ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ປະ​ກອ​ບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ການ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ພາກ​ພື້ນ ແລະ ໂລກ

(VOVWORLD) - “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ” ໄດ້ຊີ້ນຳນຳພາຖືກຕ້ອງທີ່ສຸດໃນວຽກງານປະຕິບັດນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ສິ່ງນີ້ໄດ້ສ້າງກຳລັງໜູນ ແລະ ຍົກສູງຖານະບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ສາກົນ”. ນັ້ນແມ່ນຄຳເຫັນຂອງທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ທີ່ການຕອບສຳພາດຕໍ່ນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນພາລະກິດແຫ່ງການພັດທະນາປະເທດຊາດ ຫວຽດນາມ ທີ່ັ້ໝັ້ນຄົງເຂັ້ມແຂງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ປະ​ກອ​ບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ການ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ພາກ​ພື້ນ ແລະ ໂລກ - ảnh 1

ນັກຂ່າວ: ກ່ອນອື່ນໝົດ, ຂໍຮຽນທ່ານນາງເອກອັກຄະລັດຖະທູດແບ່ງປັນນ້ຳໃຈ ແລະ ຄວາມປະທັບໃຈຂອງຕົນ ກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ?

ທ່ານນາງ ເອກອັກຄະລັດຖະທູດ: ສຳລັບປະເທດລາວ ຂອງພວກເຮົາ ແມ່ນຮູ້ສຶກໂສກເສົ້າເສຍດາຍ ແລະ ຮູ້ສຶກຂາດເພື່ອນສະໜິດແໜ້ນຜູ້ໜຶ່ງໄປ. ສະນັ້ນ, ລັດຖະບານຂອງ ສປປ.ລາວ ໄດ້ອອກແຈ້ງການໄວ້ອາໄລລະດັບຊາດ ຕາມມະຕິເລກທີ 1406/ຫສນຍ ລົງວັນທີ 22 ກໍລະກົດ ຜ່ານມານັ້ນ. ພ້ອມກັນນັ້ນ, ຄະນະການນຳພັກ, ລັດສູງສຸດຂອງພວກເຮົາກໍ ຈະເດີນທາງມາເຂົ້າຮ່ວມພິທີໄວ້ອາໄລ ເຖິງດວງວິນຍານຂອງເພິ່ນ, ພ້ອມນັ້ນ ກໍຈະໄດ້ເຂົ້າຮ່ວມພິທີສົ່ງສະການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ສິ່ງທີ່ຂ້າພະເຈົ້າປະທັບໃຈທີ່ສຸດຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນ ທ່ານເປັນການນຳທີ່ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມຕັ້ງໃຈໃນການສຶກສາຮ່ຳຮຽນທິດສະດີມາກເລນິນ ແລະ ສົມທົບກັບແນວຄິດໂຮ່ຈີມິນ ເພື່ອມາຄົ້ນຄວ້າຂີດຂຽນ ໃຫ້ເປັນແຜນການຈັດຕັ້ງປະຕິບັດຕົວຈິງຢູ່ໃນການພັດທະນາ ສສ. ຫວຽດນາມ ຕາມຈຸດພິເສດຂອງ ສສ. ຫວຽດນາມ. ທ່ານເປັນການນຳເປັນແບບຢ່າງໃນວຽກງານພັກ, ພະນັງການ ຫຼືວ່າ ວຽກງານລັດ. ຕະຫຼອດໄລຍະຊີ້ນຳນຳພາຂອງເພິ່ນນັ້ນ ເຮັດໃຫ້ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ທາງດ້ານເສດຖະກິດກໍມີການພັດທະນາຢ່າງວ່ອງໄວກ້າວກະໂດດ ຖ້າຈະທຽບໃສ່ບັນດາປະເທດທີ່ພວມພັດທະນາໃນພາກພື້ນ ແລະ ສາກົນນີ້, ຖືວ່າ ຫວຽດນາມ ຢູ່ໃນແຖວໜ້າ. ມີສະຖຽນລະພາບທາງການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ. ຖືວ່າເຮັດໃຫ້ ຫວຽດນາມ ມີບົດບາດສໍາຄັນທີິ່ສຸດໃນເວທີພາກພື້ນ ແລະ ສາກົນ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ທ່ານນາງ ຕີລາຄາແນວໃດກ່ຽວກັບການປະກອບສ່ວນຂອງທ່ານເລຂາທິການໃຫຍ່ໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດອັນຍິ່ງໃຫຍ່ ລະຫວ່າງ ຫວຽດນາມ - ລາວ, ເພື່ອຜົນປະໂຫຍດອັນແທ້ຂິງຂອງປະຊາຊົນແຕ່ລະປະເທດ?

