ງານ Festival ເຫ້ວ 2012

ງານ Festival ເຫ້ວ 2012 - ảnh 1
ການສະແດງຕີກອງ
(ພາບ: Huefestival.com)
Vovworld- ງານ Festival ​ເຫ້ວປີ 2012 ​​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 7/4 ຢູ່​ນະຄອນ​ເຫ້ວ. ດ້ວຍ​ຫົວ​ເລື່ອງ​ວ່າ “ ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການພັດທະນາ -​ແຫ່ງ​ພົບ​ປະລະ​ຫວ່າງ​ບັນດາ​ນະຄອນ​ແຫ່ງ​ປະຫວັດສາດ ” ງານ Festival ຄັ້ງ​ນີ້ມີ​ການ​ເຂົ້າ​ຮ່ວມ​ຂອງ​ກ່ວາ 40 ຄະນະ​ສິລະ​ປະກອນ ​ແລະ ກຸ່ມ​ສິລະ​ປິນສາກົນ​ທີ່​ມາ​ຈາກ 28 ປະ​ເທດ​ໃນ​ໂລກ ​ແລະ ​ເກືອບ 20 ຄະ​ນະ​ສິລະ​ປະກອນ​ຢູ່​ພາຍ​ໃນ​ປະ​ເທດ​ດ້ວຍ​ການສະ​ແດງ​ລາຍການ​ສິລະ​ປະ​ນັບ​ຮ້ອຍ ​ລາຍ ການ​ທີ່​ເປັນ​ເອກະລັກ​ສະ​ເພາະ.

   ​ໃນງານ Festival ​ປີ​ນີ້​, ນອກຈາກ​ບັນດາ​ງານ​ບຸນ​ຕົ້ນ​ຕໍ່​ຄື: ລາຍການ​ສະ​ແດງ​ສິລະ​ປະ​ໃນ​ພິທີ​ໄຂ, ​ໃນ​ພິທີ​ອັດ, ຄ່ຳ​ຄືນ​ພະລາດ​ຊະ​ວັງ, ພິທີ​ໄຫວ້​ບູຊາ​ເທວະ​ດາ​ຟ້າ​ແຖນ, ງານ​ບຸນ​ສະ​ແດງ​ຊຸດ​ເສື້ອ​ຍາ​ວ ​ແລະ ອື່ນໆ, ກໍຍັງ​ຈະ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ເພື່ອ​ຕີ​ລາຄາ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການຈັດ ງານ Festival ​ເຫ້ວ-ຫວຽ​ດນາມ​ຄັ້ງ​ຕ່າງ​ໆ. ງານ Festival ​ເຫ້ວປີ 2012 ຖືກ​ຕິດ​ພັນ​ກັບ​ປີ​ທ່ອງ​ທ່ຽວ​ມໍລະດົກ​ບັນດາ​ແຂວງ​ແຄມ​ທະ​ເລ​ຕອນ​ເໜືອ​ຂອງ​ພາກ​ກາງ. ນີ້​ແມ່ນ​ເຂດ​ເຕົ້າ​ໂຮ​ມ ມໍລະດົກ​ໂລກ​ຫຼາຍ​ທີ່​ສຸດ ​ແລະ ພິ​ເສ​ດ​ແມ່ນ​ບັນດາ​ມໍລະດົກ​ລະດັບຊາດ​ທີ່​ສຳຄັນ.

    ນັບ​ແຕ່​ທ້າຍ​ເດືອນ​ມີນາ​ແລ້ວ​ນີ້, ຢູ່​ກຸ່ງ​ເກົ່າ​ເຫ້ວ, ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ຄື ລາຍການ​ເຕັ້ນ​ລວມໝູ່, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເພື່ອນ​ໜຸ່ມ​ເກືອບ 200 ຄົນ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະໜອງ​ເດືອນ​ຊາວ​ໜຸ່ມ​ຂອງ​ໄວ​ໜຸ່ມ​ນະຄ​ອນ​ເຫ້ວ, ​ແນ​ໃສ່​ສ້າງ​ສຽງ​ກ້ອງ​ກັງວານ​ໃຫ້​ແກ່ ງານ Festival ​ເຫ້ວ 2012 ກ່ອນ​ທີ່​ຈະ​ຮອດ​ພິທີ​ໄຂ. ນອກຈາກ​ນັ້ນ ກໍ​ຍັງມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ງານ​ບຸນ​ເຂດ​ຊຸມ​ຊົນ ຄື ຈັດ​ຕະຫຼາດນັດ​ບ້ານ​ນາ Cau Ngoi Thanh Toan , ​ໄປ​ຢ້ຽມ​ຊົມ​ເຂດ​ເຮືອນ​ສວນເຫ້ວ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມຂອງ​ນັກ​ທ່ອງ​ທ່ຽວ​ຢ່າງ​ຫຼວງ​ຫຼາຍ. ນາງ Sperri IsSsabelle ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຝະລັ່ງ​ໃຫ້​ຮູ້​ວ່າ :

