ບັນດາຫຼັກໝາຍແຫ່ງຈິດວິນຍານອະທິປະໄຕຂອງປະເທດຊາດຢູ່ ເຈື່ອງຊາ

(VOVWORLD) -ວັດຢູ່ ເຈື່ອງຊາ ໄດ້ສະແດງໃຫ້ເຫັນຈຸດວັດທະນະທຳຫຼັກແຫຼ່ງແກ່ນສານແມ່ນຈິດໃຈຮັກຊາດ ແລະ ສະຕິຄວາມຮັບຜິດຊອບ, ຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາ
ບັນດາຫຼັກໝາຍແຫ່ງຈິດວິນຍານອະທິປະໄຕຂອງປະເທດຊາດຢູ່ ເຈື່ອງຊາ - ảnh 1(ວັດຢູ່ເກາະ ຊິງໂຕ່ນ)

ໃນທ່າມກາງທະເລທີ່ກວ້າງໃຫຍ່ໄພສານ, ວັດແຫ່ງຕ່າງໆຢູ່ຕາມເກາະຢູ່ໝູ່ເກາະ ເຈື່ອງຊາ (ແຂວງ ແຄ໊ງຮ່ວາ) ແມ່ນບັນດາສະຖານທີ່ສັກກະລະບູຊາ, ເປັນການຢັ້ງຢືນພຸດທະສາສະໜາໄດ້ຮ່ວມເດີນທາງໄປພ້ອມກັບປະຊາຊົນຢູ່ເຂດທະເລ, ໝູ່ເກາະ. ບໍ່ພຽງແຕ່ແມ່ນຫຼັກໝາຍຢືນຢັນອະທິປະໄຕຢູ່ໝູ່ເກາະ ເຈື່ອງຊາ ເທົ່ານັ້ນ, ບັນດາວັດຢູ່ແຫ່ງນີ້ຍັງແມ່ນສະຖານທີ່ທີ່ຂາດບໍ່ໄດ້ສຳລັບຊາວປະມົງໃນການໄປຫາປາແຕ່ລະຄັ້ງຢູ່ເຂດທະເລທີ່ຫ່າງໄກ, ກໍ່ຄືທະຫານ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ບັນດາເກາະແຫ່ງນີ້.

        ໃນທ່າມກາງທີ່ມິດງຽບຂອງທະເລໃນຍາມຕາເວັນຂຶ້ນ, ສຽງລະຄັງຂອງວັດໄດ້ດັງຂຶ້ນ ປະສົມປະສານກັບສຽງຄື້ນທະເລ ເຮັດໃຫ້ເກາະ ຊອງຕືໄຕ ປຽບເໝືອນດັ່ງເຂດບ້ານນາທີ່ສະຫງົບງຽບຢູ່ເຂດດິນຕໍ່ແຜ່ນ. ໂດຍຕັ້ງຢູ່ເກາະຫ່າງໄກທີ່ສຸດໃນໝູ່ເກາະ ເຈື່ອງຊາ, ວັດ ຊອງຕືໄຕ ໄດ້ຮັບການສ້າງຂຶ້ນຕາມການອອກແບບສະຖາປັດຕະຍາກຳທີ່ເປັນມູນເຊື້ອ. ວັດມີ 3 ຫ້ອງ, ມີຫ້ອງບູຊາ ແລະ ຮ້ານບູຊາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ຄູບາ ທິ໊ກເທື້ອງດາດ, ເຈົ້າອາວາດວັດ ຊອງຕືໄຕ, ໃຫ້ຮູ້ວ່າ.

        “ວັດນີ້ສຳຄັນທີ່ສຸດ, ມັນແມ່ນບ່ອນອີງທາງດ້ານຈິດໃຈຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້, ໂດຍສະເພາະແມ່ນຊາວປະມົງທີ່ມາຫາປາຢູ່ເຂດໄກຝັ່ງ, ມາບູຊາວັດ, ຊາວປະມົງມີຄວາມອຸ່ນອ່ຽນໃຈໄປຫາປາ”.

