ຊຸມວັນວັດທະນະທຳລັດເຊຍຢູ່ຫວຽດນາມ - ການແລກປ່ຽນວັດທະນະທຳເພື່ອເຂົ້າໃຈກັນກ່ວາ

ຊຸມວັນວັດທະນະທຳລັດເຊຍຢູ່ຫວຽດນາມ - ການແລກປ່ຽນວັດທະນະທຳເພື່ອເຂົ້າໃຈກັນກ່ວາ - ảnh 1
(ພາບປະກອບ)

  ວຽກງານກະກຽມໃຫ້ “ ຊຸມວັນວັດທະນະທຳລັດເຊຍຢູ່ຫວຽດນາມ” ປີ 2013 ຊຶ່ງຈະຖືກຈັດຂຶ້ນແຕ່ວັນທີ 11 ຫາ 17/11, ພວມຢູ່ໃນຂັ້ນຕອນສຸດທ້າຍ. ເຫດການ“ຊຸມວັນວັດທະນະທຳລັດເຊຍຢູ່ຫວຽດນາມ” ແມ່ນການເຄື່ອນໄຫວໃນ ຂອບ​ເຂດ “ ​ໂຄງການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ ​ໄລຍະ 2013-2015” ​ໂດຍກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ສົມທົບ​ກັບກະຊວງ​ວັດທະນະທຳລັດ​ເຊຍ ຈັດ​ຂຶ້ນ. ຜ່ານ​ການຈັດ​ຕັ້ງ​ເຫດການ​ເປັນ​ເວລາ 1 ອາທິດ, ມວນ​ຊົນ​ຫວຽດນາມ​​ມີ​ໂອກາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ​ລັດ​ເຊຍ, ພ້ອມ​ທັງ​​ເຮັດ​ໃຫ້​ເພີ່ມ​ຊາວ​ຫວຽດນາມຄວາມ​ຮັກປະ​ເທດ​ລັດ​ເຊຍ​ອີກ​ດ້ວຍ.

ທ່ານ ຫງວຽນ​ຈີ້​ຢຸງ ຫົວໜ້າ ວົງດົນຕີ​ປະສານ​ສຽງ​​ຫວຽດນາມ ​ໃຫ້​ຮູ້​ວ່າ :   “ ຕາມ​ການ​ຊີ້​ນຳ​ຂອງ ຫົວໜ້າ ວົງດົນຕີ​, ພວກ​ຂ້າພະ​ເຈົ້າ​ເລີ່​ມ​ຝຶກ​ແອບ​ໃນ​ຕອນ​ບ່າຍ​ວັນ​ທີ 10 ​ແລະ ທັງວັນທີ 11, ຮອດ​ເຊົ້າ​ວັນ​ທີ 12 ​ແມ່ນ​ສະຫຼຸບ​ການ​ຟຶກ​ແອບ​ທັງ​ໝົດ. ​ໄລຍະ​ເວລາ​​ຝຶກ​ແອບ​ແມ່ນ​ບໍ່​ເທົ່າ​ໃດ, ຫຍຸ້ງຍາກ​ທີ່​ສຸດ, ​ແຕ່​ນັກ​ສິລະ​ປີນ, ນັກ​ເສບ​​ເຄື່ອງດົນຕີ​ທັງ​ໝົດ ຕ່າງ​ກໍ​ພາກພູມ​ໃຈ​ເພາະວ່າ​ນີ້​ແມ່ນ​ລາຍການ​ມ່ວນ​ທີ່​ສຸດ. ມີນັກ​ສິລະ​ປີນ, ນັກ​ເສບ​​ເຄື່ອງດົນຕີ​​ເກືອ​ບ 80​ ຄົນ​ເຂົ້າ​ຮ່ວມ​ໃນ​ເຫດການ​ນີ້, ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້ ວົງດົນຕີ​ປະສານ​ສຽງ, ບັນດາ ນັກ​ສິລະ​ປີນ, ນັກ​ເສບ​​ເຄື່ອງດົນຕີ​ພວກ​ຂ້າພະ​ເຈົ້າ​ໄດ້​ແບ່ງປັນ ​ແລະ ຖອດ​ຖອນ​ບົດຮຽນ, ພິ​ເສດ​ແມ່ນ​ໄດ້​ແລກປ່ຽນ​ກັບ ຫົວໜ້າ ວົງດົນຕີ​ປະສານ​ສຽງ​​ ​ແລະ ນັກ​ສິລະ​ປີນ , ນັກ​ເສບ​​ເຄື່ອງດົນຕີ​ອັນ​ດັບໜຶ່ງ​ຂອງ​ລັດ​ເຊຍ ”

