ຜະ​ລິດ​ຕະ​ພັນ​ Startup ຢູ່​ຊົນ​ນະ​ບົດ ລອງ​ອານ ຜ່ານ​ຜ່າ​ຄວາມ​ທຸກ​ຍາກ ບືນ​ຕົວ​​ອອກ​ໄປ​ໄກ

(VOVWORLD) - ມີຊາວໜຸ່ມຫຼາຍຄົນ ຢູ່ແຂວງ ລອງອານ ພວມ Startup ດ້ວຍບັນດາຜະລິດຕະພັນສີເປັນມິດກັບສິ່ງແວດລ້ອມ , ມີລັກສະນະສະເພາະຂອງທ້ອງຖິ່ນ. ບັນດາຜະລິດຕະພັນນີ້ ສ່ວນຫຼາຍມີລັກສະນະໃໝ່ອ່ຽມ, ເປັນເອກະລັກສະເພາະ ແມ່ນທ່າໄດ້ປຽບໃນການ Startup ຢູ່ທ້ອງຖິ່ນ.

ຜະ​ລິດ​ຕະ​ພັນ​ Startup ຢູ່​ຊົນ​ນະ​ບົດ ລອງ​ອານ ຜ່ານ​ຜ່າ​ຄວາມ​ທຸກ​ຍາກ ບືນ​ຕົວ​​ອອກ​ໄປ​ໄກ - ảnh 1ພາບ ອາລູມີນຽມ ຂອງຊາວໜຸ່ມ Startup ແຂວງ ລອງອານ (ພາບ: ຫງວຽນກວາງ)

ໂດຍເປັນນັກວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານ ແຕ່ມີຄວາມເມົາມົວກັບອາຊີບຜະລິດພາບອາລູມີນຽມ, ອ້າຍ ຫງວຽນແທັງຕຸງ ຢູ່ເມືອງ ເບັກລຶກ, ແຂວງ ລອງອານ ໄດ້ຜະລິດຫຼາຍຜະລິດຕະພັນທີ່ເປັນເອກະລັກສະເພາະ. ລາວໄດ້ນຳໃຊ້ກະປອງເບຍ, ກະປອງນ້ຳຫວານເຮັດຈາກ ອາລູມີນຽມ ແລ້ວແກະຄວັດສະຫຼັກ ມາເປັນຂອບໜັງສື, ຮູບພາບ 2D, 3D ແລະ ສ້າງເປັນຮູບພາບສິລະປະທີ່ເປັນໜ້າປະທັບໃຈ. ອ້າຍ ຫງວຽນແທັງຕຸງ ແບ່ງປັນວ່າ ໃນໄລຍະເບື້ອງຕົ້ນ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ດ້ວຍຄວາມເມົາມົວກັບສິລະປະ ອ້າຍສືບຕໍ່ຄົ້ນຄ້ວາ ເພື່ອສ້າງເປັນພາບຫຼາຍຢ່າງທີ່ມີຊີວິດຊີວາ. ບັນດາຜະລິດຕະພັນຂອງ ອ້າຍ ຕຸງ ມີຄວາມເປັນຫຼາຍຮູບຫຼາຍແບບຄື: ພາບກ່ຽວກັບປະທານໂຮ່ຈີມິນ, ທິວທັດທຳມະຊາດ… ບໍ່ພຽງແຕ່ເພື່ອມອບໃຫ້ຍາດຕິພີ່ນ້ອງ, ເພື່ອນມິດເທົ່ານັ້ນ ຫາກຍັງຂາຍໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ມາຮອດປັດຈຸບັນ, ອ້າຍໄດ້ແຕ້ມພາບໃຫຍ່ນ້ອຍຫຼາຍພາບ ແລະ ຂາຍໄດ້ລາຄານັບຮ້ອຍ ຫຼຽນ ຕາມຂະໜາດຂອງພາບ. ພ້ອມກັນນັ້ນ, ຜະລິດຕະພັນຂອງອ້າຍໄດ້ຮັບໃບຢັ້ງຢືນ ຂັ້ນຕອນຜະລິດພາບອາລູມີນຽນຄືນໃໝ່ຈາກ ກົມລິຂະສິດ. ອ້າຍ ຫງວຽນແທັງຕຸງ ແບ່ງປັນວ່າ:

ໃນໄລຍະຈະມາເຖິງ, ເພື່ອຊອກຫາສົ້ນອອກຕື່ມອີກ, ຂ້າພະເຈົ້າຈະສຸມໃສ່ໂຄສະນາຜ່ານບັນດາຊ່ອງທາງຄື tiktok ຫຼື facebook… ສຸມໃສ່ບັນດາຜະລິດຕະພັນເປັນຂອງຕ້ອນຂອງຝາກ. ປັດຈຸບັນ ຂ້າພະເຈົ້າ ໄດ້ປະຕິບັດການຈົດທະບຽນຜະລິດຕະພັນຂອງລາຍການ ໜຶ່ງຕາແສງ, ໜຶ່ງຜະລິດຕະພັນ (OCOP) ແລ້ວ. ຂ້າພະເຈົ້າ ກໍ່ປາດຖະໜາວ່າ ໃນໄລຍຈະມາເຖິງ ບັນດາອົງການປົກຄອງຂອງແຂວງ ຈະຊ່ວຍເຫຼືອບັນດາຜະລິດຕະພັນຂອງ ຊາວໜຸ່ມ Startup ໄດ້ເຂົ້າເຖິງລູກຄ້າ, ເປັນຕົ້ນແມ່ນບັນດາງານວາງສະແດງ, ຕະຫຼາດນັດ.

ອ້າຍ ຫງວຽນຮວ່າຍໂລກ, ຫົວໜ້າຮາກຖານຜະລິດເຄືື່ອງດື່ມ Kombucha ຈາກໝາກໄມ້ຊະນິດຕ່າງໆໃນບໍລິເວນ ບ້ານ ແທັງເລີຍ, ຕາແສງ ດຶກເຕິມ, ເມືອງ ເຕິນຈຸ, ແຂວງ ລອງອານ ພັດ Startup ດ້ວຍບັນດາຜະລິດຕະພັນເຄື່ອງດື່ມອັດຂວດ ທີ່ເຮັດຈາກໝາກໄມ້, ຜະລິດຕະພັນກະເສດ. ອ້າຍ ໂລກ ແບ່ງປັນວ່າ ດ້ວຍຄວາມຝັນຈະຈຳໜ່າຍໝາກໄມ້ທຸກຊະນິດຂອງຊາວຊົນນະບົດໃນບໍລິເວນທ້ອງຖິ່ນ, ອ້າຍໄດ້ຕັດສິນໃຈເປີດຮາກຖານເພື່ອຜະລິດເຄື່ອງດື່ມ. ປັດຈຸບັນ, ເຄື່ອງດື່ມ ໂດຍອ້າຍຄົ້ນຄ້ວາ ແລະ ຜະລິດໄດ້ຮັບຄວາມເຊື່ອໝັ້ນ ແລະ ຊົມໃຊ້ ຈາກປະຊາຊົນໃນເຂດ ແລະ ອ້າຍພວມມານະພະຍາຍາມເພື່ອໃຫ້ຫຼາຍຄົນຮູ້ຈັກເຖິງ. ຕາມອ້າຍໂລກແລ້ວ, ມີຊາວໜຸ່ມຫຼາຍຄົນ ພວມມີຕັດສິນໃຈ Startup ໃນທ້ອງຖິ່ນ ແລະ ເພື່ອປະສົບຜົນສຳເລັດ ຕ້ອງມີການໜູນຊ່ວຍຂອງອຳນາດການປົກຄອງ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ.

ເຖິງວ່າ ຫາກໍ່ໄດ້ຂາຍຢູ່ໃນຕະຫຼາດ ແຕ່ກໍ່ໄດ້ຮັບການສະໜັບສະໜູນຈາກພໍ່ແມ່ປະຊາຊົນຢູ່ເຂດໃກ້ຄຽງນີ້ ຂ້າພະເຈົ້າເຫັນວ່າ ແມ່ນດີພໍສົມຄວນ, ແຕ່ຕ້ອງມີການພັດທະນາຜະລິດຕະພັນນີ້ໃນວົງກ້ວາງຕື່ມອີກ. ເປົ້າໝາຍຂອງຂ້າພະເຈົ້າແມ່ນເດີນຕາມທິດ OCOP ເພື່ອໝູນໃຊ້ແຫຼ່ງວັດຖຸດິບ, ແຮງງານທ້ອງຖິ່ນ ເພື່ອໃຫ້ຕົນເອງ ຜະລິດອອກບັນດາຜະລິດຕະພັນທີ່ດີ ເພື່ອຄ້າຂາຍໃຫ້ກັບແຂວງຕ່າງໆ. ຖ້າຕະຫຼາດໄດ້ຮັບການເປີດກວ້າງ ຮາກຖານນີ້ຈະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນຫຼາຍກ່ວາອີກ.