ບັນດາຫຼັກໝາຍແຫ່ງຈິດວິນຍານອະທິປະໄຕຂອງປະເທດຊາດຢູ່ ເຈື່ອງຊາ - ảnh 2(ວັດແຫ່ງຕ່າງໆຢູ່ຕາມເກາະຢູ່ໝູ່ເກາະ ເຈື່ອງຊາ (ແຂວງ ແຄ໊ງຮ່ວາ) ແມ່ນບັນດາສະຖານທີ່ສັກກະລະບູຊາ)

ວັດແຫ່ງຕ່າງໆຢູ່ເກາະ ເຈື່ອງຊາ, ຊອງຕືໄຕ, ຊິງໂຕ່ນ, ເຊີນກາ, ນາມອ໊ຽດ, ຟານວິງ ເຖິງວ່າປິ່ນໄປທາງທິດໃດກໍ່ລ້ວນແຕ່ຫັນໜ້າອອກສູ່ທະເລຕາເວັນອອກ ແລະ ຮັບແສງແດດທຳອິດໃນຍາມຕາເວັນຂຶ້ນ. ວັດຢູ່ ເຈື່ອງຊາ ບໍ່ພຽງແຕ່ແມ່ນແຫ່ງດຳເນີນຊີວິດທາງດ້ານການເຫຼື້ອມໄສເຊື່ອຖືສາສະໜາທີ່ເປັນມູນເຊື້ອຂອງປະຊາຊົນຢູ່ເມືອງເກາະ ແລະ ຊາວປະມົງເທົ່ານັ້ນ, ຫາກຍັງແມ່ນການສະແດງໃຫ້ເຫັນການດຳລົງຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນຫວຽດນາມ ຢູ່ເຂດທະເລ, ໝູ່ເກາະນັບແຕ່ໃດໆມາອີກດ້ວຍ. ອ້າຍ ຫວໍແທັງຮວ່າ, ປະຊາຊົນດຳລົງຊີວິດຢູ່ເກາະ ຊິງໂຕ່ນ ໃຫ້ຮູ້ວ່າ, ເຮືອນອ້າຍຕັ້ງຢູ່ຂ້າງວັດ ຊິງໂຕ່ນ ທີ່ເກົ່າແກ່, ບໍ່ສະເພາະແຕ່ວັນບຸນ, ບຸນເຕັດ ມື້ໃດອ້າຍກໍ່ມາຖະຫວາຍທູບທຽນຢູ່ວັດເພື່ອ ພາວະນາຂໍໃຫ້ດິນຟ້າອາດເອື້ອອຳນວຍຄວາມສະດວກ.

        “ຕອນເຊົ້າ, ຕອນແລງທຸກມື້ ຂ້າພະເຈົ້າໄດ້ໄປຈູດທູບທຽນຢູ່ວັດເພື່ອພາວະນາຂໍໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະມີສຸຂະພາບແຂງແຮງ”.

        ອ້າຍ ຟານວັນມິງ, ສູນປະພາຄານ ເຊີນກາ ແບ່ງປັນວ່າ: ຢູ່ເຂດເກາະທີ່ຫ່າງໄກ, ເງື່ອນໄຂທຳມະຊາດຮ້າຍແຮງ, ຂາດເຂີນທຸກສິ່ງທຸກຢ່າງ, ແຕ່ວ່າ ໃນແຕ່ລະມື້ ປະຊາຊົນໃນເກາະຍັງໄດ້ຍິນສຽງລະຄັງດັ່ງຂຶ້ນ. ຢູ່ທ່າມກາງທະເລທີ່ກວ້າງໃຫຍ່ໄພສານໄດ້ຮັບຟັງສຽງສູດມົນພາວະນາໄດ້ເປັນການຊ່ວຍໃຫ້ຊາວປະມົງນັບຮ້ອຍຄົນມີຄວາມອຸ່ນອ່ຽນໃຈໄປຫາໄປໄກຝັ່ງ.

        “ໃນວັນເພັງ ແລະ ວັນທີ 1 (ໄລ່ຕາມຈັນທະປະຕິທິນ), ຂ້າພະເຈົ້າໄດ້ໄປ ຖະຫວາຍທູບທຽນຢູ່ວັດເພື່ອຂໍໃຫ້ຄອບຄົວ ແລະ ທຸກຄົນຈົ່ງມີສຸຂະພາບແຂງແຮງ. ຈິດໃຈຂ້າພະເຈົ້າມີຄວາມສະຫວາດສະເຫວີຍ”.

