ຖະໜົນເຄີມທຽນ - ຄວາມຊົງຈຳແຫ່ງສົງຄາມ ຊຶ່ງແມ່ນຄວາມງາມຂອງການດຳລົງຊີວິດປະຈຸບັນ

 
ຖະໜົນເຄີມທຽນ - ຄວາມຊົງຈຳແຫ່ງສົງຄາມ ຊຶ່ງແມ່ນຄວາມງາມຂອງການດຳລົງຊີວິດປະຈຸບັນ - ảnh 1
ງານວາງສະແດງໄດ້ສ້າງຄວາມດູດດື່ມແກ່ຜູ້ຊົມ

ໃນ​ຊຸມ​ມື້​ນີ້, ຢູ່​ສູນວັດທະນະທຳ​ຝະລັ່ງ​ທີ່​ເຮືອນ​ເລກທີ 24 ຖະໜົນ​ຈ່າງ​ຕຽນ-ຮ່າ​ໂນ້ຍ ພວມ​ຈັດ​ງານ​ວາງ​ສະ​ແດງ​ບັນດາ​ວັດຖຸ​ພັນ​ທີ່​ເກັບ​ກຳມາກ່ອນນີ້ນັບສິບປີຫຼື ເກັບກຳມາ​ຈາກ​ສົງ​ຄາມ​ຄັ້ງ​ຕ່າງໆ​ຂອງ​ຊາດ​ຫວຽດນາມ ຄື​ຊາກ​ເຮືອບິນ​ແຕກ, ຖົງ​ຂີ້​ຊາຍ, ​ເປືອກ​ລູກປືນ.... ​ແຕ່​ທັງ​ໝົດ​ເຫຼ່ົ້ານັ້ນ​ລ້ວນ​ແຕ່​ຖືກ​ເຮັດ​ເປັນ​ເຄື່ອງ​ໃຊ້​ໄມ້​ສອຍ​ປະຈຳ​ວັນ ຫຼື​ເຮັດ​ເຄື່ອງ​ຫຼິ້ນ​ໃຫ້​ແກ່​ເດັກ.

   ງານ​ວາງ​ສະ​ແດງ​ບັນດາ​ວັດຖຸ​ພັນກ່ຽວ​ກັບຄວາມ​ຊົງ​ຈຳ​ແຫ່ງ​ສົງຄາມຢູ່ຖະໜົນ​ເຄີມ​ທຽນ​ຂອງ ບາງ​ເຍີ​ດລິງ ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/9 ​ແລະ ​ແກ່ຍາວ​ຮອດ​ວັນ​ທີ 28/9 ຈຶງ່ຈະ​ອັ  ດ​ລົງ. ບາງ​ເຍີ​ດລິງ ​ເລົ່າ​ສູ່​ຟັງ​ວ່າ : ຂ້າພະ​ເຈົ້າ​ເກີດ​ປີ 1983 ຢູ່ ຖະໜົນ​ເຄີມ​ທຽນ-ຮ່າ​ໂນ້ຍ. ​ໃນ​ຄາວນັ້ນ, ສົງຄາມ​ຕ້ານ​ອາ​ເມ​ລິ​ກາ​ໄດ້​ສິ້ນ​ສຸດ​ລົງ​ກ່ອນ​ນັ້ນ 8 ປີ. ລຸ່ນຄົນ​ພວກ​ຂ້າພະ​ເຈົ້າ​ບໍ່​ໄດ້​ມີ​ຊີວິດ​ໃນ​​ໄລຍະ​ເກີດ​ສົງ​ຕາມ, ​ແຕ່​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ສົງຄາມ​ຄາວ​ນັ້ນ ຍັງ​ຄົງ​ຫຼອກ​ຫຼອນ​ໃນ​ມັນສະໝອງ​ຂອງ​ຂ້າພະ​ເຈົ້າ.

ຖະໜົນເຄີມທຽນ - ຄວາມຊົງຈຳແຫ່ງສົງຄາມ ຊຶ່ງແມ່ນຄວາມງາມຂອງການດຳລົງຊີວິດປະຈຸບັນ - ảnh 2
ແຈໜຶ່ງໃນຖະໜົນເຄິມທຽນພາຍຫຼັງຖືກເຮືອບິນ B52 ຂອງອາເມລິກາ ຖິ້ມລະເບີດທຳລາຍ

   ຊາວຖະໜົນ​ເຄີມ​ທຽນ​ໄດ້​ເລົ່າຄືນ​ສູ່​ຟັງ​ວ່າ ປີ 1972, ມີ​ເຫດການ​ວິນາດສະກຳ​ໄດ້​ເກີດ​ຂຶ້ນ​ຢູ່​ຖະໜົນ​ສາຍ​ນີ້ ຂະນະ​ທີ່ຢູ່​ແຫ່ງ​ນີ້​ຕ້ອງ​ໄດ້​ຮັບ​ການ​ຖີ້ມລະ​ເບີດດ້ວຍ​ຂອບ​ຂະໜາດ​ໃຫຍ່ຂອງອາ​ເມ​ລິ​ກາ ຊຶ່ງ​ແກ່ຍາວ​ຕະຫຼອດ 12 ວັນ ​ແລະ ຄືນ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃຫຍ່​ທີ່​ສຸດ​ຂອງ​ກອງ​ທັບອາກາດ​ອາ​ເມ​ລິ​ກາ​ນັບ​ແຕ່​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 . ບາງ​ເຍີ​ດລິງ ​ເປີດ​ເຜີຍ​ວ່າ : 

