ຊາວເຜົ່າມົ້ງຢູ່ແມວຫວາກ ຈັດງານບຸນລະດູບານໃໝ່ກ່ອນໝູ່

ຊາວເຜົ່າມົ້ງຢູ່ແມວຫວາກ ຈັດງານບຸນລະດູບານໃໝ່ກ່ອນໝູ່ - ảnh 1
ປະ​ເພນີຕົບ​ກົ້ນກັນຂອງຊາວ​​ເຜົ່າ​ມົ້ງ​ໄດ້​ຮັບ​ການ​ຟື້ນ​ຟູ

    ໃນ​ຊຸມ​ມື້​ນີ້, ຊາວ​​ເຜົ່າ​ມົ້ງຢູ່​ບັນດາ​ແຂວງ​ເຂດ​ພູດ​ອຍທາງ​ທິດ​ເໜືອ, ພວມ​​ເບີກບານ​ມ່ວນ​ຊື່ນ​ຕ້ອນຮັບ​ບຸນປີ​ໃໝ່ປະຈຳ​ຊາດ (ໝາຍ​ເຖິງ​ບຸນ​ເຕັດ) ປີ​ມະ​ເມຍ 2014. ພາຍຫຼັງ​ພິທີ​ບູຊາ​ທີ່​ຖືກ​ຈັດ​ຂຶ້ນ​​ໃນ​ແຕ່​ລະ​ຄອບຄົວ, ​ແຕ່​ຮຸ່ງ​ເຊົ້າ​ວັນ​ທີ 1/1/2014, ຢູ່​ຕາມ​ຫົນທາງ​ສາຍ​ຕ່າງໆ​ທີ່​ພາ​ໄປ​ເຖິງ​ໃຈກາງ​ບັນດາຕາ​ແສງ ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ສີສັນ​ຫຼາກ​ຫຼາຍ​ຂອງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ທີ່​ສວຍ​ງາມ. ​ໃຕ້​ແສງ​ແດດ​ຍາມ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ, ພວກ​ບາ​ວສາວຊາວ​​ເຜົ່າ​ມົ້ງໄດ້​ຊັກ​ຊວນ​ກັນ​ໄປ​ຫຼິ້ນ​ບຸນ​ຢູ່​ເຂດ​ຕ່າງໆ.

    ຂະ​ບວນຄົນ​ພາກັນ​ຫຼັ່ງ​ໄຫຼ​ມາ​ຮອດ​ໃຈກາງ​ຕາ​ແສງ ​ເຄົ້າ​ວາຍ, ກ້ານ​ຈູ​ຟິ່ນ, ລຸ້ງປູ ​ເມືອງ​ແມວ​ຫວາ​ກ ຄ່ອຍໆ​ຫລາຍຂຶ້ນ, ​ໃນ​ນັ້ນ​ມີ​ເພື່ອນ​ໜຸ່ມ​ຫຼາຍ​ຄົນ​ໄດ້​ມາ​ຈາກ​ເມືອງ​ດົງ​ວັນ​ຢູ່​ຄຽງ​ຂ້າງ. ​ເຂົາ​ເຈົ້າຕ່າງກໍ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ທີ່​ສວຍ​ງາມ ​ແລະ ພ້ອມ​ກັນ​​ເຂົ້າຮ່ວມ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຄື : ​ໂຍນ​ໝາກ​ຄອນ, ດຶງ​ເຊືອກ, ຂັບ​ກ້ຽວ, ຟ້ອນ​ແຄນ.... ທ່ານ​ດົກ​ວຽດ​ແທ່ງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ລຸ້ງປູ ​ເມືອງ ​ແມວ​ຫວາ​ກ ​ໃຫ້​ຮູ້​ວ່າ :

    “ ການຈັດ​ຕັ້ງ​ບຸນ​ເຕັດຂອງຊາວ​​ເຜົ່າ​ມົ້ງ​ໃນ​ບໍລິ​ເວນ​ຕາ​ແສງ ລຸ້ງປູ ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ແຂວງ​ກໍ​ຄື​ຂອງ​ເມືອງ. ພວກ​ຂ້າພະ​ເຈົ້າພະຍາຍາມ​ຮັບປະກັນ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ຕາ​ແສງ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ”