 “ ຂ້າພະ​ເຈົ້າ​ມີ​ຄວາມ​ພໍ​ໃຈ​ທີ່​ສຸດ​ເມື​ອ່​ໄດ້​ມາ​ຢ້ຽມຢາມ ​ເຫ້ວ, ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ ໄປ​ຢ້ຽມ​ຊົມ​ເຂດ​ເຮືອນ​ສວນເຫ້ວ, ​ໄດ້​ເຫັນ​ວ່າ ເຂດ​ເຮືອນ​ສວນເຫ້ວ ​ໄດ້​ຮັບ​ການ​ອະນຸລັກຮັກສາ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ຄື​ດັ່ງ​ໄດ້​ກັບ​ຄືນ​ສູ່​ອະດີດຕະການ​ຂອງ​ພວກ​ເຮົາ, ຂອງ​ພວກ​ເພື່ອນ​ຫວຽດນາມ​ທີ່​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ ”

    ດ້ວຍ​ຄວາມ​ຫວັງ​ຢາກນຳ​ສິ່ງ​ທີ່​ຍອດ​ຍິ່ງ​ດ້ານ​ສິລະ​ປະ​ເຂົ້າ​ໃນ​ຊີວິດ​ຂອງ​ ປະຊາ ຊົນ, ​ແນ​ໃສ່​ໂຄສະນາ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ທາງ​ດ້ານ​ຈິດຕະກຳ​ຂອງ ​ເຫ້ວ, ຈຸ​ນັກ​ຈິດຕະກອນ Nguyen Duy Hien, Tran Huu Nhat ​ແລະ Nguyen Hoang Viet ​ໄດ້​ປະຕິບັດ​ແຜນ​ແມ່​ບົດ “ ຖະໜົນ​ພາບ​ແຕ້ມ Festival 2012 ” ດ້ວຍ​ຫົວ​ເລື່ອງ “ ​ເຊີດ​ຊູ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ເວົ້າລວມ ​ແລະ ສີສັນ​ວັດທະນະທຳ​ກຸງ​ເກົ່າ ​ເຫ້ວ​ເວົ້າ​ສະ​ເພາະ ” .  ມີພາບແຕ້ມ ຖືກແຕ້ມໃສ່ເຈັ້ຍ ແລະ ຜ້າແພລວມທັງໝົດ 2012 ແຜ່ນ ຖືກນຳມາວາງສະແດງເພື່ອຮັບໃຊ້ ງານ Festival ເຫ້ວ 2012. ຈິດຕະກອນ Nguyen Duy Hien ​ເປີດ​ເຜີຍ​ວ່າ :

   “ ຂ້າພະ​ເຈົ້າ​ຄິດ​ວ່າ ​ຕົນ​ເອງ​ແມ່ນ​ນັກ​ຈິດຕະກອນ, ​ແມ່ນ​ລູກ​ຮັກ​ຂອງ ​ເຫ້ວ, ດັ່ງ​ນັ້ນ​ກໍ​ມີ​ຄວາມ​ຫວັງ​ຢາກ​ປະກອບສ່ວນ​ນ້ອຍໜຶ່ງ​ ໃຫ້​ແກ່ຖະໜົມ ​ພາບ​ແຕ້ມ Festival . ຂ້າພະ​ເຈົ້າ​ຢາກ​ແນະນຳ​​ໃຫ້​ມ່ວນ​ຊົນ​ກ່ຽວ​ກັບທຸກ​ສິ່ງ​ທີ່​ກ່ຽວຂ້ອງ​ເຖິງ​ພື້ນຖານ​ສິລະ​ປະ  ”

    ສ່ວນ​ທ່ານ Ngo Hoa ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ສະພາບ​ແວດ​ລ້ອມ​ດ້ານ​ການທ່ອງທ່ຽວ​ຂອງ​ນະຄອນ, ພວກ​ຂ້າພະ​ເຈົ້າ​ໄດ້​ໃຫ້ການ​ຊີ້​ນຳ​ບັນດາ​ການ​ນຳ​ວິ​ສາ​ຫະກິດ, ​ໂຮງ​ແຮມ, ​ເຮືອນ​ພັກ ຕ້ອງ​ຕິດ​ປະກາດ​ລາ​ຄ່າ​ບໍລິການ ​ແລະ​ຕ້ອງ​ເປັນ​ເອກະ​ພາບ​ກັນ​. ພວກ​ຂ້າພະເຈົ້າຍັງ​ແນະນຳ​ໃຫ້​ພວກ​ພວກ​ແມ່​ຄ້າ​ຊາວ​ຂາຍ​ຢູ່​ຕະຫຼາດ​ຕ່າງໆ​ຕ້ອງມີ​ມາລະຍາດ​ທີ່​ດີ​ຕໍ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ເມື່ອມາ​ຢ້ຽມຢາມ ​ແລະ ຊື້​ເຄື່ອງ​ຂອງ  ”.

ຕອບກັບ

ຂ່າວ/ບົດ​ອື່ນ