ຕົ້ນລະດູບານໃຫມ່ໄປຢ້ຽມຢາມເຂດດິນແດນແຫ່ງຂັບກວານຫໍ້, ເຂົ້າຮ່ວມ ງານບຸນລີມ

(vovworld) - ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ, ອຶກ​ກະທຶກຄຶກ​ໂຄມ ​ແລະ​​ເຕັມ​ໄປ​ດ້ວຍ​ສີສັນ​ຂອງງານ​ບຸນປະ​ເພນີ ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ​ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ລີ​ມປີ 2013 ຊື່​ງດຳ​ເນີນ​ໄປ​ຢູ່​ເທດສະບານ ລີ​ມ ​ເມືອງ ຕຽນ​ຢູ ​ແຂວງ ບັກ​ນີງ.

        ງານ​ບຸນ​ລີ​ມ ​ແມ່ນງານ​ບຸນ​ຂອງ​ທຳນອງ​ຂັບ​ກວານ​ຫໍ້​ພື້ນ​ເມືອງ ​ແມ່ນ​ງານ​ບຸນ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​​ເຂດ​ດິນ​ແດນ​ແຫ່ງ​ຂັບ​ກວານ​ຫໍ້. ມື້​​ແທ້​ຂອງ​ງານ​ບຸນ​ແມ່ນ​ວັນ​ທີ 13 ​ເດືອນ​ຈຽງ ​ແລະ ກ່ອນ​ນັ້ນ​ສອງ​ສາມ​ມື້ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ໄດ້​ພາກັນ​ກັບ​ຄືນ​ເຂດ​ດິນ​ແດນ​​ແຫ່ງນີ້​​ເປັນ​ຈຳນວນ​ຫລວງຫລາຍແລ້ວ.

        ​ໃນ​ມື້​ຈັດ​ງານ​ບຸນ ​ເປີດ​ສາກ​ແມ່ນ​ການ​ແຫ່ ວໍ ​ໄປ ​​ສຸສານ ຮ່ົງ​ເວີນ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນນາຍ​ພົນຫງວຽນ​ດີ່ງ​ຢຽນ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະຊາຊົນ, ຕໍ່ປ​ະ​ເທດ​ຊາດ ດ້ວຍ​ການ​ຮັກສາ, ພັດທະນາ​ງານ​ບຸນ​ລີ​ມ ​ເສີມ​ຂະຫຍາຍ​ຮີດຄອງ​ປະ​ເພນີ, ມູນ​ເຊື້ອ​ວັດທະນະທຳ​ຂອງ​ບ້ານ​ເກີດ​ເມືອງ​ນອນ.

ຕົ້ນລະດູບານໃຫມ່ໄປຢ້ຽມຢາມເຂດດິນແດນແຫ່ງຂັບກວານຫໍ້, ເຂົ້າຮ່ວມ ງານບຸນລີມ - ảnh 1
ລາຍການຂັບກວານຫໍ້ຢູ່ງານບຸນລີມ
ພາບ:vietgiaitri.com

        ນອກຈາກ​ການ​ແຫ່ວໍແລ້ວ, ​ໃນ​ງານ​ບຸນ​ລີ​ມ ຍັງ​ມີ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຕ່າງໆ​​ທີ່ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຂດ​ດິນ​ແດນ​​ແຫ່ງ​ສຽງ​ຂັບ​ກວານ​ຫໍ້​ໄດ້​ດຶງ​ດູດ​​ແຂກ​ຄົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ. ຫງວຽນ​ທິຮົ່ງ ດຳລົງ​ຊີວິດ​ຢູ່​ແຫລມ​ກາ​ເມົາ ຕອນ​ໃຕ້​ສຸດ​ຂອງ​ພາກ​ໃຕ້ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ລີ​ມປີ​ນີ້ ​​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຮູ້​ສຶກປະ​ທັບ​ໃຈ​ຫລາຍ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ພາກ​ເຫນືອ ​ແລະ ​ເຂົ້າ​ຮ່ວມ​ງານ​ບຸນ​ລີ​ມ. ຢູ່​ທີ່​ນີ້ ມີ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ບາງ​​ເລື່ອງຊຶ່ງຂ້າພະ​ເຈົ້າ​ບໍ​ທັນ​ຮູ້​ເຖິງ​ຈັກ​ເທື່ອ  ​ແລະ ຢູ່​ພາກ​ໃຕ້​ກໍ່​ບໍ່​ມີ. ມາ​ຢ້ຽມຢາ​ມພາກ​ເຫນືອ ຂ້າພະ​ເຈົ້າ​ມີ​ໂອກາດ​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຂອງ​ຊາດ ຫວຽດນາມ ຕື່ມ​ອີກຫລາຍ​ຢ່າງ.”

