ວຽກງານເຮັດອະນາໄມ, ທຳຄວາມສະອາດຢູ່ຕາມຖະໜົນຫົນທາງແມ່ນວຽກງານທີ່ໜັກໜາ ແລະ ເປັນອັນຕະລາຍພໍສົມຄວນ, ໂດຍສະເພາະແມ່ນສຳລັບແມ່ຍິງ. ແຕ່ຢ່າງເຖິງຢ່າງໃດກໍຕາມ, ດ້ວຍຄວາມເມົາມົວກັບອາຊີບ, ກຳມະກອນຍິງຫຼາຍຄົນທີ່ເຮັດ ວຽກງານອະນາໄມສິ່ງແວດລ້ອມ ຍັງຄົງຜູກພັນກັບວຽກງານນີ້ເພື່ອສ້າງຄວາມງາມ, ຄວາມສະອາດຢູ່ຕາມຖະໜົນຫົນທາງໃນທຸກວັນ.
(ພາບປະກອບ)
|
ເມື່ອເວົ້າເຖິງນາງ ເລທິລວານ, ພະນັກງານ, ກຳມະກອນຫຼາຍຄົນໃນບໍລິສັດການບໍລິການສາທາລະນະປະໂຫຍດ ເມືອງ 3 ນະຄອນໂຮ່ຈິມິນ ກໍລ້ວຍແຕ່ສະຫງວນຄວາມຮັກແພງໃຫ້ແກ່ລາວ, ເພາະນາງບໍ່ພຽງແຕ່ແມ່ນກຳມະກອນທີ່ສຸດຈິດສຸດໃຈຕໍ່ວຽກງານເທົ່ານັ້ນ, ຫາກຍັງແມ່ນຜູ້ເຮັດວຽກບ້ານການເຮືອນ, ສິດສອນລູກເຕົ້າຮ່ຳຮຽນເປັນຢ່າງດີທີ່ສຸດ. ກວ່າ 30 ປີທີ່ໄດ້ຜູກພັນກັບອາຊີບນີ້, ຍາມໃດນາງລວານກໍພໍໃຈກັບການປະກອບອາຊີບຂອງຕົນ. ນາງ ເລທິລວານ ເວົ້າວ່າ :
“ ຄາວອາຍຸ 19 ປີ, ຂ້າພະເຈົ້າໄດ້ເຂົ້າເຮັດວຽກຢູ່ບໍລິສັດ. ຄາວນັ້ນກໍຄິດວ່າ ຈະເຂົ້າເຮັດວຽກໄລຍະໜຶ່ງ, ສ້າງຄອບຄົວ, ແລ້ວຈະຊອກຫາວຽກງານອື່ນ ຫາກບໍ່ຄຶດວ່າຈະຜູກພັນກັບອາຊີບຍາວນານເຊັ່ນນີ້. ໄລຍະຕໍ່ມາ ຂ້າພະເຈົ້າເຫັນວ່າ ວຽກງານນີ້ກໍເປັນໜ້າຈັບໃຈທີ່ສຸດ. ເຖິງວ່າວຽກງານນີ້ແມ່ນລຳບາກກໍຕາມ, ແຕ່ຄວາມຮັກແພງຂອງອ້າຍເອື້ອຍນ້ອງ ເພື່ອນຮ່ວມອາຊີບທີ່ສະຫງວຽນໃຫ້ເຮົານັ້ນ ໄດ້ເຮັດໃຫ້ຊ່ວຍຂ້າພະເຈົ້າລືມຄວາມລຳບາກນີ້ໄປ. ຂ້າພະເຈົ້າຫວັງພຽງຢ່າງດຽວວ່າ ຄົນເຮົາຄວນມີສະຕິຮັກສາສິ່ງແວດລ້ອມ, ບໍ່ຄວນຖິ້ມຂີ້ເຫຍື້ອ, ສິ່ງເສດເຫຼືອຢູ່ຕາມຖະໜົນຢ່າງຊະຊາຍ ”
