ນ້ຳໃຈຂອງຊາວຍີ່ປຸ່ນຄົນໜຶ່ງທີ່ມີຕໍ່ຫວຽດນາມ

 (vovworld) - ຂ້າພະ​ເຈົ້າ​ຢາກ​ຂຽນ​ກ່ຽວ​ກັບ​ທ່ານ​ນາງ Nguyen Thi Binh,​ ຜູ້ຍິງ​ທີ່​ດີ​ເດັ່ນ​ຂອງ​ຫວຽດນາມ, ຂຽນ​ກ່ຽວ​ກັບປະ​ເທດ​ຫວຽດນາມ, ພິ​ເສດ​ແມ່ນ​ສົງຄາມ​ຢູ່​ຫວຽດນາມ​, ​ນັບ​ທັງ​ທຸກ​ສິ່ງ​ທຸກ​ຢ່າງ​ພາຍຫຼັງ​ສົງຄາມ​ຫວຽດນາມ ອີກ. ນັ້ນ​ແມ່ນ​ຄວາມ​ໃນ​ໃຈ​ຂອງ​ນັກ​ປະພັນ​ຍິງ​ຄົນ​ຍີ່ປຸ່ນ Hiramatsu Tomoko, ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຕ້ານ​ສົງຄາມ​ຢູ່​ຫວຽດນາມ ​ແລະ​ໄດ້​ສະໜັບສະໜູນ​ຫວຽດນາມ ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.
ນ້ຳໃຈຂອງຊາວຍີ່ປຸ່ນຄົນໜຶ່ງທີ່ມີຕໍ່ຫວຽດນາມ - ảnh 1
ທ່ານ​ນາງ Nguyen Thi Binh, ອະດີດ​ຮອງ​ປະທານ​ປະ​ເທດ, ອະດີດ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​​​ຫວຽດນາມ
(ພາບ: google.com.vn)

        ຈາກ​ການ​ນິຍົມ​ຮູບ​ພາບ​ຜູ້ຍິງ​ຫວຽດນາມ​ ທີ່​ດີ​ເດັ່ນ ທ່ານ​ນາງ Nguyen Thi Binh, ອະດີດ​ຮອງ​ປະທານ​ປະ​ເທດ, ອະດີດ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ລັດຖະບານ​ປະຕິວັດຊົ່ວ​ຄາວ ສາທາລະນະ​ລັດ​ພາກ​ໃຕ້​ຫວຽດນາມ, ທີ່​ການ​ເຈລະຈາ​ສັນຍາ​ປາ​ຮີ (ປີ 1972), ນັກ​ປະພັນ​ຍີ່ປຸ່ນ Hiramatsu Tomoko ​ໄດ້​ມີ​ຄວາມຕັ້ງ​ໃຈຂຽນ​ປຶ້ມທີ່​ມີ​ຫົວ​ຂໍ້​ວ່າ: ”Nguyen Thi Binh, ຜູ້​ຍິງ​ທີ່​ເຮັດ​ໃຫ້​ໂລກ​ມີ​ການ​ປ່ຽນ​ແປງ”. ຈາກ​ນັ້ນ, ນັກ​ປະພັນ ​Hiramatsu Tomoko ​ໄດ້​ມີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຫວຽດນາມ​ຢ່າງ​ແທດ​ຈິງ​ຫຼາຍ​ຢ່າງ. ປີ 1969, ເມື່ອ​ດຳ​ເນີນກອງ​ປະຊຸມ ປາ​ຮີ ກ່ຽວ​ກັບ​ບັນຫາ​ສົງຄາມ​ຢູ່​ຫວຽດນາມ ນັ້ນ, ນັກ​ປະພັນ ​Hiramatsu Tomoko ​ໄດ້​ເຫັນ​ຮູບ​ພາບ​ແມ່ຍິງ​ຫວຽດນາມ ​ຜູ້​ໜຶ່ງ​ທີ່​ຕາງ​ໜ້າ​ໃຫ້​ແກ່​ຫວຽດນາມ​ ໃນ​ເຫດການ​ນີ້.

