(VOVWORLD) - ວັນທີ 08 ເມສາ, ຄະນະປະຕິບັດງານກູ້ໄພກູ້ຊີບຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສຳເລັດພາລະກຳສາກົນຢູ່ປະເທດເພື່ອນມິດ ມຽນມາ ທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດແຜ່ນດິນໄຫວ. ບໍ່ພຽງແຕ່ສົມທົບກັບບັນດາກຳລັງຕ່າງປະເທດຢ່າງມີປະສິດທິຜົນ ແລະ ສະແດງນ້ຳໃຈສາມັກຄີສາກົນເທົ່ານັ້ນ, ບັນດານັກຮົບ ຫວຽດນາມ ຍັງສະແດງສະຕິຄວາມຮັບຜິດຊອບອັນສູງສົ່ງ, ສ້າງຂີດໝາຍອັນພົ້ນເດັ່ນໃນໃຈປະຊາຊົນ ມຽນມາ ແລະ ເພື່ອນມິດສາກົນອີກດ້ວຍ.
ການນຳກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດມອບດອກໄມ້ໃຫ້ກຳລັງກູ້ໄພກູ້ຊີບຢູ່ສະໜາມບິນສາກົນ ໂນ້ຍບາຍ (ພາບ:qdnd.vn) |
ໃນຕະຫຼອດ 10 ວັນປະຕິບັດໜ້າທີ່ແບບບໍ່ຢຸດບໍ່ເຊົາ, ບັນດານັກຮົບຂອງກຳລັງກູ້ໄພກູ້ຊີບຂອງ ຫວຽດນາມ, ເຊິ່ງເປັນກຳລັງທີ່ເດີນທາງໄປຮອດ ມຽນມາ ໄວກວ່າໝູ່ ພາຍຫຼັງເກີດໄພພິບັດແຜ່ນດິນໄຫວດັ່ງກ່າວ ໄດ້ສົມທົບກັບກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ, ກວດພົບ ແລະ ນຳຜູ້ປະສົບເຄາະຮ້າຍ 28 ຄົນອອກຈາກຊາກຫັກພັງ ແລະ ກູ້ເອົາຊີວິດໄດ້ 01 ຄົນ.
ດ້ວຍອາກາດແດດຮ້ອນກວ່າ 40 ອົງສາ C, ສະພາບແວດລ້ອມເປັນມົນລະພິດຍ້ອນຊາກສົບຜູ້ປະສົບເຄາະຮ້າຍເລີ່ມເປື່ອຍສົ່ງກິ່ນເໝັນ ຫຼື ຖືກຈົມໃນນ້ຳເລິກ, ບັນດາຄວາມຫຍຸ້ງຍາກດ້ານພາສາ, ຄວາມສ່ຽງຝາເຮືອນຖະຫຼົ່ມທີ່ອາດຈະເກີດຂຶ້ນໄດ້ບໍ່ວ່າເວລາໃດ ເມື່ອໜ້າດິນຍັງສັ່ນສະເທືອນຍ້ອນຜົນຕາມມາຂອງແຜ່ນດິນໄຫວ… ບັນດາສິ່ງທ້າທາຍທົດສອບດັ່ງກ່າວ ບໍ່ໄດ້ເຮັດໃຫ້ບັນດານັກຮົບທໍ້ຖອຍໃຈ ທ່ານພົນໂທ ຫງວຽນຢຸຍມິງ, ຮອງຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ຢູ່ ມຽນມາ, ໄດ້ແບ່ງປັນວ່າ:
“ນ້ຳໃຈເດັດດ່ຽວຂ້ຽວຂາດ ແລະ ຮີບເຮັ່ງທີ່ສຸດ. ພວກຂ້າພະຈົ້າຕ້ອງຍາດແຍ່ງແຕ່ລະນາທີ, ເຮັດແນວໃດເພື່ອຮັບປະກັນທຸກດ້ານໃຫ້ຄະນະປະຕິບັດງານເຄື່ອນໄຫວສຳເລັດໃນປະເທດເພື່ອນມິດ. ທີສອງແມ່ນນ້ຳໃຈ, ເຈດຈຳນົງຂອງບັນດາສະມາຊິກໃນຄະນະ. ພວກຂ້າພະເຈົ້າໄດ້ກຳນົດວ່າ ນີ້ແມ່ນໜ້າທີ່ສູ້ຮົບໃນສະໄໝສັນຕິພາບ, ຮັບຮູ້ໜ້າທີ່ອັນສູງສົ່ງ, ກໍຄືຄວາມໝາຍວັດທະນະທຳມະນຸດ, ມະນຸດສະທຳເຊິ່ງພັກ, ລັດ ແລະ ກອງທັບມອບໝາຍໃຫ້ຢ່າງຈະແຈ້ງ. ພວກຂ້າພະເຈົ້າໄດ້ເສີມຂະຫຍາຍນ້ຳໃຈສາກົນອັນສູງສົ່ງ, ທາດແທ້ຂອງຊາວ ຫວຽດນາມ “ອຸ້ມຊູຊ່ວຍເຫຼືືອເຊິ່ງກັນ ແລະ ກັນ” ແລະ “ຄວາມຮັກແພງເພື່ອນມະນຸດຄືຮັກແພງຕົນເອງ”.