ກໍເຊັ່ນດຽວກັນກັບນາງ ເລທິລວານ, ນາງ ຫງວຽນທິເຫ້ວ ກໍເຂົ້າເຮັກວຽກຢູ່ບໍລິສັດນັບແຕ່ຄາວມີອາຍຸ 20 ປີ. ນາງໄດ້ຜູກພັນກັບອາຊີບເຮັດອະນາໄມສິ່ງແວດລ້ອມເປັນເວລາ 24 ປີ ແລ້ວ, ມີຊຸມມື້ຍາມລະດູຮ້ອນ, ອູນຫະພູມຂຶ້ນເຖິງ 40-42 ອົງສາ, ຫຼືຊຸມຄຳຄືນຍາມລະດູໜາວ, ຝົນຝອຍໜາວຈົນເຖິງກະກູກດຳ, ແຕ່ນາງຍັງຄົງຍ່າງກວາດຂີ້ເຫຍື້ອຕາມສາຍທາງຍາວນັບ 10 ກິໂລແມດເພື່ອນຳຄວາມສະອາດສວຍງາມມາໃຫ້ປະຊາຊົນ. ນາງເຫ້ວໃຫ້ຮູ້ວ່າ ກ່ວາ 10 ປີແລ້ວ, ລາວບໍ່ໄດ້ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ເມື່ອບຸນເຕັດວຽນມາ. ນາງເປີດເຜີຍວ່າ :
“ ເມື່ອເຮັກວຽກງານເປັນທີ່ຮຽບຮ້ອຍແລ້ວ, ເຮົາກໍກັບບ້ານ. ລຳບາກທີ່ສຸດແມ່ນຍາມຝົນ, ລົມແຮງ. ເຖິງວ່າໃນຕອນກາງເວັນຫຼືກາງຄືນກໍຕາມ ເຮົາກໍຕ້ອງເຮັດວຽກຢູ່ຕາມຖະໜົນຫົນທາງ ເພາະນັ້ນແມ່ນວຽກງານຂອງເຮົາ, ດັ່ງນັ້ນຂ້າພະເຈົ້າຍາມໄດກໍພະຍາຍາມເຮັດໃຫ້ສຳເລັດ. ຢູ່ບໍລິສັດ, ອ້າຍເອື້ອຍນ້ອງ ເພື່ອນຮ່ວມອາຊີບກໍຊ່ວຍເຫຼືອກັນ, ຢູ່ເຮືອນກໍມີຜົວໜູນຊ່ວຍ, ພາລູກເຕົ້າໄປຮຽນ. ຂ້າພະເຈົ້າກໍດີໃຈຫຼາຍ ”
ປະຈຸບັນ, ບໍລິສັດສິ່ງແວດລ້ອມຕົວເມືອງ ນະຄອນໂຮ່ຈິມິນ ມີກຳມະກອນ 1.700 ກ່ວາຄົນ, ໃນນັ້ນ, ມີກຳມະກອນຍິງເກືອບ 300 ຄົນ, ເຂົາເຈົ້າເຮັດວຽກໃນສະພາບແວດລ້ອມທີ່ເປັນມົນລະພິດ, ມີຄວາມສ່ຽງຕໍ່ສຸຂະພາບ.
ທ່ານເດືອງວັນຫາຍ ຮອງຫົວໜ້າ ບໍລິສັດການບໍລິການສາທາລະນະປະໂຫຍດ ເມືອງ 3 ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ
“ກຳມະກອນຍິງສ່ວນຫຼາຍໃນບໍລິສັດ ແມ່ນຮັບຜິດຊອບວຽກງານທີ່ໜັກໜາ , ເປັນມົນລະພິດ ແລະ ເຄີຍເຮັດປະຈຳຕອນກາງຄືນ. ພິເສດໃນຍາມ, ບຸນເຕັດ, ວັນບຸນຕ່າງໆ, ພວກເອື້ອຍນ້ອງແມ່ຍິງຍັງຄົງສາມາດຮັບປະກັນຄວາມໄວຂອງວຽກງານ. ນອກຈາກວຽກງານຂອງບໍລິສັດແລ້ວ, ເຂົາເຈົ້າກໍຕ້ອງເຮັກວຽກບ້ານການເຮືອນອີກ, ວຽກງານໃດ, ເອື້ອຍນ້ອງແມ່ຍິງກໍເຮັດສຳເລັດເປັນຢ່າງດີ ”.