   “ງານ​ວາງ​ສະ​ແດງ​ນີ້ ​ໄດ້​ຈັດ​ຂຶ້ນ​ໃນ​ແງ່​ມຸມ​ເຮົາເປັນ​ຄົນ​ເກີດ​ຂຶ້ນ​ຢູ່ຖະໜົນ​ເຄີມ​ທຽນຫຼັງ​ສົງຄາມ. ​ເຮົາ​ໄດ້​ເຕີບ​ໃຫຍ່​ຢູ່​ຖະໜົນ​ສາຍ​ນີ້. ຄາວ​ຍັງນ້ອຍ ​ເຮົາ​ກັບ​ໝູ່​ມັກ​ລະ​ຫຼິ້ນ​ຢູ່​ຕາມ​ຂຸມ​ລະ​ເບີດ​ໃຫຍ່​ທີ່​ໄດ້​ກາຍ​ເປັນ​ສະ​​ເກັບ​ນ້ຳ. ​​ເມື່ອ​ຈັດງານ​ວາງ​ສະ​ແດງ​ບັນດາ​ວັດຖຸ​ພັນນີ້, ​ເຮົາ​ຢາກ​ປະຕິບັດ​ໃຕ້​ສາຍຕາ ​ແລະ ຄວາມ​ຮູ້ສຶກ​ຂອງ​ຜູ້​ໜຶ່ງ​ເກີດ​ຂຶ້ນ​ໃນ​​ເວລາ​ຫຼັງ​ສົງຄາມ. ມັນ​ບໍ່​ເຈັບ​ແສບ, ສູນ​ເສຍ​ຄື​ໃນ​ໄລຍະ​ສົງຄາມ​ອີກ​ແລ້ວ, ຫາກ​ມີ​​ເນື້ອ​ໃນທີ່​ປະ​ເອີ​ບ​ໃຈ​ກ່ວາ, ມີ​ຄວາມ​ສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ບືນ​ຕົວ​ຂຶ້ນ ”

   ບາງ​ເຍີ​ດລິງ ​ໃຫ້​ຮູ້​ວ່າ ບັນດາ​ວັດຖຸ​ພັນ​ທີ່​ລາວ​ນຳ​ມາ​ວາງສະ​ແດງ​ແມ່ນ​​ເຄື່ອງ​ໃຊ້​ສອຍ​ຮັບ​ໃຊ້​ຊີວິດ​ປະຈຳ​ວັນຄື ​ໂຖ​ດອກ​ໄມ້, ຈອກ, ກະຕິກ​ນ້ຳ ....ຫຼື​ເຄື່ອງ​ຫຼິ້ນ​ຂອງ​ເດັກ​ທີ່​ເຮັດມາ​ຈາກ​ບາງ​ສ່ວນ​ຂອງຊາກ​ເຮືອບິນ, ປືນ​ໃຫຍ່​ແຕກ​ຄື : ຕັ່ງ​ນັ່ງຂອງ​ນັກ​ບິນ, ບາງ​ສ່ວນ​ນ້ອຍ​ຂອງຊາກ​ເຮືອບິນ​ແຕກ. ບາງ​ເຍີ​ດລິງ ​ເປີດ​ເຜີຍ​ວ່າ : 

      “ ​ເຮົາ​ມັກ​ບັນດາ​ເຄື່ອງ​ໃຊ້​ສອຍ​ນີ້​ທີ່​ສຸດ ​ເພາະວັດຖຸ​ດິບ​​ເພື​ອ່ຜະລິດ​ມັນ​ແມ່ນ​ບັນດາ​ຜະລິດ​ຕະພັນ​ທີ່​ນຳ​ໃຊ້​​ໃນ​ສົງ​ຄາມເພື່ອ​ທຳລາຍ​ຊີວິດ​ບຸກຄົນ, ​ແຕ່​ມາ​ບັດ​ນີ້​ໄດ້​ສ້າງ​ເປັນເຄື່ອງ​ໃຊ້​ສອຍ​ຮັບ​ໃຊ້​ຊີວິດ​ປະຈຳ​ວັນຫຼື​ເຄື່ອງ​ຫຼິ້ນ​ຂອງ​ເດັກ. ມັນ​ມີ​ຄວາມ​ໝາຍ​ທີ່​ສຸດ”

    ບາງ​ເຍີ​ດລິງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ : 

   “ ຂ້າພະ​ເຈົ້າ​ຢາກ​ໃຫ້​ພວກ​ເພື່ອນ​ໜຸ່ມ​ມາ​ຢ້ຽມ​ຊົ​ມ, ທັດສະນະ​ສຶກສາ​ທີ່​ງານ​ວາງສະ​ແດງ​ເພື່ອ​ຮັບ​ຊົມ​ບັນດາ​ວັດຖຸ​ພັນ​ໃນ​ອະດີດຕະການ​ໂດຍ​ລຸຸຸ່ນຄົນ​ເຄີຍ​ໄດ້​ຜ່ານ​ໄດ້​ມີ​ຊີວິດ​ໃນ​ຄາວ​ນັ້ນ ​ແລະ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຄື​ແນ​ວໃດ.  ບັນດາ​ວັດຖຸ​ພັນ​ຖືກ​ຈັດ​ວາງ​ມໍ່​ກັນ ​ເພື່ອ​ໃຫ້​ແຕ່ລະຄົນ​ໃນ​ແຕ່​ລະສະ​ໄໝ​ມີ​ວິທີ​ສັງ​ເກດ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ປະຫວັດ​ສາດ ” .

ຕອບກັບ

ຂ່າວ/ບົດ​ອື່ນ