ຄວາມຮັກແພງ ເຫ້ວ ຂອງຊາວຍີ່ປຸ່ນ ຜູ້ໜື່ງ

  ຄວາມ​ສວຍ​ງາມ ​ແລະ ຊາວ​ເຫ້ວ ​​ໄດ້​ດູດ​ດື່ມ​ໃຈ​ທ່ານ Ono Katsumi ຜູ້​ອາສາ​ສະໝັກ​ຂັ້ນສູງ​ຂອງອົງການ​ຮ່ວມ​ມືສາກົນ​ຍີ່ປຸ່ນ (Jica) ຢ່າງ​ແທດ​ຈິງ. ຄວາມ​ຮັກ​ຕໍ່​ເຂດ​ພາກກາງຫວຽດນາມ ​ແຫ່ງ​ນີ້ ​ໄດ້​ຊຸກຍູ້​ໃຫ້​ທ່ານ​ຄົນພົບ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ເຫ້ວ ດ້ວຍ​ຕົນ​ເອງ ​ແລະ ສິ່ງ​ສຳຄັນ​ກ່ວານັ້ນ​ແມ່ນ ທ່ານໄດ້​ເປັນ​ຂົວ​ຕໍ່​ແນະນຳ​ເທື່ອ​ທຽນ​ເຫ້ວ ກັບ​ຊາວ​ຍີ່ປຸ່ນ.

ຄວາມຮັກແພງ ເຫ້ວ ຂອງຊາວຍີ່ປຸ່ນ ຜູ້ໜື່ງ - ảnh 1

(ພາບ: tour.dulichvietnam.com.vn)

   ເບີ່​ງ​ຄື​ວ່າ ຊາວ​ເຫ້ວ ​​ໄດ້​ລຶ້ງ​ເຄີຍ​ກັບ​ຮູບ​ພາບ​ຊາວ​ຍີ່ປຸ່ນ​ ຜູ້​ໜື່ງທີ່​​ເປັນ​ຄົນຮ່າງ​ນ້ອຍ, ພາຍ​ຖົງ​ໃສ່​ບ່າ ​ແລະ ມື​ຈັບ​ກ້ອງຖ່າຍຮູບ, ​ແຕ່​ລະ​ມື້​ໄດ້​ຈົດບັນທຶກ​ຢ່າງ​ດຸໝັ່ນ, ຖ່າຍ​ເອົາ​ບັນດາຮູບພາບ​ທີ່​ສວຍ​ງາມ​ກ່ຽວ​ກັບເຂດ​ດິນ​ແດນ​ແຫ່ງ​ນີ້. ທ່ານ Ono Katsumi ​ໄດ້​ເວົ້າວ່າ ທ່ານ​ເຄີຍ​​ໄປ​ຍັງ​ເຂດ​ແດນ​ສວຍ​ງາມ​ຫຼາຍ​ແຫ່ງ​ແລ້ວ ​ແຕ່​ເຫ້ວ ມີ​ຄວາມ​ດູດ​ດືມ​ໃຈ​ທີ່​ສຸດ:

   “ 21 ປີ​ກ່ອນ, ຂ້າພະ​ເຈົ້າ​ໄດ້​ມາ​ເຫ້ວ​ ເປັນ​ເທື່ອ​ທຳ​ອິດ, ​ໃນ​ເວລາ​ນັ້ນ, ​ເຫ້ວ ຍັງ​ຮົກ​ເຮື້ອ​ເປົ່າ​ຫວ່າງ. ​ເດືອນ 3 ປີ​ກາຍ, ​ເມື່ອ​ກັບ​ຄືນ ຂ້າພະ​ເຈົ້າ​ເຫັນ​ວ່າເຫ້ວ ມີ​ການ​ປ່ຽນ​ແປງ​ຫຼາຍ ​ແລະ ຂ້າພະ​ເຈົ້າ​​ຕົກລົງ​ເລືອກ​ເຫ້ວ ​ເພື່ອ​ແນະນຳ​ກັບ​ຊາວຍີ່ປຸ່ນ

   ​ໃນ​ຕະຫຼອດ​ເວລາ 1 ປີ, ທ່ານ Ono Katsumi ​ໄດ້​ພົວພັນ​ກັບບັນດາ​ບໍລິສັດ​ທ່ອງ​ທ່ຽວ, ​ໄປ​ສະຖານ​ທີ່ທ່ອງ​ທ່ຽວ​ຕ່າງໆຢູ່​ເຫ້ວ, ​ໄປຍັງ​ບັນດາ​ໝູ່​ບ້ານ​ອາຊີບ​….​​ເກັບ​ກຳ​ຂໍ້​ມູນ​ຂ່າວ, ສ້າງ​ເປັນ​ເລື່ອງ​ລາວ​ຕ່າງໆ​ເພື່ອ​ແນະນຳ​ກັບ​ຊາວ​ຍີ່ປຸ່ນ ​ແຕ່​ເພື່ອ​ສາມາດ​ມີ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເທື່ອ​ທຽນ​ເຫ້ວ ຢ່າງ​ມີ​ຊີວິດ​ຊີວາ​ທີ່​ສຸດ, ທ່ານ Ono Katsumi ​ໄດ້ສ້າງ​ເວັບ​ໄຊ​ເປັນ​ພາສາ​ຍີ່ປຸ່ນ. ​ເມື່ອ​ເຂົ້າ​ເວັບ​ໄຊ​ດ້ວຍ​ລະຫັດ: http//:www.vietnamhuetourism.com ທຸກ​ຄົນ​ຈະ​ມີ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຄົບ​ຖ້ວນ​ກ່ຽວ​ກັບ​ເຫ້ວ

