(vovworld)- ເມື່ອເຂົ້າຮ່ວມຂົງເຂດຈິດຕະກຳ, ຈິດຕະກອນ ຫງວຽນງອກເຢີນ ເຄີຍແຕ້ມ ຫົວເລື່ອງ ທິວທັດທຳມະຊາດ, ຮູບຄົນ. ໂດຍແມ່ນຜູ້ທີ່ມີຫົວຄິດປະດິດສ້າງ, ຫງວຽນງອກເຢີນ ໄດ້ແຕ້ມບັນດາຫົວເລື່ອງເບິ່ງຄືວ່າແມ່ນທຳມະດາສາມັນແຕ່ພັດເປັນເອກະລັກສະເພາະທີ່ສຸດ. ສາຍໄຟຟ້າຢູ່ຕາມຖະຫນົນສາຍຕ່າງໆເຖິງວ່າບໍ່ເປັນລະບຽບສັບສົນທີ່ສຸດ ແຕ່ເມື່ອຖືກນຳເອົາໃນພາບແຕ້ມຂອງຈິດຕະກອນ ຫງວຽນງອກເຢີນ ມັນພັດມີຊີວິດຊີວາທີ່ສຸດ.
ຈິດຕະກອນ ຫງວຽນງອກເຢີນ ເກີດປີ 1972 ຢູ່ ນະຄອນ ຫາຍຟ່ອງ ແລະ ເປັນຜູ້ມັກແຕ້ມຮູບເມື່ອຄາວຍັງນ້ອຍ. ປີ 1996, ຫງວຽນງອກເຢີນ ຮຽນຈົບມະຫາວິທະຍາໄລວິຈິດສິນ ຮ່າໂນ້ຍ. ອາດຈະເວົ້າໄດ້ວ່າ “ສາຍໄຟຟ້າ” ແມ່ນການຄົ້ນພົບໃຫມ່ຂອງອ້າຍ ໃນວິວັດແຫ່ງການເຊື່ອມໂຍງລະຫວ່າງສິລະປະພື້ນເມືອງ ແລະ ທັນສະໄຫມ. ໂດຍເລີ່ມມາຈາກ ການສັງເກດຢູ່ຕາມຖະຫນົນສາຍຕ່າງຢູ່ ຮ່າໂນ້ຍກໍຄືຢູ່ ທາງສາມແຍກສີ່ແຍກຫລາຍຄັ້ງ ຫງວຽນງອກເຢີນ ກໍເລີ່ມຄິດເຖິງເລື່ອງນຳເອົາສາຍໄຟຟ້າເຂົ້າໃນພາບແຕ້ມຂອງຕົນ ແລະ ລາວໄດ້ທຳການແຕ້ມຮູບກ່ຽວກັບລະບົບໄຟຟ້າຢູ່ ຮ່າໂນ້ຍ.
ຈິດຕະກອນ ຫງວຽນງອກເຢີນ
ພາບ:thethaovanhoa
|
ໃນເວລາກວ່າ 10 ປີ ທີ່ເມົາມົວກັບການແຕ້ມຫົວເລື່ອງກ່ຽວກັບສາຍໄຟຟ້າຢູ່ ຖະຫນົນສາຍຕ່າງໆຢູ່ຮ່າໂນ້ຍ, ຫງວຽນງອກເຢີນ ໄດ້ສ້າງຊື່ສຽງໃຫ້ແກ່ຕົນເອງຜ່ານການເປີດ ການວາງສະແດງພາບແຕ້ມສອງຄັ້ງດ້ວຍຫົວຂໍ້: “ຖະຫນົນ” ເມື່ອປີ 2012 ແລະ “ ຮ່ອມທາງ” ປີ 2013. ແລະ ປີ 2015 ຈິດຕະກອນ ຫງວຽນງອກເຢີນ ສືບຕໍ່ເປີດການວາງສະແດງພາບແຕ້ມກ່ຽວກັບຫົວເລື່ອງດັ່ງກ່າວ ດ້ວຍຮູບພາບ 7 ແຜ່ນ ທີ່ແຕ້ມກ່ຽວກັບສາຍໄຟຟ້າຢູ່ ຮ່າໂນ້ຍ ດ້ວຍແນວຄວາມຄິດທີ່ຕ່າງກັບຄັ້ງກ່ອນ ແລະ ວິທີສະແດງໃນຄັ້ງນີ້ກໍງາມກວ່າ. ຈິດຕະກອນ ຫງວຽນງອກເຢີນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ສັງເກດຊີວິດປະຈຳວັນຂອງຊາວຮ່າໂນ້ຍ ກໍຄືການປ່ຽນແປງຂອງລະບົບສາຍໄຟຟ້າຢູ່ ຮ່າໂນ້ຍ. ປະຈຸບັນ ລະບົບສາຍໄຟຟ້າຫລາຍແຫ່ງຢູ່ຮ່າໂນ້ຍ ຖືກຕິດຕັ້ງຢູ່ໃຕ້ດິນເພື່ອສ້າງຄວາມງາມໃຫ້ນະຄອນ. ຈາກການປ່ຽນແປງນັ້ນ ພ້ອມກັບຄວາມຮູ້ສຶກຂອງຕົນ, ຂ້າພະເຈົ້າຄິດວ່າ ມີຫລາຍວຽກຕ້ອງເຮັດ. ເພື່ອປະຕິບັດໃຫ້ໄດ້ ຂ້າພະເຈົ້າຕ້ອງຈົດກາຍໄວ້ ດ້ວຍຫລາຍຮູບການທີ່ແຕກຕ່າງກັນຄື: ແຕ້ມດ້ວຍສໍດຳ,. ຫລັງຈາກນັ້ນຫັນມາແຕ້ມພາບສີຂັດມັນ.”
ແຂກທ່ອງທ່ຽວຊົມຮູບແຕ້ມກ່ຽວກັບລະບົບສາຍໄຟຟ້າ
ພາບ:internet
|
ຫງວຽນງອກເຢີນ ແບ່ງປັນວ່າ ເຖິງວ່າໄດ້ໄປຫລາຍປະເທດແລ້ວ ແຕ່ບໍ່ມີແຫ່ງໃດ ຫົວເລື່ອງກ່ຽວກັບສາຍໄຟຟ້າພັດອຸດົມສົມບູນຄືຢູ່ ຫວຽດນາມ. ຈິດຕະກອນ ເຈີນວັນຈູ່, ຄູສອນຂອງ ຫງວຽນງອກເຢີນ ມີຄວາມເອກອ້າງທະນົງໃຈເມື່ອເວົ້າເຖິງຫົວຄິດປະດິດສ້າງຂອງລູກສິດຂອງຕົນ.
“ຫງວຽນງອກເຢີນ ແມ່ນ ຈິດຕະກອນຫນຸ່ມ, ທີ່ມີຄວາມຮັບຜິດຊອບຕໍ່ວຽກງານ ແລະ ມີຄວາມປະດິດສ້າງໃນການຊອກຫາຫົວເລື່ອງ. ຢູ່ ຫວຽດນາມ ບໍ່ມີຈິດຕະກອນແຕ້ມຮູບກ່ຽວກັບສາຍໄຟຟ້າ ແຕ່ຫງວຽນງອກເຢີນ ໄດ້ກ້າເຮັດ ແລະ ສຸດຈິດສຸດໃຈຕໍ່ຜະລິດຕະພັນຂອງຕົນ.”
ພາບແຕ້ມກ່ຽວກັບສາຍໄຟຟ້າໃນຖະຫນົນສາຍຕ່າງໆຢູ່ຮ່າໂນ້ຍ ໂດຍຫງວຽນງອກເຢີນ ແຕ້ມ ແມ່ນແຕກຕ່າງກັບບັນດາຫົວເລື່ອງອື່ນກ່ອນນີ້. ເມື່ອແຕ້ມຮູບສາຍໄຟຟ້າ, ຫງວຽນງອກເຢີນບໍ່ສົນໃຈປານໃດເຖິງການທາສີ ຫລືເນື້ອໃນ. ພາບແຕ້ມຂອງ ອ້າຍ ເຢີນ ບໍ່ເຄີຍໃຊ້ຫລາຍສີ ແຕ່ຈັບອົກຈັບໃຈທີ່ສຸດ. ດ້ວຍການປ່ຽນແປງຈາກຄວາມຊີນເຄີຍຕະຫລອດຮອດທ່າອ່ຽງປະດິດສ້າງ, ຫງວຽນງອກເຢີນ ຍາມໃດກໍນຳເອົາສິ່ງທີ່ແປກປະຫລາດມາໃຫ້ຜູ້ຊົມ.