        ”​ເວລາ​ນັ້ນ, ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ຊາວ​ຫວຽດນາມ. ​ເພາະວ່າ​, ມີ​ຜູ້ຍິງ​ຄົນ​ໜຶ່ງ​​ໄດ້​ຕ່າງ​ໜ້າ​ໃຫ້​ຊາດວິລະ​ຊົນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນ​ຫາ​ສັນຕິພາບ​ໃຫ້​ແກ່​ຫວຽດນາມ. ຮູບ​ພາບ​ທ່ານ​ນາງ Binh ​ໄດ້​ພາ​ໃຫ້​ຂ້າພະ​ເຈົ້າ​ຄິດ​ເລີຍ​ວ່າ ”ຫວຽດນາມ ຈະ​​ໄດ້ຮັບໄຊຊະນະ ຕໍ່ອາ​ເມ​ລິ​ກາ​ຢ່າງ​ແນ່ນອນ”.

ນ້ຳໃຈຂອງຊາວຍີ່ປຸ່ນຄົນໜຶ່ງທີ່ມີຕໍ່ຫວຽດນາມ - ảnh 2
ນັກ​ປະພັນ​ຍິງ​ຄົນ​ຍີ່ປຸ່ນ Hiramatsu Tomoko
ມີຄວາມຕື້ນຕັນໃຈເມື່ອໄດ້ພົບປະກັບທ່ານນາງ Nguyen Thi Binh
(ພາບ: google.com.vn)

        ໃນ​ຕະຫຼອດ​ຊຸມ​ເດືອນ​ປີ​ຕໍ່ໆ​ໄປ, ຄວາມ​ຄິດ​ກ່ຽວ​ກັບ​ແມ່ຍິງ​ຫວຽດນາມ ​ຜູ້​ໜຶ່ງ​ທີ່​​ໄດ້ຕ່າງ​ໜ້າ​ໃຫ້​​ຊາດ​ວິລະ​ຊົນ​ໃນ​ການ​ເຈລະຈາ​ນັ້ນ ຍາມ​ໃດ​ກໍ່​ຝັງ​ເລິກຢູ່​​ໃນ​ໃຈ​ຂອງນັກ​ປະພັນ​ຜູ້​ນີ້. ຄວາມ​ປາຖະໜາ​ຢາກຂຽນ​ປື້​ມກ່ຽວ​ກັບ​ແມ່ຍິງ​ຫວຽດນາມ ​ນັ້ນ ​ໄດ້​ຊຸກຍູ້​ທ່ານ​ນາງ​ໄປ​ຊອກ​ຫາ​ເອກະສານ​ຢູ່​ບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ, ຫໍພິພິດທະພັນ​ຢູ່​ຍີ່ປຸ່ນ, ​ແຕ່​​ເຖິງ​ປີ 2005, ທ່ານ​ນາງ​ຈຶ່ງ​​ມາ​ຫວຽດນາມ​ເປັນ​ເທື່ອ​ທຳ​ອິດ, ​ແລະ​ ມີ​ໂອກາດ​ໄດ້​ພົບ​ປະ​ໂດຍ​ກົງ​ກັບ​ທ່ານ​ນາງ Nguyen Thi Binh. ນັກ​ປະພັນ ​Hiramatsu Tomoko ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        ”ຂ້າພະ​ເຈົ້າ​ຖື​ວ່າ​, ນີ້​ແມ່ນ​ຄວາມ​ເປັນ​ກຽດ, ​ເພາະວ່າ​​, ໂດຍແມ່ນ​ນັກ​ປະພັນ​ທຳ​ມະ​ດາ​ຄື​ຂ້າພະ​ເຈົ້າ​​ ແຕ່ພັດ​ໄດ້​ພົບ​ປະ​​ໂດຍ​ກົງກັບ​ຜູ້ຍິງ​ທີ່​ດີ​ເດັ່ນ​ຂອງ​ຊາດ​ຫວຽດນາມ. ຂ້າພະ​ເຈົ້າ​ມີ​ໂອກາດ​ໄດ້​ພົບ​ປະ​ໂດຍ​ກົງ​ກັບທ່ານ​ນາງ Nguyen Thi Binh 3 ​ເທື່ອ​ແລ້ວ. ປື້​ມຂອງ​ຂ້າພະ​ເຈົ້າ​ທີ່​ຂຽນ​ກ່ຽວ​ກັບທ່ານ​ນາງ Nguyen Thi Binh ​ໄດ້​ຮັບ​ການ​ໂຄສະນາ ​ແລະ ຄັດ​ສະ​ເໜີ​ໃນ​ໜັງສືພິມ​ທີ່​ສຳຄັນຂອງ​ຍີ່ປຸ່ນ, ​ແລະ ປື້​ມດັ່ງກ່າວ​ໄດ້​ສ້າງ​ຄວາມ​ດຶງ​ດູດ​​ຊາວ​ຍີ່ປຸ່ນດ້ວຍ​ຈຳນວນ​ຫຼວງ​ຫຼາຍ”