ທ່ານນາງ ເອກອັກຄະລັດຖະທູດ: ກ່ຽວກັບການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງ 2 ພັກ, 2 ລັດ, ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ, ເຊິ່ງວ່າເປັນສາຍພົວພັນອັນໜັກແໜ້ນທີ່ເປັນມູນເຊື້ອມາແຕ່ບູຮານນະການ ບົນພື້ນຖານການສ້າງຕັ້ງໂດຍປະທານ ໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໃນເມື່ອກ່ອນ, ຖືວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ສືບທອດພາລະກິດນັ້ນຢ່າງເລິກເຊິ່ງ ແລະ ໜັກແໜ້ນທີ່ສຸດ.

ທ່ານໄດ້ມີການປະກອບສ່ວນຢ່າງຮອບດ້ານຕໍ່ສາຍພົວພັນອັນເປັນພິເສດຂອງສອງຊາດພວກເຮົາ. ເພິ່ນກໍໄດ້ຊີ້ນຳທຸກຂະແໜງການຂອງສອງປະເທດໄປຮ່ວມມືກັນໃນການສຶກສາ, ໃນການຄົ້ນຄວ້າບັນຫາຕ່າງໆຮ່ວມກັນ, ເພື່ອເຮັດແນວໃດເພື່ອໃຫ້ການພົວພັນສອງຝ່າຍນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຂົ້າສູ່ລວງເລິກ ແລະ ລວງກວ້າງ. ໃນໄລຍະທີ່ທ່ານດຳລົງຕຳແໜ່ງເປັນເລຂາທິການໃຫຍ່ນັ້ນ ເພິ່ນກໍໄດ້ມີການຢ້ຽມຢາມ ສປປ.ລາວ ຕັ້ງ 3 ຄັ້ງ, ອັນນີ້ກໍໄດ້ສະແດງໃຫ້ເຫັນວ່າ ຄວາມໝົດຈິດໝົດໃຈຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ຍາມໃດ ກໍຖືເປັນສຳຄັນ ສປປ.ລາວ ເປັນອັນດັບໜຶ່ງ ມີ 1 ບໍ່ມີ 2 ໃນໂລກ. ພ້ອມກັນນັ້ນ, ທ່ານເລຂາທິການໃຫຍ່ກໍຍັງສະແດງໃຫ້ເຫັນຄວາມເປັນຫ່ວງເປັນໃຍເຖິງບັນດາແຂວງຢູ່ເຂດຊາຍແດນຂອງລາວ ແລະ ຫວຽດນາມ ນຳອີກ ໂດຍສະເພາະແມ່ນຢູ່ແຂວງ ອັດຕະປື, ນີິ້ກໍແມ່ນຄວາມຄິດອັນໜຶ່ງຂອງທ່ານເລຂາທິການໃຫຍ່ ທີ່ໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ການພັດທະນາ. ດ້ານອື່ນໆ ທ່ານກໍໄດ້ໃຫ້ທິດຊີ້ນຳຢ່າງເປັນປົກກະຕິ ໂດຍສະເພາະໃນຍຸກສະໄໝປັດຈຸບັນ, ສປປ ລາວ ຕົກຢູ່ໃນສະພາບຫຍຸ້ງຍາກທາງດ້ານເສດຖະກິດ, ທ່ານເລຂາທິການໃຫຍ່ ກໍໃຫ້ທິດປຶກສາຫາລື, ໃຫ້ທິດຊີ້ນຳບັນດາຂະແໜງການຕ່າງໆຂອງ ຫວຽດນາມ ໃຫ້ມີການຮ່ວມມືກັບຂະແໜງການຕ່າງໆຂອງລາວ ເພື່ອຄົ້ນຄວ້າ, ຊອກຫາວິທີທາງເພື່ອແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວນີ້, ເພື່ອເຮັດໃຫ້ສອງປະເທດໄດ້ມີການພັດທະນາໄປຄຽງຄູ່ກັນ.

ເພິ່ນກໍໄດ້ເວົ້າວ່າ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຈະຜັນແປໄປຢ່າງສັບສົນໃນຮູບແບບໃດກໍຕາມ ແຕ່ສາຍພົວພັນອັນພິເສດ ຫວຽດນາມ - ລາວ ຈະສືບຕໍ່ໄດ້ຮັດແໜ້ນ ແລະ ເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ”. ໃນຄວາມໝາຍຂອງປະໂຫຍດນີ້ ໝາຍຄວາມວ່າ ໃນໂລກນີ້ ຈະບໍ່ມີອັນໃດທັບມ້າງໄດ້ສາຍພົວພັນລາວ - ຫວຽດນາມ ໄດ້, ມີແຕ່ຕ້ອງສືບຕໍ່ເສີມຂະຫຍາຍສາຍພົວພັນນີ້ ໃຫ້ນັບມື້ນັບດີຂຶ້ນຕໍ່ໄປ.