        ປະຈຸບັນ, ເຈື່ອງຊາ ບໍ່ພຽງແຕ່ແມ່ນບັນດາເຂດດິນແດນຜືນນ້ອຍໆທີ່ຢູ່ໂດດດ່ຽວໃນທ່າມກາງທະເລທີ່ກວ້າງໃຫຍ່, ແຫ່ງມີພຽງສາຍລົມ, ຄື້ນທະເລ, ພາຍຸເທົ່ານັ້ນ ຫາກກາຍເປັນຄວາມລື້ງເຄີຍ, ໃກ້ຊິດຕິດແທດຄື ບ້ານຫາປາຂອງຊາວປະມົງຢູ່ເຂດແຄມທະເລ. ວັດແຫ່ງຕ່າງໆຢູ່ເຂດກາງທະເລຕາເວັນອອກ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການທາງດ້ານການດຳລົງຊີວິດແຫ່ງຈິດວິນຍານຂອງຊາວປະມົງຢູ່ເຂດທະເລ, ໝູ່ເກາະຢູ່ເຂດຫ່າງໄກ, ຫາກຍັງເປັນການສະແດງຄວາມມຸ່ງມາດປາດຖະໜາກ່ຽວກັບການດຳລົງຊີວິດທີ່ສະຫງົບສຸກ, ສັນຕິພາບຂອງປະຊາຊົນແຕ່ລະຄົນຢູ່ເຂດເກາະທີ່ຫ່າງໄກນຳອີກ.

        ພະອາຈານ ທິ໊ກງວຽນຮ່ວາ, ຄູບາທີ່ຂານອາສາມາຮັບຕຳແໜ່ງເປັນເຈົ້າອາວາດຂອງບັນດາວັດຢູ່ ເຈື່ອງຊາ ມາເປັນເວລາ 6 ປີ, ແບ່ງປັນວ່າ: ຢູ່ເກາະນີ້, ປະຊາຊົນຍັງຮັກສາການໄປວັດໃນວັນເພັງ, ຕົ້ນເດືອນ, ຮັບຟັງຄຳສັ່ງສອນຂອງພະພຸດທະເຈົ້າ. ໃນມື້ທຳມະດາ, ເຂົາເຈົ້າໄດ້ມາວັດເພື່ອຊ່ວຍເຮັດອະນາໄມທຳຄວາມສະອາດ.

        “ວັດ ເຊີນລິງ ມີຄວາມສັກສິດທີ່ສຸດ. ນັບແຕ່ພະນັກງານ, ນັກຮົບ ແລະ ປະຊາຊົນ, ຊາວປະມົງໄປຫາປາ ເມື່ອເກີດບັນຫາໃດ, ໄດ້ໄປບູຊາຢູ່ວັດກໍ່ຮູ້ສຶກວ່າມີຈິດໃຈສະຫວາດສະເຫວີຍກວ່າ, ສືບຕໍ່ປະຕິບັດໜ້າທີ່”.

        ວັດແຫ່ງຕ່າງໆຢູ່ ເຈື່ອງຊາ ບໍ່ພຽງແຕ່ແມ່ນສະຖານທີ່ດຳລົງຊີວິດທາງດ້ານການເຫຼື້ອມໃສເຊື່ອຖືທີ່ເປັນມູນເຊື້ອຂອງປະຊາຊົນຢູ່ເມືອງເກາະ ແລະ ຊາວປະມົງເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນເຖິງຄວາມລະອຽດ ແລະ ມີຊີວິດຊີວາ ກ່ຽວກັບການດຳລົງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງຊາວຫວຽດນາມ ທີ່ມີຕໍ່ເຂດທະເລ, ໝູ່ເກາະທີ່ຢູ່ຫ່າງໄກນັບແຕ່ກ່ອນມາຮອດປະຈຸບັນ. ວັດຢູ່ ເຈື່ອງຊາ ໄດ້ສະແດງໃຫ້ເຫັນຈຸດວັດທະນະທຳຫຼັກແຫຼ່ງແກ່ນສານແມ່ນຈິດໃຈຮັກຊາດ ແລະ ສະຕິຄວາມຮັບຜິດຊອບ, ຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາ, ພ້ອມທັງແມ່ນບັນດາຫຼັກໝາຍແຫ່ງຈິດວິນຍານຢືນຢັນອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດ, ເຂດທະເລ ແລະ ໝູ່ເກາະເຈື່ອງຊາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