ຜະ​ລິດ​ຕະ​ພັນ​ Startup ຢູ່​ຊົນ​ນະ​ບົດ ລອງ​ອານ ຜ່ານ​ຜ່າ​ຄວາມ​ທຸກ​ຍາກ ບືນ​ຕົວ​​ອອກ​ໄປ​ໄກ - ảnh 2ອ້າຍ ຫງວຽນຮ່ວາຍໂລກ, ຊາວໜຸ່ມເມືອງເຕິນຈຸ, ລອງອານ (ພາບ: ຫງວຽນກວາງ)

ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ລອງອານ ແລ້ວ, ປີນີ້ ທາງແຂວງຈະຮັບຮອງເອົາຜະລິດຕະພັນ OCOP ນັບແຕ່ 3 ດາວຂຶ້ນໄປຕື່ມອີກ 30 ຢ່າງ. ໃນນັ້ນ, ທາງແຂວງ ຈະເອົາໃຈໃສ່ເຖິງການໜູນຊ່ວຍບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ດີເດັ່ນຂອງຊາວໜຸ່ມ Startup. ມາຮອດປັດຈຸບັນ ຂະແໜງກະສິກຳ ໄດ້ສົມທົບກັບຂະແໜງອຸດສາຫະກຳແຂວງ ປະຕິບັດການໂຄສະນາຜະລິດຕະພັນ OCOP ໃຫ້ໄດ້ເຂົ້າໃນຕະຫຼາດການຄ້າເອເລັກໂຕນິກ. ພ້ອມທັງໜູນຊ່ວຍເຈົ້າຂອງການຜະລິດບັນດາຜະລິດຕະພັນ OCOP ກ່ຽວກັບວັດຖຸອຸປະກອນ, ເຄື່ອງຈັກ, ສ້າງລະບົບສະແກນເຄື່ອງໝາຍການຄ້າ ຜະລິດຕະພັນ ແລະ ເຮັດໃຫ້ຜະລິດຕະພັນມີເງື່ອນໄຂຄຸນນະພາບຢ່າງລະອຽດ, ປະຕິຮູບຮູບແບບ, ການຫຸ້ມຫໍ່ ເພື່ອຕອບສະໜອງມາດຖານສົ່ງອອກຕາມຂໍ້ກຳນົດ. ທ່ານນາງ ເລທິເລະ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ລອງອານ ໃຫ້ຮູ້ວ່າ ເພື່ອໃຫ້ຜະລິດຕະພັນອອກໄປຂາຍຢູ່ໄກ, ທາງແຂວງ ລອງອານ ໄດ້ສົ່ງເສີມບັນດາຮາກຖານນຳໃຊ້ຜະລິດຕະພັນຂອງກັນ, ສະໜັບສະໜູນແຕ່ລະຄວາມມານະພະຍາຍາມ, ກຳລັງໜູນ ຂອງຕົນເອງ. ທ່ານນາງ ເລທິເລະ ໃຫ້ຮູ້ວ່າ:

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ລອງອານ ໄດ້ເຊື່ອມຕໍ່ກັບບັນດາຊ່ອງທາງຈຳໜ່າຍໜູນຊ່ວຍສ້າງບັນດາສະຖານທີ່ແນະນຳ ແລະ ຂາຍຜະລິດຕະພັນ OCOP, ເຊື່ອມຕໍ່ທາງຄົມມະນາຄົມ ຜ່ານກຸ່ມ Zalo, ສົ່ງເສີມການໂຄສະນາຜະລິດຕະພັນຂອງກັນ. ພິເສດແມ່ນນຳໃຊ້ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະນີ້ ເພື່ອເປັນຂອງຂວັນມອບໃຫ້ບັນດາວິສາຫະກິດ ແລະ ທ້ອງຖິ່ນໃນແຂວງ.

ນອກຈາກຄວາມມານະພະຍາຍາມ ຢັ້ງຢືນແຕ່ລະຜະລິດຕະພັນ, ບັນດາມາດຕະການເພື່ອໜູນຊ່ວຍຂອງທ້ອງຖິ່ນ ໄດ້ ແລະ ພວມສົ່ງເສີມຂະບວນການ Startup ຂອງໄວໜຸ່ມ ແຂວງ ລອງອານ, ຊ່ວຍໃຫ້ຊາວໜຸ່ມ ມີກຳລັງໜູນຕື່ມອີກເພື່ອພັດທະນາເສດຖະກິດໃນບ້ານເກີດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