   ບັນດານັກ​ສິລະ​ປີນ, ນັກ​ເສບ​​ເຄື່ອງດົນຕີ​​ໃນວົງດົນຕີ​ປະສານ​ສຽງ ​ໃຜໆ​ກໍ​ດີ​ໃຈ​ເມື່ອ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ເຫດການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ທີ່​ສຳຄັນ​ຂອງ 2 ປະ​ເທດ. ບັນຍາກາດ​​ຝຶກ​ແອບດົນຕີ​ຖືກ​ປະຕິບັດ​ເປັນ​ປະຈຳ​​ໃນ​ຫ້ອງ​ປະສານ​ສຽງ​ດົນຕີ​ຂອງ ວົງດົນຕີ​ປະສານ​ສຽງ​ແຫ່ງ​ຊາດ​ຫວຽດນາມ. ນັກ​ເສບ​​ ວີ​ໂອ​ລົງ ​ເຈືອງ​ກວກ​ມິນ ​ໃຫ້​ຮູ້​ວ່າ :

   “ ​ໄລຍະ​ເວລາ​ຝຶກ​ແອບຖືກ​ຈຳ​ກັດ, ດັ່ງນັ້ນ​ທຸກ​ຄົນ​ໃນວົງດົນຕີ​ກໍ​ຝຶກ​ແອບຢູ່​ເຮືອນ​ຂອງ​ຕົນ​ຕື່ມ​ອີກ. ພວກ​ຂ້າພະ​ເຈົ້າຢາກ​ແນະນຳ​​ໃຫ້​ຜູ້​ຟັງ​ກ່ຽວ​ກັບ​ບັນດາ​ບົດ​ດົນຕີ​ທີ່​ມີ​ຊື່​ສຽງ​ໃນ​ໂອກາດ​ນີ້ ”

      ​ເຫດການ“ຊຸມວັນວັດທະນະທຳລັດເຊຍຢູ່ຫວຽດນາມ” ຈະຖືກຈັດຂຶ້ນຢູ່ ຮ່າໂນ້ຍ, ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງ​ບິງ​ເຢືອງ. ພາຍຫຼັງ​ພິທີ​ໄຂ ​ແລະ ລາຍ​ສະ​ແດງ​ສິລະ​ປະ​ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ບັນດານັກ​ສິລະ​ປີນ, ນັກ​ເສບ​​ເຄື່ອງດົນຕີ​ຂອລລັດ​ເຊຍ ​ແລະ ຫວຽດນາມ​ຈະ​ມີ​ບັນດາ​ລາຍການ​ສະ​ແດງ​ຢູ່​ໂຮງ​ລະຄອນ​ນະຄອນ​ໂຮ່ຈີ​ມິນ​ໃນ​ວັນ​ທີ 15/11 ​ແລະ ຢູ່​ສູນວັດທະນະທຳ​ແຂວງ​ບິງ​ເຢືອງ​ໃນ​ວັນ​ທີ 16/11.  ​ເປີກ​ສາກ​ໃຫ້ການ​ເຄື່ອນ​ໄຫວ “ຊຸມ​ວັນ​ວັດທະນາ​ທຳ​ລັດ​ເຊຍ ​ຢູ່​ຫວຽດນາມ ປີ 2013”, ​ແມ່ນ​ເຫດການ​ “ສັບປະດາ​ຟິມຮູບ​ເງົາ​ລັດ​ເຊຍ​ຢູ່​ຫວຽດນາມ“ ​ໄດ້​ຖືກ​ໄຂ​ຂຶ້ນ​ໃນຕອນ​ຄ່ຳ​ວັນ​ທີ 7/11 ຢູ່​ຮ່າ​ໂນ້ຍ. ບັນດາຟິມຮູບເງົາຂອງລັດເຊຍໄດ້ນຳມາສາຍໃນໂອກາດນີ້ມີເນື້ອໃນອຸດົມສົມບຸນ, ຫຼາຍຮູບຫຼາຍສີ, ​ແມ່ນໂອກາດ​​​ເພື່ອໃຫ້ຜູ້ຊົມຫວຽດນາມເຂົ້າໃຈກ່ຽວກັບຊີວິດຂອງ ປຊຊ ລັດເຊຍ ອ້າຍນ້ອງຫຼາຍກ່ວາອີກ. ພ້ອມທັງປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບຮ່ວມມືທີ່ເປັນມູນເຊື້ອລະຫວ່າງ​ຫວຽດນາມແລະ ສະຫະພັນລັດເຊຍ. ນັກສະ​ແດງຮູບ​ເງົາ​ທີ່​ມີ​ຂື່​ສຽງ​ຂອງ​ລັດ​ເຊຍ Egor Beroev ​ເປີດ​ເຜີຍ​ວ່າ​ :

   “ ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ນຳ​ເອົາບັນດາຟິມຮູບເງົາ​ທີ່​ມ່ວນ​ທີ່​ສຸດຂອງລັດເຊຍມາສາຍ ດ້ວຍ​ຄວາມ​ຫວັງ​ຢາກ​ໃຫ້​ບັນດາ​ເພື່ອນ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ເຫດການ ຊຸມວັນຮູບ​ເງົາລັດເຊຍຢູ່ຫວຽດນາມຄັ້ງ​ນີ້. ຂ້າພະ​ເຈົ້າ​ຈະ​ຈົດຈ​ຳການ​ຕ້ອນຮັບ​ຢ່າງ​ສະໜິດສະໜົມ​ຂອງ​ພວກ​ເພື່ອນ​ຕະຫຼອດ ” .

ຕອບກັບ

ຂ່າວ/ບົດ​ອື່ນ