        ​ເຂົ້າ​ຮ່ວມ​ງານ​ບຸນ​ລີ​ມ,​ສິ່ງ​ທີ່​​ແຂກ​ຄົນ​ມັກ​ທີ່​ສຸດ ​ແມ່ນ​ການ​ຂັບ​ກວານ​ຫໍ້, ຊື່​ງ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຂດ​ດິນ​ແດນ​ພາກ​ເຫນືອ​ຫວຽດນາມ. ບໍ່​ວ່າຢູ່​ບ່ອນ​ໃດ​ໃນ​ງານ​ບຸນ ​ແຂກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຟັງສຽງ​ຂັບ​ກວານ​ຫໍ້, ນັ້ນ​ກໍ​ແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ລະດູບານ​ໃຫມ່​ຢູ່ ​ເຂດ​ດິນ​ແດນ​ແຫ່ງ​ນີ້. ທ່ານ ຫງວຽນ​ມີນ​ແທ່ນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ຫາຍ​ເຢືອງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ​ແຫ່ງ​ນີ້​ແຕ່​ເຊົ້າໆ ​ແລະ ​ເຫັນ​ວ່າ​ບັນຍາກ​າດຢູ່​ທີ່​ນີ້​ມ່ວນ​ຫລາຍ, ​ແຂກ​ຄົນ​​ພ້ອມ​ກັບ​ປະຊາຊົນ​ຂັບ​ທຳນອງ​ກວານ​ຫໍ້ຕ່າງໆ ​ຍິ່ງ​ເຮັດ​ໃຫ້​ງານ​ບຸນ​ຟົດ​ຟື້ນ​ຂຶ້ນ​ຕ່ືມ.”

ຕົ້ນລະດູບານໃຫມ່ໄປຢ້ຽມຢາມເຂດດິນແດນແຫ່ງຂັບກວານຫໍ້, ເຂົ້າຮ່ວມ ງານບຸນລີມ - ảnh 2
ງານບຸນລີມ
ພາບ:internet

        ທ່ານ ຮ່າ​ຊີ້​ຕຽບ, ​ເລຂາ​ຄະນະ​ພັກ​, ປະທານ​ສະພາ​ປະຊາຊົນ​ເມືອງ ຕຽນ​ຢູ ​ແຂວງ ບັກ​ນີງ ​ໃຫ້​ຮູ້​ວ່າ:

        “ປີ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ 4 ຕູ​ບ​ເພື່ອສະ​ແດງ​ລາຍການສິລະ​ປະ​ຂັບ​ກວານ​ຫໍ້​ຂອງ​ບັນດາ​ສະ​ໂມ​ສອນ​ຜູ້​ອາຍຸ​ສູງ, ສະ​ໂມ​ສອນ​ຂອງ​ບັນດາ​ໝູ່​ບ້ານ. ​ແລະ​ ຢູ່​ອ້ອມ​ແອ້ມ​​ໝູ່​ບ້ານ​ໃນ​ເຂດ​ງຈັດ​ງານ​ບຸນລີ​ມ ລ້ວນ​ແຕ່​ມີ​ບັນດາ​ຄອບຄົວ​ນັກ​ສິລະ​ປະກອນ ຊື່​ງ​ແມ່ນ​ຊາວ​ທ້ອງ​ຖິ່ນ. ​ແຂກ​ຄົນ​ສາມາດ​ເຂົ້າ​ຮ່ວມ​ລາຍການຂັບ​ກວານ​ຫໍ້ຢູ່​ບັນດາ​ຄອບຄົວ​ຂອງ​ນັກ​ສິລະ​ປະກອນ​ດັ່ງກ່າວໄດ້.”

        ງານ​ບຸນ​ລີ​ມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຈຸດດີ​ເລີດ​ຂອງ​ວັດທະນະທຳ​ແຫ່ງ​ການ​ຂັບ​ກວານ​ຫໍ້​ຢູ່​ພາກ​ເຫນືອ ຫວຽດນາມ. ງານ​ບຸນ​ລີ​ມນັບມື້​ນັບ​ຂະຫຍາຍ​ອອກ​ຍ້ອນຄຸນຄ່າ​ດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ບ້ານ​ນາ ​ແຫ່ງ​ຂັບ​ກວານ​ຫໍ້​ບັກ​ນີງ.

ຕອບກັບ

ຂ່າວ/ບົດ​ອື່ນ