ນັກຂ່າວ: ຮຽນທ່ານນາງເອກອັກຄະລັດຖະທູດ, ຕາມທ່ານນາງແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບົດບາດແນວໃດໃນການຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ ແລະ ພາກພື້ນ?

ຕໍ່ກັບການປະກອບສ່ວນເຂົ້າໃນການສ້າງຄວາມສາມັກຄີ, ສັນຕິພາບໃນພາກພື້ນ ແລະ ສາກົນ, ຂ້າພະເຈົ້າຄິດວ່າ ເພິ່ນມີການຊີ້ນຳຢ່າງຊັດເຈນທີ່ສຸດ ຢູ່ໃນວຽກງານປະຕິບັດນະໂຍບາຍວຽກງານຕ່າງປະເທດຂອງ ສສ. ຫວຽດນາມ, ເຊິ່ງຂ້າພະເຈົ້າກໍໄດ້ຮັບຮູ້ວ່າ ໃນກອງປະຊຸມວຽກງາການຕ່າງປະເທດຂອງ ສສ.ຫວຽດນາມ ໃນປີ 2021 ທີ່ຜ່ານມາ ທ່ານເລຂາທິການໃຫຍ່ກໍໄດ້ໃຫ້ການຊີ້ນຳຢ່າງໜັກແໜ້ນ ເພື່ອໃຫ້ມີການເຄື່ອນໄຫວການທູດແບບໄມ້ໄຜ່ຂອງ ຫວຽດນາມ, ອັນນີ້ ມັນໄດ້ສະແດງໃຫ້ເຫັນວ່າ ການເຄື່ອນໄຫວການທູດແບບໄມ້ໄຜ່ນີ້ ພວກເຮົາຕ້ອງຢືດໝັ້ນຮາກຖານໃຫ້ໝັ້ນຄົງ ຫຼືວ່າອຸດົມການອັນແນວແນ່ຂອງ ສສ. ຫວຽດນາມ ຄືອຸດົມການສັງຄົມນິຍົມ ກອມມູນິດສັງຄົມນິຍົມ ຫວຽດນາມ, ພ້ອມກັນນັ້ນ ຕົ້ນລຳໄມ້ໄຜ່ເຮົາກໍຕ້ອງມີການຢືດຢຸ່ນ, ມີການປຶກສາຫາລືຮ່ວມກັບບັນດາປະເທດອື່ນໆ ໂດຍສະເພາະແມ່ນການເຄື່ອນໄຫວການທູດຫຼາຍຝ່າຍ ຈາກຈຸດຊີ້ນຳດັ່ງກ່າວຂອງທ່ານເລຂາທິການໃຫຍ່ນັບແຕ່ນັ້ນມາ, ຂ້າພະເຈົ້າກໍເຫັນວ່າ ການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ ມີບາດກ້າວກະໂດດທີ່ສຸດ. ທ່ານເລຂາທິການໃຫຍ່ກໍໄດ້ມີການຢ້ຽມຢາມບັນດາປະເທດອື່ນໆ ຫຼາຍປະເທດໃນໂລກນີ້ ທັງປະເທດໃຫຍ່ ແລະ ປະເທດນ້ອຍ. ພ້ອມນັ້ນ, ທ່ານເລຂາທິການໃຫຍ່ກໍໄດ້ຕ້ອນຮັບຄະນະຜູ້ແທນລະດັບຂັ້ນສູງຂອງບັນດາປະເທດມະຫາອຳນາດທີ່ໄດ້ມາຢ້ຽມຢາມ ຫວຽດນາມ ເປັນຫຼາຍຄະນະຢ່າງຕິດຕໍ່ກັນ ໃນຊຸມປີຫຼັງໆມານີ້. ພ້ອມກັນນັ້ນ, ຫວຽດນາມ ກໍໄດ້ຈັດກອງປະຊຸມລະດັບພາກພື້ນ ແລະ ສາກົນໃນລະດັບສອງຝ່າຍ, ຫຼາຍຝ່າຍຫຼາຍໆກອງປະຊຸມ ຖືວ່າລ້ວນແຕ່ປະສົບຜົນສຳເລັດຢ່າງຈົບງາມ. ອັນນີ້ເຮັດໃຫ້ ຫວຽດນາມ ມີບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ການສຳພາດຕໍ່ນັກຂ່າວ VOV.

ຕອບກັບ

ຂ່າວ/ບົດ​ອື່ນ