        ​ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບ​ທຸກໆ​ປີ, ງານ​ບຸນ​ລະດູບານ​ໃໝ່​ປີ​ນີ້ ​ເບິ່ງ​ຄື​ວ່າ​ມີ​ຄວາມ​ມ່ວນ​ຊື່ນ​ກ່ວາ​ທຸກໆ​ປີ ຂະນະ​ທີ່​ເປັນ​ຄັ້ງ​ທຳ​ອິດ ປະ​ເພນີຕົບ​ກົ້ນກັນ ຂອງຊາວ​​ເຜົ່າ​ມົ້ງ​ໄດ້​ຮັບ​ການ​ຟື້ນ​ຟູ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸ​ທີ່​ພົ້ນ​ເດັ່ນ, ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ບຸນ. ສຳລັບຊາວ​​ເຜົ່າ​ມົ້ງ​ແລ້ວ, ບໍ່​ພຽງ​ແຕ່​ແມ່ນ​ການ​ລະ​ຫຼິ້ນ​ໃນ​ຊຸມ​ມື້​ຕົ້ນ​ລະດູບານ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຈຸດ​ວັດທະນະທຳ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ບັນດາ​ເຜົ່າອີກ​ດ້ວຍ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄູ່​ບາ​ວສາວ​ໄດ້​ພົບ​ກັນ ​ແລະ ຕັກ​ສິນ​ຈະ​​ກາຍເປັນ​ຄູ່​ສົມລົດ​​ໄດ້ຫຼື​ບໍ່ ?

   ນາງ ຢາງ​ທິຢື ຢູ່​ບ້ານ​ຕາ​ລຸ່ງອາ, ຕາ​ແສງຕາ​ລຸ່ງ ​ເມືອງ​ແມວ​ຫວກ​ໃຫ້​ຮູ້​ວ່າ:

     “ປະ​ເພນີຕົບ​ກົ້ນກັນ, ຂ້າພະ​ເຈົ້າ​ໄດ້​ຍິນ​ພໍ່​ແມ່​ເວົ້າ​ໃຫ້​ຟັງ​​ແລ້ວ, ​ແລະ ປະຈຸ​ບັນ​ໄດ້​ຮັບ​ການ​ຟື້ນ​ຟູ, ດັ່ງ​ນັ້ນ ຂ້າພະ​ເຈົ້າດີ​ໃຈ​ຫຼາຍ. ຂ້າພະ​ເຈົ້າ​ຫວັງ​ວ່າ ປະ​ເພນີນີ້​ຈະ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ເພື່ອ​ໃຫ້​ພວກ​ບາ​ວສາວ​​ມີ​ໂອ​ກາດ​ເຈິກັນ, ​ເປັນ​ຕົ້ນ​ແມ່ນ​ໃນ​ຍາມ​ລະດູບານ​ໃໝ່ ”

   ການ​ຟື້ນ​ຟູ ຈຸດ​ວັດທະນະທຳ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາວ​​ເຜົ່າ​ມົ້ງ ບໍ່​ພຽງ​ແຕ່​ເພື່ອ​ອະນຸລັກ​ຮັກສາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ໂຄສະນາ​ແນະນຳ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ທ້ອງ​ຖິ່ນ​​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ຫງວຽນ​ຈີ້​ເທືອ່ງ ຮອງ​ເລຂາ​ພັກ​​ເມືອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ແມວ​ຫວາ​ກ ​ໃຫ້​ຮູ້​ວ່າ :

    “ ປີ​ນີ້​ທາງ​ເມືອງ​ໄດ້​ຊີ້​ນຳ​ຂະ​ແໜງ​ວິຊາ​ຊີບ​ຂຶ້ນ​ແຜນການ ​ແລະ ​ເຊື້ອ​ເຊີນ​ບັນດາ​ນັກວິຊາການ​ຢູ່​ພະ​ແນ​ກວັດ​ດທະນະ​ທຳ​ລົງ​ມາ​ຊ່ວຍ​ຟື້ນ​ຟູ ປະ​ເພນ​ີຕົບ​ກົ້ນກັນ ຊຶ່ງ​ແມ່ນຄວາມ​ງາມ​ດ້ານ ວັດທະນະທຳ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາວ​​ເຜົ່າ​ມົ້ງ. ປີນີ້ທາງ​ເມືອງ​ຕົກລົງ​ຈັດ​ຕັ້ງ ​ແລະ ​ໄລຍະ​ຕໍ່​ໄປ​ຈະ​ໂຄສະນາ​ຂົນຂວາຍ​ປະຊາຊົນ​ຟື້ນ​ຟູ ປະ​ເພນ​ີຕົບ​ກົ້ນຊຶ່ງ​ແມ່ນ​ສີສັນ​ວັດທະນະທຳ​ຂອງ ຊາວ​​ເຜົ່າ​ມົ້ງ” .

  

ຕອບກັບ

ຂ່າວ/ບົດ​ອື່ນ