້ອງສາມາດນັ່ງຮຽນ, ຮັບເອົາຄວາມຮູ້ໄດ້ ເຖິງວ່າຈະຊ້າແດ່ກໍ່ຕາມ.

        ບັນດາຜູ້ທີ່ນາງ ຮວາ ສອນອາຊີບໃຫ້ນັ້ນ, ຖ້າບໍ່ເປັນຄົນພິການໃນການ ເຄື່ອນໄຫວ, ປະສົບກັບຄວາມຫຍຸ້ງຍາກໃນການໄປມາ, ກໍ່ແມ່ນຜູ້ທີ່ຕິດພະຍາດປັນຍາອ່ອນ, ການຈຳບໍ່ໄດ້ດີ, ສິ່ງທີ່ຫຍຸ້ງຍາກທີ່ສຸດແມ່ນຄວາມອົດທົນໃນການຊີ້ແນະໃຫ້ແກ່ພວກນ້ອງ.

        “ສອນໃຫ້ຜູ້ທີ່ປົກກະຕິກໍ່ຍາກແລ້ວ, ແຕ່ເມື່ອສອນໃຫ້ເດັກພິການກໍ່ຍິ່ງມີຄວາມຫຍຸ້ງຍາກກວ່ານັບຮ້ອຍເທື່ອ, ບໍ່ແມ່ນສິບເທື່ອ. ເຮົາຕ້ອງມີຄວາມອົດທົນຈຶ່ງຈະສອນໃຫ້ພວກນ້ອງໄດ້. ບັນດາຜູ້ມີຄວາມສຸດຈິດສຸດໃຈຈຶ່ງສາມາດສອນໄດ້. ຖ້າບໍ່ມີຄວາມສຸດຈິດສຸດໃນແມ່ນສອນບໍ່ໄດ້”.

        ການແນະນຳໃຫ້ພວກນ້ອງມີຄວາມຄ່ອງແຄ້ວໃນອາຊີບແມ່ນຫຍຸ້ງຍາກແລ້ວ, ແຕ່ເລື່ອງຫາວຽກເຮັດງານທຳທີ່ເປັນປົກກະຕິໃຫ້ພວກນ້ອງໃນຕອນທີ່ຮຽນຈົບຍິ່ງຫຍຸ້ງຍາກກວ່າ.

        “ນັ້ນແມ່ນສິ່ງກີດຂວາງສຳລັບຄົນພິການ. ພວກນ້ອງຫຼາຍຄົນເມື່ອໄປເຮັດວຽກຢູ່ບັນດາຮາກຖານນັ້ນ ແມ່ນບໍ່ສາມາດເຮັດໄດ້, ຕ້ອງກັບເມືອ. ຂ້າພະເຈົ້າປາດຖະໜາໃຫ້ລັດ ເຮົາສ້າງບັນດານະໂຍບາຍ ແລະ ລົງໄປເຖິງບັນດາຮາກຖານເບິ່ງແຍງຄົນພິການ ເພື່ອໜູນຊ່ວຍຄົນພິການຫຼາຍກວ່າອີກ”.

        ການກະທຳທີ່ເຕັມໄປດ້ວຍມະນຸດສະທຳນັ້ນໄດ້ສ້າງຄວາມຕື້ນຕັນໃຈໃຫ້ແກ່ຫຼາຍຄົນ, ໂດຍສະເພາະແມ່ນຜູ້ເປັນພໍ່, ເປັນແມ່ຂອງພວກນ້ອງທີ່ສົ່ງມາແຫ່ງນີ້.

        “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດເມື່ອນາງ ຮວາ ໄດ້ຂາຍຝູງໝູເພື່ອມີເງິນຮັບໃຊ້ການເບິ່ງແຍງພວກລູກ ແລະ ມີແນວຄວາມຄິດເປີດສູນສອນວິຊາຊີບ”.

        “ທາງສູນໄດ້ຕິດຕາມບອກສອນໃຫ້ພວກຫຼານ, ຂ້າພະເຈົ້າເຫັນໄດ້ເຖິງການເຕີບໃຫຍ່ຢ່າງຈະແຈ້ງ. ທີໜຶ່ງແມ່ນການດຳເນີນຊີວິດມີແບບມີແຜນ. ທີສອງແມ່ນຮັກສາຊີວິດການເປັນຢູ່ເປັນປົກກະຕິ, ບອກສອນຢ່າງສຸດຈິດສຸດໃຈເພື່ອໃຫ້ພວກຫຼານສາມາດເຮັດເປັນຜະລິດຕະພັນໄດ້”.

        ຍິ່ງກວ່າການມອບອາຊີບໃຫ້ພວກນ້ອງ, ນາງ ຮວາ ໄດ້ນຳມາເຊິ່ງສະພາບແວດລ້ອມແຫ່ງການຮ່ຳຮຽນ, ດຳເນີນຊີວິດຊ່ວຍໃຫ້ຄົນພິການມີຄວາມໝັ້ນໃຈຕໍ່ຕົນເອງ. ນາງຮວາກໍ່ກາຍເປັນແມ່ສື່ຕິດຕໍ່ໃຫ້ 23 ຄູ່ບາວສາວຢູ່ສູນເປັນຄູ່ຜົວເມຍອີກດ້ວຍ.

        “ມາແຫ່ງນີ້ມີໝູ່ເພື່ອນ, ມີວຽກເຮັດງານທຳ, ໄດ້ລະຫຼິ້ນ, ບັນດາໝູ່ຄະນະກໍ່ມາຢ້ຽມຢາມ... ສະນັ້ນ, ພວກເພື່ອນບໍ່ຢາກໄປໃສ. ພວກເພື່ອນຊອກຮູ້ກັນ, ຮັກກັນ, ສະນັ້ນ, ຢູ່ສູນນີ້ມີ 23 ຄູ່ບ່າວສາວໄດ້ຈັດງານດອງເປັນຄູ່ຜົວເມຍແລ້ວ.ຜູ້ມີລູກຊາຍ 2 ຄົນ, ຜູ້ມີລູກສາວ 2 ຄົນ, ຜູ້ມີລູກສາວ 1 ຄົນ, ໜ້າຮັກຫຼາຍ, ສະຫຼາດ ແລະ ຮຽນເກັ່ງ”.

        ກວ່າ 17 ປີຜ່ານມາ, ມີນັກຮຽນ 500 ຄົນໄດ້ຮຽນຈົບຢູ່ສູນສອນວີຊາຊີບການກຸສົນ ກວິ່ງຮວາ ແລ້ວ, ການເອີ້ນເປັນ “ແມ່ ຮວາ” ເຖິງວ່າແມ່ນລຽບງ່າຍກໍ່ຕາມ, ແຕ່ມັນເຕັມໄປດ້ວຍຄວາມຮັກ ແລະ ຄວາມຮູ້ບຸນຄຸນຂອງບັນດາຜູ້ເປັນລູກທີ່ມອບໃຫ້ຜູ້ເປັນແມ່ “ພິເສດ” ນີ້, ຍ້ອນມີ ນາງຮວາ, ເຂົາເຈົ້າຈຶ່ງຮູ້ສຶກໄດ້ເຖິງຄວາມອົບອຸ່ນຂອງຄອບຄົວ./.

ຕອບກັບ

ຂ່າວ/ບົດ​ອື່ນ