(vovworld) - ໃນຊຸມມື້ທ້າຍປີ, ປະຊາຊົນໃນໝູ່ບ້ານອາຊີບຕ່າງໆຢູ່ແຂວງເທື່ອທຽນເຫວ໋, ທາງພາກກາງຫວຽດນາມ ເຊັ່ນໝູ່ບ້ານຜະລິດເຂົ້າໜົມຂົບຄ້ຽວຕາແສງກິມລອງ, ນະຄອນເຫວ໋, ໝູ່ບ້ານຜະລິດດອກດອກເຈ້ຍແທງຕຽນ ຫຼືໝູ່ບ້ານຜະລິດພາບແຕ້ມພື້ນເມືອງຢູ່ຕາແສງຟູ໋ເມົ້າ, ເມືອງຟູ໋ວາງ… ພວມຮີບເຮັ່ງກັບວຽກງານຜະລິດເຄື່ອງຂອງຮັບໃຊ້ບຸນປີໃໝ່. ນີ້ກໍ່ແມ່ນເວລາທີ່ບັນດາເຮືອນສວນຢູ່ແຂວງບິ່ງເຟືອກ, ທາງທິດຕາເວັນອອກພາກໃຕ້ສຸມໃສ່ວຽກງານບົວລະບັດດອກໄມ້, ຕົ້ນໄມ້ປະດັບຢ່າງທັນການ ເພື່ອຮັບໃຊ້ຕະຫຼາດໃນໂອກາດບຸນປີໃໝ່.
![ບັນດາໝູ່ບ້ານອາຊີບກະກຽມຕ້ອນຮັບປີໃໝ່ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_01_29/quat.jpeg)
ໂດຍຕັ້ງຢູ່ຍານລຸ່ມແມ່ນຳ້ເຮືອງ, ໝູ່ບ້ານແທງຕຽນ, ຕາແສງ ຟູ໋ເມົ້າ, ເມືອງຟູ໋ວາງ, ເທື່ອທຽນເຫວ໋ ມີຊື່ສຽງດ້ວຍອາຊີບຜະລິດດອກເຈ້ຍທີ່ເປັນມູນເຊື້ອ. ຜ່ານການຄົງຕົວມາເປັນເວລາ 300 ກວ່າປີ, ດອກເຈ້ຍແທງຕຽນ ໄດ້ກາຍເປັນຄວາມງາມໃນການເຫຼື້ອມໃສຂອງຊາວເຫວ໋ ແລະ ບັນດາແຂວງຢູ່ອ້ອມຂ້າງ. ດອກເຈ້ຍຖືກວາງເທິງແທ່ນບູຊາບັນພະບຸລຸດ, ທັງເປັນເຄື່ອງຂອງບູຊາໃນວັດວາອາຮາມ, ໃນວັນບຸນຕ່າງໆ. ປະຈຸບັນ, ໝູ່ບ້ານແທງຕຽນ ມີ 30 ກວ່າຄອບຄົວເຮັດອາຊີບຜະລິດດອກເຈ້ຍ. ທ່ານ ຫງວຽນຮ໋ວາ, ຫົວໜ້າບ້ານແທງຕຽນ, ໃຫ້ຮູ້ວ່າ:
“ອາຊີບຜະລິດດອກເຈ້ຍຂອງໝູ່ບ້ານແທງຕຽນ ແມ່ນມີມາກ່ອນນີ້ 300 ປີ. ແຕ່ລະປີ, ໃນໂອກາດບຸນປີໃໝ່ວຽນມາ, ປະຊາຊົນໃນບ້ານເຄີຍຜະລິດດອກເຈ້ຍເພື່ອສ້າງລາຍຮັບຕື່ມອີກໃຫ້ຄອບຄົວ. ເຖິງວ່າລາຍຮັບຈາກການຜະລິດດອກເຈ້ຍບໍ່ສູງກໍ່ຕາມ,ແຕ່ພວກເຮົາຍັງຄົງຮັກສາອາຊີບນີ້ໄວ້ ເພື່ອເຊີດຊູຄວາມງາມທີ່ເປັນມູນເຊື້ອຂອງໝູ່ບ້ານ“.
