ຕະຫຼາດປາເຄັມທີ່ມີຊື່ສຽງເຈົາດົກ

vovworld)–ປາ​ເຄັມພິ​ເສດ​ເຈົາດົກ​ຢູ່​ແຂວງ​ອານ​ຢາງ​ໄດ້​ມີ​ມາກ່ອນ​ນີ້ນັບ​ຮ້ອຍປີ​. ປາ​ເຄັມ​ເຈົາດົກ​ມີ​ຄຸນ​ນະພາ​ບ ​ແລະ ລົດ​ຊາດ​ພິ​ເສດສະ​ເພາະ. ​ຍ້ອນຕັ້ງ​ຢູ່ເທິງແມ່ນ້ຳຕຽນ ​ແລະ ​ເຮົ້າ, ປະຊາຊົນ​ຢູ່​ທີ່​ນີ້​ມີ​ແຫຼ່ງປານ້ຳຈືດ​ທີ່​ອຸດົມສົມບູນ. ມາຕະຫຼາດ​ເຈົາດົກ​ທ່ານສາມາດຊຶ້ປາເຄັມໄດ້ທຸກປະເພດ.

ຕະຫຼາດປາເຄັມທີ່ມີຊື່ສຽງເຈົາດົກ - ảnh 1

(ພາບ:vov)

  ເຂດເຈົາດົກມີຊື່ສຽງດ້ວຍອາຫານພິເສດຄືປາເຄັມ. ຢູ່ແມ່ນ້ຳຕຽນ ແລະ ແມ່ນ້ຳເຮົ້າ ມີປາ​ປະເພດ​ໃດ, ຕະຫຼາດເຈົາດົກກໍ່ຂາຍປາເຄັມປະເພດນັ້ນ. ຊື່ຂອງປາເຄັມຖືກ​ເອີ້ນຕາມຊື່​ແທ້ຂອງປາເພື່ອສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊື້​ຂາຍ.

   ມາຕະຫຼາດເຈົາດົກ, ຜູ້ຄົນທັງຫຼາຍຈະຮູ້ສຶກປະທັບໃຈຕໍ່ກິ່ນ ພິເສດສະເພາະຂອງ​ປາ​ເຄັມ ແລະ ສີສັນຫຼາກຫຼາຍຢູ່​ໃນຮ້ານຂາຍປາເຄັມ ກໍ່ຄືປາເຄັມປະເພດຕ່າງໆ. ຢູ່ທີ່ນີ້ໄດ້ວາງຂາຍປະເຄັມນັບຮ້ອຍປະເພດ ແລະ ດ້ວຍ​ເຄື່ອງໝາຍທີ່ແຕກຕ່າງກັນ. ແຕ່ປາ​ເຄັມທີ່​ມີຊື່ສຽງ ກ່ວາໝູ່ຢູ່​ທີ່​ນີ້ແມ່ນປາເຄັມ 55555 ຂອງເອື້ອຍຄູ​ແຂວ, ປາເຄັມຮາຍຊວຽນ, ເຟືອກໂລກ. ປ້າຫງວຽນທິແອງມາຍ ເຈົ້າຂອງຮ້ານຂາຍປາເຄັມຢູ່ ຕະຫຼາດເຈົາດົກ ໃຫ້ຮູ້ວ່າ:

   “ ປາເຄັມແມ່ນອາຫານພິເສດສະເພາະຂອງຕະຫຼາດເຈົາດົກ. ແຂກ ທ່ອງທ່ຽວມາ​ຕະຫຼາດນີ້ຊື້ປາເຄັມ​ຫຼາຍທີ່ສຸດ ​ໂດຍ​ສະ​ເພາະ​ແມ່ນ​ໃນ​​​ໄລຍະແຕ່ເດືອນຈຽງຫາເດືອນ 4 ​ໄລ່​ຕາມ​ຈັນທະ​ປະຕິທິນ.

ຕະຫຼາດປາເຄັມທີ່ມີຊື່ສຽງເຈົາດົກ - ảnh 2
(ພາບ:vov)