ກຳລັງກູ້ໄພກູ້ຊີບຢູ່ສະໜາມບິນ ໂນ້ຍບາຍ (ພາບ: qdnd.vn) |
ຄວາມຕັດສິນໃຈ, ນ້ຳໃຈເສຍສະຫຼະຂອງບັນດານັກຮົບ ຫວຽດນາມ ໄດ້ປະກອບສ່ວນສ້າງສິ່ງທີ່ອະພິນິຫານຂຶ້ນມາ. ເຂົາເຈົ້າໄດ້ກູ້ເອົາຊີວິດຊາຍໜຸ່ມ Htet Maung Maung ອາຍຸ 26 ປີ, ເຊິ່ງເປັນຜູ້ປະສົບເຄາະຮ້າຍຢູ່ນະຄອນຫຼວງ Nay Pyi Taw ທີ່ຍັງລອດຊີວິດເມື່ອຕິດຄ້າງຢູ່ໃນຊາກຫັກພັງເປັນເວລາ 1 ອາທິດ.
ສະຫາຍ ຮ້ອຍໂທ ດ່າວວັນລອງ, ເຫຼົ່າຮົບທະຫານຊ່າງແສງ, ແມ່ນຜູ້ທີ່ໄດ້ສຳຜັດກັບເຂດເຊາະເຈື່ອນໂດຍກົງ, ໄດ້ໃຊ້ມືຂອງຕົນ ແລະ ເຄື່ອງອຸປະກອນທຳມະດາຂຸດເອົາຊັ້ນດິນຫີນທີ່ຕົກຖະຫຼົ່ມລົງນັ້ນ ເພື່ອຫາວິທີເຂົ້າເຖິງຜູ້ປະສົບເຄາະຮ້າຍໃນກໍລະນີອັນຕະລາຍທີ່ສຸດ. ຈຸດເວລາທີ່ສອງຝາມືຂອງອ້າຍໄດ້ສຳຜັດກັບຝາມືຂອງຜູ້ປະສົບເຄາະຮ້າຍ ທີ່ຍັງອຸ່ນນັ້ນ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ປະສົບເຄາະຮູ້ສຶກອຸ່ນອ່ຽນໃຈກວ່າໃນເວລານາທີ “ເຂົ້າດ້າມເຂົ້າເຂັມ” ເທົ່ານັ້ນ ຫາກຍັງສືບຕໍ່ສ້າງຄວາມຫວັງໃຫ້ແກ່ເພື່ອນມິດສະຫາຍທີ່ພວມສະຫຼະເຫື່ອແຮງຊອກຫາຜູ້ຫາຍສາບສູນອີກດ້ວຍ. ທ່ານ ຮ້ອຍໂທ ດ່າວວັນລອງ ເລົ່າສູ່ຟັງວ່າ:
“ເມື່ອລົງໄປຫາຜູ້ປະສົບເຄະຮ້າຍ, ຂ້າພະເຈົ້າໄດ້ຂຸດ ແລະ ປັດເຂ່ຍດິນ ແລະ ສິ່ງກີດຂວາງຢູ່ອ້ອມຂ້າງ, ຫຼັງຈາກນັ້ນ ກໍ່ເຈາະຮູເພື່ອພະຍາຍາມເຂົ້າເຖິງກັບຜູ້ປະສົບເຄາະຮ້າຍຢ່າງປອດໄພ. ໃນທີ່ສຸດພວກຂ້າພະເຈົ້າກໍກູ້ເອົາຊີວິດຜູ້ປະສົບເຄາະຮ້າຍໄດ້ຢ່າງສຳເລັດ”.