ດອກເຈ້ຍຂອງໝູ່ບ້ານແທງຕຽນ
ສ່ວນຊາວບ້ານສິ່ງ, ຕາແສງຟູ໋ເມົ້າ, ເມືອງຟູ໋ວາງ ກໍ່ຮີບເຮັ່ງຜະລິດພາບພື້ນເມືອງຮັບໃຊ້ບຸນປີໃໝ່ປະຈຳຊາດ. ໂດຍມີມາກ່ອນນີ້ເກືອບ 500 ປີ, ພາບແຕ້ມບ້ານສິ່ງ ສ່ວນຫຼາຍແມ່ນຮັບໃຊ້ການເຊື່ອຖືບູຊາໃນໂອກາດວັນເພງ ແລະ ບຸນປີໃໝ່ປະຈຳຊາດ. ພາບບູຊາມີຫຼາຍຮູບຫຼາຍແບບ, ນັບທັງພາບຄົນ ແລະ ພາບວັດຖຸສິ່ງຂອງ. ນັກສິນລະປະການປະຊາຊົນ ກີ່ຫື້ວເຟືອກ, ຜູ້ທີ່ໄດ້ຕິດພັນກັບອາຊີບຜະລິດພາບແຕ້ມບ້ານສິ່ງ ມາເປັນເວລາກວ່າ 60 ປີ, ໃຫ້ຮູ້ວ່າ:
“ເວົ້າເຖິງພາບແຕ້ມບ້ານສິ່ງ, ສ່ວນຫຼາຍແມ່ນພາບເພື່ອບູຊາ. ນັບແຕ່ກ່ອນມາຮອດປະຈຸບັນ, ເມື່ອປີໃໝ່ວຽນມາ, ຈຳນວນພາບແຕ້ມຂອງໝູ່ບ້ານບໍ່ພໍເພື່ອສາມາດຕອບສະໜອງໄດ້ຄວາມຕ້ອງການທີ່ນັບມື້ນັບຫຼາຍຂອງຜູ້ລູກຄ້າ. ພາບແຕ້ມບ້ານສິ່ງ ຖືກນຳໄປຂາຍຢູ່ກວ່າງບິ່ງ, ກວາງຈິ້, ກວາງນາມ, ກວາງຫງາຍ“.
ພາບແຕ້ມບ້ານສິ່ງ
ນັບແຕ່ດົນນານມາແລ້ວ, ໝູ່ບ້ານຜະລິດເຂົ້າໜົມຂົບຄ້ຽວຂີງ ຢູ່ຕາແສງກິມລອງ, ນະຄອນເຫວ໋ ໄດ້ມີຊື່ສຽງຍ້ອນ “ເຂັດລັບ“ ສະເພາະ. ທ່ານ ເຈືອງດິ່ງຖື, ໜຶ່ງໃນບັນດາຜູ້ທີ່ເຮັດອາຊີບນີ້ເປັນເວລາກວ່າ 50 ປີ, ໃຫ້ຮູ້ວ່າ:
“ເຂົ້າໜົມຂົບຄ້ຽວກິມລອງ ມີລົດຊາດພິເສດ, ເພາະວ່າຂີງຂອງເຫວ໋ແຊບ ແລະ ຫອມຫຼາຍ. ປະຈຸບັນເຂົ້າໜົມຂົບຄ້ຽວ ໄດ້ຮັບການຜະລິດຢູ່ຫຼາຍແຫ່ງ, ດັ່ງນັ້ນປີນີ້ຂ້າພະເຈົ້າບໍ່ຜະລິດຫຼາຍອີກ. ປີກາຍນີ້ຂ້າພະເຈົ້າຜະລິດເຖິງແຕ່ 3-4 ໂຕນ. ອາຊີບນີ້ຂ້າພະເຈົ້າປະບໍ່ໄດ້, ທັງຮັກສາອາຊີບທີ່ເປັນມູນເຊື້ອໄວ້, ທັງສ້າງລາຍຮັບຕື່ມອີກເພື່ອໃຊ້ຈ່າຍໃນໂອກາດບຸນປີໃໝ່ “.