  ປະຊາຊົນຜະລິດປາເຄັມຢູ່ເຈົາດົກໃຫ້ຮູ້ວ່າ: ປາປະເພດໃດກໍ່ສາມາດຜະລິດ​ເປັນປາເຄັມໄດ້. ເຈົ້າຂອງຮາກຖານ ຜະລິດປາເຄັມແຫ່ງ1 ໃຫ້ຮູ້ວ່າ: ​ເວລາ​ໃດ​ກໍ່​ມີ​ປາ​ເພື່ອ​ຜະລິດປາເຄັມ, ແຕ່ຫຼາຍທີ່ສຸດແມ່ນໃນ ຍາມນ້ຳຖ້ວມ, ເລີ່ມແຕ່ເດືອນ 7 ຫາເດືອນ 10-11. ອ້າຍຫງວຽນຮ່ວາງຟອງ, ເຈົ້າຂອງຮ້ານ ຂາຍປາເຄັມເອື້ອຍຄູມ້ານ-​ອາ​ເຮ້ວ ​ໃຫ້​ຮູ້ວ່າ: ຜະລິດ​ປາ​ເຄັມ​ແມ່ນ​ອາຊີບ​ໄດ້​ຮັບ​ການ​ສືບ​ທອດມາ​ແຕ່​ກ່ອນ, ດ້ວຍ​ເຂັດ​ລັບ​ພິ​ເສດເພື່ອ​ຜະລິດ​​​ປາສົດ​ເປັນ​ປາ​ເຄັມ​​ໂດຍບໍ່​ຕ້ອງ​ຄົວ​ໃຫ້​ສຸກ:

   “​​ນີ້​ແມ່ນ​​ເວລາ​​ເໝາະ​ສົມ​ເພື່ອຊື້​ປາມາ​ຜະລິດ​ປາ​ເຄັມ, ພາຍຫຼັງລ້າງ​ປາໃຫ້​ສະອາດ​ແລ້ວ​, ເອື້​ອບ​ກັບເກືອ​​​ແລ້ວປະໄວ້​ໃນ​ເວລາ​ເຄິ່ງເດືອນ, ຈາກ​ນັ້ນ​ເອົາ​ມາ​ລ້າງຄືນ​ແລ້ວເອືອບ​​​ກັບເຂົ້າຂົ້ວ​ໃນເວລາ​ປະມານ 3 ​ເດືອນ​ແມ່ນຈະຂາຍ​ໄດ້”

​ ມາທ່ອງ​ທ່ຽວ​ເຈົາດົກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ງານ​ບຸນວິນ​ຍານ​ເຈົ້າ​ແມ່​ ຊື່​ງ​​ຈັດ​ຂຶ້ນ​​ປະຈຳ​ປີ​ຢູ່​ຫໍ​ບູຊາ​ເຈົ້າ​ແມ່, ​ໃນ​ຕາ​ແສງພູຊາມ, ​ເທດສະບານ​ເມືອງ​ເຈົາດົກ, ​ແຂວງ​ອານ​ຢາງ, ​ແຂກ​ທ່ອງ​ທ່ຽວ​​ສາມາດ​ຊື້​ປາ​ເຄັມ​ເຈົາດົກ ​ເພື່ອ​ເປັນ​ຂອງຕ້ອນ​ໃຫ້​ແກ່​ຍາດຕິ​ພີ່ນ້ອງ, ​ເພື່ອ​ນມິດ. ​ແຂກ​ທ່ອງທ່ຽວ​ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ:

   “​ປາ​ເຄັມ​ຂອງ​ເຈົາດົກ​ແມ່ນ​ແຊບ​ທີ່​ສຸດ, ຂ້າພະ​ເຈົ້າຊື້​​ເພື່ອ​ເປັນ​ຂອງ ຕ້ອນ. ຂ້າພະ​ເຈົ້າ​ໄດ້​ໄປ​ທ່ຽວ​ຫຼາຍ​ແຫ່ງ​ແລ້ວ​ແຕ່​ເຫັນ​ວ່າ​ມີ​ແຕ່​ຢູ່​ເຈົາດົກ​ຈຶ່ງ​ມີ​ອາຫານ​ພິເສດ​ນີ້. ​ປາ​ເຄັມ​ຢູ່​ທີ່​ນີ້​ສ້າງ​ຄວາມ​ດູດ​ດືມ​ໃຈ​ທີ່​ສຸດ“

​ ໃນ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາວ​ເຈົາດົກ​ເວົ້າສະ​ເພາະ ​ແລະ ​ທ້ອງ​ຖິ່ນ​ຕ່າງໆ​​ໃນທາງ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດນາມ ​ເວົ້າລວມ, ປາ​ເຄັມ​ມີ​ທີ່​ຕັ້ງສຳຄັນ​ພິ​ເສດ. ຄຽງ​ຄູ່​ກັນນັ້ນ, ການຍືນ​ຍົງ​ຄົງ​ຕົວ ​ແລະ ຂອງ​ອາຊີ​ບ​ຜະລິດ​ປາ​ເຄັມ​ຢູ່​ເຈົາດົກ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ສິ່ງ​ສຳຄັນ​ກ່ວາ, ນັ້ນ​ແມ່ນມັນ​ຈະ​ເຮັ​ດ​ໃຫ້​ສີສັນ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາດ​ຫວຽດນາມ ​ມີ​ຄວາມ​ອຸດົມສົມບູນ​ຂຶ້ນ​ຕື່ມ./.

ຕອບກັບ

ຂ່າວ/ບົດ​ອື່ນ