ເມື່ອເຫັນປະຈັກຕາບັນດາສະມາຊິກໃນຄະນະກູ້ໄພກູ້ຊີບຂອງ ຫວຽດນາມ ທີ່ບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ, ທ່ານພົນຈັດຕະວາ Myat Thu, ຫົວໜ້າກົມດັບເພີງ, ກູ້ໄພກູ້ຊີບ, ກະຊວງພາຍໃນ ມຽນມາ, ແບ່ງປັນວ່າ:
“ພວກຂ້າພະເຈົ້າຂອບໃຈເພື່ອນ ຫວຽດນາມ ຫຼາຍໆ. ນ້ຳໃຈຂອງຄະນະກູ້ໄພກູ້ຊີບຂອງ ຫວຽດນາມ ແມ່ນສຸດຍອດທີ່ສຸດ. ມີກຳລັງບາງປະເທດໄດ້ມາເຂດນີ້ແລ້ວ, ແຕ່ກໍຖອນຕົວໄປ. ແຕ່ຄະນະ ຫວຽດນາມ ໄດ້ພະຍາຍາມຊອກຫາທຸກວິທີທາງເພື່ອກູ້ໄພກູ້ຊີບຊ່ວຍພວກຂ້າພະເຈົ້າ”.
ທ່ານພົນໂທ ຫງວຽນຢຸຍມິງ, ຮອງຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ຢູ່ ມຽນມາ (ພາບ: plo.vn) |
ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຈັດຫຼາຍການເຄື່ອນໄຫວມະນຸດສະທຳທີ່ມີຄວາມໝາຍ ເມື່ອສະໜອງອາຫານແຫ້ງນັບສິບໂຕນ ແລະ ອຸປະກອນການແພດຈຳນວນຫຼາຍ, ຈັດການກວດ ແລະ ປິ່ນປົວພະຍາດໂດຍບໍ່ເກັບຄ່າໃຫ້ປະຊາຊົນທ້ອງຖິ່ນນັບຮ້ອຍເທື່ອຄົນ, ຕັ້ງຕູບເພື່ອເປັນບ່ອນຊົ້ນຢູ່ຊົ່ວຄາວໃຫ້ຜູ້ສູນເສຍເຮືອນຊານ, ໜູນຊ່ວຍເງິນໃຫ້ບັນດາຄອບຄົວຜູ້ປະສົບເຄາະຮ້າຍທີ່ມີຄົນເສຍຊີວິດ...
ຢູ່ບັນດາເຂດທີ່ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ເຄື່ອນໄຫວ ຫຼື ຊອກຫາຜູ້ປະສົບເຄາະຮ້າຍນັ້ນ, ບັນດາພະນັກງານນັກຮົບຍາມໃດກໍໄດ້ຮັບການຕ້ອນຮັບ, ການຊ່ວຍເຫຼືອນ້ຳດື່ມຈາກປະຊາຊົນ, ພ້ອມດຽວກັນນັ້ນ ກໍ່ແມ່ນຄຳຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງ.
“ພວກຂ້າພະເຈົ້າຫາກໍຜ່ານໄພພິບັດແຜ່ນດິນໄຫວ, ແຕ່ໃນຊຸມວັນຜ່ານມາ, ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄະນະກູ້ໄພກູ້ຊີບ ຫວຽດນາມ. ເຂົາເຈົ້າໄດ້ເອົາຢຸກຢາ ແລະ ອາຫານມາໃຫ້ພວກຂ້າພະເຈົ້າ”.
ບັນດາການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບ ແລະ ການເຄື່ອນໄຫວມະນຸດສະທຳຂອງກຳລັງກູ້ໄພກູ້ຊີບກອງທັບປະຊາຊົນ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນຮັດແໜ້ນຄວາມສາມັກຄີກັບ ມຽນມາ ເທົ່ານັ້ນ, ຫາກຍັງຢັ້ງຢືນບົດບາດ, ຄວາມສາມາດຂອງກອງທັບ ຫວຽດນາມ ໃນການເຄື່ອນໄຫວກູ້ໄພກູ້ຊີບ, ແຜ່ກະຈາຍນ້ຳໃຈສາກົນອັນສູງສົ່ງ. ບັນດາການປະກອບສ່ວນທີ່ເຕັມໄປດ້ວຍຄວາມຮັກແພງມິດຈິດມິດໃຈຂອງບັນດານັກຮົບ ຫວຽດນາມ ນັ້ນ ຍັງຢັ້ງຢືນຄູນທາດ, ຄຸນສົມບັດຂອງ “ທະຫານລຸງໂຮ່” ທີ່ຍາມໃດກໍຮັບໃຊ້ເພື່ອປະຊາຊົນ./.