        ​ໃນປຶ້ມທີ່​ມີ​ຫົວ​ຂໍ້​ວ່າ: ”Nguyen Thi Binh, ຜູ້​ໜຶ່ງ​ທີ່​ເຮັດ​ໃຫ້​ໂລກ​ມີ​ການ​ປ່ຽນ​ແປງ”​ ດ້ວຍ​ຄວາມ​ໜາ 300 ໜ້າ​ນັ້ນ. ນັກ​ປະພັນ​Hiramatsu Tomoko   ​ໄດ້​ພັນ​ລະ​ນາ​ຄວາມ​ຈິງ​ກ່ຽວ​ກັບ​ຮູບ​ພາບ​ຂອງ​ທ່ານ​ນາງ Nguyen Thi Binh, ການ​ປະກອບສ່ວນ​ຂອງ​ນາງ​ໃນ​ພາລະກິດ​ປະຕິວັດ​ຫວຽດນາມ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ດ້ານ​ການ​ທູດ​ຂອງ​ທ່ານ​ນາງ​ໃນ​ການ​ເຈລະຈາ​ສັນຍາ ປາ​ຮີ, ຢຸດຕິ​ສົງຄາມ​ຢູ່​ຫວຽດນາມ, ອັນ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສົງຄາມ​ທີ່​ເປັນ​ທຳ​ຂອງ​ຊາວຫວຽດນາມ. ​​ໃນ​ປື້​ມຫົວ​ນີ້ ນັກ​ປະພັນ​Hiramatsu Tomoko ກໍ່​ໄດ້​ຂຽນ​ກ່ຽວ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ, ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ ​ໂດຍ​ທະຫານ​ອາ​ເມ​ລິ​ກາ ​ກໍ່​ຂຶ້ນ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ​ ​ໃນ​ສົງຄາມ​ຄັ້ງ​ນີ້. ​ເງິນ​ຂາຍ​ປື້​ມທັງ​ໝົດ ນັກ​ປະພັນ​Hiramatsu Tomoko    ​ໄດ້​ສະໜັບສະໜູນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ.

ນ້ຳໃຈຂອງຊາວຍີ່ປຸ່ນຄົນໜຶ່ງທີ່ມີຕໍ່ຫວຽດນາມ - ảnh 3
ນັກ​ປະພັນ​ Hiramatsu Tomoko
ໄດ້ຮັບ​ຫຼຽນ​ກາ ”​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ປະຊາ​ຊາດ”
(ພາບ: google.com.vn)

        ​ເພື່ອ​ຮັບ​ຮູ້​ບຸນ​ຄູນ, ການ​ສະໜັບສະໜູນ​, ການປະກອບສ່ວນຂອງ​ທ່ານ​ນາງ​ທີ່​ສະຫງວນໃຫ້​ແກ່​ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ມອບ​ຫຼຽນ​ກາ ”​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ປະຊາ​ຊາດ” ​ໃຫ້​ແກ່​ທ່ານ​ນາງ. ສຳ​ຫຼັບນັກ​ປະພັນ​ Hiramatsu Tomoko ​ແລ້ວ, ນີ້​ແມ່ນ​ລາງວັນ​ທີ່​ມີ​ຄູນ​ຄ່າ​ດ້ານ​ຈິດໃຈ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ. ​ຜ່ານ​ນັ້ນ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ສອງ​ຊາດ​ນຳ​ກັນ

ຕອບກັບ

ຂ່າວ/ບົດ​ອື່ນ