  ທ່ານ Ono Katsumi ​ໄດ້​ດຳລົງ​ຊີວິດ​ຢູ່​ເຫ້ວ ​ເປັນ​ເວລາ​ກ່ວາ 1 ປີ​ແລ້ວ, ​ແຕ່ລະ​ເທື່ອ​ເມື່ອ​ຄົ້ນພົບ​ສິ່ງ​ທີ່​ໃໝ່​ອ່ຽມ​ຕື່ມ​ອີກ, ທ່ານ​ກໍ່​ມີ​ຄວາມ​ຮູ້​ສຶກພາກ​ພູມໃຈ​ທີ່​ສຸດ ​ແລ້ວ​ທ່ານ​ກໍ່​ແບ່ງປັນ​ໃນ​ເວັບໄຊ:

​ຂ້າພະ​ເຈົ້າ​ໄດ້​ເວົ້າ​ເຖິງ​ເຍື່ອງ​ອາຫານ​ຕ່າງໆ, ​​ແນະນຳກ່ຽວ​ກັບ​ຊາວ​ເຫ້ວ, ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່ ​ແລະ ປະຫວັດສາດ, ນອກຈາກ​ນັ້ນ​ໄດ້​ເວົ້າກ່ຽວ​ກັບ​ສະຖານ​ທີ່​ໃໝ່, ຂ້າພະ​ເຈົ້ານຳ​ສະ​ເໜີ​ຜ່ານ​ທາງເວັບ​ໄຊ ​ແລະ ​ເລິ່ມມີ​ຫຼາຍ​ຄົນ​ຕອບ​ກັບ. ຂ້າພະ​ເຈົ້າ​ເຫັນ​ວ່າ ຊາວ​ຍີ່ປຸ່ນ​ ໄດ້​ເລີ່​ມມັກ​ເຫ້ວ ​ແລ້ວ

  
ຄວາມຮັກແພງ ເຫ້ວ ຂອງຊາວຍີ່ປຸ່ນ ຜູ້ໜື່ງ - ảnh 2

(ພາບ:blogphongthuy.com)

​ ໂດຍ​ແມ່ນ​ຊາວ​ເຫ້ວ, ວຽກ​ງານ​ໄດ້​ຕິດ​ພັນ​ກັບ​ບັນດາ​ຜູ້​ອາສາ​ສະໝັກ​ຊາ​ວ ຍີ່ປຸ່ນ ​ແຕ່​ເອື້ອຍ​ມິ​ງຕຽນ ກໍ່​ມີ​ຄວາມ​​ແປກ​ກະ​ຫຼາດ​ໃຈ​ທີ່​ສຸດ ​ເມື່ອ​ເຂົ້າອ່ານ​​ເວັບ​ໄຊ​ຂອງ​ທ່ານ Ono Katsumi. ​ເທື່ອ​ທຽນ​ເຫ້ວ ​ແມ່ນ 1 ​ໃນ​ບັນດາ​ສູນ​ທ່ອງ​ທ່ຽວ​ໃຫ່ຍຂອງ​ຫວຽດນາມ, ສະນັ້ນກໍ່​ມີ​ຫຼາຍ​ເວັບ​​ໄຊ​ໂຄສະນາ​ເທື່ອ​ທຽນ​ເຫ້ວ ​ແຕ່​ເວັບ​ໄຊ​ຂອງ​ທ່ານ Ono Katsumi  ກໍ່ມີ​ຈຸດພິ​ເສດ​ສະ​ເພາະ:

   “​ເວັບ​ໄຊ​ມີ​ຂໍ້​ມູນ​ຂ່າວ​ຫຼາຍ, ຈະ​ແຈ້ງ, ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ຢູ່​ເຫ້ວ ຢ່າງ​ທັນ​ການ. ຂ້າພະ​ເຈົ້າມັກ​ເວັບ​​ໄຊນີ້​ທີ່​ສຸດ ​ແລະ ມີ​ຄວາມ​ຮູ້​ບຸນຄຸນ​ທ່ານ Ono Katsumi ຫຼາຍ

   ຄວາມ​ຊິ້ນ​ເຄີຍ​ທີ່ຢາກ​ຄົ້ນພົບ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ເຫ້ວ, ສຳ​ພັດ​ບັນຍາກາດຂອງ​ເຂດ​ດິນ​ແດນ​ທີ່​ເປັນ​ກຸງ​ເກົ່າ, ​ໄດ້​ເຈືອ​ຈານ​ເຂົ້າກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຫ້ວ ​ເບີ່​ງຄື​ວ່າ​ໄດ້​ກາຍ​ເປັນ​ສ່ວນ​ໜື່ງທີ່​ບໍ່​ອາດ​ຂາດ​ໄດ້​ໃນ​ຊີວິດ​ຂອງ​ທ່ານ Ono Katsumi. ທ່ານ​ຢາກ​ໃຫ້​ຊາວ​ຍີ່ປຸ່ນ​ຮູ້ຈັກ​ເຫ້ວ ຫຼາຍ​ກ່ວາ ​ແລະ ​ເລືອກ​ເອົາ​ເຫ້ວ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ຄົ້ນພົບຂອງ​ຕົນ. ສະ​ລັບ​ທ່ານ​ແລ້ວ, ຍາມ​ໃດ​ເຫ້ວ​​ ກໍ່​ມີ​ສິ່ງ​ໃໝ່​ອຽມ ​ແລະ ​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ໃຈ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