ຂົ້າໜົມຂົບຄ້ຽວກິມລອງ
ບໍ່ພຽງແຕ່ບັນດາໝູ່ບ້ານອາຊີບຢູ່ເຫວ໋ເທົ່ານັ້ນ, ຫາກບັນດາເຮືອນສວນຢູ່ແຂວງບິ່ງເຟືອກ ກໍ່ພວມຮີບເຮັ່ງກັບວຽກງານບົວລະບັດດອກໄມ້ ແລະ ຕົ້ນໄມ້ປະດັບ. ຜົວເມຍອ້າຍ ລືວຈີ໋ເກື່ອງ, ຢູ່ຕາແສງເຕິນຟູ໋, ເທດສະບານດົ່ງຊ່ວາຍ, ແຂວງບິ່ງເຟືອກປູກຕົ້ນກ້ຽງນ້ອຍປະດັບ 250 ກວ່າຕົ້ນໃນໂອກາດບຸນປີໃໝ່ປະຈຳຊາດ. ຕາມອ້າຍເກື່ອງ ແລ້ວ, ອາກາດໃນຊຸມເດືອນທ້າຍປີອຳນວຍຄວາມສະດວກ, ດັ່ງນັ້ນຕົ້ນກ້ຽງນ້ອຍພັດທະນາໄດ້ດີ.
“ປີນີ້, ຕົ້ນກ້ຽງນ້ອຍໃຫຍ່ສົມຄວນ, ຖ້າຫາກລາຄາຍັງຮັກສາຄືປີກາຍ ແມ່ນຈະສ້າງລາຍຮັບໄດ້ຫຼາຍ. ປີກາຍນີ້ຕົ້ນໃຫຍ່ຄືແນວນີ້ແມ່ນຂາຍໄດ້ 3 ລ້ານດົ່ງ, ແຕ່ປີນີ້ບໍ່ທັນຂາຍ, ດັ່ງນັ້ນຂ້າພະເຈົ້າກໍ່ບໍ່ຮູ້ລາຄາຕະຫຼາດແມ່ນຄືແນວໃດ“.
ປີນີ້, ຄອບຄົວທ່ານ ໂດ້ວັນຕ໋ວຽນ ຢູ່ຕາແສງເຊີນຢາງ, ເທດສະບານເຟືອກລອງ, ແຂວງບິ່ງເຟືອກ ໄດ້ປູກຕົ້ນດອກຕາເວັນ 500 ກວ່າຕົ້ນເພື່ອຮັບໃຊ້ໃນໂອກາດບຸນປີໃໝ່. ທ່ານ ຕ໋ວຽນ ໃຫ້ຮູ້ວ່າ:
“ປູກຕົ້ນດອກຕາເວັນຖືກກັບລະດູການແມ່ນໃນເວລາ 3 ເດືອນ. ກ່ອນບຸນປີໃໝ່ 25 ວັນຈຶ່ງໃຫ້ອອກຈູມດອກ, ຖ້າບໍ່ຢາກໃຫ້ມັນອອກດອກກ່ອນແມ່ນຕ້ອງຫົດນຳ້ທັງຕອນເຊົ້າ, ຕອນທຽງ ແລະ ຕອນບ່າຍ, ຖ້າບໍ່ຫົດນຳ້ມັນຈະອອກດອກໄວ. ປູກຕົ້ນດອກຕາເວັນແມ່ນອີງຕາມອາກາດ, ຖ້າອາກາດອຳນວຍຄວາມສະດວກຊາວກະສີກອນດີໃຈຫຼາຍ “.
ຕົ້ນດອກຕາເວັນແຂວງບິ່ງເຟືອກ
ນອກຈາກຕົ້ນດອກເໝີຍສີເຫຼືອງເປັນຕົ້ນ ແລະ ດອກໄມ້ຊະນິດຕ່າງໆທີ່ໄດ້ຮັບຄວາມນິຍົມຈາກຕະຫຼາດໃນໂອກາດບຸນປີໃໝ່ແລ້ວ.. ປີນີ້, ເຮືອນສວນບິ່ງເຟືອກ ຍັງມີຕົ້ນກ້ຽງນ້ອຍປະດັບ, ຕົ້ນດອກຕາເວັນອີກ. ພ້ອມກັບບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງຊາວນະຄອນເຫວ໋, ສວນດອກໄມ້ທີ່ມີສີຫຼາກຫຼາຍຢູ່ບິ່ງເຟືອກ ໄດ້ປະກອບ “ສີສັນ“ ທີ່ອຸດົມສົມບຸນໃຫ້ແກ່ລະດູບານໃໝ່.