ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ

(vovworld)- ໃນ​ຄ່ຳ​ຄືນມື້ວັນ​ເພງ, ທັງ​ຄຸ້ມ​ເມືອງ​ເກົ່າ​ໂຫ້ຍ​ອານ​ ຄື​ດັ່ງ​​ສວຍ​ງາມ​​ຂຶ້ນຕື່ມ ດ້ວຍ​ແສງ​ໂຄມ​ໄຟ​ທີ່​​ມີສີ​ສັນຫຼາກຫຼາຍ, ​ແລະບັນ​ດາຫຼັງ​ເຮືອນທີ່​ເກົ່າ​ແກ່ ດັ້ງ​ເດີມ. ​ອັນ​ໄດ້​ສ້າງ​ຄວາມ​ນິ​ຍົມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ຢ້ຽມ​ຢາມ​ແຫ່ງນີ້

ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ - ảnh 1

ໂຄມ​ໄຟຫຼາຍ​ຮູບຫຼາຍ​ສີໃນຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ

(ພາບ: ອິນເຕີແນດ)

        ຄ່ຳ​ຄືນ​ມື້ວັນ​ເພງ​ຢູ່​ຄຸ້ມ​ເມືອງ​ເກົ່າໂຫ້ຍ​ອານ ຖືກ​ສ່ອງ​ແສງ​ດ້ວຍ​ໂຄມ​ໄຟຫຼາຍ​ຮູບຫຼາຍ​ສີນັບ​ພັນ​ໜ່ວຍ. ຍາມ​ຄ່ຳ​ຄືນ​ກໍ່​ແມ່ນຈຸດ​ເວ​ລາ​ທີ່​ນັກ​ທ່ອງ​ທ່ຽວ​ເຄີຍເລາະຫຼິ້ນຕາມ​ຖະ​ໜົນ​ສາຍ​ຕ່າງໆ​ໃນ​ຄຸ້ມ​ເມືອງ​ເກົ່າ. ນັກ​ທ່ອງ​ທ່ຽວ​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ຮັບ​ຮູ້​ໄດ້​ຄວາມ​ງາມ​ຂອງ​ຄຸ້ມ​ເມືອງ​ເກົ່າ​ໂຫ້ຍ​ອານ, ພິ​ເສດ​ແມ່ນ​ໃນ​ຍາມ​ຄ່ຳ​ຄືນ. ເອື້ອຍ Marie, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຝ​ລັ່ງ ພວມ​ຊົມ​ບັນ​ດາ​ໂຄມ​ໄຟດ້ວຍ​ຄວາມເມົາ​ມົວ

“ບັນ​ດາ​ໂຄມ​ໄຟ​ທີ່​ປະ​ດັບ​ປະ​ດາ​ຢູ່​ຄຸ້ມ​ເມືອງ​ເກົ່າສວຍ​ງາມຫຼາຍ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ອົບ​ອູ່ນ​ຄື​ດັ່ງ​ພວມ​​ໄດ້​ຮັບ​ການ​ຕ້ອນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ເຖິງວ່າ​ຂ້າ​ພະ​ເຈົ້າບໍ່​ທັນ​ເລາະຫຼິ້ນ​ຖະ​ໜົນ​ທຸກ​ສາຍໃນ​ຄຸ້ມ​ເມືອງກໍ່​ຕາມ, ແຕ່​ຮູບ​ພາບ​ທີ່​ເຫັນປະ​ຈັກ​ຕາ​ໄດ້​ສ້າງ​ຄວາມຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ຂ້າ​ພະ​ເຈົ້າ”.

ເຖິງວ່າ​ຜູ້​ຄົນ​ໄປ​ມາ​ບົນ​ຖະ​ໜົນ​ເປັນ​ຈຳ​ນວນຫຼວງຫຼາຍ​ກໍ່​ຕາມ, ແຕ່​ຍັງ​ຄົງ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​. ຢູ່​ບ່ອນ​ໃດ​ກໍ່​ມີສຽງ​ເວົ້າ, ສຽງ​ຫົວ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ຂອງ​ນັກ​ທ່ອງ​ທ່ຽວ. ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​​ເຮັດ​ໃຫ້​ຄຸ້ມ​ເມືອງ​ເກົ່າ​ທັງ​ມີ​ຄວາມ​ເກົ່າ​ແກ່​, ທັງ​ມີ​ຊີ​ວິດ​ຊີ​ວາ ແລະ ສວຍ​ງາມ​ແບບ​ເລິກ​ລັບ.

ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ - ảnh 2
ຫຼັງ​ເຮືອນທີ່​ເກົ່າ​ແກ່ ດັ້ງ​ເດີມໃນຄຸ້ມເມືອງເກົ່າໂຫ້ຍອານ

(ພາບ: ອິນເຕີແນດ)

ສຽງ​ທີ່​ທ່ານ​ຫາ​ກໍ່​ຮັບ​ຟັງ​ແລ້ວ​ນັ້ນ​ແມ່ນ​ດັງ​ອອກ​ຈາກ​ເຄື່ອງຫຼິ້ນ​ຂອງ​ເດັກ​ນ້ອຍ​ທີ່​ວາງ​ຂາຍ​ຢູ່​ແຄມ​ທາງ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ນິ​ຍົມຫຼາຍ. ຮ້ານ​ຂອງ​ເອື້ອຍ​ ດັ້ງ​ທີ່​ກຸກ ວາງ​ຂາຍ​ເຄື່ອງ​ລະຫຼິ້ນທີ່​ນ້ອຍໆທີ່​ສາ​ມາດດັງ​ສຽງ ແລະ ອອກ​ແສງ​​ໄດ້ເພື່ອ​ສະ​ຫງວນ​ໃຫ້​ແກ່​ເດັກ​ນ້ອນ. ເອື້ອຍ​ແນະ​ນຳ​ວ່າ:

“ເດັກ​ນ້ອຍ​ມັກ​ເຄື່ອງຫຼິ້ນນີ້ຫຼາຍ, ມັນ​ຖືກ​ເຮັດ​ດ້ວຍ​ດິນໜຽວ. ຂ້າ​ພະ​ເຈົ້າ​ປັ້ນ​ດິນ​ເປັນ​ຮູບ ແລ້ວ​ຕັດ​ເຈ້ຍ​ສີ​ປະ​ດັບ​ໃສ່, ເຮັດ​ເຄື່ອງຫຼິ້ນນີ້​ກໍ່​ເສຍ​ເວ​ລາຫຼາຍ. ແຕ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຕ່າງ​ປະ​ເທດ​ເຫັນ​ວ່າ​ມັນ​ແປກ​ປະຫຼາດ, ດັ່ງ​ນັ້ນ​ເຂົາ​ເຈົາ​ຈຶ່ງ​ນິ​ຍົມ ແລະ ຊື້​ເອົາ”.

ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ - ảnh 3

ນັກທ່ອງທ່ຽວເລາະຫຼິ້ນໃນຍາມຄ່ຳຄືນມື້ວັນເພງໃມເມືອງເກົ່າໂຫ້ຍອານ
(ພາບ: ອິນເຕີແນດ)

ສ່ວນ​ຢູ່​ບ່ອນ​ອື່ນ, ສຽງ​ດົນ​ຕີ​ດັ່ງ​ອອກ ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ຢຸດ​ໄວ້​ເພື່ອ​ຮັບ​ຟັງ. ເຖິງວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ພາ​ສາ​ກໍ່​ຕາມ, ແຕ່​ສຽງ​ດົນ​ຕີ​ໄດ້​ພາ​ໃຫ້​ທຸກ​ຄົນ​ສະ​ໜິດ​ຕິດ​ພັນ​ກວ່າ. ໃນ​ແສງ​ຟ້າ​ທີ່ທີ່​ມືດ​ມົວ​ນັ້ນ, ທ່ານ​ ໂດ​ວັນ​ບຶ່ງ, ຮູບ​ບາງ​ຮ່າງ​ນ້ອຍ​, ຜົມ​ເລີ່ມ​ຕົກ​ສີ​ຂາວ ພວມ​ຫຼິ້ນ​ກິ​ຕາ. ເມື່ອ​ສຽງ​ດົນ​ຕີ​ສິ້ນ​ສຸດ​ລົງ, ທ່ານ​ໄດ້​ແນະ​ນຳ​ວ່າ:

“ຂ້າ​ພະ​ເຈົ້າ​ຫາ​ກໍ່​ຫຼິ້ນ​ກິ​ຕາ 2 ບົດ, ບົດ​ທີ​ໜຶ່ງ​ແມ່ນ “ຄ່ຳ​ຄືນ​ຍາມ​ໃບ​ໄມ້ຫຼົ່ນ” ຂອງ ດັ້ງ​ເທ໋​ຟອງ ແລະ ບົດ “ອາ​ຍຸ​ແຫ່ງ​ຄວາມ​ໂສກ​ເສົ້າ”, ຂອງ​ນັກ​ດົນ​ຕີ ຈິ້ງ​ກົງ​ເຊີນ. ຮອດ​ຄ່ຳ​ຄືນມື້​ວັນ​ເພ​ງ​ເດືອນ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ເອົາ​ພິນ​ມາ​ຫຼິ້ນຢູ່ຄຸ້ມ​ເມືອງ​ເກົ່າ​ໂຫ້ຍ​ອານ”.

ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ - ảnh 4

ເສບດົນຕີໃນຍາມຄຳ່ຄືນມື້ວັນເພງ

(ພາບ: ອິນເຕີແນດ)

​ຄ່ຳ​ຄືນມື້ວັນ​ເພງ​ໃນ​ຄຸ້ມ​ເມືອງ​ເກົ່າ ໄດ້​ກາຍ​ເປັນ​​ຄວາມ​ຊິນ​ເຄີຍ​ສຳ​ລັບ​ປະ​ຊາ​ຊົນ​ແຫ່ງນີ້ ກໍ່​ຄື​ນັກ​ທ່ອງ​ທ່ຽວ​ສາ​ກົນ. ທ່ານ ຫງວຽນ​ຊື້, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຫ້ຍ​ອານ, ໃຫ້​ຮູ້​ວ່າ, ຄ່ຳ​ຄືນມື້ວັນ​ເພງ​ໃນ​ຄຸ້ມ​ເມືອງ​ເກົ່າ ບໍ່​ພຽງ​ແຕ່​ມີ​ຊີ​ວິດ​ຊີ​ວາ​ດ້ວຍ​ນ້ຳ​ສຽງ​ເທົ່າ​ນັ້ນ, ຫາກ​ຍັງສ້າງ​ຄວາມ​ດຶງ​ດູດ​ດ້ວຍ​ແສງ​ໄຟ​ໄຟ້ ແລະ​ກິ່ນ​ຫອມ​ຂອງ​ທູບ​ທຽນ​ອີກ​ດ້ວຍ.

“ໃນ​ວັນ​ທີ 14 ”ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທີນ, ເມື່ອ​ເລາະ​ລິ້ນ​ຕາມ​ຖະ​ໜົນ​ສາຍ​ຕ່າງໆ​ຢູ່​ໂຫ້ຍ​ອານ, ກິ່ນ​ຫອມ​ຂອງ​ທູບ​ທຽນ​ຄື​ດັ່ງ​ຂົວ​ຕໍ່​ລະ​ຫວ່າງ​ອະ​ດິດ​ຕະ​ການ ແລະ ປະ​ຈຸ​ບັນ, ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍກວ່າ ແລະ ສະ​ໜິດ​ຕິດ​ພັນ​ກວ່າ. ຍ້ອນ​ເຫດ​ນັ້ນ, ເຖິງວ່າ​ແມ່ນ​ຄົນ​ໂຫ້ຍ​ອານ ແຕ່​ຮອດ​ຍາມ​​ມື້ວັນ​ເພງມື້​, ຂ້າ​ພະ​ເຈົ້າ​​ເຄີຍ​ເລາະຫຼິ້ນ​ຢູ່​ທີ່ນີ້ ເພື່ອ​ຮັບ​ຮູ້​ສິ່ງ​ທີ່​ສັກ​ສິດ​ເຊິ່ງ​ຕົນ​ເອງ​ບໍ່​ສາ​ມາດ​ພັນ​ລະ​ນາ​ໄດ້.”

ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ - ảnh 5

ຄ່ຳຄືນມື້ວັນເພງໃນຄຸ້ມເມືອງເກົ່າໂຫ້ຍອານ

(ພາບ: ອິນເຕີແນດ)

ບັນ​ດາຜູ້​ທີ່​ເຄີຍ​ມາ​ຢ້​ຽມ​ຢາມ​ໂຫ້ຍ​ອານ, ຕ່າງ​ກໍ່​​ຮັບ​ຮູ້ວ່າ, ໂຫ້ຍ​ອານ​ ໄດ້​ນຳ​ເອົາ​ຄວາມ​ສະ​ຫງົບ​ສຸກ​ມາ​ໃຫ້​​ເຂົາ​ເຈົ້າ. ຍາມ​ກາງ​ເວນ, ໂຫ້ຍ​ອານ​ມີ​ຄວາມ​ງາມ​ແບບ​ດັ້ງ​ເດີມ, ດ້ວຍບັນ​ດາຫຼັງ​ເຮືອນທີ່​ເກົ່າ​ແກ່. ຍາມ​ກາງ​ຄືນ, ໂຫ້ຍ​ອານ ພັດ​ມີ​ຄວາມ​ງາມ​ແບບ​ເລິກ​ລັບ, ແຕ່​ເຂດ​ຕະຫຼາດ​ຂາຍ​ເຄື່ອງ​ທີ່​ລະ​ລຶກ​ຍາມ​ໃດ​ກໍ່​ມີ​ຄວາມ​ໃໝ່​ອ່ຽມ, ຟົດ​ຟື້ນ​, ມັນ​ກົງ​ກັນ​ຂ້າມ​ກັບ​ເຂດ​ທີ່​ສະ​ຫງົບ​ງຽບ​​ຄື​ດັ່ງ​ຫວນ​ຄືນ​​ອະ​ດິດ​ຕະ​ການຢູ່​ເຂດ​ຄຸ້ມ​ເມືອງ​ທີ່​ເກົ່າ​ແກ​່.

ຕອບກັບ

ຂ່າວ/ບົດ​ອື່ນ